ດັກລັກອະນຸລັກສີສັນວັດທະນະທຳເຜົ່າ ເອເດ

(VOVWORLD) -ໃນຊຸມປີທີ່ຜ່ານມາ ພ້ອມກັບການໂຄສະນາຂົນຂວາຍຂອງອຳນາດການປົກຄອງຂັ້ນຕ່າງໆ, ບັນດານັກສິລະປິນເຈົ້າກົກເຈົ້າເຫຼົ່າໃນບ້ານ ແລະ ປະຊາຊົນຢູ່ຫຼາຍໝູ່ບ້ານຂອງຊາວເຜົ່າ ເອເດ ໃນແຂວງ ດັກລັກ ໄດ້ຮັກສາ ແລະ ເສີມຂະຫຍາຍສີສັນຂອງເຜົ່າຕົນ. ມາຢາມໝູ່ບ້ານຂອງຊາວເຜົ່າ ເອເດ ແຂກທ່ອງທ່ຽວຈະໄດ້ຄົ້ນຫາເຊື່ອມຕົວເຂົ້າກັບບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກຂອງປະຊາຊົນຢູ່ແຫ່ງນີ້
ດັກລັກອະນຸລັກສີສັນວັດທະນະທຳເຜົ່າ ເອເດ - ảnh 1ແຂກທ່ອງທ່ຽວຖ່າຍຮູບເປັນທີ່ລະນຶກກັບຊາວບ້ານ ອາໂກທົງ

      ຢູ່ບ້ານ ຊຶດເມີດຶງ ທີ່ຕາແສງ ຈືເຊ ເມືອງ ຈືເມີກາ ໃນເວລາວ່າງ ກອງສິລະປະກອນຂອງໝູ່ບ້ານ ໄດ້ຝຶກແອບບັນດາລາຍການສະແດງສິລະປະວັນນະຄະດີບາງຄັ້ງກໍ່ຕີຄ້ອງ, ບາງຄັ້ງກໍ່ເປົ້າຂຸ່ຍ ແລະ ຂັບກອນລຳ. ບໍ່ພຽງແຕ່ສະແດງໃຫ້ຊາວບ້ານເທົ່ານັ້ນ, ລາຍການສະແດງເຫຼົ່ານີ້ ຍັງຖືກສະແດງຮັບໃຊ້ແຂກທ່ອງທ່ຽວ ແລະ ນັບທັງສະແດງຢູ່ຕາມເວທີສະແດງໃຫຍ່ອີກດ້ວຍ. ນັກສິລະປະການ ເອມຸກນີເອ, ນັກສິລະປະການ ເອວອນນີເອ ແລະ ນັກສິລະປະການ ອາມາອີດາມ ແບ່ງປັນວ່າ:

      “ນີ້ແມ່ນການຕ້ອນຮັບແຂກເຂົ້າເຮືອນ. ຖອກນ້ຳໃສ່ໄຫໃຫ້ເຕັມ ແລ້ວກໍ່ເລີ່ມຕີຄ້ອງເພື່ອສົ່ງສັນຍານ”.

       “ກອງສິລະປະຄ້ອງຂອງພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ຢູ່ບ່ອນໃດກໍ່ສະແດງໝົດ ເພື່ອໃຫ້ທຸກໆຄົນເຂົ້າໃຈກ່ຽວກັບວັດທະນະທຳຂອງເຜົ່າຕົນຫຼາຍກວ່າ”. 

     “ເຮົາເຄີຍຮຽນຕີຄ້ອງໃນຕອນບ່າຍວັນພຸດ ວັນສຸກ ຝຶກແອບຕີຄ້ອງໃຫ້ມັນລຶ້ງ”

      ຕາມທ່ານນາງ  ຟ້າມທິທູ ຮອງປະທານຕາແສງ ຈືເຊ ແລ້ວ ອຳນາດການປົກຄອງຕາແສງ ພວມພ້ອມກັບປະຊາຊົນອະນຸລັກຮັກສາວັດທະນະທຳຄ້ອງ ແລະ ວັດທະນະທຳຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍ. ທ່ານນາງ ຟ້າມທິທູ ເວົ້າວ່າ:

      “ຊີວິດທາງດ້ານວັດຖຸ ຕ້ອງໄປຄຽງຄູ່ກັບວັດທະນະທຳ. ຢູ່ທີ່ນີ້ພວກຂ້າພະເຈົ້າຕ້ອງເສີມຂະຫຍາຍຈິດໃຈນອກໂມງອອກແຮງງານທີ່ລຳບາກ, ພວກຂ້າພະເຈົ້າໄດ້ເຕົ້າໂຮມກັນຝຶກແອບຕີຄ້ອງ. ທັງນີ້ກໍ່ເພື່ອເປັນການອະນຸລັກຮັກສາໄວ້”.

