ດົນຕີ ງູ້ເອີມ ຂອງຊົນເຜົ່າຂະແມ

     ດົນຕີ ງູ້ເອີມ ຂອງຊົນເຜົ່າຂະແມ - ảnh 1
ການສະ​ແດງ​ດົນຕີ​ງູ້​ເອີມ​ຂອງ​ຊາວ​ຂະ​ແມ
(ພາບ: phattuvietnam.com)

ດົນຕີ​ແມ່ນ​​ສຽງ​ແຫ່ງ​ຈິດ​ວິນ​ຍານ, ​ເພາະສະ​ນັ້ນ, ​ແຕ່​ລະ​ຊົນ​ເຜົ່າ​ຢູ່​ຫວຽດ ນາມລ້ວນ​ແຕ່ມີ​ປະ​ເພດ​ສິລະປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້. ​ແລະ​ ​ສຽງ​ແຫ່ງ​ຈິດ​ວິນ​ຍານຂອງ​ຊົນ​ເຜົ່າ​ຂະ​ແມ​ແມ່ນ​ດົນຕີ ງູ້​ເອີມ ໝາຍ​ເຖິງ​ສຽງ​ດົນຕີ 5 ຢ່າງ. ດົນຕີ ງູ້​ເອີມ ຕິດ​ພັນ​ກັບ​ຊາວ​ເຜົ່າ​ຂະ​ແມ​ໃນ​ຍາມ​ມ່ວນ​ຊື່ນ, ​ໂສກ​ເສົ້າ. ນັບ​ແຕ່​ເວລາ​ກຳ​ເນີ​ດຕະຫຼອດ​ຮອດ​ເວລາ​ລວງ​ລັບ​ໄປ, ດົນຕີ ງູ້​ເອີມ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ດຳລົງ​ຊີວິດ​ຂອງ​ຊາວ​ເຜົ່າ​ຂະ​ແມ.
     ຊາວ​ເຜົ່າ​ຂະ​ແມຕິດພັນກັບດົນຕີ ງູ້​ເອີມຄືດັ່ງຮູບກັບເງົາ. ຄວາມນຶກຄິດ, ຄວາມໃນໃຈ ຍາມມ່ວນຊື່ນ, ຍາມໂສກເສົ້າລ້ວນແຕ່ຖືກສະແດງອອກ ຜ່ານສຽງດົນຕີ. ທ່ານ ຫຼີຟາດ ຫົວໜ້າກອງ ດົນຕີ ງູ້​ເອີມ ວົງໜຶ່ງໃຫ້ຮູ້ວ່າ :ເມື່ອກ່ອນນີ້, ດົນຕີ ງູ້​ເອີມພຽງຮັບໃຊ້ການເຄື່ອນໄຫວສາສະໜາ ແລະ ພຽງນຳໃຊ້ໃນບັນດາພິທີກຳ ໃຫຍ່ຕ່າງໆຢູ່ຕາມວັດວາ​ອາ​ຮາມເທົ່ານັ້ນ. ສ່ວນໃນ ປະຈຸບັນ, ດົນຕີ ງູ້​ເອີມ ຖືກນຳໃຊ້ຢ່າງ ກ້ວາງຂວາງ​ໃນ​ໝູ່​ມະຫາຊົນ. ທ່ານ ຫຼີຟາດ ​ໃຫ້​ຮູ້​ວ່່າ:  “ ​ໃນ​ວັນ​ນີ້, ດົນຕີ ງູ້​ເອີມ ຂອງ​ຊາວ​ເຜົ່າ​ຂະ​ແມ ຖືກ​ສະ​ແດງ​ໃນ​ທຸກໆ​ວັນ​ບຸນ​ໃຫຍ່​ຕ່າງໆ​ຄື: ບຸນ ອອກອອມ​ບອກ, ພິທີຖະ​ຫວາຍຝ້າຍ, ບຸນປີ​ໃໝ່​ປະ​ເພນີ. ຍາມ​ມ່ວນ​ຊື່ນ, ຍາມ​ມີ​ເລື່ອງ​ໂສກ​ເສົ້າ, ພວກ​ຂ້າພະ​ເຈົ້າ​ກໍ​ເສບ​ດົນຕີ​ປະ​ເພດ​ນີ້ ”
   ທ່ານ ຫຼີຟາດ ​ໃຫ້​ຮູ້​ຕື່​ມອີກວ່າ: ​ເພື່ອ​ສາມາດ​ເສບ​ເຄື່ອງ​ດົນຕີ​​ຊະນິດຕ່າງໆ​ໃນ​ວົງ​ດົ​ນຕີ, ​ແມ່ນ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ມານະ​ອົດທົນ. ທັງ​ຊາຍ ​ແລະ ຍິງ​ລ້ວນ​ແຕ່​ສາມາດ​ເສບ​ເຄື່ອງດົນຕີບັນດາປະ​ເພດ​​ນີ້​ໄດ້. ສຳລັບ​ຊາວ​ເຜົ່າ​ຂະ​ແມ​ແລ້ວ, ​ເມື​ອ່ສຽງ​ດົນຕີ​ກັງວານ​ຂຶ້ນ​ດ້ວຍສຽງ​ສູງສຽງ​ຕ່ຳ, ບາດ​ແຮງ​ບາດ​ຄ່ອຍກໍ​ເຮັດ​ໃຫ້​ທຸກ​ຄວາມ​ໂສກ​ເສົ້າງ່ວມ​ເຫງົ້າຖືກຫາຍ​ໄປ. ຈິດ​ວິນ​ຍານ​ຂອງ​ມະນຸດ​ໃນ​ເວລາ​ນີ້ ​ເບິ່ງ​ຄື​ວ່າ​ຖືກ​ປະສານ​ກັບ​ສຽງ​ດົນຕີ.            

