ນັກສິລະປີນປະຊາຊົນ ຈູທູຍກີງ, ພົນລະເມືອງດີເດັ່ນຂອງນະຄອນຫລວງຮ່າໂນ້ຍ

(vovworld)- ໃນ ກວ່າ 60 ປີ ​ທີ່​ເຮັດອາ​ຊີບ​ເປັນ​ນັກຟ້ອນ, ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ຍັງ​​ຄົງເມົາ​ມົວ​​ກັບ​ການຄົ້ນ​ຄ້​ວາ, ສອນ​ສິ​ລະ​ປະ​ຟ​້ອນໃຫ້​ແກ່ລຸ້ນ​ຫນຸ່ມ​ ກໍ​ຄືອຸ​ທິດ​ສ່ວນ​​ສ້າງຄວາມ​ງາມ​ໃຫ້ບັນ​ດາ​ວາດ​ຟ້ອນ​ພື້ນ​ເມືອງ​ຂອງ​ຮ່າ​ໂນ້​ຍ. ດ້ວຍ​ບັນ​ດາ​ຜົນ​ງານ​​​ທີ່ຍາດ​ມາ​ໄດ້ໃນ​ໄລ​ຍະ​ເຮັດ​ອາ​ຊີບ​ເປັນ​ນັກ​ຟ້ອນ​ຂອງ​ຕົນ, ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ໄດ້​ຮັບ​ນາມ​ມະ​ຍົດ​​ເປັນພົນ​ລະ​ເມືອງ​ດີ​ເດັ່ນ​ຂອງນ​ະ​ຄອນ​ຫລວງ ​ໃນປີ 2015.
ນັກສິລະປີນປະຊາຊົນ ຈູທູຍກີງ, ພົນລະເມືອງດີເດັ່ນຂອງນະຄອນຫລວງຮ່າໂນ້ຍ - ảnh 1
ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ
ພາບ:TTXVN

        ​ໂດຍ​ໄດ້ສະ​ຫນິດ​ຕິດ​ພັນ​ກັບ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ​ມາ​ເປັນ​ເວ​ລາກວ່າ 70 ປີ ແລະອຸ​ທິດ​ສ່ວນ​ເຂົ້າ​ໃນ​ຫລາຍ​​ກິດ​ຈະ​ກຳ​ກໍ​ຄື​ບັນ​ດາວາດ​ຟ້ອນ​ກ່ຽວ​ກັບ​​ບ້ານ​ເກີດ​ເມືອງນອນ, ແຕ່​ເມ​ື່ອ​ໄດ້​ຮັບ​ນາ​ມະ​ຍົດ​ເປັນພົນ​ລະ​ເມືອງ​​ທີ່ດີ​ເດັ່ນ​ຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ, ນັກ​ສິ​ລະ​ປິນ ຈູ​ທູຍ​ກີງຍັງຮູ້​ສຶກ​ປະ​ຫລາດ​ໃຈທີ່​ສຸດ. ສຳ​ລັບ​ ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ແລ້ວ, ໂດຍ​ແມ່ນ​ລູກຫລາ​ນ​ຄົນ​ຫນຶ່ງ​ຂອງ ຮ່າ​ໂນ້ຍ, ການ​ອຸ​ທິດ​ສ່ວນ​ໃຫ້​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແມ່ນ​ສິ່ງ​ທີ່​ແນ່ນອນ​ຢູ່​ແລ້ວ. ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ແບ່ງ​ປັນ​ວ່າ:

        “ໂດຍ​ໄດ້​ກຳ​ເນີດ​ ແລະ​ ເຕີບ​ໃຫຍ່​ຢູ່​ນະ​ຄອນ​ຫລວງ ຮ່າ​ໂນ້ຍ, ຂ້າ​ພະ​ເຈົ້າ​ໃນ​ນາມເປັນລູກ​ຫລານ​ຂອງ​ຮ່​າ​ໂນ້ຍ. ສະ​ນັ້ນ ບໍ່​ວ່າ​​ໃນວຽກ​ງານ​ໃດຫລືສິ່ງ​ໃດ​​ ຮ່າ​ໂນ້ຍ ຕ້ອງ​ການ, ຂ​້າ​ພະ​ເຈົ້າ​ລ້ວນ​ແຕ່ຕັ້ງ​ໃຈ ແລະ ປະ​ຕິ​ບັດ​ຢ່າງ​ສຸດ​ຈິດ​ສຸດ​ໃຈ.”

