ນັກດົນຕີວັນຢຸງແລະບັນດາການປະກອບສ່ວນໃຫ້ແກ່ດົນຕີຫວຽດນາມ

(VOVWORLD) -ນັກດົນຕີວັນຢຸງ ຊື່ຄົບຖ້ວນແມ່ນຫງວຽນວັນຢຸງ (1936 – 2022) ອະດີດແມ່ນຫົວໜ້າພະແນກດົນຕີຂອງ VOV, ປະທານສະມາຄົມດົນຕີຮ່າໂນ້ຍ. ຄາວຍັງມີຊີວິດຢູ່ນັ້ນ ທ່ານແມ່ນນັກດົນຕີທີ່ມີຄວາມເກັ່ງກ້າສາມາດປະກອບສ່ວນບໍ່ໜ້ອຍໃຫ້ແກ່ພື້ນຖານດົນຕີປະຕິວັດ ຫວຽດນາມ ດ້ວຍຫຼາຍບົດເພງປະຕິວັດທີ່ມີຊື່ສຽງ.
ນັກດົນຕີວັນຢຸງແລະບັນດາການປະກອບສ່ວນໃຫ້ແກ່ດົນຕີຫວຽດນາມ - ảnh 1ນັກດົນຕີ ວັນຢຸງ

   ບົດເພງ “ກອງທັບປົດປ່ອຍອອກເດີນທາງ” ໂດຍນັກດົນຕີນັກຂ່າວວັນຢຸງໄດ້ປະພັນເປັນບົດເພງທຳອິດອັນໄດ້ເຮັດໃຫ້ທ່ານກາຍເປັນນັກດົນຕີມີຊື່ສຽງໃນໝູ່ມະຫາຊົນ ປະກອບສ່ວນເຂົ້າໃນບັນຍາກາດສະຫງ່າອົງອາດແຫ່ງການຕໍ່ສູ້ຂອງກອງທັບແລະປະຊາຊົນຫວຽດນາມໃນໄລຍະຕ້ານຈັກເພັດອາເມລິກາກູ້ຊາດ. ບົດເພງສ່ວນຫຼາຍຂອງນັກດົນຕີວັນຢຸງເຄີຍຕິດພັນກັບບັນດາການເຄື່ອນໄຫວທີ່ຟົດຟື້ນຂອງຊາວໜຸ່ມໃນບັນດາຂະບວນການແຂ່ງຂັນຕ້ານສັດຕູເຂົ້າມາຮຸກຮານແລະການສ້າງສາປະເທດຊາດ.  ພິເສດບົດເພງ “ຊາວໜຸ່ມຄອມມູນິດໂຮ່ຈີມິນ” ໂດຍທ່ານໄດ້ປະພັນເມື່ອປີ 1970 ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມຄອມມູນິດໂຮ່ຈີມິນ (ວັນທີ 26 ມີນາປີ 1931 - ວັນທີ 26 ມີນາ 1971) ພາຍຫຼັງໄລຍະ ກວ່າ 50 ປີ ບົດເພງນີ້ກໍ່ຍັງຄົງສືບຕໍ່ໄດ້ຮັບການຮອງຮັບຈາກຊາວໜຸ່ມລຸ້ນຕ່າງໆ ແລະກາຍເປັນບົດເພງມູນເຊື້ອຂອງຄະນະຊາວໜຸ່ມຄອມມູນິດໂຮ່ຈີມິນ. ບັນດາບົດເພງຂອງທ່ານຄື “ເສັ້ນທາງຫຼວງລົດອ້າຍແລ່ນຜ່ານ”; “ບຸກເຂົ້າແຄແຊັງ”; “ບົດເພງທາງຫຼວງເລກ 9 ໄຊຊະນະ” ກ່ຽວກັບຫົວເລື່ອງຊາວໜຸ່ມໃນຊຸມເດືອນປີ ຕໍ່ຕ້ານອາເມລິກາທີ່ສີຫງ່າອົງອາດແຕ່ມາຮອດປັດຈຸບັນຍັງຄົງໄດ້ຮັບຄວາມນິຍົມຮັບຟັງຈາກມະຫາຊົນ. ນັກດົນຕີຟ້າມຕວຽນຖຶວ່າ:

