ນັກສະຖາປະນິກເຈິ່ນທິແທັງຖຸ໋ຍ, ຜູ້ຮັກສາຄວາມງາມຮ່າໂນ້ຍຜ່ານແຕ່ລະວາດແຕ້ມ

(VOVWORLD) -ຈິດຕະກອນນັກສະຖາປະນິກເຈິ່ນທິແທັງຖຸ໋ຍແມ່ນໜຶ່ງໃນບັນດາຜູ້ສ້າງຕັ້ງກຸ່ມຈິດຕະກອນ “ແຕ້ມຕົວເມືອງຮ່າໂນ້ຍ”. ນັກສະຖາປະນິກເຈິ່ນທິແທັງຖຸ໋ຍຫົວໜ້າກຸ່ມດັ່ງກ່າວ ພ້ອມກັບບັນດາສະມາຊິກໃນກຸ່ມໄດ້ປະດິດຄິດແຕ່ງພາບແຕ້ມນັບ 1.000 ແຜ່ນ ກ່ຽວກັບຮ່າໂນ້ຍປະກອບສ່ວນອະນຸລັກຮັກສາຄວາມງາມມໍລະດົກຂອງນະຄອນຫຼວງແລະຊາວຮ່າໂນ້ຍ.
ນັກສະຖາປະນິກເຈິ່ນທິແທັງຖຸ໋ຍ, ຜູ້ຮັກສາຄວາມງາມຮ່າໂນ້ຍຜ່ານແຕ່ລະວາດແຕ້ມ - ảnh 1ຈິດຕະກອນ,ນັກສະຖາປະນິກ ເຈິ່ນທິແທັງຖຸ໋ຍ
 
  ຈິດຕະກອນນັກສະຖາປະນິກເຈິ່ນທິແທັງຖຸ໋ຍເກີດປີ 1975 ລາວຮຽນຈົບຈາກມະຫາວິທະຍາໄລເຄຫາຮ່າໂນ້ຍປີ 1997. ປັນຈຸບັນນາງເປັນອາຈານສອນຢູ່ມະຫາວິທະຍາໄລເຄຫາຮ່າໂນ້ຍ. ກຸ່ມຈິດຕະກອນ “ແຕ້ມຕົວເມືອງຮ່າໂນ້ຍ” ໄດ້ຮັບການສ້າງຕັ້ງຂຶ້ນເມື່ອເດືອນ ກັນຍາປີ 2016 ໃນເບື້ອງຕົ້ນມີສະມາຊິກພຽງ 4 ຄົນແຕ່ມາຮອດປັດຈຸບັນ ກຸ່ມໄດ້ດຶງດູດການເຂົ້າຮ່ວມຂອງສະມາຊິກຫຼາຍກວ່າ 5.000 ຄົນໃນນັ້ນມີທັງຊາວຕ່າງປະເທດເຂົ້າຮ່ວມອີກດ້ວຍ. ນັກສະຖາປະນິກເຈິ່ນທິແທັງຖຸ໋ຍເວົ້າວ່າ:

    “ເມື່ອປະຕິບັດບົດຝຶກຫັດປີທີໜຶ່ງຢູ່ມາຫາວິທະຍາໄລນັ້ນແມ່ນແຕ້ມຄຸ້ມຖະໜົນເກົ່າ ຮ່າໂນ້ຍຂ້າພະເຈົ້າໄດ້ເກີດແນວຄວາມຄິດ ກ່ຽວກັບການອະນຸລັກຮັກສາຕົວເມືອງແຫ່ງທີ່ຕົນເອງພວມດຳລົງຊີວິດ. ເມື່ອກຸ່ມຈິດຕະກອນພວກຂ້າພະເຈົ້າໄດ້ຮັບການສ້າງຕັ້ງຂຶ້ນນັ້ນພວກຂ້າພະເຈົ້າໄດ້ແຕ້ມແລະແບ່ງປັນຜ່ານເຟດບຸກເພື່ອດຶງດູດຫຼາຍຄົນເຂົ້າຮ່ວມການແຕ້ມຕື່ມອີກແລະ ເມື່ອໄປແຕ້ມຢູ່ຕາມຖະໜົນກໍ່ມີຫຼາຍຄົນຂໍເຂົ້າຮ່ວມໃນກຸ່ມ ເຂົາເຈົ້າບໍ່ແມ່ນຈິດຕະກອນນັກສະຖາປະນິກແຕ່ເຂົາເຈົ້າມີຄວາມຮັກນະຄອນຮ່າໂນ້ຍ”.