     ບ້ານ ອາໂກທົງ ທີ່ຕາແສງ ເຕິນເລີ້ຍ ນະຄອນບວນມາຖວດ ແມ່ນໜຶ່ງໃນບັນດາໝູ່ບ້ານງາມທີ່ສຸດໃນແຂວງ ດັກລັກ  ທັງແມ່ນໝູ່ບ້ານບັນດາເຜົ່າສ່ວນໜ້ອຍມີຄວາມດູດດື່ມອັນດັບໜຶ່ງຢູ່ເຂດ ເຕິຍງວຽນ ດ້ວຍສາລາບ້ານ 30 ກວ່າຫຼັງ. ຊາວເຜົ່າ ເອເດ ຍັງຮັກສາວັດທະນະທຳປະເພນີ ດ້ວຍເຮືອນຮ້ານ, ທ່ານ້ຳ, ສິລະປະຄ້ອງ. ລຸງ ອີປິນບະລິງ ຊາວບ້ານ ອາໂກທົງ ໃຫ້ຮູ້ວ່າ:

    “ຫຼາຍໝູ່ບ້ານໄດ້ຫັນໄປສູ່ການເຮັດເບຕົງ. ແຕ່ໝູ່ບ້ານພວກຂ້າພະເຈົ້າຢາກຮັກສາປະເພນີເຮືອນຮ້ານຂອງຊາວເຜົ່າ ເອເດ”.

    ມີບາງໄລຍະຊາວເຜົ່າ ເອເດ ຢູ່ ອາໂກທົງ ຢາກມ້າງຮື້ເຮືອນຮ້ານທີ່ເຮັດດ້ວຍໄມ້ ເພື່ອປຸກເຮືອນແບບທັນສະໄໝ ຍິ່ງກ່ວານັ້ນກໍ່ຢາກຂາຍຄ້ອງທັງໝົດ. ແຕ່ໃນຄາວນັ້ນເຈົ້າເຫຼົ່າ ອາມາເຮີຣິນ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ຂົນຂວາຍປະຊາຊົນໃນບ້ານຈົ່ງຮ່ວມແຮງຮ່ວມໃຈຮັກສາຄຸນຄ່າວັດທະນະທຳຂອງເຜົ່າຕົນ. ທ່ານ ຫວູວັນຮຶງ ປະທານຄະນະກຳມະການປະຊາຊົນນະຄອນ ບວນມາຖວດ ແຂວງ ດັກລັກ ໃຫ້ຮູ້ວ່າ:

       “ທາງນະຄອນໄດ້ອອກມະຕິຫົວເລື່ອງສະບັບໜຶ່ງ ແລະ ເລື່ອງນີ້ກໍ່ໄດ້ຫັນບັນດາມະຕິປະຈຳປີເປັນລະອຽດ. ພວກຂ້າພະເຈົ້າໄດ້ສ້າງແຜນການໃນການອະນຸລັກຮັກສາ, ພິເສດຕ້ອງເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າຢູ່ 33 ໝູ່ບ້ານຊາວເຜົ່າ ເອເດ. ນີ້ກໍ່ແມ່ນເງື່ອນໄຂທີ່ສະດວກ ເພື່ອເສີມຂະຫຍາຍສີສັນວັດທະນະທຳໃນບໍລິເວນນະຄອນ ບວນມາຖວດ”.

      ປີກາຍນີ້  ຂະແໜງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ດັກລັກ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງຄືຝຶກແອບຖ່າຍທອດກ່ຽວກັບວັດທະນະທຳບໍ່ເປັນວັດຖຸຢູ່ຕາມໝູ່ບ້ານ, ຟື້ນຟູບາງພິທີກຳອັນເປັນປະເພນີຂອງຊາວເຜົ່າ ເອເດ. ພ້ອມກັນນັ້ນ ທາງແຂວງກໍ່ໄດ້ໜູນຊ່ວຍປະຊາຊົນພັດທະນາຮູບແບບທ່ອງທ່ຽວຊຸມຊົນ ເພື່ອຊວຍຊາວເຜົ່າ ເອເດ ພັດທະນາເສດຖະກິດທັງຊ່ວຍພໍ່ແມ່ພີ່ນ້ອງ ອະນຸລັກຮັກສາເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳອັນເປັນປະເພນີ./.  

ຕອບກັບ

ຂ່າວ/ບົດ​ອື່ນ