ຕ້ອນຮັບລະດູບານໃໝ່ດ້ວຍວາດຟ້ອນສາມັກຄີ

(VOVWORLD) -“ວາດຟ້ອນສາມັກຄີ” ເຊິ່ງແມ່ນວາດຟ້ອນຮຽກຮ້ອງໃຫ້ມີຄວາມສາມັກຄີທັງຊາດໂດຍທ່ານນາງ ຕ່ອງທິຟ໊ອງ ອະດີດກຳມະການກົມການເມືອງ ອະດີດຮອງປະທານຜູ້ປະຈຳການສະພາແຫ່ງຊາດເປັນຜູ້ແຕ່ງ ໄດ້ ແລະ ພວມແຜ່ກະຈາຍຢ່າງກວ້າງຂວາງໃນເຂດພໍ່ແມ່ພີ່ນ້ອງບັນດາເຜົ່າ ເຕິຍບັກ ໝາຍເຖິງເຂດທາງທິດຕາເວັນຕົກພາກເໜືອ. ການປາກົດຂອງວາດຟ້ອນດັ່ງກ່າວໃນຊີວິດວັດທະນະທຳແລະຈິດໃຈຂອງຊາວແຂວງເຊີນລາກໍ່ເປັນພະຍານຫຼັກຖານຢັ້ງຢືນສິ່ງດັ່ງກ່າວ
ຕ້ອນຮັບລະດູບານໃໝ່ດ້ວຍວາດຟ້ອນສາມັກຄີ - ảnh 1ບັນດາສະມາຊິກໃນສະໂມສອນຟ້ອນລຳ ໜ່ວຍ 3 ຕາແສງໂຕຫ້ຽວ ນະຄອນເຊີນລາກໍ່ມີຄວາມຟົດຟື້ນມ່ວນຊື່ນດ້ວຍວາດຟ້ອນສາມັກຄີ

ໃນຫຼາຍມື້ທີ່ຜ່ານມາຮອດເວລາ 8 ໂມງຕອນຄ່ຳ ການເຄື່ອນໄຫວສິລະປະວັນນະຄະດີທີ່ລື້ງເຄີຍຂອງສະໂມສອນຟ້ອນລຳ ໜ່ວຍ 3 ຕາແສງໂຕຫ້ຽວ ນະຄອນເຊີນລາກໍ່ມີຄວາມຟົດຟື້ນມ່ວນຊື່ນດ້ວຍວາດຟ້ອນສາມັກຄີ. ໃນທ່າມກາງສຽງດົນຕີທີ່ດູດດື່ມບັນດານັກສິລະປະກອນເມົາມົວສະແດງແຕ່ລະຈັງຫວະທັງອ່ອນໂຍນທັງເຂັ້ມແຂງແລະມີຊີວິດຊີວາ. ນາງເລທິຮຶງລຽນ ຮອງຫົວໜ້າສະໂມສອນແບ່ງປັນວ່າ:

   “ບັນດາສະມາຊິກຂອງສະໂມສອນພວມຝຶກແອບ“ວາດຟ້ອນສາມັກຄີ” ເພື່ອກະກຽມໃຫ້ແກ່ລາຍການສະແດງສິລະປະວັນນະຄະດີໃກ້ຈະມາເຖິງຂອງໜ່ວຍ. ບັນດາຈັງຫວະຟ້ອນແມ່ນສວຍງາມທີ່ສຸດໃຜໆກໍ່ສາມາດຟ້ອນໄດ້.ສຳລັບທຳນອງດົນຕີກໍ່ມີຄວາມລື້ງເຄີຍແລະມ່ວນຊື່ນເຮັດໃຫ້ຜູ້ຊົມຮູ້ສຶກມີຄວາມເບີກບານໃຈ”

     ເບິ່ງຄືວ່າບໍ່ມີໄລຍະຫ່າງໃດໆ, ວາດຟ້ອນໄດ້ດຶງດູດປະຊາຊົນເຂົ້າຮ່ວມໃນຫຼາຍໆເກນອາຍຸ ວຽກງານ ຂະແໜງ ອາຊີບເຂົ້າຮ່ວມຝຶກແອບຢ່າງຫຼວງຫຼາຍ. ສຳລັບນາງຫງວຽນທິຮວາ ສະມາຊິກທີ່ມີອາຍຸສູງກວ່າໝູ່ໃນສະໂມສອນໃຫ້ຮູ້ວ່າ, “ວາດຟ້ອນສາມັກຄີ” ໄດ້ເຮັດໃຫ້ນາງມີຄວາມຮູ້ສຶກເປັນພິເສດທີ່ສຸດ. ນາງ ຮວາເວົ້າວ່າ:

    “ຂ້າພະເຈົ້າແມ່ນສະມາຊິກຄົນໜຶ່ງມີອາຍຸ 70 ປີປາຍແລ້ວແຕ່ເມື່ອເຂົ້າຮ່ວມການແອບວາດຟ້ອນສາມັກຄີຂ້າພະເຈົ້າເຫັນວ່າຈື່ງ່າຍແລະແອບງ່າຍທີ່ສຸດເອື້ອຍນ້ອງກໍ່ມີຄວາມຫ້າວຫັນແລະເບີກບານໃຈ. ຂ້າພະເຈົ້າຮູ້ສຶກຊົມຊອບວາດຟ້ອນນີ້ ດັ່ງນັ້ນຂ້າພະເຈົ້າກໍ່ໄດ້ໄປແອບຢ່າງສະເໝີ. ຂ້າພະເຈົ້າກໍ່ມີຄວາມເອກອ້າງທະນົງໃຈທີ່ສຸດເມື່ອດິນແດນ ເຊີນລາຊາວ ເຊີນລາໄດ້ຮັບການໂຄສະນາຜ່ານວາດຟ້ອນຂອງນາງຕ່ອງທິຟ໊ອງ”.

