ນັກເສບດົນຕີ ຫງວຽນຫວິງບ໋າວ ຜູ້ມີການປະກອບສ່ວນ ຢ່າງໃຫຍ່ຫຼວງ ໃຫ້ແກ່ພື້ນຖານດົນຕີ ພື້ນເມືອງ

(VOVWORLD) -ນັກເສບດົນຕີ ຫງວຽນຫວິງບ໋າວໄດ້ເຖິງແກ່ມໍລະນະກຳ ເມື່ອວັນທີ 7 ມັງກອນ ປີ 2021 ຢູ່ເຮືອນສ່ວນຕົວທີ່ນະຄອນ ກາວແຫຼ໊ງ ແຂວງ ດົ່ງທາບ ລວມອາຍຸ 104 ປີ. ທ່ານແມ່ນນັກສິລະປິນທີ່ມີຄວາມເກັ່ງກ້າສາມາດຂອງພຶື້ນຖານສິລະປະຂັບເດີນກາຕາຍຕື໋ ພາກໃຕ້. ນັກເສບດົນຕີ ຫງວຽນຫວິງບ໋າວຍັງແມ່ນນັກຄົ້ນຄວ້າດົນຕີ, ສາດສະດາຈານສອນວິຊາດົນຕີພື້ນເມືອງ ແລະ ກໍ່ແມ່ນນັກສິລະປະການຜະລິດເຄື່ອງດົນຕີ.
ນັກເສບດົນຕີ ຫງວຽນຫວິງບ໋າວ ຜູ້ມີການປະກອບສ່ວນ ຢ່າງໃຫຍ່ຫຼວງ ໃຫ້ແກ່ພື້ນຖານດົນຕີ ພື້ນເມືອງ - ảnh 1ນັກເສບດົນຕີ ຫງວຽນຫວິງບ໋າວ (ເບື້ອງຂວາ)

    ນັກເສບດົນຕີ ຫງວຽນຫວິງບ໋າວ ເກີດປີ 1918 ຢູ່ບ້ານ ໝີ໊ຈ໋າ ເມືອງ ກາວແຫຼ໊ງ ແຂວງ ຊາແດັກ ປັດຈຸບັນແມ່ນຕາແສງໜຶ່ງ ນະຄອນ ກາວແຫຼ໊ງ ແຂວງ ດົ່ງທາບ. ທ່ານ ໄດ້ກຳເນີດຂຶ້ນໃນຄອບຄົວທີ່ມີມູນເຊື້ອມັກການຮ່ຳຮຽນນິຍົມສີລະປະຂັບເດີນກາຕາຍຕື໋ ທ່ານໄດ້ຮູ້ເສບເຄື່ອງດົນຕີມາແຕ່ນ້ອຍ. ນາງ ຫງວຽນທິທູແອັງ ລູກສາວກົກຂອງນັກເສບດົນຕີ ຫງວຽນຫວິງບ໋າວ ເປີດເຜີຍວ່າ : ນັກເສບດົນຕີ ຫງວຽນຫວິງບ໋າວ ບໍ່ພຽງແຕ່ແມ່ນຜູ້ເປັນພໍ່ເທົ່ານັ້ນ ຫາກຍັງແມ່ນອາຈານໄດ້ສອນເຮົາຮຽນເສບເຄື່ອງດົນຕີ ແລະ ແບບແຜນການດຳລົງຊີວິດ. ນາງ ຫງວຽນທິທູແອັງ ເວົ້າວ່າ:

     “ໂດຍແມ່ນອາຈານສອນເສບເຄື່ອງດົນຕີໃຫ້ແກ່ຂ້າພະເຈົ້ານັບແຕ່ຄາວຍັງນ້ອຍ ແຕ່ເພິ່ນແມ່ນຜູ້ເປັນພໍ່ ທັງແມ່ນອາຈານສອນຂ້າພະເຈົ້າ ກ່ຽວກັບວິຖີຊີວິດ, ຄວາມເປັນມະນຸດ ຄວາມເມດຕາກະລຸນາ, ສະຫງ່ຽມຄ່ຽມຄົມ. ເມື່ອຮູ້ຄົນໜຶ່ງມີຄວາມຜິດ , ເຂົາບໍ່ດີກັບເຮົາ ແຕ່ກໍ່ບໍ່ຖືຄວາມຜິດ ແລະ ສິ່ງທີ່ບໍ່ດີນັ້ນເພື່ອຕອບແທນ, ເຮົາຄວນເອົາສິ່ງທີ່ດີງາມມາຕອບແທນໃຫ້ເຂົາ”.

       ນັກເສບດົນຕີ ຫງວຽນຫວິງບ໋າວ ໄດ້ຮັບລາງວັນ ດ່າວເຕິ໊ນ ຂອງ ຫວຽດນາມ ເມື່ອປີ 2005. ປີ 2006 ທ່ານແມ່ນນັກເສບດົນຕີທີ່ຫາຍາກຢູ່ ຫວຽດນາມ, ໃນຈຳນວນນັກເສດດົນຕີ 6 ຄົນ ທີ່ມີຜົນສະທ້ອນໃນໂລກໄດ້ຮັບການເຊີດຊູຢູ່ທີ່ກອງປະຊຸມສຳມະນາ ກ່ຽວກັບດົນຕີພື້ນເມືອງວິທະຍາຂອງໂລກ ທີ່ຈັດຂຶ້ນຢູ່ ອາເມລິກາ. ປີ 2008 ນັກເສບດົນຕີ ຫງວຽນຫວິງບ໋າວ ໄດ້ຮັບຫຼຽນກາສິລະປະ ແລະ ວັນນະຄະດີຈາກລັດຖະບານ ຝລັ່ງ.  ປີ 2014 ທ່ານໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ ຍ້ອນມີຜົນງານໃນການອະນຸລັກ ເສີມຂະຫຍາຍສິລະປະຂັບ ເດີນກາຕາຍຕື໋ ພາກໃຕ້. ປີ 2015 ທ່ານໄດ້ຮັບລາງວັນ ຟາມເຈົາຈິງ ຍ້ອນມີບັນດາການປະກອບສ່ວນໃນການເກັບຮັກສາ ແລະ ໂຄສະນາດົນຕີພື້ນເມືອງ. ນາງ ຫງວຽນທິໝີລຽມ ຮອງປະທານສະມາຄົມດົນຕີ ໂຮ່ຈີມິນ ເປີດເຜີຍວ່າ:

