ນັກປະພັນວັນນະຄະດີ ຫງວຽນຊວນແຄ໊ງ ແລະ ບົດປະພັນຂອງຕົນ

(VOVWORLD) -       ນັກປະພັນວັນນະຄະດີ ຫງວຽນຊວນແຄ໊ງເປັນຜູ້ໄດ້ປະດິດຄິດແຕ່ງບັນດາປຶ້ມນະວະນິຍາຍປະຫວັດສາດທີ່ມີຊື່ສຽງ ຫາກໍ່ເຖິງແກ່ມໍລະນະກຳ ລວມອາຍຸ 79 ປີ. ບັນດາບົດປະພັນຂອງທ່ານ ໄດ້ສ້າງຂີດໝາຍອັນເລິກເຊິ່ງ ໃນຈິດໃຈຂອງຜູ້ອ່ານ ກໍ່ຄືໃນເວທີວັນນະຄະດີ ຫວຽດນາມ. ເພາະໃນນັ້ນໄດ້ຊ້ອນແຝງບັນດາຄຸນຄ່າ ວັດທະນະທຳຂອງມະນຸດຢ່າງເລິກເຊິ່ງການຄົ້ນຄວ້າປະຫວັດສາດ ແລະ ວັດທະນະທຳ, ການສັງເກດຕົວຈິງກ່ຽວກັບຄວາມຈະເລີນຮຸ່ງເຮືອງ ກໍ່ຄືການເສືອມຖອຍຂອງບັນດາລາດສະວົງ, ບັນດາການຜັນແປໃນຍຸກສະໄໝ ພິເສດໄດ້ປຸກລຸກການມຸ່ງໄປສູ່ຄວາມສຸດຈະລິດຂອງແຕ່ລະຄົນຕາມທິດສະດີພຸດທະສາສະໜາ
ນັກປະພັນວັນນະຄະດີ ຫງວຽນຊວນແຄ໊ງ ແລະ ບົດປະພັນຂອງຕົນ - ảnh 1ນັກປະພັນວັນນະຄະດີ ຫງວຽນຊວນແຄ໊ງ

ນັກປະພັນວັນນະຄະດີ ຫງວຽນຊວນແຄ໊ງ ແມ່ນຜູ້ໄດ້ປະກອບສ່ວນເຂົ້າໃນພື້ນຖານວັນນະຄະດີຕົວຈິງສັງຄົມນິຍົມ ພາຍຫຼັງປີ 1954 ພ້ອມທັງແມ່ນກຳລັງລິເລີ່ມການປະຕິວັດ ຂອງວັນະຄະດີ ຫວຽດນາມ ທັນສະໄໝ ແລະ ໃນຍຸກປັດຈຸບັນ. ເມື່ອເວົ້າເຖິງ ຫງວຽນຊວນແຄ໊ງ ຜູ້ອ່ານທັງຫຼາຍຈະຄິດເຖິງບັນດາບົດປະພັນ ໄດ້ສ້າງເປັນເຄື່ອງໝາຍຂອງທ່ານຄື “ໂຮ່ກຸ໊ຍລີ”, “ພະແມ່ເທື້ອງງ່ານ”, “ຂົນເຂົ້າສານໄປວັດ”... ແຕ່ລະບົດປະພັນຂອງທ່ານ ກໍ່ແມ່ນສາງພູມປັນຍາ ທາງດ້ານວັດທະນະທຳປະຫວັດສາດ.ເປັນໜ້າສົນໃຈແມ່ນປຶ້ມນະວະນິຍາຍ ໂຮ່ກຸ໊ຍລີ ທີ່ພິມຈຳໜ່າຍປີ 2000 ໄດ້ສ້າງປາກົດການໃນຊີວິດທາງດ້ານວັນນະຄະດີ ຫວຽດນາມ ເມື່ອເຕືອງເຖິງຂົງເຂດປ່ຽນແປງໃໝ່. ທ່ານ ໂງຢາງ ນັກຂ່າວຮັບຜິດຊອບສະເພາະຂົງເຂດທິດສະດີ ແລະ ຕຳໜິວິຈານ ສັງກັດວາລະສານ ຍ່າວັນ ແປວ່າ ນັກປະພັນວັນນະຄະດີ ສະມາຄົມນັກປະພັນ ຫວຽດນາມ ໄດ້ຕີລາຄາວ່າ:

