ຕົ້ນລະດູບານໃໝ່ ລົງໝູ່ບ້ານ ດົງໂມນ ຮັບຟັງຂັບ ກາຈູ່

(VOVWORLD) -ໝູ່ບ້ານ ດົງໂມນ ຢູ່ຕາແສງ ຮວ່າບິ່ງ ເມືອງ ຖຸ໋ຍຫງວຽນ ນະຄອນ ຫ໋າຍຟ່ອງ ເປັນທີ່ຮູ້ຈັກກັນດີ ດ້ວຍອູ່ໃຫ້ກຳເນີດສິລະປະຂັບ ກາຈູ່ ເຂດແຄມທະເລພາກເໜືອ ຫວຽດນາມ. ຢູ່ແຫ່ງນີ້ບໍ່ພຽງແຕ່ມີຫໍບູຊາຜູ້ກໍ່ຕັ້ງອາຊີບຂັບ ກາຈູ່ ເທົ່ານັ້ນ ຫາກຍັງແມ່ນໝູ່ບ້ານຂັບ ກາຈູ່ ໃຫຍ່ໃນເຂດ ດ້ວຍບັນດານັກຮ້ອງທີ່ມີຊື່ສຽງ. ຕະຫຼອດສອງສະຕະວັດທີ່ຜ່ານມາຂັບ ກາຈູ່ ໄດ້ຊຶມເລິກເຂົ້າໃນເລືອດເນື້ອຂອງຊາວບ້ານ ດົງໂມນ
ຕົ້ນລະດູບານໃໝ່ ລົງໝູ່ບ້ານ ດົງໂມນ ຮັບຟັງຂັບ ກາຈູ່ - ảnh 1 ສະໂມສອນຂັບກາຈູ່ ດົງໂມນ ແອບຂັບຮ້ອງຢູ່ເດີນສາລາບ້ານ

      ຢູ່ກາງເດີນສາລາບ້ານ ດົງໂມນ, ຄຽງຂ້າງຕົ້ນໄຮໃຫຍ່, ສຽງດົນຕີສຽງກອງປະສານກັບສຽງຂັບ ກາຈູ່ ໄດ້ດັງກ້ອງກັງວານຂຶ້ນ ເຊິ່ງບໍ່ເຮັດໃຫ້ຄວາມງາມແບບລຽບງ່າຍຂອງໝູ່ບ້ານ ເຂດບ້ານນາພາກເໜືອສູນເສຍໄປ. ຫຼາຍປີທີ່ຜ່ານມາ ສະໂມສອນຂັບ ກາຈູ່ ດົງໂມນ ໄດ້ບຳລຸງສ້າງນັກຮ້ອງທີ່ມີຊື່ສຽງນັບສິບຄົນ ແລະ ໄດ້ເຮັດໃຫ້ໄວໜຸ່ມຂອງໝູ່ບ້ານ ເພີ່ມຄວາມເມົາມົວ ແລະ ຄວາມຮັກສິລະປະຂັບ ກາຈູ່. ນ້ອງ ໂດ໊ທິອ໊ຽນ ແລະ ຫງວຽນກີມເງິນ ແມ່ນນັກຮຽນສັງກັດໂຮງຮຽນປະຖົມ   ຮວ່າບິ່ງ ຍາມໃດກໍ່ຖ້າຮອດຕອນບ່າຍວັນເສົາໃນແຕ່ລະອາທິດ ເພື່ອໄປສາລາບ້ານ ຮຽນຂັບ ກາຈູ່. ນ້ອງ ອ໊ຽນ ແລະ ນ້ອງ ເງິນ ເວົ້າວ່າ:

      “ນ້ອງກໍ່ດຳເນີນຊີວິດຢູ່ທີ່ນີ້ ໄດ້ສາມເດືອນແລ້ວ, ປັດຈຸບັນນ້ອງສາມາດຂັບຮ້ອງໄດ້ບາງຕອນເທົ່ານັ້ນ. ນ້ອງມັກຟັງຂັບ ກາຈູ່ ທີ່ສຸດ. ນ້ອງໄດ້ຮັບຟັງປູ່ຍ່າເວົ້າເຖິງ ປະຫວັດຄວາມເປັນມາຂອງຂັບ ກາຈູ່ ຂອງໝູ່ບ້ານ ດົງໂມນ ແລະ ນ້ອງຫວັງຢາກສືບທອດມູນເຊື້ອສິລະປະຂັບ ກາຈູ່ ນີ້”.

