ພ້ອມກັບບັນດານັກປະພັນວັນນະຄະດີທີ່ມີຊື່ສຽງຄື : ໂຕຮ່ວາຍ, ວໍ້ກວາງ, ຝ້າມໂຫ…ນັກປະພັນວັນນະຄະດີ ດວານຢອຍ ແມ່ນໜຶ່ງໃນບັນດາປາຍປາກກາຂຽນບົດປະພັນໃຫ້ອະນຸຊົນທີ່ສ້າງຄວາມປະທັບໃຈຫຼາຍທີ່ສຸດນັບແຕ່ກ່ອນຈົນຮອດປະຈຸບັນ. ບັນດາບົດປະພັນຂອງທ່ານ ແມ່ນໃກ້ຊິດຕິດແທດ, ລຽບງ່າຍ, ຝັງເລິກໃນຈີດໃຈຜູ້ອ່ານບໍ່ຈັກວ່າເທົ່າໃດລຸ່ນຄົນ ໃຫ້ມີຄວາມຕື້ນຕັນໃຈ, ຫຼົງໄຫຼກັບທິວທັດທຳມະຊາດ ແລະ ຊາຕາກຳຂອງມະນຸດ.
ນັກປະພັນວັນນະຄະດີ ດວານຢອຍ |
ມີບໍ່ເທົ່າໃດຄົນທີ່ຈະຮູ້ຈັກວ່າ: ບົດປະພັນວັນນະຄະດີ “ ເຂດດິນພາກໃຕ້ ” ຊຶ່ງແມ່ນບົດປະພັນສ້າງຊື່ສຽງໃຫ້ແກ່ນັກປະພັນວັນນະຄະດີ ດວານຢອຍ ແລະ ແມ່ນໜຶ່ງໃນບັນດາບົດປະພັນທີ່ມີຄຸນຄ່າຂອງພື້ນຖານວັນນະຄະດີອະນຸຊົນຫວຽດນາມໃນຕະຫຼອດກວ່າເຄິ່ງສະຕະວັດທີ່ຜ່ານມາ, ພັດແມ່ນບົດປະພັນທີ່ໄດ້ຂຽນຕາມການສັ່ງຈອງ. ປີ 1957, ພາຍຫຼັງທີ່ຍ້າຍມາດຳລົງຊີວິດຢູ່ພາກເໜືອ ແລະ ເຮັດວຽກຢູ່ວິທະຍຸກະຈາຍສຽງຫວຽດນາມ, ນັກປະພັນ ດວານຢອຍ ໄດ້ຮັບການສັ່ງຂຽນຈາກ ນັກປະພັນວັນນະຄະດີ ຫງວຽນຮີເຕືອງ, ຄາວນັ້ນແມ່ນຜູ້ອຳນວຍການສຳນັກພິມ ກິມດົງ ໂດຍສະເໜີໃຫ້ແຕ່ງປຶ້ມສຳລັບອະນຸຊົນ ຊຶ່ງແນະນຳກ່ຽວກັບທັດສະນີຍະພາບ, ທຳມະຊາດ ແລະ ຊາວພາກໃຕ້. ໂດຍໄດ້ໃຊ້ຄວາມຄິດເພື່ອຂຽນໃນຕະຫຼອດໄລຍະ 3 ເດືອນ , ແຕ່ບໍໍ່ແລ້ວ, ແຕ່ເບິ່ງຄືວ່າ ເມື່ອມີແຫຼ່ງອາລົມວຽນມາ ບວກກັບຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນຢ່າງລົ້ນເຫຼືອ, ທ່ານໄດ້ສຸມສະຕິປັນຍາ ແລະ ຂຽນບົດປະພັນສຳເລັດໃນຮອບເວລາ 1 ເດືອນ. ບົດປະພັນວັນນະຄະດີ “ ເຂດດິນພາກໃຕ້ ” ໄດ້ເວົ້າເຖິງຊີວິດຂອງນ້ອງນ້ອຍອານທີ່ຊັດເຊພະເນຈອນໃນສົງຄາມ, ໄດ້ຮັບການເບິ່ງແຍງລ້ຽງດູຈາກປະຊາຊົນ ແລະ ໄດ້ເຕີບໃຫຍ່ຢູ່ເຂດແມ່ນ້ຳລຳເຊ ພາກໃຕ້ຫວຽດນາມ. ບົດປະພັນ “ ເຂດດິນພາກໃຕ້ ”ຂອງ ນັກປະພັນ ດວານຢອຍ ແມ່ນເຂັ້ມຂົ້ນໄປດ້ວຍສີສັນຂອງເຂດແມ່ນ້ຳລຳເຊ, ປ່າໄມ້, ບັນດາເລື່ອງລາວທັງມີຈິງ ແລະ ທັງລຶກລັບມະຫັດສະຈັນຂອງທິວທັດທຳມະຊາດເຂດພາກໃຕ້ທີ່ຮົກເຮື້ອເປົ່າຫວ່າງ. ສາມາດແຕ່ງບົດປະພັນດັ່ງກ່າວໄດ້ນັ້ນ, ບໍ່ພຽງແຕ່ຍ້ອນຄວາມຮັກຂອງທ່ານທີ່ມີຕໍ່ເຂດດິນພາກໃຕ້ ຊຶ່ງແມ່ນບ້ານເກີດເມືອງນອນຂອງທ່ານເທົ່ານັ້ນ, ຫາກຍັງຍ້ອນມີລະດັບສັງເກດຢ່າງລະອຽດອ່ອນ, ວິທີຂຽນບົດປະພັນທີ່ດູດດືີ່ມ. ບົດປະພັນ “ ເຂດດິນພາກໃຕ້ ” ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປຶ້ມອ່ານຂຽນກ່ຽວກັບອະນຸຊົນມວ່ນທີ່ສຸດຂອງຫວຽດນາມ ຊຶ່ງໄດ້ຮັບການພິມຈຳໜ່າຍຫຼາຍຄັ້ງ ແລະ ຖືກແປເປັນພາສາຕ່າງໆເຊັ່ນ: ລັດເຊຍ, ໂປໂລຍ, ເຢັຍລະມັນ, ແອັດສປາຍ…ສຳລັບ ນັກປະພັນດວານຢອຍແລ້ວ, ການອຸທິດສ່ວນຢ່າງໃຫຍ່ຫຼວງທີ່ສຸດແມ່ນ ບົດປະພັນທີ່ສະຫງວນໃຫ້ຜູ້ອ່ານ. ເມື່ອຄິດເຖິງເພື່ອນທີ່ຮັກຂອງຕົນ, ນັກກະວີ ຮິ້ວຖິງ ເປີດເຜີຍວ່າ :
“ນັກປະພັນ ດວານຢອຍ ໄດ້ອຸທິດສ່ວນພາລະກິດທັງໝົດຂອງຕົນໃຫ້ແກ່ວັນນະຄະດີອະນຸຊົນ. ທ່ານຂຽນໃຫ້ອະນຸຊົນ ແຕ່ຜູ້ໃຫຍ່ກໍມັກອ່ານດ້ວຍຄວາມເມົາມົວ. ທ່ານຂຽນປຶ້ມນະວະນິຍາຍ ແຕ່ໄດ້ກາຍເປັນບົດລະຄອນທີ່ຈັບໃຈ ”
ນັກປະພັນ ດວານຢອຍ ໄດ້ຊ່ວຍໃຫ້ອະນຸຊົນບໍ່ຈັກວ່າເທົ່າໃດລຸ່ນຄົນຮູ້ຈັກເຖິງຕົ້ນໄມ້ໃບຫຍ້າ, ແມ່ນ້ຳລຳເຊຢູ່ພາກໃຕ້. ນັກຮຽນຫຼາຍຄົນໃນປະຈຸບັນ, ໄດ້ຫັນບົດປະພັນ “ເຂດດິນພາກໃຕ້ ” ມາເປັນບັນດາປະເພດສິລະປະອື່ນໆຄື ຈິດຕະກຳ, ດົນຕີ, ຮູບເງົາ ເພື່ອເຮັດໃຫ້ບົດຮຽນຂອງຕົນມີຊີວິດຊີວາກວ່າ. ນາງ ເລທິແທງເຕີມ ເອື້ອຍຄູສອນວິຊາວັນນະຄະດີສັງກັດໂຮງຮຽນມັດທະຍົມຕອນຕົ້ນ Vinshool , ຮ່າໂນ້ຍ ໃຫ້ຮູ້ວ່າ :
