ຊາວເຜົ່າເມື່ອງບີ ໃນແຂວງຮ່ວາບິງຕອ້ນຮັບບຸນເຕັດ

ຊາວເຜົ່າເມື່ອງບີ ໃນແຂວງຮ່ວາບິງຕອ້ນຮັບບຸນເຕັດ - ảnh 1
ຮອດຍາມບຸນເຕັດບັນດາຄອບຄົວຊາວເຜົ່າເມື່ອງລ້ວນແຕ່ຂ້າໝູເພື່ອ
ປຸ່ງແຕ່ງອາຫານຕ້ອນຮັບປີໃໝ່
(ພາບ: baohoabinh)

    ຕາມ​ຄວາມ​ສຳນຶກ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ເຜົ່າ​ເມື່ອ​ງ, ບຸນປີ​ໃໝ່ຫຼື ບຸນເຕັດແມ່ນບໍ່ ເລີ່ມຕົ້ນ​ແຕ່​ວັນ​ທີ 23 ເດືອນ 12 ຊຶ່ງ​ແມ່ນ​ວັນ​ໄຫວ້​ບູຊາ​ເຈົ້າ​ເຕົາໂດຍໄລ່ຕາມ ຈັນທະປະຕິທິນຄື​ຊາວ​ຫວຽດ. ບຸນປີ​ໃໝ່ຂອງ ຊາວ​ເຜົ່າ​ເມື່ອ​ງແມ່ນເລີ່ມແຕ່ວັນທີ 27 ເດືອນ 12. ໃນຊຸມວັນນີ້, ຢູ່ທົ່ວທຸກໝູ່ບ້ານຂອງ ຊາວ​ເຜົ່າ​ເມື່ອ​ງທີ່ແຂວງ ຮ່ວາບິງ ແມ່ນຄຶກຄື້ນມ່ວນຊື່ນດ້ວຍບັນຍາກາດຂອງບຸນເຕັດ. 

    ໝູ່ບ້ານອ໋າຍ ໃນຕາແສງ ຟອງຟູ້ ທີ່ເມືອງເຕິນຫຼາກ, ແຂວງຮ່ວາບິງ ແມ່ນແຫ່ງ ເຕົ້າໂຮມດຳລົງ​ຊີວິດ​ຂອງຊາວ​ເຜົ່າ​ເມື່ອ​ງບີ​ໃນ​ທຸກ​ວັນ​ນີ້, ຢູ່​ເຮືອນ​ຫຼັງ​ໃດ​ກໍ​ຟົດ​ຟື້ນ​ມ່ວນ​ຊື່ນ​ດ້ວຍ​ສຽງ​ເວົ້າ​ນົວ​ຫົວ​ມ່ວນ. ແຕ່ວັນທີ 27 ເດືອນ 12, ຊາວບ້ານ​ໄດ້​ເລີ່​ມ ພັກວຽກ​ໄຮ່​ການ​ນາ​ເພື່ອ​ຢູ່​ເຮືອນ​ກະກຽມ​ເຄື່ອງ​ຂອງຕ້ອນ​ຮັບ ບຸນເຕັດອັນ​ເປັນ​ປະ​ເພນີ.

   ຊາວ​ເຜົ່າ​ເມື່ອ​ງຖື​ເປັນ​ສຳຄັນ​ການ​ເຮັດ​​ແທ່ນ​ບູຊາ​ບັນພະ​ບຸລຸດ, ​ເພາະສະ​ນັ້ນ ​ແທນ​ບູຊາ​ເຄີຍ​ຕັ້ງ​ຢູ່​ໃຈກາງ​ເຮືອນ ​ແລະ ​ແມ່ນ​ບ່ອນ​ທີ່​ສັກສິດ ​ແລະ ງາມ​ກ່ວາ​ໝູ່​ໃນ​ເຮືອນ. ລຸງ ບຸ​ຍວັນ​ເຄີ້ນ ​ເຈົ້າ​ເຫຼົ່າບ້ານອ໋າຍ ​ເວົ້າ​ວ່າ : 

   “ ການ​ກະກຽມ​ແທ່ນ​ບູຊາ​ບັນພະບຸລຸດ​ໃນ​ເຮືອນ​, ຕ້ອງ​ແມ່ນ​ເພດ​ຊາຍ​ໃນ​ຄອບຄົວ​ເປັນ​ຜູ້​ເຮັດ. ຖ້າວ່າ​ຄອບຄົວ​ໃດບໍ່​ມີ​ເພດ​ຊາຍ​ນັ້ນ, ​ເພດ​ຍິງ​ຈຶ່ງ​ເຮັດ. ​​ແທ່ນ​ບູຊາ​ບັນພະ​ບຸລຸດຕ້ອງ​ມີ​ຕະກຽງ, ທູບ​ທຽນ​, ໝາກ​ໄມ້, ໝາກ, ​ໃບ​ພູ ພ້ອມ​ດ້ວຍ​ເຄື່ອງ​ຂອງ​ບູຊາອື່ນໆ”