      “ນ້ອງໄດ້ຮຽນຂັບ ກາຈູ່ ນັບແຕ່ເວລາຮຽນຫ້ອງ ປໍ1, ໂດຍແມ່ສອນຢູ່ບ້ານ. ນ້ອງຮູ້ສຶກວ່າຂັບ ກາຈູ່ ມ່ວນຫຼາຍ. ແຕ່ລະອາທິດ ນ້ອງກໍ່ໄປສາລາບ້ານ ເພື່ອຮຽນຂັບ ກາຈູ່. ມີບາງຄັ້ງ, ແມ່ຂອງນ້ອງໄປສະແດງ, ນ້ອງກໍ່ໄປນຳ ແລະ ຂັບຮ້ອງກັບແມ່”.

     ຂັບກາຈູ່ ໄດ້ປາກົດມີຢູ່ໝູ່ບ້ານ ດົງໂມນ ກ່ອນນີ້ກວ່າ 200 ປີ, ຕາມປຶ້ມບັນທຶກປະຫວັດສາດແລ້ວ, ຜູ້ຖ່າຍທອດສິລະປະຂັບ ກາຈູ່ ຢູ່ໝູ່ບ້ານ ດົງໂມນ ແມ່ນພໍ່ຕູ້ ໂຕ໊ຕ໊ຽນ ເປັນຫົວໜ້າກອງສິລະປະຂັບ ກາຈູ່ ຢູ່ ກິງໂມນ ແຂວງ ຫ໋າຍເຢືອງ. ໃນຊຸມປີ 1940 ຂອງສະຕະວັດກ່ອນ, ສິລະປະຂັບ ກາຈູ່ ໄດ້ຂະຫຍາຍຕົວຢ່າງແຂງແຮງ ຢູ່ໝູ່ບ້ານ ດົງໂມນ ດ້ວຍກອງສິລະປະຂັບ ກາຈູ່ ນັບ 10 ກອງດ້ວຍບັນດາຄອບຄົວ, ວົງຕະກຸນສ້າງຕັ້ງເອງ. ນັກເສບດົນຕີ ໂຕວັນຕວຽນ ຜູ້ຫາກໍ່ໄດ້ຮັບລາງວັນນັກເສບດົນຕີທີ່ເກັ່ງກ້າສາມາດ ໃນງານປະກວດນັກຮ້ອງຂັບ ກາຈູ່ ທົ່ວປະເທດປີ 2018 ເຊິ່ງແມ່ນລູກສິດຂອງພໍ່ຕູ້ ໂຕຕ໊ຽນ ເລົ່າສູ່ຟັງວ່າ:

     "ເມື່ອກ່ອນນີ້ ຊາວບ້ານ ດົງໂມນ ຄອບຄົວໃດກໍ່ໃຫ້ລູກເຕົ້າໄປຮຽນຂັບ ກາຈູ່ ເພື່ອຫາເງິນລ້ຽງຊີບ ດ້ວຍອາຊີບຂັບ ກາຈູ່. ໄປຮອດຫົວບ້ານກໍ່ໄດ້ຍິນສຽງດົນຕີ ສຽງຂັບຮ້ອງດັງຂຶ້ນຢ່າງຄຶກຄື້ນ. ບັນດານັກສິລະປະການຢູ່ໝູ່ບ້ານ ດົງໂມນ ກໍ່ໄດ້ເຄີຍໄປຫຼາຍແຫ່ງ ເພື່ອສ້າງຕັ້ງສະໂມສອນກອງສິລະປະຂັບ ກາຈູ່”.

