ນັກດົນຕີທ້ວນອຽນ, ຜູ້ອາວຸໂສໃນພື້ນຖານດົນຕີປະຕິວັດຫວຽດນາມ

(vovworld)-  ​ມີ​ນັກ​ດົນຕີ​ຜູ້​ໜຶ່ງ​ທີ່​ມີ​ຊື່​ສຽງ ​ແລະ ບັນດາບົດ​ເພ​ງຂອງ​ທ່ານ​ກໍ່​ໄດ້​ຮັບ​ການ​ສະ​ແດງ​ຢູ່ທົ່ວທຸກ​ແຫ່ງ, ດ້ວຍບັນດາ​ບົດ​ເພງ​ຍ້ອງຍໍ​ສັນລະ​ເສີນ​ຜູ້ນຳ​ຄື: “ລຸງ​ໂຮ່-ຄວາມ​ຮັກ​ອັນ​ກ້ວາງ​ໃຫ່ຍ​ໄພສານ“, “ດວງ​ພະຈັນ​ບາ​ດິ່ງ“… ບັນດາ​ບົດ​ເພງ​ກ່ຽວ​ກັບ​ນັກຮົບ​ຄື: “ຝາກ​ເຖິງ​ນ້ອງ​ຢູ່ຍານ​ໃຕ້​ແມ່ນ້ຳແດງ“, “ດອກໄມ້​ສີ​ແດງ“…ຕະຫຼອດ​ຮອດ​ບັນດາ​ບົດ​ເພງ​ກ່ຽວ​ກັບ​ຄວາມ​ຮັກ​ຄື: “ຄວາມ​ຮັກ​ໃນ​ໃຈ“, “ຄວາມ​ມຸ້ງ​ຫວັງ“, “ອຳ​ລາ​ຍາມ​ສາ​ຢັນ“….ບົດ​ເພງທັງ​ໝົດ​​ເຫຼົ່າ​ນັ້ນລ້ວນ​ແຕ່​ສ້າງຄວາມ​ປະ​ທັບ​ໃຈ​ໃນ​ຊີ​ວິດ​ດົນຕີ​ຍຸກ​ປະຈຸ​ບັນ. ນັ້ນ​ແມ່ນນັກ​ດົນຕີທ້ວນອຽນ, ຜູ້​ອາວຸ​ໂສ​ໃນ​ພື້ນຖານ​ດົນຕີ​ປະຕິວັດ​ຫວຽດນາມ.

   ນັກດົນຕີທ້ວນອຽນ, ຜູ້ອາວຸໂສໃນພື້ນຖານດົນຕີປະຕິວັດຫວຽດນາມ - ảnh 1

ນັກ​ດົນຕີ​ທ້ວຽນ​ອຽນ ​ແລະ ພັນ​ລະ​ຍາ

(ພາບ: http://giaitri.vnexpress.net)