     ຮອດ​ວັນ​ນີ້, ລູກ 3 ຄົນ​ຂອງ​ລຸງ​ເຄິ້ນ​ໄປ​ທຳ​ມາ​ຫາ​ກິນ​ຢູ່​ແດນ​ໄກກໍ​ລ້ວນ​ແຕ່​ກັບ​ມາ​ເຕົ້າ​ໂຮມ​ກັບ​ຄອບຄົວ​ເພື່ອ​ຕ້ອນຮັບບຸນເຕັດ. ພັນ​ລະ​ຍາ​ຂອງ​ລຸງເຄິ້ນ​ໃຫ້​ຮູ້​ວ່າ ມື້​ນີ້ ລາວ​ພ້ອມ​ດ້ວຍ​ລູກ​ສາວ, ລູກ​​ໃພ້ພ້ອມ​ກັນປຸ່ງ​ແຕ່ງ​ອາຫານ​ເພື່ອ​ໄຫວ້​ບູຊາ​ບັນພະບຸລຸດ. ພັນລະ​ຍາ​ຂອງລຸງ​ເຄິ້ນ​ເວົ້າ​ວ່າ :

   “ ການ​ກະກຽມບຸນເຕັດ​ແມ່ນ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ, ​ຕ້ອງໄປ​ເອົາ​ໃບຕອງ​ເພື່ອ​ຫໍ່​ເຂົ້າໜົມ, ຕ້ອງ​ເຮັດອະນາ​ໄມ​ເຮືອນ​ຊານ​ໃຫ້​ສະອາດ. ປີ​ນີ້​ຂອງ​ຫາ​ກໍມີ​ລູກ​ໃພ້, ດັ່ງ​ນັ້ນ​ກໍ​ໄຄ​ແດ່. ຂ້າພະ​ເຈົ້າກໍ​ໄດ້​ສອນ​ໃຫ້​ລູກ​ໃພ້​ຮູ້ຈັກ​ວິທີ​ເຮັດ​ເຂົ້າໜົມ, ຜ່າ​ຟືນ, ປັດກວາດ​ເຮືອນ​ຊານ ​ແລະ ​ປຸ່ງ​ແຕ່ງອາຫານ​ອີກ​ດ້ວຍ”

   ​ໃນ​ຂະນະ​ທີ່​ຕ້ອງ​ລໍຖ້າ​ເມຍ​ແລະ​ລູກ​ກະກຽມ​ພາ​ເຂົ້າ​ເພື່ອ​ໄຫວ້ບູຊາ​ບັນພະ​ບຸລຸດ, ລຸງ​ເຄິ້ນ​ໄດ້​ອອກ​ໄປ​ສວນ​ຕັດ​ເອົາງ່າ​ດອກ​ຄາຍ​ທີ່​ງາມ​ກ່ວາ​ໝູ່​ເພື່ອ​ປັກ​ໃສ່​ໂຖວາງ​ເທິງ​ແທ່ນ​ບູຊາ​. ສຳລັບ​ພາ​ເຂົ້າ​ເພື່ອບູຊາ​ບັນພະ​ບຸລຸດຂອງຊາວ​ເຜົ່າ​ເມື່ອ​ງ, ຄອບຄົວ​ຂອງ​ລຸງ​ກໍ​ແຕ່ງບັນດາ​ເຍື່ອງ​ອາຫານ​ຕາມ​ປະ​ເພນີ. ລຸງ​ເຄິ້ນ​​ໃຫ້​ຮູ້​ອີກວ່າ :

 “ ບັນດາ​ເຍື່ອງ​ອາຫານ​ຕ້ອງ​ວາງ​ເທິງ​ໃບຕອງກ້ວຍ. ​ເບິ່ງ​ຄື​ວ່າ​ບັນພະບຸລຸດ​ແຕ່​ປາງ​ກ່ອນຄິດ​ວ່າ ​ຈາກ​ຄາວ​ທຸກ​ຍາກ​ໃນ​ເບື້ອງ​ຕົ້ນ ບໍ່​ມີ​ເຄື່ອງ​ໃຊ້​ໄມ້​ສອຍ​ຄື​ວັນ​ນີ້, ດັ່ງ​ນັ້ນ​ຕ້ອງ​ໃຊ້​ດ້ວຍ​ໃບ​ໄມ້. ມີ​ພຽງ​ແຕ່​ແກ່ງ​ຈຶ່ງ​ຕັກ​ໃສ່​ຖ້ວຍ​ເທົ່ານັ້ນ”