      “ອາຈານໄດ້ເວົ້າເຖິງຄວາມນຶກຄິດທຸກຢ່າງຂອງອາຈານ ກ່ຽວກັບດົນຕີ ຫວຽດນາມ ແລະ ດົນຕີພື້ນເມືອງ ຫວຽດນາມ, ອາຈານໄດ້ຖ່າຍທອດບັນດາລະດັບຄວາມຮູ້ທາງດ້ານດົນຕີພື້ນເມືອງໃຫ້ແກ່ຂ້າພະເຈົ້າ, ເປັນຕົ້ນແມ່ນຂັບເດີນກາຕາຍຕື໋ ແລະ ດົນຕີໃນພິທີງານບຸນພາກໃຕ້. ຂ້າພະເຈົ້າຍາມໃດກໍ່ມີຄວາມເອກອ້າງທະນົງໃຈ ເພາະວ່າເຮົາໄດ້ມີອາຈານເຊັ່ນນີ້. ນອກຈາກເລື່ອງ ອະນຸລັກຮັກສາສຽງດົນຕີຂອງປູ່ຍ່າຕາຍາຍປະໄວ້ໃຫ້ນັ້ນ, ອາຈານຍັງນຳສິ່ງທີ່ຍອດຍິ່ງ ຂອງດົນຕີພື້ນເມືອງ ຫວຽດນາມ ມາໃຫ້ຄົນລຸ້ນຫຼັງ”.

       ບໍ່ພຽງແຕ່ມີຄວາມສຸມຈິດສຸມໃຈກັບເຄື່ອງດົນຕີພື້ນເມືອງເທົ່ານັ້ນ, ນັກເສບດົນຕີ ຫງວຽນຫວິງບ໋າວ ຍັງມີຄວາມເມົາມົວ ໃນການຖ່າຍທອດດົນຕີໃຫ້ແກ່ໄວໜຸ່ມ. ນັກເສບດົນຕີມີລູກສິດນັບ 100 ຄົນ ຢູ່ທົ່ວທຸກແຫ່ງຈາກບັນດາແຂວງ ນະຄອນຢູ່ພາຍໃນປະເທດ ຕະຫຼອດຮອດປະເທດຕ່າງໆຢູ່ ອາຊີ ແລະ ເອີລົບ, ອົດສະຕາລີ ອາເມລິກາ ອີກດ້ວຍ. ມີລູກສິດຫຼາຍລຸ້ນຄົນໂດຍທ່ານສິດສອນ ໄດ້ເຕີບໃຫຍ່ ແລະ ໄດ້ມີການປະກອບສ່ວນເຂົ້າໃນການພັດທະນາຂອງດົນຕີພື້ນເມືອງ. ເອື້ອຍຄູດີເດັ່ນຟ້າມຖຸຍຮວານ ເຊິ່ງແມ່ນລູກສິດຂອງນັກເສບດົນຕີ ຫງວຽນຫວິງບ໋າວ ເລົ່າຄືນສູ່ຟັງວ່າ:

        “ສຳລັບອາຈານແລ້ວ ກໍ່ເຄີຍເຫັນອາຈານມັກສົ່ງເສີມຫຼາຍກວ່າຄວາມເຄັ່ງຄັດ, ຖ້າຫາກເຮົາຍັງບໍ່ທັນເຮັດໄດ້ຕາມສິ່ງທີ່ອາຈານ ມີຄວາມຫວັງນັ້ນ, ອາຈານກໍມານະອົດທົນ ແລະ ບອກສອນເຮົາ ຕ້ອງພະຍາຍາມ ຫຼາຍຂຶ້ນ ຫາກບໍ່ແມ່ນຮ້າຍດ່າ”.

       ດ້ວຍການອຸທິດສ່ວນໂຄສະນາ ກ່ຽວກັບສິລະປະພື້ນເມືອງ ທັງຢູ່ພາຍໃນ ແລະ ຕ່າງປະເທດເປັນເວລາເກືອບທົດສະວັດ, ນັກເສບດົນຕີ ຫງວຽນຫວິງບ໋າວ ໄດ້ຮັບຖືວ່າ ແມ່ນຜູ້ທີ່ມີຄວາມເກັ່ງກ້າສາມາດຂອງພື້ນຖານສິລະປະຂັບເດີນກາຕາຍຕື໋ ພາກໃຕ້. ນັກເສບດົນຕີ ຫງວຽນຫວິງບ໋າວ ໄດ້ເຖິງແກ່ມໍລະນະກຳແລ້ວ, ແຕ່ສຽງດົນຕີ ພ້ອມກັບຊີວິດຂອງທ່ານຍັງຈະຍືນຍົງຄົງຕົວໃນຈິດໃຈຂອງນັກຮຽນຜູ້ນິຍົມດົນຕີພື້ນເມືອງຕະຫຼອດການ.

ຕອບກັບ

ຂ່າວ/ບົດ​ອື່ນ