   ນັກ​ດົນຕີ​ທ້ວຽນ​ອຽນ ມີ​ຊື່​ແທ້​ວ່າ​ດ່ວານ​ຫີ້ວ​ກົງ, ​ເກີດ​ປີ 1935 ຢູ່​ແຂວງ​ກວາງ​ນາມ. ທ່ານ​ເຂົ້າຮ່ວມ​ການ​ຕໍ່ຕ້ານ​ນັບ​ແຕ່​ປີ 1949, ​ແລະ ເປັນ​ພະນັກງານ​ກອງ​ສິລະ​ປະກອນ​ເຂດ​​ 5, ຫຼັງ​ຈາກ​ນັ້ນທ່ານ​​ໄດ້​ໄປ​ຮຽນ​ປະພັນ​ດົນຕີ​ຊັ້ນກາງ​ຢູ່​ໂຮງຮຽນດົນຕີ​ຫວຽດນາມ, ປະຈຸ​ບັນ​​ແມ່ນ​ສະ​ຖາ​ບັນ​ດົນຕີ​ແຫ່ງ​ຊາດ​ຫວຽ​ດນາມ. ​ໃນ​ໄລຍະ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ, ທ່ານ​ໄດ້​ຂຽນບັນດາ​ບົດ​ເພງ​​ລະດົ​ມກຳລັງ​ໃຈ​ຊາວ​ໜຸ່ມ​ເດີນທາງ​ໄປ​ສູ້ຮົບ. ນັກ​ດົນຕີ​ທ້ວນອຽນ ​​ແມ່ນ​ນັກ​ດົນຕີທີ່​ມີ​ຫຼາຍ​ບົດ​ເພງ​ຍ້ອງ​ຍໍ​​ປະທານ​ໂຮ່ຈິ​ມິນ​ ​ກ່ວາ​ໝູ່​ດ້ວຍ 26 ບົດ ຊື່​ງ​ໄດ້​ເຮັດ​ໃຫ້​ຊາວ​ຫວຽດນາມ ຫຼາຍ​ລຸ້ນຄົນ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ. ​ໃນ​ນັ້ນບົດ​ເພງ “ລຸງ​ໂຮ່-ຄວາມ​ຮັກ​ອັນ​ກ້ວາງ​ໃຫ່ຍ​ໄພສານ“ ​ແລະ “ພາກ​ກາງ​ຄິດ​ຮອດ​ລຸງ​ໂຮ່“ ​ໄດ້​ຮັບ​ລາງວັນ​ແຫ່ງລັດ​​ປີ 2001. ນັກ​ດົນຕີ​ໂດ້ຮົ່ງກວນ ປະທານ​ສະມາຄົມ​ນັກ​ດົນຕີ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “​​​​​​ທ່ານ​​ແມ່ນ​ຊາວ​ພາກ​ກາງ, ສະນັ້ນ, ບັນດາ​ທຳນອງ​ເພງ, ຈັງຫວະ​ດົນຕີ​ກໍ່​​​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ທຳນອງເພງ​ພື້ນ​ເມືອງຂອງ​ເຂດພາກ 5. ທ່ານ​​ໄດ້​ປະດິດ​ແຕ່ງ ບັນດາ​ບົດ​ເພງ​ທີ່​ມີ​ຊື່​ສຽງທີ່​ສຸດ. ​​ໂດຍ​ແມ່ນ​ນັກຮົບ​ຜູ້ 1, ຜູ້​ເຮັດ​ວຽກ​ງານ​ສິລະ​ປະ​ອາຊີບ​ຜູ້ 1, ທ່ານ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ຈາກ​​ຜູ້ຮ່ວມ​ງານ, ກໍ່​ຄື​ຜູ້​ນິຍົມ​ດົນຕີ​ທຸກ​ເກນ​ອາຍຸ​ເປັນ​ຈຳນວນ​ຫຼວງ​ຫຼາຍ“.

ນັກດົນຕີທ້ວນອຽນ, ຜູ້ອາວຸໂສໃນພື້ນຖານດົນຕີປະຕິວັດຫວຽດນາມ - ảnh 2

ຄອບຄົວ ນັກ​ດົນຕີ​ທ້ວນອຽນ

(ພາບ: http://dantri.com.vn)

  ​​ເວລາ​ເຮັດ​ວຽກ​ຢູ່ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໃນ​ຖານະ​ເປັນ​ຫົວໜ້າ​ຄະນະ​ດົນຕີ (ປະຈຸ​ບັນ​ແມ່ນ​ລະບົບ​ດົນຕີ-​ຂໍ້​ມູນ​ຂ່າວ-​ບັງ​ເທິງ-VOV3), ນັກ​ດົນຕີ​ທ້ວຽນ​ອຽນ ມີ​ໂອກາດ​ໄປທັດສະນະ​ສຶກສາ​ຢູ່ຫຼາຍ​ແຫ່ງ, ຂຽນ​ຫຼາຍ, ​ແລະ ​ເຫັນ​ປະຈັກ​ຕາ ​ຊີ​ວິດ​ທຸກ​ດ້ານ. ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ທ່ານ​ປະ​ດິດ​ແຕ່ງ​ບັນດາ​ບົດ ​ເພງ​ທີ່​ດີ​ເດັ່ນ​ຫຼາຍ​ບົດ​ຄື: “ຝາກ​ເຖິງ​ນ້ອງ​ຢູ່ຍານ​ໃຕ້​ແມ່ນ້ຳແດງ“, “ຄວາມ​ຮັກ​ໃນ​ໃຈ“, “ຝາກ​ເຖິງ​ພາກ​ກາງ“… ຕາມ​ນັກ​ດົນຕີ ​ກາດ​ເວີ້​ນ, ຜູ້​ຮ່ວມ​ງານເປັນ​ເວລາ​ຫຼາຍ​ປີ​ກັບ​ນັກ​ດົນຕີ​ທ້ວນອຽນ ຢູ່ VOV ​ແລ້ວ, ນັກ​ດົນຕີ​ທ້ວນອຽນ ​ແມ່ນ​ຜູ້​ສຸດ​ຈິດ​ສຸດ​ໃຈ​ຕໍ່​ພື້ນຖານ​ດົນຕີ​ຫວຽດນາມ. ​ນັກ​ດົນຕີ ​ກາດ​ເວີ້​ນ ​ແບ່ງປັນ​ວ່າ:

