ຕະຫຼາດນັດ ບັກຮ່າ ໃນຍາມມໍ່ກັບບຸນເຕັດ

ຕະຫຼາດນັດ ບັກຮ່າ ໃນຍາມມໍ່ກັບບຸນເຕັດ  - ảnh 1  

ຕະຫຼາດນັດ ບັກ​ຮ່າ ໃນ​ຍາມ​ມໍ່​ກັບບຸນ​ເຕັດ (ພາບ: vietbao.vn) 

ຕະຫຼາດນັດ ບັກ​ຮ່າ ​ແມ່ນ​ຕະຫຼາດນັດ​ໃຫຍ່​ກ່ວາໝູ່ຢູ່ເຂດພູສູງຊາຍແດນ, ແມ່ນແຫ່ງແລກປ່ຽນຄ້າຂາຍ ສິນຄ້າຂອງປະຊາຊົນ 14 ເຜົ່າອ້າຍນ້ອງ ທີ່ດຳລົງຊີິວິດຢູ່ຮ່ວມ​ກັນ​ໃນເທດສະບານເມືອງ ບັກຮ່າ ແລະ ບັນດາເມືອງ, ແຂວງຢູ່ອ້ອມຂ້າງ. ທຸກໆ​ວັນອາທິດ, ​ຕະຫຼາດນັດກໍ​ຖື​ກຈັດ​ຂຶ້ນ. ​​ຕະຫຼາດນັດ ໃນ​ວັນ​ອາທິດ​ຕ່າງໆ​ໃນ​ປີ ກໍ​ຄັບຄາ​ໜາ​ແໜ້ນ​ດ້ວຍ​ຜູ້​ຊື້​ຜູ້​ຂາຍ, ​ແຕ່ ຮອດ​ຕະຫຼາດນັດຍາມ​ໄກ້​ຈະ​ຮອດ​ບຸນ​ເຕັດ, ກໍ​ຍິ່ງ​ຄຶກຄື້ນ​ກ່ວາ​. ບັນດາ​ຜູ້​ຄົນ​ໄດ້​ພາກັນ​ໄປ​ຕະຫຼາດ​ເພື່ອ​ຊື້​ເຄື່ອງ​ຂອງ​ກະກຽມ​ຕ້ອນຮັບບຸນ​ເຕັດ ພວມ​ວຽນ ມາ. ​

ອາກາດ​ຢູ່​ເຂດ ​ໄຕ​ບັກ ໝາຍ​ເຖິງ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດນາມ, ປະຈຸ​ບັນ​ພວມ​ໜາວ​ຈັດ, ມີ​ນ້ຳໝອກ​ກົ້ວ​ປົກ​ຄຸມ​ໄປ​ທົ່ວ​ເຂດ.ຈາກ​ໝູ່​ບ້ານ​ຕ່າງ​ໆໃນ​ເຂດ, ພໍ່​ແມ່​ພີ​ນ້ອງ​ບັນດາ​ເຜົ່າໃນ​ເຂດ​ໄດ້​ພາກັນຫຼັ່ງ​ໄຫຼ​ມາ​ຕະຫຼາດ​ນັບ​ແຕ່​ເວລາ​ທ້ອງຟ້າ​ຍັງ​ມື​ດຢູ່. ຜູ້​ບ່າ​ວຜູ້​ສາວ​, ຜູ້​ເຖົ້າ​ຜູ້​ແກ່ ຕະຫຼອດ​ເດັກນ້ອຍ​ໄດ້​ນັດ​ກັນ​ໄປ​ຕະຫຼາດ​ແຕ່​ຍາມເຊົ້າຕູ່ ມີ​ບາງ​ຄົນ​ກໍ​ເລີ່​ມອອກ​ໄປ​ແຕ່​ຕອນ​ແລງ​ມື້ກ່ອນ. ນີ້​ແມ່ນ​ຕະຫຼາດນັດຄັ້ງ​ສຸດ​ທ້າຍ, ດັ່ງ​ນັ້ນ​ໃຜໆ​ກໍ​ຢາກ​ຂາຍ​ເຄື່ອງ​ໃຫ້​ໝົດ​ເພື່ອ​ໄດ້​ເງິນ​ຕື່ມ, ຊື້​ເຄື່ອງ​ຂອງຕ້ອນ​ຮັບ​ບຸນ​ເຕັດ. ທີ່​ຕະຫຼາດນັດ​ມື້​ນີ້, ທ້າວ ທ່າວ​ເທວ​ເຢ້ ຢູ່​ຕາ​ແສງ ຖາ​ຍຢາງ​ໂຝ ​ໄດ້​ເອົາ​ທູບ​ມາ​ຂາຍ. ລາວ​ບອກ​ວ່າ ຕ້ອງ​ຂາຍທູບ​ໃຫ້​ໝົດ​, ຈຶ່ງ​ຊື້​ເຄື່ອງ​ຂອງ​ກະກຽມຕ້ອນຮັບບຸນ​ເຕັດ. ທ້າວ ທ່າວ​ເທວ​ເຢ້ ໃຫ້ຮູ້ວ່າ:   “ ຍາມ​ໄກ້​ຈະ​ຮອດ​ບຸນ​ເຕັດ, ຂ້ອຍ​ຈຶ່ງ​ນຳ​ເອົາ​ທູບ​ໄປ​ຂາຍ. ຂາຍ​ທູບ 2 ກະຕ່າ ກໍ​ໄດ້​ເງິນ​ປະມານ 2 ​ແສນ​ດົງ​. ​ແລະ ຈະ​ໃຊ້​ເງິນຈຳນວນ​ນີ້​ເພື່ອ​ຊື້​​ເຄື່ອງ​ຂອງຕ້ອນ​ຮັບບຸນ​ເຕັດ . ມື້​ນີ້ ຂ້ອຍ​ຈະ​ຊື້​ຊິ້ນ​ໝູ, ຜັກ, ຂອງ​ກິນ​ແຫ້ງ ​ເພື່ອ​ກະກຽມຕ້ອນ​ຮັບບຸນ​ເຕັດ ”
ສຽງ​ເວົ້າ​ນົວ​ຫົວ​ມ່ວນ, ສຽງ​ຕໍ່​ລອງ​ລາຄາ ຊື້​ຂາຍ​ສິນຄ້າ ກໍ​ຟົດ​ຟື້ນ​ເນື່ອງ​ນັນ​ໄປ​ທົ່ວ​ເຂດ. ​ຕະຫຼາດນັດຍາມ​ມໍ່​ກັບບຸນ​ເຕັດ ມີ​ສິນຄ້າ​ຫຼາຍ​ປະ​ເພດ ​ແລະ ອຸດົມສົມບູນ. ພໍ່​ແມ່​ພີ​ນ້ອງ​ໃນ​ເຂດໄດ້​ນຳ​ເອົາ​ເຄື່ອງ​ຂອງ, ສິນ​ພິ​ເສດ​ຂອງ​ເຂດ​ພູ​ສູງ​ມາ​ຂາຍ​ຢູ່​ຕະຫຼາດ​ເຊັ່ນ: ຊາ, ໝາກ​ໄມ້, ນ້ຳ​ເຜິ້ງ, ​ເຫຼົ້າ, ​ເຄື່ອງນຸ່ງ​ຫົ່ມ, ​ເຄື່ອງ​ເອ້​ຢ້ອງ, ດອກ​ກ້ວຍ​ໄມ້. ​ເຂົາ​ເຈົ້າ​ຍັງ​ຈູງ​ມ້າ, ງົວ, ໝູ​ໄປ​ນຳ. ຜູ້​ຮັ່ງມີ​ບາງ​ຄົນມາ​ຕະຫຼາດ​ພຽງ​ແຕ່​ຊື້​ເຄື່ອງ​ເທົ່າ​ນັ້ນ, ​ແຕ່ສ່ວນຫຼາຍຕ້ອງ​ນຳ​ເອົາ​ສັດລ້ຽງ​, ຜະລິດ​ຕະພັນ​ກະ​ເສດຂອງ​ຄອບຄົວ​ຕົນ​ມາ​ຂາຍ​ເອົາ​ເງິນ, ​ແລ້ວ​ຈຶ່ງ​ສາມາດ​ຊື້​ເຄື່ອງ​ຂອງ ຕ້ອນ​ຮັບບຸນ​ເຕັດ​ໄດ້. ລຸງ ​ໂຕ​ກຸຍ ຊາວ​ເຜົ່າ ຟູ່ລ້າ ຢູ່​ຕາ​ແສງ ລຸ່ງຟິ່ນປາດ​ທະ​ໜາ​ວ່າ: ​ມາ​ຕະຫຼາດນັດ​ຄັ້ງ​ນີ້, ຈະ​ຂາຍ​ອານ​ມ້າ​ໄດ້ 4 ອັນ. ລຸງ ​ໂຕ​ກຸຍ ໃຫ້ຮູ້ວ່າ:     “ ຂາຍອານ​ມ້າ ​ເພື່ອ​ໃຫ້​ມ້າ​ຕາງ​ເຄື່ອງ. ອາທິດ​ໜຶ່ງ​ເຮັດ​ໄດ້ 4 ອັນ. ​ເຊື່ອ​ແນ​ວ່າ​ຈະ​ໄດ້​ຂາຍ​ໝົດ. ຂາຍ​ໄດ້​ເງິນ, ກໍ​ຊື້​ເຫຼົ້າ​ເມືອ​ກິນ​ຍາມບຸນ​ເຕັດ. ຊື້​ຊິ້ນ​ໝູ​ຕື່ມ 4 ​ໂລ. ສ່ວນ​ໄກ່​ຢູ່​ເຮືອນ​ມີ​ແລ້ວ, ຈະ​ຂ້າ​ສອງ​ສາມ​ໂຕ ”
ຊິ້ນ​ໝູ​ແມ່ນ​ອາຫານທີ່ຂາດບໍ່ໄດ້ໃນບຸນເຕັດຂອງບັນດາຊົນເຜົ່າເຂດພູສູງ, ສະນັ້ນ ຢູ່ຮ້ານຂາຍຊິ້ນໝູ ຍາມໃດກໍ່ມີຄົນມາຊື້ຢ່າງໜາແໜ້ນ. ໃນຕະຫຼາດນັດ ມື້ທຳມະດາ, ອ້າຍ ຢາງແຊວຊາງ ຂ້າໝູພຽງໂຕໜຶ່ງເທົ່ານັ້ນ, ແຕ່ຮອດຕະຫຼາດ ນັດຍາມມໍ່ກັບບຸນເຕັດ, ແມ່ນຕ້ອງຂ້າໝູສອງໂຕ. ອ້າຍ ຢາງແຊວຊາງ ໃຫ້ຮູ້ວ່າ:   “ ຂ້ອຍຂາຍຊິ້ນໝູແຕ່ 6 ໂມງເຊົ້າ, ຮອດເວລານີ້ ກໍ​ຂາຍ​ເກືອ​ບໝົດ​ແລ້ວ. ໝູ​ແຕ່ລະ​ໂຕ​ມີ​ນ້ຳໜັກ 140 kg, ພໍ່​ແມ່​ພີ​ນ້ອງ​ໃນ​ເຂດ​ມາ​ຊື້​ເພື່ອ​ປຸ່ງ​ແຕ່ງອາຫານ ກິນ​ເຕັດ”ສ່ວນ​ທ່ານ ຝ້າ​ມວັນ​ຖຸຍ ພະນັກງານ​ຕະຫຼາດ ບັກ​ຮ່າ ​ໃຫ້​ຮູ້​ວ່າ :       
“ ມື້​ນີ້​ມີ​ຮ້ານ​ຊິ້ນ​ໝູ​ຫຼາຍ​ເຖິງ 80 ຮ້ານ, ​ໃນ​ຕະຫຼາດນັດ​ມື້​ທຳ​ມະ​ດາ ມີ​ພຽງ 20-30 ຮ້ານ. ສຳລັບ​ຊິ້ນ​ໄກ່, ມື້​ນີ້ ລາຄາ​ກໍ​ຂຶ້ນ​ເຖິງ 110000 ດົງ​ຕໍ່​ໂລ, ​ໃນ​ມື້​ທຳ​ມະ​ດາ, ລາຄາ​ພຽງ​ແຕ່ 80​000 ດົງ​ເທົ່າ​ນັ້ນ ”
ເຂດ​ຂາຍ​ສັດ ຄື: ງົວ, ຄວາຍ, ມ້າ ກໍຄຶກຄື້ນ​ພໍ​ສົມຄວນ. ​ເຂົາ​ເຈົ້າຈູງ​ງົວ,ຄວາຍ ​ແລະ ມ້າ​ໄປໆ​ມາໆ ​ເພື່ອ​ໃຫ້​ຜູ້​ຊື້​ເບິ່ງຮູບ​ຮ່າງ, ​ເບິ່ງ​ຕີນ, ຕົບ​ກົ້ນ, ​ແລ້ວກໍ​ຕໍ່ລອງ​ລາຄາ. ຄວາຍ​ຂອງ​ອ້າຍ ຖາວອາ​ຢິ້ງ ກໍ​ມີ​ຫຼາຍ​ຄົນ​ມາ​ເບິ່ງ ​ແລະ ຖາມ​ຊື້, ​ແຕ່​ລາວ​ຍັງ​ບໍ່​ທັນ​ເຫັນ​ດີ​ຂາຍ ຍ້ອນບໍ່​ໄດ້​ລາຄາ. ອ້າຍ ຖາວອາ​ຢິ້ງ ໃຫ້ຮູ້ວ່າ:
