ນັກປະພັນ, ນັກສິລະປິນ ປະກອບສ່ວນພັດທະນາວັດທະນະທຳສັງຄົມ


(vovworld)- ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ຫວຽດ​ນາມ ຄັ້ງ​ທີ 9 ອາ​ຍຸ​ການ 2016- 2021 ດຳ​ເນີນ​ໄປ​ໃນວັນ​ທີ 9/1 ຢູ່​ຮ່າ​ໂນ້ຍ ແມ່ນເຫດ​ການ​ເພື່ອ​ທົບ​ທວນ​ຄ​ືນ​ບັນ​ດາ​ການປະ​ກອບ​ສ່ວນ​ອັນ​ໃຫ​ຍ່​ຫລວງ​ຂອງ​ນັກ​​ປະ​ພັນ, ນັກສິ​ລະ​ປິນ​​ ກວ່າ 40.000 ຄົນ​ທີ່ຂຶ້ນ​ກັບ​ບັນ​ດາຂະ​ແຫນງການ ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ກອງ​ປະ​ຊຸມ​ໃຫ​ຍ່ ກໍ​ແມ່ນ​ໂອ​ກາດ​ເພືື່ອ​ໃຫ້​ບັນ​ດາ​ນັກ​ປະ​ພັນ​ນັກສິ​ລະ​ປິນ​​ສັງ​ເກດ​ຕີ​ລາ​ຄືນ​ບັນ​ດາ​ຫ​ນ້າ​ທີ່​ໃຫມ່​ຂອງ​ຕົນ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃຫມ່​ຂອງ​ປະ​ເທດ​ຊາດ.

        ໃນ​ປະ​ຫວັດ​ສາດແຫ່ງການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ລ້ວນ​ແຕ່​ມີ​ການ​ປະ​ກອບ​ສ່ວນ​ຂອງ​ນັກ​​ປະ​ພັນວັນ​ນະ​ຄະ​ດີ, ນັກສິ​ລະ​ປິນ​ໃນ​ທົ່ວ​ປະ​ເທດ. ​ເພື່ອ​ເສີມ​ຂະ​ຫ​ຍາຍ​ຈິດ​ໃຈ​ອຸ​ທິດ​ສ່ວນ​ໃຫ້​ແກ່​ພາ​ລະ​ກິດ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດນັ້ນ, ຖັນ​ແຖວ​ ນັກ​​ປະ​ພັນ, ນັກສິ​ລະ​ປິນ​ໃນ​ທົ່ວ​ປະ​ເທດ ໃນ 5 ປີ​ຜ່ານ​ມາ ໄດ້​ຮ່ວ​ມ​ ​ ​ກັບ​ປະ​ເທ​ດ​ຊາດ, ສູ້​ຊົນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊາດ, ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ໃຫ​ຍ່​ຫລວງ, ຮອບ​ດ້ານ ຢ່​າງ​ແຮງ​  ກ່ຽວ​ກັບ​ການ​ປະ​ດິດ​ແຕ່ງ, ​ການຮຽບ​ຮຽງ, ຄົ້ນ​ຄ້​ວາທິດ​ສະ​ດີ, ວິ​ຈານ, ໂຄ​ສະ​ນາ​ບັນ​ດາ​ບົດ​ປະ​ພັນ, ບຳ​ລຸງ​ສ້າງຜູ້ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​​ເຂົ້​າກັບ​ໂລກ. ບັນ​ດາ​ ນັກ​​ປະ​ພັນ, ນັກສິ​ລະ​ປິນ ມີ​ບົດ​ປະ​ພັນ​ຫລາຍ​ບົດທີ່​ສ່ອງ​ແສງ​ເຖິງຄວາມ​ມຸ່ງ​ຫວັງ​ອັນ​ໃຫ​ຍ່​ຫລວງ ແລະ ​ເລິກ​ເຊິ່ງ  ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ກ່ຽວ​ກັບ​ຊີ​ວິດທີ່​ອີ່ມ​ຫ​ນຳ​ສຳ​ລານ​ສົມ​ບູນ​ພູນ​ສຸກ. ວັນ​ນະ​ຄະ​ດີ ໄດ້​ກັບ​ຄືນ​​ສູ່ສ່ອງ​ແສງ​​ເຖິງບັນ​ດາ​ຫົວ​ເລື່ອງ​ກ່ຽວ​ກັບ​ປະ​ຫວັດ​ສາດ, ​ກ່າວ​ປະ​ນາມຢ່າງ​ແຮງເຖິງບັນ​ຫາ​ທີ່​ຂຶ້ນ​ກັບ​ຄຸນ​ສົມ​ບັດ​ສັງ​ຄົມ, ກ່າວ​ປະ​ນາມ, ຕຳ​ຫນິ​ຕິ​ຕຽນ, ກ່າວ​ເຕືອນ​ທຸກ​ຄົນ​ກ່ຽວ​ກັບ​ປະ​ກົດ​ການ​ເສຍ​ທາດ​ຂາດຄຸນ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ​ປົກ​ປ້ອງສິ່ງທີ່​ຖືກ​ຕ້ອງ, ປົກ​ປ້ອງ​​ກຽດ​ຕິ​ຄຸນຂອງ​ມະ​ນຸດ. ນັກ​​ປະ​ພັນ, ນັກສິ​ລະ​ປິນ ໄດ້​ສ້າງ​ຂະ​ບວນ​ການ​ປະ​ດິດ​ແຕ່ງ ປະ​ກອບ​ສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ເຂດທະ​ເລ​ໝູ່​ເກາະ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ. ຕີ​ລາ​ຄາ​​ສູງການ​ປະ​ກອບ​ສ່ວນ​ຂອງວົງ​ການ​ ນັກ​​ປະ​ພັນ, ນັກສິ​ລະ​ປິນ, ໃນ​ບົດ​ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ ຫວຽດ​ນາມ ຄັ້ງ​ທີ 9,  ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ຢືນ​ຢັນ​ວ່າ:

