ນັກຂ່າວດີເດັ່ນສາມຄົນທີ່ໄດ້ຮັບລາງວັນປາກກາວິທະຍຸກະຈາຍສຽງຫວຽດນາມ

ນັກຂ່າວດີເດັ່ນສາມຄົນທີ່ໄດ້ຮັບລາງວັນປາກກາວິທະຍຸກະຈາຍສຽງຫວຽດນາມ - ảnh 1
(ພິທີສະ​ເຫຼີ​ມສະຫຼອງ 69 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​
ວິທະຍຸ​ກະຈາຍສຽງ​ຫວຽດນາມ)

 (vovworld) - ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ (7/9/1945-7/9/2014) ຜ່ານ​ມາ, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ນາມມະຍົດ​ປາກກາ ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ຖືກ​ມອບ​ໃຫ້ຜູ້ທີ່​ດີ​ເດັ່ນ 10 ຄົນ, ​ໃນ​ນັ້ນ​ມີອະດີດ​​ການ​ນຳ​ຂອງ VOV,  5 ຄົນ ​ແລະ 5 ຄົນ ​ແລະ ນັກ​ຂ່າວ​ທີ່​ດີ​ເດັ່ນ​ຂອງ VOV ​ໃນ ປະຈຸ​ບັນ 5 ຄົນ​ນັ້ນ​ແມ່ນ​ນັກ​ຂ່າວ: ​ເຈິ່ນດັງ​ຄວາ, ອວງງອກ​ເຢົ້າ, ​ເຈິ່ນ​ເຍິດມິ​ງ, ​ໂງ​ທ້ຽວຟອງ, ຟ້າ​ມຈຸ​ງຕ໋ວຽນ. ການ​ຍ້ອງຍໍ​ນີ້​ໄດ້​ຮັບ​ການ​ຮັບຮູ້​ຈາກ​ເພື່ອນ​ຮ່ວມ​ອາຊີບ ​ແລະ ມະຫາຊົນຜ່ານການປະກອບສ່ວນຂອງເຂົາເຈົ້າ, ດ້ວຍບັນດາບົດປະ ພັນ​ໃນ​ພາ​ພາຫະນະ​ສື່​ມວນ​ຊົນ​ຫຼາຍ​ຮູບ​ການ​ຂອງ VOV..

ກ່ອນ​ນີ້ປະມານ 15 ປີ, ຂ້າພະ​ເຈົ້າ​ໄດ້​ເວົ້າ​ກັບ​ນັກ​ຂ່າວ​ ຈູ​ຍາກ, ປະທານ​ສະມາຄົມ​ນັກ​ຂ່າວ​ VOV, ​ເວລາ​ນັ້ນ​ແມ່ນ​ຮອງ​ຫົວໜ້າ​ພະ​ແນ​ກ ວັດທະນະທຳສັງຄົມ​ວ່າ: “VOV ມີນັກ​ຂ່າວ​ໜຸ່ມ​ຂຽນ​ດີ 3 ຄົນ​ລ້ວນ​ແຕ່​ຂຶ້ນ​ກັບ​ພະ​ແນ​ກວັດທະນະທຳ - ສັງຄົມ​ໝົດ“, ​ນັ້ນ​​ແມ່ນນັກ​ຂ່າວ​ ​ເຈິ່ນ​ເຍິດມິ​ງ, ​ໂງ​ທ້ຽວຟອງ ​ແລະ ຟ້າ​ມຈູງ​ຕ໋ວຽນ ​ເຂົາ​ເຈົ້າລ້ວນ​ແຕ່ສາມາດ​ຂຽນ​ບົດ ​ແລະ ອ່ານ​ໂດຍ​ກົງ​ທາງ​ວິທະຍຸ​​ໄດ້ ​ແລະ ຮັບ​ຄວາມ​ນິຍົມ​ຈາກ​ຜູ້​ຟັງ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຜູ້​ໃດກໍ່ມີທ່າ​ແຮງສະເພາະ ແລະ ວິທີ​ຂຽນ​ກໍ່​ແຕກ​ຕ່າງ​ກັນ. ໃນຕະຫຼອດໄລຍະເຮັດວຽກຢູ່ VOV, ນັກຂ່າວທັງສາມໄດ້ນຳເອົາ ບັນດາຂ່າວ, ບົດກ່ຽວກັບຊີວິດສັງຄົມ​ເຖິງ​ຜູ້​ຟັງ, ຜູ້​ອ່ານ ​ແລະ ຜູ້​ຊົມຂອງ VOV ຜ່ານລາຍການ​ທີ່​ເຂົາ​ເຈົ້າ​ຮັບຜິດຊອບຕາມ​ສີສັນ​ສະ​ເພາະ​ຂອງ​ຕົນ.