        ເມື່ອ​ທຽບ​ໃສ່​ອາ​ຊີບ​ອື່ນ ​ອາ​ຊີບ​ເປັນ​ນັກຟ້ອນ​ແມ່ນ​ຫຍຸ້ງ​ຍາກ​ລຳ​ບາກສຳ​ລັບ​ນັກ​ສິ​ລະ​ປິນ ມີ​ອາ​ຍຸ​ສູງ. ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ນັກ​ສິ​ລະ​ປິນ​ດຳ​ເນີນ​ອາ​ຊີບ​ຍາວ​ນານກວ່າ​ໝູ່. ປະ​ຈຸ​ບັນ ເຖິງວ່າ ​ມີອາ​ຍຸກວ່າ 70 ປີ​ແລ້ວ​ກໍ​ຕາມ ແຕ່​ ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ຍາມ​ໃດ​ກໍ​ຮັກ​ອາ​ຊີບ, ເມົາ​ມົວ​ກັບ​ການ​ຟ້ອນ ແລະ ອຸ​ທິດ​ສ່ວນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ໂດຍບໍ່​ຮູ້​ອິດ​ຮູ້​ເມື່ອຍ. ໃນ​​ຕະ​ຫລອດຊຸມ​​ເປັນ​ນັກ​ສະ​ແດງ​ຟ້ອນ, ເມື່ອ​ມີ​ອາ​ຍຸ​ສູງ​ແລ້ວ ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ຍັງຮັບ​ຫນ້າ​ທີ່​ເປັນ​ຜູ້​ກຳ​ກັບ​ການ​ສະ​ແດງ ແລະ ມາ​ຮອດ​ປະ​ຈຸ​ບັນ ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ເປັນ​ປະ​ທານ​ສະ​ມາ​ຄົມ​ນັກ​ສິ​ລະ​ປິນ​ຟ້ອນ ຫວຽດ​ນາມ. ຍ້ອນ​ມີ​ພອນ​ສະ​ຫວັນ ແລະ ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ຕົນ, ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ​ຈື່ງ​ຖືກເຊີນໄປ​ສະ​ແດງ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ. ເມື່ອ​​ເວົ້າ​ເຖິງ​ນັກ​ສິ​ລະ​ປິນ ຈູ​ທູຍ​ກີງ, ນັກ​ສິ​ລະ​ປິນ ເລງອກ​ແກງ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ຮູ້​ຈັກ​ເຖິງ​ນັກ​ສິ​ລະ​ປິນ ຈູ​ທູຍ​ກີງ ເມື່ອ​ຄາວ​ຍັງ​ນ້ອຍ ແລະ  ເລີ່ມ​ປະ​ກອບອາ​ຊີບ​ຟ້ອນ​ໃນ​ປີ 1954. ນັກ​ສິ​ລະ​ປິນປະ​ຊາ​ຊົນ ຈູ​ທູຍ​ກີງ ແມ່ນ​ຊາວ ຮ່າ​ໂນ້ຍ​ລາວ, ໄດ້​ອຸ​ທິດ​ສ່ວນ​ໃຫ້​ຂະ​ແຫນງ​ຟ້ອນ ນັບ​ແຕ່​​ຕອນ​ຍັງເປັນ​ນັກ​ສະ​ແດງ ແລ້ວ​ກາຍ​ເປັນ​ຜູ້​ກຳ​ກັບ​ການ​ສະ​ແດງ, ການ​ນຳ ໂຮງ​ລະ​ຄອນ, ຜູ້​ຄຸ້ມ​ຄອງ​ໂຮງ​ລະ​ຄອນ, ປະ​ທານ​ສະ​ມາ​ຄົມ​ນັກ​ສິ​ລະ​ປິນ​ຟ້ອນ. ນັກ​ສິ​ລະ​ປິນປະ​ຊາ​ຊົນ ຈູ​ທູຍ​ກີງ ຍາດ​ໄດ້​ຜົນ​ງານ​ໃຫຍ່​ຫລາຍ​ຢ່າງ​ໃນ​ການ​ເຄື່ອນ​ໄຫວ​ ແລະ ພັດ​ທະ​ນາອາ​ຊີບ​ຟ້ອນ. ເລື່ອ​ງ​ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ໄດ້​​ຮັບ​ການຮັບ​ຮອງ​​ວ່າເປັນ​ພົນ​ລະ​ເມືອງ​ດີ​ເດັ່ນ​ຂອງ​ນະ​ຄອນ​ຫລວງ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເປັນ​ກຽດ​ຂອງ​ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ເທົ່າ​ນັ້ນ ຫາກ​ ຍັງ​ແມ່ນ​ຂອງຂະ​ແຫນງ​ຟ້ອນ​ອີກ​ດ້ວຍ.”