    “ບົດປະພັນ ໂຮ່ກຸ໊ຍລີ ຂອງ ຫງວຽນຊວນແຄັ໊ງ ບໍ່ພຽງແຕ່ເຕື້ອງເຖິງໄລຍະທີ່ຈະເລີນຮຸ່ງເຮືອງ ຂອງລະບອບໜຶ່ງເທົ່ານັ້ນ ຫາກຍັງຂຸດຄົ້ນເຖິງການເຄື່ອນເໜັງ, ການຫັນປ່ຽນຂອງປະເທດຊາດ ໃນນັ້ນຄຸນຄ່າຂອງຊາດ ແມ່ນຄຸນຄ່າເປັນແກ່ນສານ, ຄຸນຄ່າປະຫວັດສາດ ໄດ້ຫຼໍ່ຫຼອມສ້າງເປັນຊາວ ຫວຽດນາມ ນັ້ນແມ່ນຄຸນຄ່າແບບຍືນຍົງ”.

     ໃນຂະນະນັ້ນ ບົດປະພັນ “ຂົນເຂົ້າສານໄປວັດ” ແມ່ນປຶ້ມນະວະນິຍາຍປະຫວັດສາດ ເຫຼັ້ມທີສາມ ຂອງນັກປະພັນ ຫງວຽນຊວນແຄ໊ງ ໄດ້ສະເໜີຕົວຕໍ່ຜູ້ອ່ານປີ 2011 ເຊິ່ງໄດ້ມີຫົວເລື່ອງກ່ຽວກັບພຸດທະສາສະໜາ. ຖ້າຫາກວ່າປຶ້ມ “ພະແມ່ເທື້ອງງ່ານ” ໄດ້ວາດພາບເຖິງສະພາບຊົນນະບົດ ຫວຽດນາມ ໃນໄລຍະທຳອິດທີ່ພວກລ່າເມືອງຂຶ້ນ ຝລັ່ງ ຄອບຄອງນັ້ນ, ສະພາບແວດລ້ອມປະຫວັດສາດໃນປຶ້ມ “ຂົນເຂົ້າສານໄປວັດ” ພັດເຕື້ອງເຖິງໄລຍະຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ການປະຕິຮູບທີ່ດິນຕະຫຼອດຮອດວັນພາຍຫຼັງປະເທດຊາດ ທ້ອນໂຮມເຂົ້າກັນເປັນເອກະພາບ. ນັກປະພັນ ຫງວຽນຊວນແຄ໊ງ ເວົ້າວ່າ:

     “ວິວັດການຜັນແປຂອງແນວຄິດຈິດໃຈຂອງຊາວ ຫວຽດນາມ ຜ່ານສົງຄາມ, ຜ່ານບັນດາການຜັນແປຂອງສັງຄົມ ຫວຽດນາມ, ຂ້າພະເຈົ້າພະຍາຍາມພັນລະນາເຖິງຈິດວິນຍານ ຫວຽດນາມ, ສາສະໜາພຸດຢູ່ ຫວຽດນາມ ໃນຂະບວນວິວັດແຫ່ງການຜັນແປຢ່າງສັບສົນຢູ່ບ້ານນາ ຫວຽດນາມ. ສາສະໜາພຸດ ແມ່ນຍິ່ງໃຫຍ່ແຕ່ຂ້າພະເຈົ້າບໍ່ມີເຈດຈຳນົງຂະຫຍາຍພາກທີ່ເຫີນຫ່າງ ກັບການດຳລົງຊີວິດໄປບວດ ແຕ່ຕົ້ນຕໍ່ຂ້າພະເຈົ້າໄດ້ເອົາເນື້ອໃນຈິດໃຈ ຂອງພຸດທະສາສະໜາ ແມ່ນຢູ່ໃນສິນກິນໃນທຳ ທີ່ມີມາແລ້ວໃນແຕ່ລະຄົນ. ໃນຊີວິດຍຸກທັນສະໄໝ, ຖ້າຫາກວ່າ ເຮົາເຊື່ອມຊຶມໄດ້ຈິດໃຈພຸດທະສາສະໜານັ້ນ ກໍ່ຈະເຮັດໃຫ້ແຕ່ລະຄົນ ສາມາດສ້າງການດຳລົງຊີວິດໃຫ້ດີງາມກວ່າເກົ່າ”.