“ ຢູ່​ເຮືອນ​ມີຄວາຍ 2 ​ໂຕ, ຂາຍ​ໂຕ​ໜຶ່ງ​ເພື່ອ​ເອົາ​ເງິນ​ຊື້​ເຄື່ອງ​ບຸນ​ເຕັດ, ຍັງ​ເຫຼືອ​ໂຕ​ໜຶ່ງ​ເມື່ອ​ໄຖ​ນາ. ຂ້ອຍ​ຂາຍ​ໂຕ​ນີ້​ໄດ້ 15 ລ້ານ​ດົງ, ສາມາດ​ຊື້​ໄດ້​ຫຼາຍ​ສິ່ງ​ຫຼາຍ​ຢ່າງ ”
ມີ​ສີສັນ​ຫຼາກ​ຫຼາຍ ​ແລະ ງາມ​ຕາ​ທີ່​ສຸດ ​ແມ່ນ​ບັນດາ​ຮ້ານ​ຂາຍ​ສິ້ນ, ຜ້າ​ແພ ທີ່​ສະຫງວນ​ໃຫ້​ແກ່​ເອື້ອຍ​ນ້ອງ​ແມ່ຍິງ. ອ້າຍ​ ຖາວວັນ​ຊິງ ປະກອບ​ອາຊີບ​ຂາຍ​​ເຄື່ອງນຸ່ງ​ຢູ່​ຕະຫຼາດ ບັກ​ຮ່າ ມາ​ເປັນ​ເວລາ 4 ປີ​ແລ້ວ ​ໃຫ້​ຮູ້​ວ່າ :  “ ທັງ​ຜູ້​​ເຖົ້າຜູ້​ແກ່, ​ໄວ​ໜຸ່ມ​ລ້ວນ​ແຕ່​ຊື້​ໝົດ, ບໍ່​ຈຳ​ແນ​ກ, ​ໃຜ​ນຸ່ງ​ກໍ​ໄດ້. ​ນັບແຕ່​ເຊົ້າຮອດ​ດຽວ​ນີ້ ຂາຍ​ໄດ້​ເງິນ​ເກືອບ 2 ລ້ານ​ດົງ​ແລ້ວ ”
ພາຍຫຼັງ​ຊື້ໄດ້​​ເຄື່ອງ​ຂອງ​ຈຳ​ເປັນຢ່າງ​ພຽງພໍ​ແລ້ວ, ທຸກໆ​ຄົນທັງ​ຜູ້​ເຖົ້າ​ຜູ້​ແກ່​ຕະຫຼອດຮອດ​ໄວ​ໜຸ່ມ​ຕ່າງ​ກໍ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ຮ້ານ​ອາຫານ ທັ້ງ​ໂກ້. ​ເວລາ​ນີ້ ​ເຂົາ​ເຈົ້າ​ຈຶ່ງ​ມີ​ໂອກາດ​ໄດ້​ແລກປ່ຽນ​ໂອ້​ລົມ​ຖາມ​ຂ່າວກ່ຽວ​ກັບ​ຂຸ​ຂະ​ພາບ, ວຽກ​ງານ​ຕ່າງ​ໆ, ​ເປັນ​ຕົ້ນ​ແມ່ນ​ກະກຽ​ມຕ້ອນຮັບ​ບຸນ​ເຕັດ. ສ່ວນ​ບັນດາ​ອ້າຍ​ບາ​ວ, ນາງ​ສາວ​ນັ້ນ, ຮອດ​ຍາມ​ຕະຫຼາດນັດ​ບຸນ​ເຕັດ ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຂົາ​ໄດ້​ນັດ​ກັນ​ລະ​ຫຼິ້ນ​ນຳກັນຢ່າງມ່ວນ​ຊື່ນ​ໃນ​ຍາມ​ລະດູບານ​ໃໝ່.
                                                                                                                                                     ລານ​ແອ​ງ
                                                                                                              

 

ຕອບກັບ

ຂ່າວ/ບົດ​ອື່ນ