    ວົງ​ດົນຕີ ງູ້​ເອີມ ທຳ​ການ​ສະ​ແດງ​ດ້ວຍ​ວິທີລັ່ນ, ຕີ, ​ເປົ່າ.....​ແຕ່​ເຄື່ອງ​ດົນຕີ​ເກືອບ​ທັງ​ໝົດ​, ລ້ວນ​ແຕ່​ຖືກ​​ເສບ​ດ້ວຍ​ວິທີ​ລັ່ນ​ດ້ວຍ​ໄມ້. ວົງດົນຕີ ງູ້​ເອີມປະກອບ​ດ້ວຍ​ເຄື່ອງ​ດົນຕີ​ປະ​ເພດຕ່າງໆ​ຊຶ່ງ​ຖືກນຳ​ໃຊ້​ດ້ວຍ​ວັດຖຸ 5 ຢ່າງ​ຄື: ​ໄມ້, ທອງ, ​ເຫຼັກ, ໜັງ, ​ແລະ​ໃຊ້​ລົມ. ກອງ ຊາມ​ໂຟ ​ແມ່ນ​ກອງ​ຊະນິດ​ໜຶ່ງ​ມີ 2 ໜ້າ ຖືກ​ຫຸ້ມ​ດ້ວຍ​ໜັງ​ງົວ. ດ້ານ​ໃຫຍ່​ເມື່ອ​ຕີ​ຈະ​ເກີດ​ສຽງ​ຕ່ຳ, ສ່ວນ​ດ້ານ​ນ້ອຍ​ແມ່ນ​ສຽງ​ສູງ. ​ເມື່ອ​ເສບ​ເຄື່ອງ​ດົນຕີ​ປະ​ເພດນີ້, ນັກ​ເສບ​ເຄື່ອງ​ດົ​ນຕີ​ຕ້ອງ​ໃຊ້​ທັງ 2 ມືຕົບ​ໃສ່​ທັງ 2 ໜ້າ​ກອງ. ສ່ວນ​ເຄື່ອງ​ດົນຕີ​ປະ​ເພດລະນາດ Rônek ປະກອບ​ດ້ວຍ​ໄມ້ 26 ທ່ອນ, ຫຼືໄມ້ໃຜ່ ມີຮູບ 4 ລຽມ ມັດ​ລຽນ​ກັນ​ເປັນ​ສາຍ​ຍາວ. ​ເມື່ອ​ເສບ​ເຄື່ອງ​ດົນຕີ​ປະ​ເພດ​ນີ້, ນັກ​ເສບ​ຈະ​ໃຊ້​ໄມ້ຕີ ລັ່ນ​ຄ່ອຍໆ​ໃສ່​ບັນດາ​ຕອນໄມ້​ໃຜ່​ເພື່ອ​ໃຫ້​ເກີດ​ສຽງ​ດົນຕີ. ສຳລັບ ​ແຄ່ນ Slo Lay ​ແມ່ນ​ຖືກ​ເຮັດ​ດ້ວຍ​ໄມ້​ໃຜ່, ສະ​ເພາະ​ແຕ່​ລູກ​ແຄນ ​ແມ່ນ​ຕ້ອງ​ເຮັດ​ດ້ວຍ​ໄມ້ມີຄ່າ. ສ່ວນຊຸດ​ເຄື່ອງ​ດົນຕີຄ້ອງ pưn Piết ຍັງ​ມີ​ຊຸດ​ຄ້ອງ​ນ້ອຍ​ປະກອບ​ດ້ວຍ​ຄ້ອງ 16 ອັນຖືກ​ເຮັດ​ດ້ວຍ​ທອງ. ​ໃນ​ຈຳນວນ​ປະ​ເພດ​ເຄື​່ອງດົນຕີ​ເຫຼົ່າ​ນັ້ນ, ເຄື່ອງ​ດົນຕີ​ປະ​ເພດລະນາດ Rônek ຖືກ​ຖື​ວ່າ​ແມ່ນ​ເຄື່ອງ​ດົນຕີ​ຫຼັກ, ມີ​ບົດບາດ​ສຳຄັນ​ໃນ​ທຳນອງ​ດົນຕີ. ຊຸດ​ດົນຕີ ງູ້​ເອີມ ອາດ​ຖື​ວ່າ ​ແມ່ນ​ວົງ​ດົນຕີ​ບັນລຸ​ຄວາມ​ຍອດ​ຍິ່ງ​ທາງ​ດ້ານ​ການ​ສຽງ​ດົນຕີ. ມັນ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນດ້ານທຳນອງ​ສຽງ​ເປັນ​ເອກະລັກ​ສະ​ເພາະ​ສຳ​ລັບ​ບັນດາ​ທຳນອງ​ດົນຕີ ກລາດ​ຊິກ ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນຈັ່ງ​ຫວະ, ​ທຳນອງ​ດ​​ົນຕີພື້ນ​ເມືອງ ​ແລະ ທຳນອງ​ດົນຕີ​ທັນ​ສະ​ໄໝ​ອີກ​ດ້ວຍ.

   ຮອດ​ຍາມ​ບຸນ ອອກອອມ​ບອກ ຫຼື​ງານ Festival ຕົ້ນ​ເຂົ້າ ທີ່​ຖືກ​ຈັດ​ຂຶ້ນ​ຢູ່​ແຂວງ ຊອກ​ຈັງ​ ປີ 2011 ຜ່ານ​ມາ, ​ເມື່ອ​ສຽງ​ດົນຕີ​ຈາກ ວົງ​ດົນຕີ ງູ້​ເອີມກັງວານ​ຂຶ້ນ​ທຸກ​ຄັ້ງ, ກໍ​ລ້ວນ​ແຕ່​ດຶງ​ດູດ​ຜູ້​ມາ​ຟັງ​ຢ່າງ​ຫຼວງ​ຫຼາຍ. ນັກ​ເສບ​​ເຄື່ອງດົ​ນຕີ​ໃນ​ວົງ​ດົນຕີ​ນີ້, ບໍ່​ແມ່ນ​ນັກ​ເສບ​ເຄື່ອງ​ດົນຕີ​ອາຊີບ, ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ແມ່ນ​ຊາວນາ​ທີ່​ລຳບາກ​ກັບ​ການ​ເຮັດ​ໃຮ່​ໄຖ​ນາ. ທ່ານ​ຫງວຽນ​ອວຽນ ຫົວໜ້າ​ກອງດົນຕີ ງູ້​ເອີມກອງ​ໜຶ່ງ​ຢູ່ ຊອກ​ຈັງ ​ໃຫ້​ຮູ້​ວ່າ:

   “ ນອກຈາກ​ບຸນຊ່ວງ​ເຮືອ​ທີ່​ຊາວ​ເຜົ່າ​ຂະ​ແມ​​ໄດ້ຮັກສາ​ໄວ້​ນັ້ນ, ກໍ​ຍັງ​ມີ ຊຸດ​ດົນຕີ ງູ້​ເອີມ​ອີກ​ດ້ວຍ. ປີ​ນີ້ ຢູ່​ວັດ​ໃດ​ກໍ​ມີ ວົງ​ດົນຕີ ງູ້​ເອີມ​ສະ​ເພາະ​ຂອງ​ຕົນ. ​ເມື່ອ​ກ່ອນ​ນີ້, ​ແມ່ນ​ມີ​ໜ້ອຍ, ​ແຕ່​ມາ​ຮອດ​ປະຈຸ​ບັນ​ຍ້ອນ​ລັດ​ໄດ້​ສຸມ​ໃສ່​ລົງທຶນ, ດັ່ງ​ນັ້ນ​ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ ​ແລະ ປະຊາຊົນ​ເອງ ​ແລະ ຄະນະ​ຄຸ້ມ​ຄອງ​ວັດ​​ໄດ້ສ້າງຕັ້ງ ວົງ​ດົນຕີ ງູ້​ເອີມ​ເພື່ອ​ຮັບ​ໃຊ້​ໃຫ້​ຕົນ​ເອງ. ວັດ​ກໍ​ໃຫ້​ສ້າງ​ຕັ້ງ​ສະ​ໂມ​ສອນ, ຖ້າ​ຫາກ​ຊາວ​ໜຸ່ມ​ເຍົາວະ​ຊົນ​ຄົນ​ໃດ​ຢາກ​ຮຽນ ກໍ​ເປີດ​ຊຸດ​ຮຽນ​​ໂດຍ​ບໍ່​ເກັບ​ຄ່າ​ໃຫ້. ຕ້ອງ​ມີ​ຄວາມນິຍົມດ້ານ​ດົນຕີ, ຈຶ່ງ​ສາມາດ​ຮຽນ​ໄດ້ ”