 ນັກປະພັນ, ນັກສິລະປິນ ປະກອບສ່ວນພັດທະນາວັດທະນະທຳສັງຄົມ - ảnh 1
ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ຫະ​ພັນ​ບັນ​ດາ​
ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ຫວຽດ​ນາມ
ພາບ:internet

        “ບັນ​ດາ​ບົດ​ປະ​ພັນ, ສິ່ງ​ພິມ​ວັດ​ທະ​ນະ​ທຳ, ວັນ​ນະ​ຄະ​ດີ, ສິ​ລະ​ປະ ນັບ​ມື້​ນັບ​ອຸ​ດົມ​ສົມ​ບູນ, ຫລາຍ​ຮູບ​ຫລາຍ​ແບບ ແລະ ເພີ່ມ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ​ຫລາຍ​ສົມ​ຄວນ. ສິດ​ເສ​ລີ​ໃນ​ການ​ປະ​ດ​ິດ​​ຄິດແຕ່ງ​ຂອງ​ ນັກ​​ປະ​ພັນ, ນັກສິ​ລະ​ປິນ ໄດ້​ຮັບ​ການ​ເຄົາ​ລົບ, ບັນ​ຍາ​ກາດ​ປະ​ຊາ​ທິ​ປະ​ໄຕ​ໄດ້​ຮັບ​ການ​ເປີດກວ້າງ. ບັນ​ດາ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ, ສິ​ລະ​ປະ ໄດ້​ເຕົ້າ​ໂຮມ, ​ມີ​ຄວາມສ​າ​ມັກ​ຄີ, ສ້າງ​ເງື່ອນ​ໄຂ, ລະ​ດົມ​ກຳ​ລັງ​ໃຈ​ ນັກ​​ປະ​ພັນ, ນັກສິ​ລະ​ປິນ ​ປະ​ດິດ​ຄິດ​ແຕ່ງ​ຢ່າງບໍ່​ຢຸດຢັ້ງ, ມີ​ຄວາມ​ຜູກພັນ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ເໝາະ​ສົມ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ການ​ເຄື່ອນ​ໄຫວ​ປະ​ດິດ​ຄິດ​ແຕ່ງ, ຄົ້ນ​ຄ້​ວາ​ທິດ​ສະ​ດີ, ວິ​ຈານ​ວັນ​ນະ​ຄະ​ດີ, ສິ​ລະ​ປະ ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ.”

 ນັກປະພັນ, ນັກສິລະປິນ ປະກອບສ່ວນພັດທະນາວັດທະນະທຳສັງຄົມ - ảnh 2
ພາບ​ປະ​ກອບ:tuyengiao.vn