      ອີກສິ່ງໜຶ່ງເປັນພິເສດນັ້ນແມ່ນໃນບັນດາບົດປະພັນຂອງຕົນ, ນັກປະພັນ ຫງວຽນຊວນແຄັ໊ງ ກໍ່ລ້ວນແຕ່ສະຫງວນໜ້າຕ່າງໆ ເພື່ອຂຽນເຊີດຊູແມ່ຍິງ ຫວຽດນາມ. ຮູບພາບຂອງແມ່ຍິງ ໃນບົດປະພັນຂອງທ່ານ ລ້ວນແຕ່ມີຄວາມລຽບງ່າຍ. ນັກປະພັນ ຫງວຽນຊວນແຄ໊ງ ເປີດເຜີຍວ່າ:

     “ໃນແຕ່ລະໝູ່ບ້ານຍາມໃດກໍ່ມີສາລາ ແລະ ວັດ. ສຳລັບສາລາແມ່ນ ບັນດາຜູ້ເປັນພໍ່, ເພດຊາຍເຄີຍໄປເຖິງ. ສ່ວນບັນດາຜູ້ເປັນແມ່, ເປັນແມ່ຍິງເຄີຍໄປວັດ. ທິດສະດີຂອງສາສະໜາພຸດ ແມ່ນຢູ່ໃນສິນກິນໃນທຳ ເຮັດວຽກເພື່ອຄວາມສຸດຈະລິດ, ທັງໝົດເຫຼົ່ານັ້ນກໍ່ລ້ວນແຕ່ສຸມໃສ່ແມ່ຍິງ. ຂ້າພະເຈົ້າມີຄວາມເຄົາລົບນັບຖື ຕໍ່ບົດບາດຂອງແມ່ຍິງ ເພາະເຂົາເຈົ້າມີບັນດານິດໄສຄຸນສົມບັດອັນດີງາມ ມີຄວາມມານະອົດທົນ ແລະ ຮັກແພງມະນຸດ”.

     ນັກປະພັນ ຫງວຽນຊວນແຄ໊ງ ແມ່ນໜຶ່ງໃນບັນດານັກປະພັນວັນນະຄະດີ ມີຄວາມເມົາມົວກັບອາຊີບຈົນຮອດບັ້ນປາຍຂອງຊີວິດ. ລາວໄດ້ສະຫງວນຕະຫຼອດຊີວິດ ໃຫ້ແກ່ການປະພັນວັນນະຄະດີ ແລະ ແປພາສາ. ຫງວຽນຊວນແຄັ໊ງ ໄດ້ປະສົບຜົນສຳເລັດຢ່າງແທ້ຈິງ ບໍ່ພຽງແຕ່ໃນບົດບາດຂອງນັກປະພັນວັນນະຄະດີເທົ່ານັ້ນ ຫາກຍັງໃນບົດບາດຂອງນັກປັນຍາຊົນ ຍາມໃດກໍ່ເອົາໃຈໃສ່ເຖິງ ບັນກາບັນຫາທາງດ້ານວັດທະນະທຳ ແລະ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