ນັກສິລະປິນດີເດັ່ນ ແທັງກີມເຫວະ ແລະ ບັນດາການປະກອບສ່ວນໃຫ້ແກ່ ສິລະປະຂັບ ກ່າຍເລືອງ

(VOVWORLD) -ສິລະປິນດີເດັ່ນ ແທັງກີມເຫວະ ມີຊື່ແທ້ວ່າ ບຸ່ຍທິເຫວະ ເກີດປີ 1954 ຢູ່ນະຄອນ ໂຮ່ຈີມິນ. ໃນຄາວຍັງມີຊີວິດຢູ່ນັ້ນ ນາງແມ່ນໜຶ່ງບັນດານັກຮ້ອງທີ່ມີຊື່ສຽງໃນເວທີສະແດງຂັບ ກ່າຍເລືອງ ທາງພາກໃຕ້. ດ້ວຍໄລຍະຜູກພັນກັບສິລະປະນັບສີບປີ ສິລະປິນດີເດັ່ນ ແທັງກີມເຫວະ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງ ໃຫ້ແກ່ສິລະປະຂັບ ກ່າຍເລືອງ ຫວຽດນາມ
ນັກສິລະປິນດີເດັ່ນ ແທັງກີມເຫວະ ແລະ ບັນດາການປະກອບສ່ວນໃຫ້ແກ່ ສິລະປະຂັບ ກ່າຍເລືອງ - ảnh 1ນັກສິລະປິນດີເດັ່ນ ແທັງກີມເຫວະ

     ແທັງກີມເຫວະ ເລີ່ມເຂົ້າສູ່ອາຊີບຂັບຮ້ອງນັບແຕ່ຄາວມີອາຍຸພຽງ 14 ປີ, ນາງໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນ ໃຫ້ແກ່ເວທີສະແດງສິລະປະ, ໃນຂົງເຂດສິລະປະ ແທັງກີມເຫວະ ອາດໄດ້ຮັບຖືວ່າ ແມ່ນນັກຮ້ອງສຽງດີ ແລະ ຫາຍາກ ເພາະວ່ານອກຈາກຂັບ ກ່າຍເລືອງ ບູຮານ, ນາງໄດ້ຮັບຄວາມນິຍົມຊົມຊອບ ຈາກຜູ້ຊົມຜ່ານບັນດາບົດເພງປະສານລະຫວ່າງດົນຕີບູຮານ ແລະ ດົນຕີທັນສະໄໝ. ດ້ວຍນ້ຳສຽງທີ່ເປັນໜ້າຈັບໃຈ, ແທັງກີມເຫວະ ໄດ້ສ້າງໃຫ້ແກ່ຕົນເອງ ກ່ຽວກັບເວທີສະແດງທີ່ເປັນເອກະລັກສະເພາະ ສາມາດດຶງດູດຜູ້ຊົມເປັນຈຳນວນຫຼວງຫຼາຍ. ດ້ວຍບົດລະຄອນ ຂັບຕວງ ລານ ແລະ ດຽບ ຫຼື ບັນດາບົດລະຄອນທີ່ປະສານລະຫວ່າງ ດົນຕີບູຮານ ແລະ ດົນຕີທັນສະໄໝຄື ຕະຫຼາດໃໝ່, ງານດອງຢູ່ເຂດບ້ານນາໂດຍ ແທັງກີມເຫວະ ທຳການສະແດງນັ້ນ ໄດ້ເຂົ້າສູ່ຈິດໃຈຂອງຜູ້ຊົມທັງຫຼາຍ. ນາງ ເຈິ່ນກ້ຽວເຟື້ອງ ຢູ່ນະຄອນ ໂຮ່ຈີມິນ  ໃຫ້ຮູ້ວ່າ:

   “ບົດລະຄອນຂັບຕວງໃດໆ ຂອງແທັງກີມເຫວະນັ້ນ, ຂ້າພະເຈົ້າກໍ່ຊົມຊອບທີ່ສຸດ, ນ້ຳສຽງຂອງນາງແມ່ນໃສດີ ແລະ ເປັນໜ້າຈັບໃຈ ໃຜໆກໍ່ຮັກແພງ ແທັງກີມເຫວະ.  ເມື່ອບໍ່ດົນມານີ້ ກໍ່ຍັງໄດ້ຮັບຟັງນາງ ແທັງກີມເຫວະ ຂັບຮ້ອງ ຮັບຟັງຄຳໃຫ້ສຳພາດຂອງນາງ  ແຕ່ໃນປັດຈຸບັນນາງໄດ້ເຖິງແກ່ມໍລະນະກຳແລ້ວ ຂ້າພະເຈົ້າໂສກເສົ້າເສຍດາຍທີ່ສຸດ.”

    ໃນພາລະກິດເປັນນັກຮ້ອງເປັນເວລາເຄິ່ງສະຕະວັດ, ບັນດາຕົວລະຄອນທີ່ນັກສິລະປິນ ແທັງກີມເຫວະ ສວມບົດນັ້ນ ກໍ່ລ້ວນແຕ່ສ້າງຂີດໝາຍພິເສດ ຄືໃນການສວມບົດຕົວລະຄອນ ລານ ໃນບົດລະຄອນ “ລານ ແລະ ດຽບ”, ບົດລະຄອນ “ດອກບານຂາວ”. ໃນຄວາມຊົງຈຳຂອງນັກສິລະປິນປະຊາຊົນ ເລະຖຸຍ ນັ້ນ, ສິລະປິນດີເດັ່ນ ແທັງກີມເຫວະ ແມ່ນຜູ້ມັກຮຽນຮູ້, ມີຄວາມເມົາມົວປະດິດຄິດສ້າງໃນການປະກອບອາຊີບ. ນາງ ເລະຖຸຍ ເວົ້າວ່າ:

 “ ແທັງກີມເຫວະ ເຖິງແກ່ມໍລະນະກຳ ກໍ່ປຽບເໝືອນເວທີສະແດງໄດ້ສູນເສຍນັກຮ້ອງທີ່ມີຄວາມເກັ່ງກ້າສາມາດ ນີ້ແມ່ນຄວາມສູນເສຍອັນໃຫຍ່ຫຼວງ. ຂ້າພະເຈົ້າມີຄວາມໂສກເສົ້າເສຍດາຍທີ່ສຸດ ເມື່ອລາວໄດ້ຈາກພວກເຮົາໄປ. ສຳລັບນັກຮ້ອງລຸ້ນນ້ອງທີ່ມີຊື່ສຽງ ກໍ່ຕ້ອງພະຍາຍາມສືບທອດລຸ້ນອ້າຍລຸ້ນເອື້ອຍ ເພື່ອພັດທະນາເວທີສະແດງຂັບ ກ່າຍເລືອງ ໃນອະນາຄົດ”.

  ໃນການດຳລົງຊີວິດ ເພື່ອນຮ່ວມອາຊີບ ກໍ່ລ້ວນແຕ່ເຄົາລົບນັບຖື ແທັງກີມເຫວະ ເພາະວ່ານາງສາມາດຜ່ານຜ່າຄວາມເຈັບປວດຍ້ອນ ຖືກລູກສາວຖືກເສຍຊີວິດ ເພື່ອອຸທິດສ່ວນໃຫ້ແກ່ພື້ນຖານສິລະປະ, ນາງໄດ້ກ້າຫານປະເຊີນໜ້າກັບໂລກພະຍາດ. ສິລະປິນ ແບັກຕວຽດ ໃຫ້ຮູ້ວ່າ:

   “ໃນມໍ່ໆມານີ້, ລາຍການ “ຂີດໝາຍເທບນິຍາຍ” ທີ່ໄດ້ອອກອາກາດນັ້ນ ແທັງກີມເຫວະ ໄດ້ຖືກຕິດໂລກພະຍາດແລ້ວ ຜູ້ຊົມບາງຄົນກໍ່ເຫັນວ່າ ນາງໄດ້ອ່ອນເພຍຫຼາຍແລ້ວ.  ຜູ້ຈັດທຳລາຍການໄດ້ປຶກສາກັບ ແທັງກີມເຫວະວ່າຄວນມີລາຍເພື່ອປະໄວ້ໃຫ້ຜູ້ຊົມ ເມື່ອນາງລ່ວງຫຼັບໄປ. ແທັງກີມເຫວະ ໄດ້ຮູ້ລ່ວງໜ້າກ່ຽວກັບເລື່ອງ ຕົນເອງຈະເຖິງແກ່ມໍລະນະກຳ ລາວມີຄວາມທຸ່ນທ່ຽງ  ແລະ ສະຫວາດສະເຫີຍຕ້ອນຮັບຊາຕາກຳຂອງຕົນ. ນີ້ກໍ່ແມ່ນສິ່ງທີ່ສູງສົ່ງ ເຊິ່ງຂ້າພະເຈົ້າມີຄວາມນັບຖືທີ່ສຸດ”.

   ໃນງານປະກວດນັກຮ້ອງ ກ່າຍເລືອງ ສຽງດີ ແທັງກີມເຫວະ ຍາມໃດກໍ່ແມ່ນຜູ້ມີອິດທິພົນຊື່ສຽງ ແລະ ໄດ້ຮັບການເຊື້ອເຊີນເປັນຄະນະກວດສອບຈາກຄະນະຈັດຕັ້ງ. ດ້ວຍຄວາມນິຍົມນັບຖືຕໍ່ຄວາມເກັ່ງກ້າສາມາດຂອງສິລະປິນດີເດັ່ນ ແທັງກີມເຫວະ,  ສິລະປິນຂັບ ກ່າຍເລືອງ ບິ່ງຕິງ ເປີດເຜີຍວ່າ:

 “ບິ່ງຕິງ ແລະ ບັນດານັກສິລະປິນໜຸ່ມຕ້ອງພະຍາຍາມສືບທອດທຸກສິ່ງທຸກຢ່າງ ທີ່ພວກອາວ ພວກອາ ສິລະປິນລຸ້ນກ່ອນໄດ້ຖ່າຍທອດໃຫ້ເຮົາ. ນີ້ແມ່ນເຂັມຊີ້ທິດເພື່ອໃຫ້ເຮົາສືບຕໍ່ກ້າວເດີນບົນເສັ້ນທາງສິລະປະ ແລະ ຍາມໃດກໍ່ຮັກສາຈິດໃຈ ແລະ ຈັນຍາບັນ ເພາະວ່ານີ້ແມ່ນສິ່ງທີ່ຈຳເປັນຂອງນັກສິລະປິນແຕ່ລະຄົນ”.

 ແຕ່ລະເທື່ອເມື່ອສິລະປິນ ແທັງກີມເຫວະ ຂັບຮ້ອງນັ້ນ ຜູ້ຟັງທັງຫຼາຍກໍ່ລ້ວນແຕ່ຮູ້ໂລດວ່ານີ້ແມ່ນນ້ຳສຽງຂອງ ແທັງກີມເຫວະ. ສິລະປິນດີເດັ່ນ ແທັງກີມເຫວະ ໄດ້ກາຍເປັນໜຶ່ງໃນບັນດານັກຮ້ອງເທບນິຍາຍ ຂອງສິລະປະເວທີສະແດງ ຫວຽດນາມ ຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