ນັກສິລະປີນປະຊາຊົນ ຈູທູຍກີງ, ພົນລະເມືອງດີເດັ່ນຂອງນະຄອນຫລວງຮ່າໂນ້ຍ - ảnh 2
ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ໃນ​ຄາວ​ຍັງ​ຫນຸ່ມ
​ພາບ:vov

        ປີ 1954, ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ໄດ້​ຮັບ​ເຂົ້າ​ເຮັດ​ວຽກ​ຢູ່ ກອງ​ສິ​ລະ​ປະ​ສູນ​ກາງ. ນັບ​ແຕ່​ໄລ​ຍະ​ນັ້ນ​ເປັນ​ຕົ້ນ​ມາ, ຊີ​ວິດ​ຂອງ​ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ​ກໍ​ຕິດ​ພັນ​​ກັບ​ການ​ໄປ​ສະ​ແດງ​ຢູ່​ຫລາຍ​ແຫ່ງ. ນັກ​ສິ​ລະ​ປິນ​ດີ​ເດັ່ນ ເລ​ແທງ​ງາ ເວົ້າ​ວ່າ:

        “ໃນ​ຄາວ​ຍັງ​ນ້ອຍ, ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ສະ​ແດງ​ບົດ​ຟ້ອນ​ຫລາຍ​ບົດ​ດີ​ທີ່​ສຸດ, ມີ​ເຕັກ​ນິກ​ໃນ​ການຟ້ອນ​ງາມ ແລະ ມີ​ຄວາມເຊື່ອ​ໝັ້​ນ ແລະ ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​​ແກ່ຜູ້​ຊົມ. ໃນ​ໄລ​ຍະ​ຕໍ່​ຕ້ານ​ຕ້ານ​ຈັກ​ກະ​ພັດ ອາ​ເມ​ລິ​ກາ, ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ​ເຄີຍໄດ້​ໄປ​ສະ​ແດງ​ຢູ່​​ບັນ​ດາສະ​ຫນາມ​ຮົບ​ຕ່າງໆ.”

        ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ກໍ​ແມ່ນ​ນັກ​ສິ​ລະ​ປິນ​ຜູ້​ທຳ​ອິດ ​ທີ່ນຳ​ເອົາ​ຄວາມ​ງາມ​ຂອງ ນະ​ຄອນ​ຫລວງ ຮ່າ​ໂນ້ຍ​ເຂົ້າບັນ​ດາ​ບົດ​ຟ້ອນ​ຄື: ດອກ​ໄມ້ ຈ່າງ​ອານ, ຄວາມ​ງາມ​ໃນ​ລະ​ດູ​ບານ​ໃຫມ່, ຄວາມ​ງາມ​ຂອງ​ບ້ານ​ເກີດ​ເມືອງນອນບັນ​ດາ​ບົດ​ຟ້ອນນີ້​ລ້ວນ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜູ້​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ເຮັດ​ໄດ​້​ສິ່ງ​ດັ່ງ​ກ່າວ​ ​ກໍຍ້ອນ​ວ່າ ​ໃນ​ຕະ​ຫລອດ​ຊີ​ວິດ​ຂອງ​ຕົນ​, ຍາ​ມ​ໃດ ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ​ ​ກ​ໍ​ຕິດ​ພັນ​ກັບ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ.

        ປະ​ຈຸ​ບັນ ເມື່ອ​ມີອາ​ຍຸ​ສູງ​ແລ້ວ ຟ້ອນບໍ່​ງາມ​ຄື​ຄາວ​ຍັງ​ຫນຸ່ມ​ອີກ, ແຕ່​ໃນ​ຖາ​ນະ​ເປັນ​ປະ​ທານ​ສະ​ມາ​ຄົມ​ນັກ​ສິ​ລະ​ປິນ​ຟ້ອນ ຫວຽດ​ນາມ, ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ​ໄດ້ຮຽງ​ບ່າ​ຮຽງ​ໄຫລ່​ກັບ​ບັນ​ດາ​ນັກ​ສິ​ລະ​ປິນ​ຟ້ອນ ຮ່າ​ໂນ້ຍ ລົງ​ບັນ​ດາ​ຕາ​ແສງ ເພື່ອ​​ຮຽບ​ຮຽງ, ​ຟື້ນ​ຟູ​ບັນ​ດາ​ວາ​ດ​ຟ້ອນ​​ເດີມ ທັງ​ລອງ. ສຳ​ລັບ ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈູ​ທູຍ​ກີງ ແລ້ວ, ຄວາມ​ປິ​ຕິ​ຊົມ​ຊື່ນ​ຂອງ​ທ່ານ​ນາງ ​ໄດ້​ພ້ອມ​ກັບ​ນັກ​ສິ​ລະ​ປິນ​ລຸ້ນ​ຫລັງ​ນຳ​ເອົາ​ບັນ​ດາ​ວາດ​ຟ້ອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ຮ່າ​ໂນ້ຍຮັບ​ໃຊ້​ຜູ້​ຊົມ​ນະ​ຄອນ​ຫລວງ.

 

ຕອບກັບ

ຂ່າວ/ບົດ​ອື່ນ