“ ນີ້ແມ່ນບົດປະພັນ ທັງມີປັດໄຈທ້ອງຖິ່ນ, ທັງເຕັມໄປດ້ວຍຄວາມຮັກດິນແດນແຫ່ງບ້ານເກີດເມືອງນອນ, ພ້ອມທັງມີຄວາມງາມຂອງປະເພດວັນນະຄະດີທີ່ລຽບງ່າຍ, ສ້າງຄວາມປະທັບໃຈໃຫ້ເດັກ. ໃນຊົ່ວໂມງຮຽນ ວັນນະຄະດີ ຂອງພວກຂ້າພະເຈົ້ານັ້ນ, ກໍສະຫງວນເວລາ 1/3 ແມ່ນສອນໃນຫ້ອງ, ສ່ວນທີ່ຍັງເຫຼືອ ແມ່ນບັນດາການເຄື່ອນໄຫວໄອທີ, ຮຽນເປັນກຸ່ມ, ປະດິດສ້າງ, ຮຽນເຮັດໂຄງການ, ເທບວີດີໂອ ຫຼືການແນະນຳກ່ຽວກັບຟິມຮູບເງົາ : “ ເຂດດິນພາກໃຕ້ ” ຊຶ່ງໄດ້ຮັບການໝູນໃຊ້ໃນຊົ່ວໂມງຮຽນຕ່າງໆ”
ຄືດັ່ງ ນັກປະພັນວັນນະຄະດີຄົນໜຶ່ງ ເຄີຍເວົ້າວ່າ : ນັກປະພັນ ດວານຢອຍ ສາມາດເຫັນໄດ້ເຖິງວິນຍານຂອງດິນແດນ, ພາສາ, ສຽງສຳນຽງຂອງຊາວທ້ອງຖິ່ນແຫ່ງນີ້. ບໍ່ພຽງແຕ່ເຊັ່ນນັ້ນ, ນັກປະພັນວັນນະຄະດີດວານຢອຍ ຍັງແມ່ນຜູ້ຮັກທຳມະຊາດ, ຕົ້ນໄມ້ໃບຫຍ້າ ແລະ ສັດລ້ຽງທີ່ສຸດ. ແຕ່ລະເທື່ອ, ເມື່ອເລົ່າເຖິງຜູ້ເປັນພໍ່ນ້າຂອງຕົນ, ນາງ ເລທິທ້າຍຮ່າ ພັດຄິດເຖິງຄຳສັ່ງສອນຂອງເພິ່ນກ່ຽວກັບຄາບເຂົ້າ, ເຂົ້າໜົມທີ່ທ່ານໄດ້ສະຫງວນໃຫ້ພວກລູກ ແລະ ນັບທັງສັດລ້ຽງໃນເຮືອນ. ນາງ ເລທິທ້າຍຮ່າ ເວົ້າວ່າ :
“ ພໍ່ຂອງຂ້າພະເຈົ້າໄປນະຄອນໂຮ່ຈິມິນໄດ້ພຽງ 2-3 ວັນ ກໍຖືກເຈັບໜັກ. ໃນເວລານອນໂຮງໝໍ, ເວົ້າບໍ່ໄດ້ ແຕ່ພໍ່ຂ້າພະເຈົ້າຍັງຂຽນໃສ່ເຈັ້ຍວ່າ : ນ້ອງກັບເມືອ, ຢາລືມໃຫ້ຂີ້ກ້ຽມຢູ່ປ່ອງຢ້ຽມກິນເຂົ້າເດີ້ ”
ຕະຫຼອດຊີວິດຂອງ ນັກປະພັນ ດວານຢອຍ ໄດ້ອຸທິດສ່ວນໃຫ້ພາລະກິດວັນນະຄະດີ. ບັນດາ ບົດປະພັນຂອງທ່ານ ຍາມໃດກໍເຂັ້ມຂົ້ນໄປດ້ວຍລັກສະນະຮົກເຮື້ອເປົ່າວ່າງ ແລະ ມີຫົວຄິດປະດິດສ້າງ ໂດຍອີງໃສ່ດ້ານຄວາມຮູ້ ແລະ ຄວາມຮູ້ສຶກຢ່າງລະອຽດອ່ອນ. ພາຍຫຼັງທີ່ທ່ານໄດ້ເຖິງແກ່ມໍລະນະກຳເມື່ອປີ 1989, ຫຼາຍຄົນຍັງເວົ້າເຖິງທ່ານດ້ວຍຄວາມເອກອ້າງທະນົງໃຈທີ່ວ່າ : “ດວານຢອຍຮັກເດັກ, ດັ່ງນັ້ນທ່ານໄດ້ທັງໜ່ວຍໂລກ”.