“ສຳລັບນັກດົນຕີວັນຢຸງນັ້ນ, ບັນດາບົດເພງຂອງລາວໄດ້ພັນລະນາກ່ຽວກັບທາງຫຼວງເລກ 9 ແຄແຊັງ, ພັນລະນາກ່ຽວກັບພວກນາງສາວຊາວໜຸ່ມຕະລຸມບອນໄດ້ສ້າງຂີດໝາຍໃຫ້ແກ່ທຸກໆຄົນເປັນຢ່າງດີທີ່ສຸດ. ຂ້າພະເຈົ້າຖືວ່ານັ້ນແມ່ນອາລົມຈິດຄວາມຮັກແພງຢ່າງຈິງໃຈເຮັດໃຫ້ທຸກໆຄົນມີຄວາມສະດຸ້ງໃຈ ເປັນຕົ້ນແມ່ນສຳລັບບັນດາລຸ້ນຄົນໄດ້ຜ່ານຊຸມວັນເດືອນປີແຫ່ງສົງຄາມຢູ່ເຂດ 4”.

ຍ້ອນເປັນນັກຂ່າວ ດັ່ງນັ້ນນັກດົນຕີວັນຢຸງຍາມໃດກໍ່ມີການຕີລາຄາຢ່າງລະອຽດອ່ອນກ່ຽວກັບທຸກດ້ານໃນຊີວິດສັງຄົມແລະໃນຊີວິດທາງດ້ານຈິດໃຈຂອງມະນຸດ. ນັກທິດສະດີທາງດ້ານດົນຕີ ໂຮ່ກວາງບິ່ງ ໃຫ້ຮູ້ວ່າ:

   “ໃນບັນດາໄລຍະສົງຄາມທີ່ດຸເດືອດ ເຊິ່ງແມ່ນຊ່ວງເວລາທີ່ທຸກໆຄົນຕ້ອງເສຍສະຫຼະເລືອດເນື້ອຂອງຕົນເພື່ອປົກປັກຮັກສາປະເທດຊາດນັ້ນ, ນັກດົນຕີ ວັນຢຸງກໍ່ໄດ້ກ້າວເຂົ້າສູ່ບັນຍາກາດດັ່ງກ່າວ ດັ່ງນັ້ນສາມາດປະພັນໄດ້ບັນດາບົດເພງທີ່ດູດດື່ມເຊັ່ນນັ້ນ. ນັກດົນຕີວັນຢຸງບໍ່ພຽງແຕ່ມີຄວາມເຂົ້າໃຈທາງດ້ານດົນຕີຢ່າງເລິກເຊິ່ງລະອຽດອ່ອນເທົ່ານັ້ນ ທ່ານຍັງມີຄວາມເຂົ້າໃຈທາງດ້ານປະຫວັດສາດປັດຊະຍາການພົວພັນລະຫວ່າງມະນຸດແລະຫົວຄິດປະດິດສ້າງຂອງຜູ້ເຮັດວຽກງານສິລະປະຄືແນວໃດ”.