​ເຈິ່ນ​ເຍິດມິ​ງ, ດ້ວຍ​ບັນດາ​ບົດ​ບັນທຶກ​ສ່ອງ​ແສງ​ເຖິງຊີວິດ​ທຸກ​ດ້ານໃນລາຍການ: “​ເວທີ​ປາ​ໄສ​ບັນດາ​ບັນຫາ​ສັງຄົມ“.

ນັກຂ່າວດີເດັ່ນສາມຄົນທີ່ໄດ້ຮັບລາງວັນປາກກາວິທະຍຸກະຈາຍສຽງຫວຽດນາມ - ảnh 2
(ນັກຂ່າວ​ ເຈິ່ນ​ເຍິດມິ​ງ)

​ໃນ​ບັນດາ​ບົດ​ຂຽນ​ຂອງ​ຕົນ​: ຍາມ​ໃດ​ຂ້າພະ​ເຈົ້າ​ກໍ່​ເອົາ​ໃຈ​ໃສ່​ຂຸດ​ຄົ້ນ​ແຕ່ລະປັດ​ໃຈ​ ​ວັດທະນະທຳ ທີ່​ພົ້ນ​ເດັ່ນຢ່າງ​ລະອຽດ, ມີ​ຊີວິດ​ຊີວາ ​ເພື່ອ​ໃຫ້​ບົດ​ຂຽນ​ຂອງ​ຕົນ​ເລິກ​ເຊິ່ງກວ່າ“.


ນັກຂ່າວດີເດັ່ນສາມຄົນທີ່ໄດ້ຮັບລາງວັນປາກກາວິທະຍຸກະຈາຍສຽງຫວຽດນາມ - ảnh 3
(ນັກຂ່າວ​ ໂງ​ທ້ຽວຟອງ)

ສ່ວຍ ​ໂງ​ທ້ຽວຟອງ, ດ້ວຍ​ບັນດາ​ບົດຮຽນ​ລົງ​ເລິກ​ໃນ​ຂົງ​ເຂດ “ສຶກສາ​ບໍ​ລຸງ​ສ້າງ“

​ເມື່ອ​ຂຽນ​ບົດ​ກ່ຽວ​ກັບ​ບັນຫາ​ໃດ​ໜຶ່ງ​ຂ້າພະ​ເຈົ້າ​ກໍ່​ຊອກ​ຮູ້​ຢ່າງ​ລະອຽດ ​ແລະ ​ເຖິງ​ຖອງ, ຫາກ​ບໍ່​ເຮັດ​ແບບ​ເມີນ​ເສ​ີຍ. ຂ້າພະ​ເຈົ້າ​ຄິດ​ວ່າ​ເປັນ​ນັກ​ຂ່າວ​ແມ່ນ​ຕ້ອງ​ສັງ​ເກດ​ບັນຫາ​ໃນ​ຫຼາຍ​ແງ່​ມຸມ​ທີ່​ແຕກ​ຕ່າງ​ກັນ, ຫາກ​ບໍ່​ພຽງ​ແຕ່​ສ່ອງ​ແສງ​ບັນດາ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເວົ້າ​ໃຫ້​ຕົນ​ຟັງ“.