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ຍິ່ງກວ່​າ​ເວ​ລາ​ໃດ​ໝົດ, ວັນ​ນະ​ຄະ​ດີ, ສິ​ລະ​ປະ ຕ້ອງ​ປະ​ກອບ​ສ່ວນ​ຫລາຍກວ່າ​ອີກ​ໃຫ້​ແກ່​ວຽກ​ງານ​ແນວ​ຄິດ, ວັດ​ທະ​ນະ​ທຳ​ຂອງ​ພັກ. ມະ​ຫາ​ຊົນ, ຜູ້​ອ່ານ ປາດ​ຖະ​ຫນາ​ຢາກ​ມີ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ສິ​ລະ​ປະ​​ທີ່ສ່ອງ​ແສງ​​ຊ​ີ​ວິດ​ການ​ເປັນ​ຢູ່, ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ຖືກ​ກັບ ຄວາມ​ຈິງ, ເລິກ​ເຊິ່ງກວ່າ ຢັ້ງ​ຢືນ​ບັນ​ດາ​ຄຸນ​ຄ່າ​ອັນ​ໃຫຍ່​ຫລວງ, ສິ່ງ​ທີ່​ດີ​ງາມ, ວັດ​ທະ​ນະ​ທຳ​ມະ​ນຸດ, ຕໍ່​ສູ້ບໍ່​ຜ່ອນ​ສັ້ນ​ຜ່ອ​ນ​ຍາວຕໍ່​ສິ່ງ​ທີ່ບໍ່​ດີ ແລະ ​ຊົ່ວ​ຮ້າຍໃນ​ສັງ​ຄົມ, ສູ້​ຊົນ​ເຮັ​ດ​ໃຫ້​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ສິ​ລະ​ປະ ມີ​ຄຸນ​ຄ່າ​ກ່ຽວ​ກັບ​ເນື້ອ​ໃນ ແລະ ສິ​ລະ​ປະ, ຮັບ​ໃຊ້​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ. ບັນ​ດາ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ມະ​ຫາ​ຊົນ​ນັ້ນ​ແມ່ນ​ຫນ້າ​ທີ່​ຂອງວົງ​ການ​ ນັກ​​ປະ​ພັນ, ນັກສິ​ລະ​ປິນ.

        “ນັກ​​ປະ​ພັນ, ນັກສິ​ລະ​ປິນ ​ແຕ່​ລະ​ຄົນ ຕ້ອງ​ໃກ້​ຊິດ​ຕິດ​ແທດ​ກັບ​ຊີ​ວິດ​​ຕົວ​ຈິງເພື່ອ​ປະ​ດິດ​​ແຕ່ງ​ຢ່າງ​ມີ​ຫົວຄິດ​​ປະ​ດິດສ້າງ, ເຮັດ​ແນວ​ໃດ​ເຮັດ​ໃຫ້​ບົດ​ປະ​ພັນ​ແຕ່​ລະ​ບົດ​ຂອງ​ຕົນ ສ່ອງ​ແສງ​​ເຖິງຊີ​ວິດ​​ຕົ​ວ​ຈິງ. ໃນ​ໄລ​ຍະ​ພັດ​ທະ​ນາ​ໃຫມ່​ຂອງ​ປະ​ເທດ​ຊາດ, ບັນ​ດາ​ບົດ​ປະ​ພັນ​ວັນ​ນະ​ຄະ​ດ​ີ, ສິ​ລະ​ປະ​ຄວນ​ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ, ຍົກ​ສູງ​ແນວ​ຄິດ, ຈິດ​ໃຈ, ບຸກ​ຄະ​ລິກກະ​ພາບ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ, ປຸກ​ລຸກ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ນ້ຳ​ໃຈ​ຮັກ​ຊາດ, ຮັກສັງ​ຄົມ​ນິ​ຍົມ, ມີ​ຄວາ​ມ​ເຊື່ອ​ໝັ້ນ​ຕໍ່​ ອຸ​ດົມ​ຄະ​ຕິແລະ ແນວ​ທາງ​ຂອງ​ພັກ.”

ນັກ​ປະ​ພັນ​, ນັກສິ​ລະ​ປິນ ພ້ອມ​ກັບ​ກຳ​ລັງ​ຄວາມ​ສາ​ມາດ​ປະ​ດິດ​ຄິດ​ສ້າງ​ສິ​ລະ​ປະ​ຂອງ​ເຂົາ​ເຈົ້າ​ໄດ້​ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ. ໃນ​ໄລ​ຍະ​ປະ​ຈຸ​ບັນ, ຖັນ​ແຖວ​ ນັກ​ປະ​ພັນ​, ນັກສິ​ລະ​ປິນ ສືບ​ຕໍ່​ລະ​ດົມ​ກຳ​ລັງ​ໃຈ​ປະ​ຊາ​ຊົນ ຫວຽດ​ນາມ ມີ​ຄວາມເອກ​ອ້າງ​ທະ​ນົງ​ໃຈ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ ແລະ ເຊື່ອມ​ໂຍງ​​ເຂົ້າ​ກັບທົ່ວ​ໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