    ໃນໂອກາດທ້າຍອາທິດຢ່າງສະເໜີ ບັນດາສະມາຊິກໃນກຸ່ມຈິດຕະກອນໄດ້ນັດກັນຢູ່ສະຖານທີ່ແຫ່ງໜຶ່ງໃນນະຄອນຮ່າໂນ້ຍແລະໄດ້ພ້ອມກັນແຕ້ມບັນດາປູຊະນີຍະສະຖານ ທິວທັດທຳມະຊາດທີ່ລືຊື່ ຫຼືຖະໜົນເກົ່າບັນດາເຮືອນວິນລາຂອງ ຝລັ່ງ...ໄປຮອດໃສກຸ່ມຈິດຕະກອນກໍ່ໄດ້ດຶງດູດຜູ້ເຂົ້າຮ່ວມຕື່ມອີກສຳລັບເພື່ອນໜຸ່ມຫງວຽນອານຢຸຍນີ້ກໍ່ແມ່ນໄອກາດຊ່ວຍໃຫ້ນ້ອງໄດ້ຂະຫຍາຍພອນສະຫວັນແຕ້ມຮູບ. ຫງວຽນອານຢຸຍເວົ້າວ່າ:

    “ເມື່ອເຂົ້າຮ່ວມການແຕ້ມໃນໂອກາດທ້າຍອາທິດ,ນ້ອງກໍ່ສາມາດຮັກສາບັນດາຄວາມງາມຂອງຮ່າໂນ້ຍເມື່ອກ່ອນນີ້. ຈາກນັ້ນໄດ້ເຮັດນ້ອງເພີ່ມຄວາມຮັກຮ່າໂນ້ຍຫຼາຍຂຶ້ນ”.

    ຈິດຕະກອນ,ນັກສະຖາປະນິກເຈິ່ນທິແທັງຖຸ໋ຍຍາມໃດກໍ່ສົ່ງເສີມ ແລະ ສ້າງແຫຼ່ງບັນດານໃຈໃຫ້ແກ່ບັນດາສະມາຊິກໃນກຸ່ມ. ນອກຈາກການແຕ້ມແລະແບ່ງປັນແນວຄວາມຄິດ, ການເປັນຫວ່ງເປັນໃຍຜ່ານບັນດາສື່ສັງຄົມ, ນາງຍັງຈັດຕັ້ງການພົບປະແລກປ່ຽນໃຫ້ແກ່ບັນດາສະມາຊິກໃນກຸ່ມຢູ່ບັນດາກິດຈະກຳທີ່ເກົ່າແກ່ ປູຊະນີຍະສາຖານປະຫວັດສາດວັດທະນະທຳຂອງຮ່າໂນ້ຍ. ນາງເລເອິນບິກຮ່າສະມາຊິກຄົນໜຶ່ງສັງກັດກຸ່ມຈິດຕະກອນດັ່ງກ່າວເປີດເຜີຍວ່າ:

   “ເມື່ອໄດ້ເຮັດວຽກກັບນາງຖຸ໋ຍ, ຂ້າພະເຈົ້າເຫັນວ່ານາງມີຄວາມສຸດຈິດສຸດໃຈ ລາວເປັນຜູ້ສ້າງແຫຼ່ງບັນດານໃຈໃຫ້ແກ່ທຸກໆຄົນ. ຄວາມກະຕືລືລົ້ນຂອງນາງໄດ້ແຜ່ກະຈາຍດຶງດູດຫຼາຍຄົນເຂົ້າຮ່ວມ. ຮອດທ້າຍທຸກໆອາທິດກໍ່ໄດ້ນັດກັນເພື່ອແຕ້ມຮູບອາດຈະເວົ້າໄດ້ວ່າກຳລັງແຜ່ກະຈາຍຂອງນາງຖຸ໋ຍແມ່ນດີທີ່ສຸດອັນໄດ້ສ້າງກຳລັງໜູນໃຫ້ແກ່ທຸກໆຄົນ”.