 “​​ທ່ານ​ແມ່ນ​ຜູ້​ສຸດ​ຈິດ​ສຸດ​ໃຈ, ມີຄວາມ​ເກັ່ງ​ກ້າ​ສາມາດ, ​ແມ່ນ​​ແບບຢ່າງ​ທີ່ດີ​ເດັ່ນ​ຂອງ​ພື້ນຖານ​ດົນຕີ​ປະຕິວັດ​ຫວຽດນາມ. ທັງແມ່ນ​ຜູ້​ທີ່ເປີດ​ອົກ​ເປີດ​ໃຈ, ຍາມ​ໃດ​ກໍ່ຍົກ​ສູງ​ລັກສະນະ​ວັດທະນະທຳ​ມະນຸດ. ທ່ານ​ບໍ່​ພຽງ​ແຕ່ໄດ້​ຮັບ​ຄວາມ​ຮັກ​ແພງ​ຈາກ​ຜູ້​ຮ່ວມ​ງານ​ເທົ່າ​ນັ້ນ, ຫາກ​ຍັງ​ຮັບ​ຄວາມ​ເຄົາລົບ​ຈາກຜູ້​ຜູ້​ຟັງ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ອີກ​ດ້ວຍ “.

   ນັກ​ດົນຕີ​ທ້ວຽນ​ອຽນ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ສິດສອນ​​ແຕ່ລະ​ທຳນອງ​ເພງ ກໍ່​ຄື​ວິທີ​ຂັບ​ຮ້ອງໃຫ້ນັກຮ້ອງ​ແຕ່​ລະ​ດົນ. ​​ນັກ​ສິລະ​ປິນປະຊາຊົນ ​ທູ​ຮ່ຽນ ຍາມ​ໃດ​ກໍ່​​ຈົດ​ຈຳ​ຄຳ​ສອນ​ຂອງນັກ​ດົນຕີ​ທ້ວຽນ​ອຽນ ​ແລະ ຍາມ​ໃດ​ກໍ່​ຮູ້ສຶກເອກອ້າງ​ທະ​ນົງ​ໃຈ​​ຍ້ອນ​ເປັນ​​ຜູ້​ທຳ​ອິດ​ທີ່​ໄດ້​​ຂັບຮ້ອງຫຼາຍບົດ​ເພງ​​ໂດຍນັກ​ດົນຕີ​ທ້ວຽນ​ອຽນປະດິດ​ແຕ່ງ. ນັກ​ສິລະ​ປິນປະຊາຊົນ ​ທູ​ຮ່ຽນ ​ເລົ່າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

  “​ບົດ​ເພງ​ຂອງ​ນັກ​ດົນຕີ​ທ້ວຽນ​ອຽນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ວິນ​ຍາ​ຂອງ​ຊາວ​ຫວຽດນາມ. ທ່ານ​ປຽບເໝືອນ​ຜູ້​ເປັນ​ພໍ່, ​ກັບຕັນ​ເຮືອ, ເປັນ​ນັກຮົບ. ຍາມ​ໃດ​ຂ້າພະ​ເຈົ້າກໍ່​ເຄົາລົບ​ນັບຖື​ ​ແລະ ຮູ້ສຶກ​​ໃກ້ຊິດສະໜິດສະໜົມ​ທ່ານທີ່​ສຸດ“.