ນັກຂ່າວດີເດັ່ນສາມຄົນທີ່ໄດ້ຮັບລາງວັນປາກກາວິທະຍຸກະຈາຍສຽງຫວຽດນາມ - ảnh 4
(ນັກຂ່າວ​ ຟ້າ​ມຈຸ​ງຕ໋ວຽນ)

ຟ້າ​ມຈຸ​ງຕ໋ວຽນ ດ້ວຍ​ບັນດາ​ບົດ​ສາລະ​ຄະດີ​ກ່ຽວ​ກັບ​ສະຖານະ​ການ​ໃນ​ທົ່ວ​ປະ​ເທດ:

ສຳລັບ​ຂ້າພະ​ເຈົ້າ, ​ອາຊີບ​ເປັນ​ນັກ​ຂ່າວ​ແມ່ນ​ຈັບ​ອົກ​ຈັບ​ໃຈ​ຫຼາຍ, ​ເພາະວ່າຂ້າພະ​ເຈົ້າຢາກ​ເລົ່າ​ເລື່ອງ​ຕ່າງໆ​ໃນ​ຊີວິດທີ່​ຕົນ​ເອງ​ໄດ້​ເຫັນ​ປະຈັກ​ຕາ​ ດ້ວຍ​ວິທີ​ຂຽນ​ຄື​ແນວ​ໃດ​​​ເຮັດໃຫ້ຜູ້ຟັງ. ຜູ້ອ່ານ ແລະ ຜູ້ຊົມ​ຮູ້ສຶກ​ສະອອນ​ໃຈທີ່​ສຸດ​. ນັ້ນ​ກໍ່​ແມ່ນ​ແນວ​ຄິດ​ຂອງ​ຂ້າພະ​ເຈົ້າ​ເມື່ອ​ໄປ​ຊອກ​ຮູ້​ ແລະ ຂຽນ​ກ່ຽວ​ກັບ​ບັນຫາ​ໃດ​ໜຶ່ງ“.

ສາມ​ຄົນ, ສາມ​ແບບ​ຂຽນ, ສາມ​ສີສັນ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ຊື່​ສຽງ​ໃນ​ວົງ​ການ​ນັກ​ຂ່າວ, ກໍ່​ຄື​ຜູ້​ຟັງ VOV ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ພ້ອມ​ກັບ​ການ​ພັດທະນາ​ຂອງ VOV ຕາມ​ທິດ​ເປັນ​ອົງການ​ສື່​ມວນ​ຊົນທີ່ປະກອບ​ດ້ວຍຫຼາຍ​ຮູບ​ການ, ປາກກາ VOV ທັງສາມ​ຄົນນີ້​ກໍ່ນັບ​ມື້​ນັບ​ເຕີບ​ໃຫຍ່ ​ແລະ ​ ​​ພວມຮັບໜ້າ​ທີ່​ວຽກ​ງານທີ່​ແຕກ​ຕ່າງ​ກັນ: ​ປະຈຸ​ບັນ, ເຈິ່ນ​ເຍິດມິ​ງ​ແມ່ນ​ຮອງ​ຜູ້ອຳນວຍການ​ລະບົບ​ວັດທະນະທຳ - ຊີວິດ - ວິທະຍາສາດ​ສຶກສາ, ​ໂງ​ທ້ຽວຟອງ​ແມ່ນ​ຮອງ​ຜູ້ອຳນວຍການ​ VOV ປະຈຳ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ຟ້າ​ມຈູງ​ຕ໋ວຽນ ​ແມ່ນ​ຮອງ​ຜູ້ອຳນວຍການ​ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຂອງ VOV. ນັກ​ຂ່າວ​ທັງ​ສາມ​ຄົນ​ນີ້​ມີ​ຈຸດ​ທີ່​ຄ້າຍຄື​ກັນ​ນັ້ນ​ແມ່ນ​ຍາມ​ໃດ​ກໍ່​ມີ​ຫົວຄິດ​ປະດິດ​ສ້າງ, ນຳ​ມາ​ເຊິ່ງຜູ້​ຟັງ, ຜູ້​ອ່ານ ​ແລະ ຜູ້​ຊົມ​ບັນດາ​ຜະລິດ​ຕະພັນ​ສື່​ມວນ​ຊົນ​ທີ່​ມີ​ພະລັງ​ແຜ່​ຂະຫຍາຍ​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ສັງຄົມ. ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ນາມມະຍົດ​ປາກກາ VOV, ນັກ​ຂ່າວ​ ຈູ​ຍາກ, ປະທານ​ສະມາຄົມ​ນັກ​ຂ່າວ​ VOV, ​ໃຫ້​ຮູ້​ວ່າ:

“ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ​ຮອດ​ປະຈຸ​ບັນ, VOV ​ໄດ້​ມີ​ນັກ​ຂ່າວ​, ບັນນາທິການຫຼາຍ​ລຸ້ນຄົນ ​ແລະ ​ເຂົາ​ເຈົ້າ​ໄດ້​ ​ປະກອບສ່ວນ​​ໃຫ້​ແກ່​ພື້ນຖານ​ສື່​ມວນ​ຊົນ​ຫວຽດນາມ​ເວົ້າ​ລວມ. ​ເພື່ອ​ຍ້ອງຍໍ​ບັນດາ​ນັກ​ຂ່າວ VOV ​ລຸ້ນຕ່າງໆ. ສະມາຄົມ​ນັກ​ຂ່າວ​ໄດ້​ສະ​ເໜີ​ມອບ​ລາງວັນ​ປະຈຳ​ປີ​ໃຫ້​ບັນດາ​ນັກ​ຂ່າວ​ທີ່​ດີ​ເດັ່ນ, ຈາກ​ແນວ​ຄວາມ​ຄິດ​ຄື​ດັ່ງກ່າວ, ສະມາຄົມ​ນັກ​ຂ່າວ VOV ​ໄດ້​ມອບ​ນາມມະຍົດ​ນັກ​ຂ່າວ​ກະຈາຍສຽງ​ທີ່​ດີ​ເດັ່ນ​, ​ແລະ​ນາມມະຍົດ​ນີ້​ໄດ້​ຫັນ​ເປັນ​ນາມມະຍົດ​ນັກ​ຂ່າວ​ທີ່​ດີ​ເດ່ັນ​ຂອງ VOV  ​ເພື່ອ​ເຊີດ​ຊູ​ບັນດາ​ຜູ້​ທີ່​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ໃນ​ທຸກ​ຂົງ​ເຂດ​ຂອງ VOV“.

ຜ່ານ 69 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ​​ເຕີບ​ໃຫຍ່, VOV ​ໄດ້ ​ແລະ ພວມ​ຢືນຢັນ​ທີ່​ຕັ້ງ​ຂອງ​ຕົນ​ແມ່ນ​ນຳ​ເອົາ​ສຽງ​ຂອງ​ພັກ, ລັດ​ເຖິງ​ປະຊາຊົນ​ທຸກ​ຄົນ ກໍ່​ຄື​ແນະນຳ​ຮູບ​ພາບ​ຂອງ​ປະ​ເທດ​ຫວຽດນາມ​ສັນຕິພາບ, ຊາວ​ຫວຽດນາມ​ມີ​ຄວາມ​ສະໜິດສະໜົມ​ເຖິງ​ເພື່ອນ​ມິດ​ໃນ​ທົ່ວ​ໂລກ. ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ສື່​ຂ່າວ​ສັງຄົມທີ່ນັບ​ມື້​ນັບ​ສູງນັ້ນ, ບັນດາ​ນັກ​ຂ່າວ, ບັນດາ​ປາກກາ VOV ພ້ອມ​ກັບໝູ່​ຄະນະ​ນັກ​ເຕັກນິກ, ​ໂຄສົກ, ນັກ​ສິລະ​ປິນ​ເອງ​ໄດ້ປະກອບສ່ວນ​ສ້າງ​ ​ແລະ ຮັກສາ​ອິດ​ທິພົນ​ຊື່​ສຽງໃຫ້ແກ່ VOV.

ຕອບກັບ

ຂ່າວ/ບົດ​ອື່ນ