   ເມື່ອເວົ້າເຖິງນັກດົນຕີວັນຢຸງກໍ່ຕ້ອງເວົ້າເຖິງບັນດາບົດເພງຂອງທ່ານກ່ຽວກັບພັກ, ກ່ຽວກັບປະທານໂຮ່ຈີມິນ. ບົດເພງ “ເສັ້ນທາງທີ່ເຮົາກ້າວເດີນມີພັກທີ່ມີກຽດອັນສະຫງ່າ” ແມ່ນໜຶ່ງໃນບັນດານົດເພງໄດ້ສ້າງຊື່ສຽງຮຽງນາມໃຫ້ແກ່ນັກດົນຕີ ວັນຢຸງ.  ກ່ອນທີ່ໄດ້ປະພັນບັນດາບົດເພງທີ່ມີຊື່ສຽງຄື “ມວນມາລາໃນສວນຂອງລຸງໂຮ່”, ນັກດົນຕີວັນຢຸງໄດ້ປະພັນບັນດາບົດເພງກ່ຽວກັບລຸງໂຮ່ ຄື:“ຊື່ຂອງເພິ່ນແມ່ນຄວາມເຊື່ອໝັ້ນຕະຫຼອດໄປ”;  “ສຽງຂອງເພິ່ນເວົ້າໃນຄາວນັ້ນ”; “ປັກບໍ໊ຍັງອົບອຸ່ນດ້ວຍຄວາມຮັກແພງຂອງລຸງໂຮ່”... ໃນຄາວຍັງມີຊີວິດຢູ່ນັ້ນ ນັກດົນຕີວັນຢຸງເຄີຍເວົ້າວ່າ:

“ຂ້າພະເຈົ້າເຄີຍມີແນວຄວາມຄິດວ່າປະທານໂຮ່ຈີມິນແມ່ນຜູ້ປູກດອກໄມ້ທີ່ຍິ່ງໃຫຍ່, ດິນແດນແຫ່ງບ້ານເກີດເມືອງນອນແຕ່ລະແຫ່ງຈົ່ງກາຍເປັນສວນດອກໄມ້ທີ່ສວຍງາມໃນສວນດອກໄມ້ຂອງປະເທດຊາດ. ພວກເຮົາແຕ່ລະຄົນຈົ່ງກາຍເປັນສວນດອກໄມ້ສວຍງາມໃນສວນດອກໄມ້ຂອງເພິ່ນ”.

 ໃນສະໄໝສັນຕິພາບຂອງປະເທດຊາດ ນັກດົນຕີວັນຢຸງຍັງປະພັນບັນດາບົດເພງກ່ຽວກັບເຍົາວະຊົນ,ທ່ານຍັງແຕ່ງດົນຕີໃຫ້ແກ່ບົດລະຄອນຕຸກກະຕາ, ແຕ່ງດົນຕີໃຫ້ຮູບເງົາອີກດ້ວຍ. ສາດສະດາຈານສິລະປິນປະຊາຊົນ ຈ້ອງບັ່ງ ເປີດເຜີຍວ່າ:

    “ຂ້າພະເຈົ້າມີຄວາມນິຍົມນັບຖືນັກດົນຕີວັນຢຸງເພາະວ່າການດຳລົງຊີວິດຂອງລາວມີຄວາມລຽບງ່າຍແລະບົດເພງຂອງລາວກໍ່ມີຄວາມລຽບງ່າຍທີ່ສຸດ. ຄວາມນຶກຄິດກ່ຽວກັບວິທີແຕ່ງເນື້ອໃນ ແນວຄວາມຄິດຂອງລາວທັງເລິກເຊິ່ງ ດັ່ງນັ້ນດົນຕີຂອງລາວກໍ່ມີຄວາມກະທັດລັດແລະດູດດື່ມ”.

   ດ້ວຍບັນດາການປະກອບສ່ວນຢ່າງເລິກເຊິ່ງໃຫ້ແກ່ດົນຕີຫວຽດນາມນັ້ນນັກດົນຕີວັນຢຸງໄດ້ຮັບລາງວັນລັດກ່ຽວກັບວັນນະຄະດີສິລະປະຄັ້ງທີໜຶ່ງປີ 2001 ແລະຫຼຽນໄຊແຮງານຊັ້ນສອງແລະຫຼຽນກາເພື່ອໄວໜຸ່ມ. 

ຕອບກັບ

ຂ່າວ/ບົດ​ອື່ນ