    ປະເທດຊາດໄດ້ເກີດສົງຄາມ, ຊາວບ້ານ ດົງໂມນ ຕ້ອງໂຈະການເຄື່ອນໄຫວສະແດງຂັບ ກາຈູ່ ເພື່ອພ້ອມກັບປະຊາຊົນພາກເໜືອ ທັງທຳການຕໍ່ສູ້ ທັງຜະລິດ. ຮອດປີ 1993 ສິລະປະຂັບ ກາຈູ່ ໄດ້ຄ່ອຍໆຖືກຟື້ນຟູ. ບັນດານັກສິລະປະການທີ່ມີຄຸນງາມຄວາມດີ ໃນການຟື້ນຟູຂັບ ກາຈູ່ ຢູ່ໝູ່ບ້ານ ດົງໂມນ ແມ່ນພໍ່ຕູ້ ໂຕງິ, ໂຕທິແຈ່, ຫງວຽນທິຈີ໊ນ, ເຈິ່ນບ໊າສຶ… ເຂົາເຈົ້າສ່ວນຫຼາຍກໍ່ໄດ້ເຖິງແກ່ມໍລະນະກຳເກືອບໝົດແລ້ວ ແຕ່ໃນວັນນີ້ພວກນັກຮ້ອງ, ນັກເສບດົນຕີຍັງເມົາມົວ ແລະ ສຸດຈິດສຸດໃຈ ກັບສິລະປະພື້ນເມືອງຂອງບ້ານເກີດເມືອງນອນ.         ນັກຮ້ອງ ຈິ້ງທິຮວ່າຍນາມ ປັດຈຸບັນແມ່ນເອື້ອຍຄູ ສອນຢູ່ໂຮງຮຽນປະຖົມ ຮວ່າບິ່ງ ເຊິ່ງແມ່ນໜຶ່ງໃນບັນດາຜູ້ສອນຂັບ ກາຈູ່ ໃຫ້ແກ່ພວກນ້ອງນັກຮຽນ ໃຫ້ຮູ້ວ່າ:

    “ໂຮງຮຽນຖືກຕັ້ງຢູ່ໃກ້ກັບວິຫານ ແລະ ໄດ້ຮັບຄວາມເອົາໃຈໃສ່ຂອງຄະນະອຳນວຍການ ກໍ່ຄືການນຳຂັ້ນເທິງ, ດັ່ງນັ້ນທາງໂຮງຮຽນກໍ່ມີການເຄື່ອນໄຫວຫຼາຍຢ່າງ. ໃນເວລາທີ່ຈະມາເຖິງນີ້, ໂຮງຮຽນກໍ່ມີຫົວເລື່ອງລະດັບເມືອງ ກ່ຽວກັບການຮັກສາ ແລະ ອະນຸລັກປະເພດສິລະປະຂັບ ກາຈູ່. ໃນບັນດາລາຍການສະແດງສິລະປະຂອງໂຮງຮຽນຄື ໃນວັນຄູ ຫວຽດນາມ, ວັນແມ່ຍິງສາກົນ ພວກນ້ອງນັກຮຽນກໍ່ໄດ້ທຳການສະແດງ ບັນດາລາຍການຂອງຕົນ”.

     ສິລະປະຂັບ ກາຈູ່ ໄດ້ພັດທະນາບົນດິນແດນໝູ່ບບ້ານ ດົງໂມນ ບໍ່ພຽງແຕ່ຍ້ອນມັນໄດ້ຊຶມເລິກເຂົ້າໃນເລືອດເນື້ອ ຂອງຊາວບ້ານແຫ່ງນີ້ເທົ່ານັ້ນ, ຫາກຍັງໄດ້ກາຍເປັນປັດໄຈທາງດ້ານວັດທະນະທຳທີ່ສຳຄັນ ຂອງດິນແດນແຫ່ງນີ້. ຂັບກາຈູ່ບໍ່ພຽງແຕ່ມີ ບັນດາຈຸດພິເສດ, ຈິນຕະນາການ, ຄວາມປານີດຂອງຊາວບ້ານ ດົງໂມນ ເທົ່ານັ້ນ ຫາກຍັງປະກອບສ່ວນສ້າງບຸກຄະລິກກະພາບຂອງມະນຸດ, ເພີ່ມທະວີບັນດາຄວາມງາມໃນຈິດວິນຍານ ຂອງປະຊາຊົນຢູ່ແຫ່ງນີ້ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