   ພາຍຫຼັງທີ່ໄດ້ປະຕິບັດສອງກິດຈະກຳແຕ້ມກ່ຽວກັບບັນດາເຂດເຮືອນລວມແລະຄຸ້ມຖະໜົນເກົ່າຮ່າໂນ້ຍ, ກຸ່ມຈິດຕະກອນແຕ້ມຕົວເມືອງຮ່າໂນ້ຍໄດ້ສະເໜີຕົວປຶ້ມພາບ “ຄວາມປະທັບໃຈຮ່າໂນ້ຍ - ຈາກການແຕ້ມບັນດາກິດຈະກຳສະໄໝຝລັ່ງ” ກຸ່ມຈິດຕະກອນດັ່ງກ່າວບໍ່ພຽງແຕ່ແຕ້ມກ່ຽວກັບຮ່າໂນ້ຍ ເທົ່ານັ້ນຫາກຍັງແຕ້ມກ່ຽວກັບເຂດຕົວເມືອງຕ່າງໆ ຄືຢູ່ນະຄອນ ບັກນິງ, ນະຄອນດ່າຫຼາດ, ເຫວ້, ໂຮ້ຍອານ... ບໍ່ພຽງແຕ່ແຜ່ກະຈາຍຄວາມຮັກຮ່າໂນ້ຍເຖິງຫຼາຍຄົນເທົ່ານັ້ນນາງຖຸ໋ຍຍັງເປັນຂົວເຊື່ອມຕໍ່ລະຫວ່າງຮ່າໂນ້ຍກັບບັນດາເພື່ອນມິດສາກົນອີກດ້ວຍ. ພ້ອມກັນນັ້ນກຸ່ມຈິດຕະກອນດັ່ງກ່າວກໍ່ຍັງເຂົ້າຮ່ວມເຫດການແຕ້ມພາບຢູ່ປະເທດຕ່າງໆໃນໂລກອີກດ້ວຍ.ເມື່ອເວົ້າເຖິງເພື່ອນຮ່ວມອາຊີບຂອງຕົນ, ອ້າຍຈິ້ງງອກລຽນ ອາຈານສອນຢູ່ມະຫາວິທະຍາໄລເຄຫາຮ່າໂນ້ຍໃຫ້ຮູ້ວ່າ:

  “ນາງຖຸ໋ຍມີຄວາມຮັກຮ່າໂນ້ຍ ທີ່ສຸດແລະໄດ້ສຸມຈິດສຸມໃຈກໍ່ຄືສະຫງວນຄວາມຮັກໃຫ້ແກ່ ຮ່າໂນ້ຍ. ໃນພາບແຕ້ມຂອງນາງຖຸ໋ຍກໍ່ມີຫຼາຍເລື່ອງລາວກ່ຽວກັບຄຸ້ມຖະໜົນເກົ່າບໍ່ແຕ່ແມ່ນສິລະປະຜ່ານວາດແຕ້ມເທົ່ານັ້ນຫາກຍັງແມ່ນເລື່ອງລາວຄົ້ນຫາຄວາມຮູ້ສຶກກ່ຽວກັບຮ່າໂນ້ຍ ອີກດ້ວຍ”.

     ຈິດຕະກອນນັກສະຖາປະນິກເຈິ່ນທິແທັງຖຸ໋ຍພ້ອມກັບກຸ່ມຈິດຕະກອນ “ແຕ້ມຕົວເມືອງຮ່າໂນ້ຍ” ໄດ້ແນະນຳຮ່າໂນ້ຍຕໍ່ຊຸມຊົນຜູ້ນິຍົມຈິດຕະກຳໃນໂລກ ໂຄສະນາຄວາມງາມນະຄອນຫຼວງຮ່າໂນ້ຍ. ບັນດາເພື່ອນມິດສາກົນ ເມື່ອໄດ້ຮັບຊົມບັນດາພາບແຕ້ມກ່ຽວກັບຮ່າໂນ້ຍຂອງນາງກໍ່ໄດ້ມາຫວຽດນາມ ທ່ອງທ່ຽວຄົ້ນຫາຮ່າໂນ້ຍ ເວົ້າສະເພາະກໍ່ຄືຄົ້ນຫາຄວາມງາມຂອງປະເທດຊາດ ແລະ ຊາວຫວຽດນາມເວົ້າລວມ. ດ້ວຍຄວາມສະຫງຽມຄ່ຽມຄົມຈິດຕະກອນນັກສະຖາປະນິກເຈິ່ນທິແທັງຖຸ໋ຍຍັງຄົງຈົດກ່າຍຮັກສາແລະເຊີດຊູຄວາມງາມຮ່າໂນ້ຍຜ່ານຂົງເຂດຈິດຕະກຳໃນແຕ່ລະວັນ. 

ຕອບກັບ

ຂ່າວ/ບົດ​ອື່ນ