    ດົນຕີ ງູ້​ເອີມ ບໍ່​ມີ​ສຽງ​ຂັບ​ຮ້ອງ​ເມື່ອ​ທຳ​ການສະ​ແດງ, ​ແຕ່​ທາງດ້ານ​ຈັງຫວະ ​ແລະ ​ທຳນອງ​ດົນຕີ,​ ການ​ສຽງຂອງບັນດາ​ປະ​ເພດ​ເຄື່ອງ​ດົນຕີ​ນີ້ ​ໄດ້​​ສະ​ແດງ​ໃຫ້​ເຫັນ​ເຖິງ​ດ້ານ​ຈິດ​ໃຈ​ຂອງ​ມະນຸດ​ເມື່ອ​ເຂົ້າ​ຮ່ວມ​ງານ​ບຸນ. ດົນຕີ ງູ້​ເອີມ ຍິ່ງ​ດຶງ​ດູດ​ໃຈ​ຜູ້​ຟັງ​ເມື່ອ​ປະສານ​ສົມທົບ​ກັບ​ບັນດາ​ວາດ​ຟ້ອນ​ພື້ນ​ເມືອງ​ຂອງ​​ຊາວເຜົ່າ​ຂະ​ແມ. ບັນດາ​ວາດ​ຟ້ອນ​ນີ້ ​ໄດ້​ສະ​ແດງ​ຄວາມ​ໃນ​​ໃຈ, ຄວາມ​ມຸ່ງ​ມາດ​ປາດ​ທະ​ໜາ​ຜ່ານ​ລີລາການ​ເຄື່ອນ​ເໜັງ​ຂອງ​ມື ​ແລະ ຕີນ ​ໂດຍ​ຖືກ​ກັບ​ຈັ່ງຫວະ​ຂອງ​ສຽງ​ກອງ​ສຽງ​ຄ້ອງ​ໃນ ວົງ​ດົນຕີ ງູ້​ເອີມ. ອາດ​ເວົ້າ​ໄດ້ວ່າ: ດົນຕີ ງູ້​ເອີມ ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ໃນຊີວິດ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຂະ​ແມ. ​ດົນຕີ ງູ້​ເອີມຍາມ​ໃດ​ກໍ​ດັ່ງ​ກ້ອງ​ກັງ​ສານ​ຂຶ້ນ​ຈາກ​ບັນດາ​ໝູ່​ບ້ານ, ວັດ​ຂະ​ແມ, ທັງ​ນີ້​ກໍ​ເປັນ​ການ​ພິສູດ​ໃຫ້​ເຫັນ​ວ່າ: ຊາວ​ເຜົ່າ​ຂະ​ແມ​ພາກ​ໄຕ້​ຫວຽດນາມ ​ໄດ້ ​ແລະ ພວມ​ຮັກສາ​ສີສັນ​ວັດທະນະທຳ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕົນ, ປະກອບສ່ວນ​ເຮັດ​ໃຫ້​ສີສັນ​ວັດທະນະທຳ​ວົງ​ຄະນະ​ຍາດ​ບັນດາ​ເຜົ່າ​ຫວຽດນາມ​ເພີ່​ມຄວາມ​ເຂັ້ມ​ຂົ້ນ ​ແລະ ອຸດົ​ມສົມ​ບຸນ​ຂຶ້ນ​ຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