   ​ໃນ​ໂອກາດ ບຸນເຕັດ, ຄອບຄົວ​ໃດ​ກໍ​ຂ້າ​ໝູ, ​ແຕ່ງອາຫານ​ເຊື້ອ​ເຊີນ​ອ້າຍ​ເອື້​ອຍ ນ້ອງ, ໝູ່​ເພື່ອນ​ມາ​ຊຸມ​ແຊວ​ນຳ​ກັນ. ທ່ານ ບຸ​ຍວັນ​ຢຶ້ງ ນາຍ​ບ້ານ​ໆອ໋າຍ​ໃຫ້​ຮູ້​ວ່າ  :

 “ ຍ້ອນ​ເງື່ອນ​ໄຂ​ເສດຖະກິດ​​ໄດ້​ດີ​ຂຶ້ນ​ກ່ວາ​ເກົ່າ, ດັ່ງ​ນັ້ນ ພໍ່​ແມ່​ພີ​ນ້ອງ​ຊາວບ້ານ​ໄດ້​ຈັດ​ຕັ້ງ​ການ​ຕ້ອນຮັບ ບຸນເຕັດ​ຢ່າງ​ລອບ​ຄອບຖີ່ຖ້ວນ. ຄອບຄົວໃດກໍແຕ່ງແຕ່ 4 ຫາ 5 ພາເຂົ້າ, ມີຊິ້ນໝູ, ໄກ່, ປາ.....”

    ນອກຈາກການກະກຽມເຫຼົ້າ, ຊິ້ນ, ເຂົ້າໜົມແລ້ວ, ຊາວ​ເຜົ່າ​ເມື່ອ​ງບີ ຍັງຕັ້ງຕົ້ນໄມ້ໃຜ່ຢູ່ໜ້າບ້ານອີກ. ລຸງ​ເຄິ້ນ​​ເວົ້າວ່າ : 

   “ ວັນ​ທີ 27 ​ເດືອນ 12 ກໍ​ຕັ້ງຕົ້ນ​ໄມ້​ໃຜ່, ​ແລ້ວ​ກໍ​ສານ​ແຕະ​ແຜ່ນ​ນ້ອຍ​ແຜ່ນໜຶ່ງ​ແຂວນ​ໃສ່​ປະຕູ​ເຂົ້າ​ເຮືອນ. ມັນ​ມີ​ຄວາມ​ໝາຍວ່າ ຖ້າ​ຫາກ​ບໍ່​ມີ​ຄຳ​ເຊີ້​ນ​ເຊີນ ຜີ​ສາງ​ນາງ​ໄມ້​ບໍ່​ສາມາດ​ເຂົ້າ​​ເຮືອນໄດ້”

    ປະຈຸ​ບັນ, ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ​ເມື່ອງບີ​ໄດ້​ມີ​ການ​ປ່ຽນ​ແປງ, ​ແຕ່​ແບບ​ແຜນການ​ດຳລົງ​ຊີວິດ, ຮີດຄອງ​ປະ​ເພນີ​ໃນ​ຊຸມ​ມື້ບຸນ​ເຕັດ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຈາກ ຊາວ​ເຜົ່າ​ເມື່ອ​ງ​ເໝືອນ​ເດີມ. ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ອວຍພອນ​ປີ​ໃໝ່​ໃຫ້​ກັນ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຍັງ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ລະ​ຫຼິ້ນ​ໃຫ້​ແຫ່​ພໍ່​ແມ່​ປະຊາຊົນ​ເມື່ອ​ໂອ​ກາດ​ລະດູບານ​ໃໝ່​ວຽນມາ. ດອກ​ຄາຍ​​ແດງໄດ້​ເລີ່​ມບານ​ສະພັ່ງຢູ່​ທ່ົວ​ເຂດ​ພູຜາ​ປ່າ​ໄມ້​ໝູ່​ບ້ານ​ອ໋າຍ. ຊາວ​ເຜົ່າ​ເມື່ອ​ງບີ​ພວມ​ຕ້ອນຮັບ​ປີ​ໃໝ່​ດ້ວຍ​ຄວາມ​ຫວັງ​ຕໍ່​ລະດູການ​ຜະລິດ​ໄດ້​ຮັບ​ຜົນ​ດີ, ປະຊາຊົນ​ມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລະ ຜາ​ສຸກ​ຕະຫຼອດ​ປີ.

   

ຕອບກັບ

ຂ່າວ/ບົດ​ອື່ນ