    ນີ້ກໍ່ແມ່ນຄວາມຮູ້ສຶກລວມຂອງຫຼາຍຄົນທີ່ເຂົ້າຮ່ວມການຝຶກແອບວາດຟ້ອນສາມັກຄີ ເຊິ່ງແມ່ນວາດຟ້ອນສິລະປະພິເສດໂດຍທ່ານນາງຕ່ອງທິຟ໊ອງໄດ້ແຕ່ງຂຶ້ນດ້ວຍອາລົມຈິດຄວາມກະຕືລືລົ້ນຂອງຜູ້ໜຶ່ງທີ່ໄດ້ກຳເນີດແລະ ເຕີບໃຫຍ່ຢູ່ດິນແດນເຊີນລາທີ່ເຕັມໄປດ້ວຍມູນເຊື້ອປະຕິວັດວັດທະນະທຳແລະນ້ຳໃຈສາມັກຄີລະຫວ່າງບັນດາເຜົ່າອ້າຍນ້ອງ. ສິລະປິນດີເດັ່ນຟ້າມຮົ່ງທູ ຜູ້ອຳນວຍການໂຮງລະຄອນຟ້ອນລຳທຳເພງເຊີນລາຖືວ່າຄວາມເປັນເອກະລັກຂອງວາດຟ້ອນນີ້ ແມ່ນການເຕົ້າໂຮມບັນດາວາດຟ້ອນພື້ນເມືອງຂອງ 12 ເຜົ່າພວມດຳລົງຊີວິດຢູ່ ເຊີນລາພ້ອມກັບບັນດາຈຸດຄວາມງາມທາງດ້ານວັດທະນະທຳຂອງບັນດາເຜົ່າຫວຽດນາມແລະຕ່າງປະເທດ. ທ່ານທູໃຫ້ຮູ້ວ່າ:

  “ດ້ວຍບົດຟ້ອນໃຊ້ເວລາເກືອບ 5 ນາທີແຕ່ມັນບັນຈຸທາງດ້ານພາສາຟ້ອນຂອງບັນດາເຜົ່າແມ່ນໃຫຍ່ຫຼວງທີ່ສຸດມັນເປັນການປະສົມປະສານທາງດ້ານງວັດທະນະທຳເວົ້າລວມແລະສິລະປະຟ້ອນເວົ້າສະເພາະ. ຍົກຕົວຢ່ງຄືວາດຟ້ອນເອົາແອວຂອງຊາວເຜົ່າຂະມຸ, ຟ້ອນເດດຝ້າຍຂອງຊາວເຜົ່າເມື່ອງ, ສິລະປະຂັບແຈ່ວຂອງປະຊາຊົນເຂດທົ່ງພຽງພາກເໜືອ. ຊ້ຳບໍ່ໜຳກໍ່ຍັງມີບັນດາຈັງຫວະຟ້ອນປະສົມປະສານລະຫວ່າງພາສາຟ້ອນຝ່າຍຕາເວັນຕົກອີກດ້ວຍ”.

   ເດືອນພະຈິກທີ່ຜ່ານມາ “ວາດຟ້ອນສາມັກຄີ” ໄດ້ຮັບໃບຢັ້ງຢືນຂຶ້ນທະບຽນລິຂະສິດຈາກກະຊວງວັດທະນະທຳກິລາແລະທ່ອງທ່ຽວ.ດ້ວຍຄວາມຫວັງວ່າ ວາດຟ້ອນພ້ອມກັບສານທີ່ມີຄວາມໝາຍຈະໄດ້ຮັບການແຜ່ກະຈາຍຢ່າງກວ້າງເລິກ, ບັນດາພະແນກ ຂະແໜງການທ້ອງຖິ່ນຂອງເຊີນລາກໍ່ໄດ້ຕັ້ງໜ້າຜັນຂະຫຍາຍແຜນການຖ່າຍທຳວີດີໂອຜະລິດແລະເຜີຍແຜ່ວາດຟ້ອນສາມັກຄີ. ທ່ານເຈິ່ນເຕິນຟອງ ຮອງຫົວໜ້າພະແນກວັດທະນະທຳກິລາແລະທ່ອງທ່ຽວແຂວງເຊີນລາໃຫ້ຮູ້ວ່າ:

    “ອາດຈະຢັ້ງຢືນໄດ້ວ່າ ວາດຟ້ອນສາມັກຄີ ໄດ້ເຂົ້າສູ່ແນວຄິດຈິດໃຈແບບທຳມະຊາດດ້ວຍບັນດາຄຸນຄ່າຂອງມັນປະກອບສ່ວນອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າວັດທະນະທຳບັນດາເຜົ່າ”.

    ລະດູບານໃໝ່ພວມວຽນມາ, ວາດຟ້ອນສາມັກຄີກໍ່ນັບມື້ນັບແຜ່ກະຈາຍນີ້ແມ່ນສານເຊື່ອມຕໍ່ນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຄົມບັນດາເຜົ່າເຂດພູສູງເຊີນລາແລະແຜ່ລາມອອກສູ່ທຸກແຖບຖິ່ນຂອງປະເທດຊາດແລະໃນໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