     ນັກ​ດົນຕີ​ທ້ວຽນ​ອຽນ ຍັງ​ປະສົບ​ຜົນສຳ​ເລັດ​ທີ່​ສຸດ​ດ້ວຍ​ບັນດາບົດ​ດົນຕີ​ປະສານ​ສຽງ​​ຄື: ບົດ “ສະໝັກ​ໃຈ“, “ພາກ​ກາງ​ທີ່​ແສນ​ຮັກ“… ຄຽງ​ຄູ່​ກັນນັ້ນ, ນັກ​ດົນຕີ​ທ້ວຽນ​ອຽນ ຍາມ​ໃດ​ກໍ​ໄດ້​ຊອກ​ຮູ້, ປ່ຽນ​ໃໝ່ ​ແລະ ​ໃກ້ຊິດຕິດ​ແທດ​ກັບ​ຊີ​ວິດດ້ານ​ດົນຕີ. ​ໃນ​ຊຸມ​ປີ 80-90 ຂອງ​ສັດ​ຕະ​ວັດ​ກ່ອນ, ​ເມື່ອ​​ດົນຕີ​ສຳລັບ​ລຸ້ນໜຸ່ມ​ດ້ວຍ​ຈິນຕະນາການ​ໃໝ່, ຈັງຫວະ​ໃໝ່​ປະກົດ​ຂຶ້ນ​ນັ້ນ, ທ່ານ​ກໍ່​ມີ​ບັນດາ​ບົດ​ເພງ​ດີ​ເດັ່​ນຄື: “ຄວາມ​ຮັກ​ໃນ​ໃຈ“, “ອຳ​ລາ​ຍາມ​ສາ​ຢັນ“…. ຊື່​ງ​ໃນ​ນັ້ນ, ຜູ້​ຟັງ​ສາມາດ​ເຫັນ​ໄດ້ການ​ປ່ຽນ​ໃໝ່​ຂອງ​ນັກ​ດົນຕີ​ທ້ວນອຽນ ທີ່​ເຕັມ​ໄປດ້ວຍ​ພະລັງ​ຊີວິດ​ຂອງ​ໄວ​ໜຸ່ມ ​ແລະ ຄວາມ​ປະ​ເອີ​ບ​​ໃຈ. ນັກ​ຮ້​ອງຈ້ອງ​ເຕີນ​ ແບ່ງປັນ​ວ່າ:

   “ນັກ​ດົນຕີ​ທ້ວນອຽນ ​ແມ່ນ​ໜຶ່ງ​ໃນບັນດາ​ນັກ​ດົນຕີ​ອະ​ວຸ​ໂສ​ທີ່​ສາມາດ​ປະດິດ​​ແຕ່ງດົນຕີ​ຫຼາຍປະ​ເພດສຳ​ເລັດ​ຜົນ. ທ່ານ​ກໍ່​​ແຕ່ງບົດ​ເພງ​ປະຕິວັດ, ບົດ​ເພງ​ພື້ນ​ເມືອງຫຼາຍ​ບົດ​. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ທ່ານ​ຍັງ​ຂຽນ​ບົດ​ເພງ​ມ່ວນ​ຫຼາຍ​ບົດ, ທ່ານ​ແມ່ນ​ຜູ້​ທີ່ໄດ້​ອຸທິດ​ສ່ວນ​ໃຫ້​ແກ່​ສິລະ​ປະ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ​ແລະ ສົມ​ເປັນ​​ແບບຢ່າງ​ທີ່​ດີ​ເພື່ອໃຫ້​ລຸ້ນຫຼັງ​ຮ່ຳຮຽນ​ເອົາ“.

    ດ້ວຍການ​ປະກອບສ່ວນ​ຂອງ​ຕົນ, ນັກ​ດົນຕີ​ທ້ວນອຽນ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈຢ່າງ​ເລິກ​ເຊິ່ງ​​ໃຫ້​ແກ່​ຜູ້​ນິຍົມ​ດີ​ນຕີ​ຫວຽດນາມ. ​ມາ​ຮອດ​ຈຸດ​ເວລາ​ນີ້, ບັນດາ​ບົດ​ເພງ​ຂອງ​ທ່ານຍັງຄົງ​ມີ​ຄຸນຄ່າ​ເໝືອນ​ເດີມ. ​ເຖິງ​ວ່າ​ທ່ານ​ໄດ້​​ເຖິງ​ແກ່​ມໍລະນະ​ກຳ​ແລ້ວ​ກໍ່ຕາມ ​ແຕ່​ບັນດາ​ບົດ​ປະພັນ​ດົນຕີ​ອັນ​ລ້ຳຄ່າ​ຂອງ​ທ່ານ​ຍັງ​ຍືນ​ຍົງຄົງ​ຕົວ​ຕະຫຼອດ​ໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