ນະຄອນ ໂຮ່ຈີມິນ - ຈຸດທີ່ສະຫວ່າງສະໄຫວ ໃນການພັດທະນາວັດທະນະທຳການອ່ານ

(VOVWORLD) -ການຈັດຕັ້ງບັນດາລາຍການເຄື່ອນໄຫວເພື່ອດຶງດູດ ປະຊາຊົນມາສູ່ເຂດປຶ້ມ ເພື່ອໃຫ້ແຕ່ລະຄົນສາມາດກາຍເປັນທູດວັດທະນະທຳການອ່ານ ກໍ່ແມ່ນຄວາມມານະພະຍາຍາມຂອງນະຄອນ ໂຮ່ຈີມິນ ໃນການສ້າງເປັນຮູບປະທຳ ແລະ ຍົກສູງວັດທະນະທຳການອ່ານໃຫ້ແກ່ປະຊາຊົນ. ດ້ວຍຫຼາຍຮູບແບບໃໝ່ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນໄລຍະທີ່ຜ່ານມານັ້ນ, ນະຄອນ ໂຮຈີມີນ ໄດ້ຮັບການຕີລາຄາວ່າ ແມ່ນຈຸດທີ່ສະຫວ່າງສະໄຫວໃນທົ່ວປະເທດ ໃນການພັດທະນາວັດທະນະທຳການອ່ານ. ທາງນະຄອນພວມມຸ່ງໄປສູ່ເປົ້າໝາຍບັນລຸນາມມະຍົດ ນະຄອນຫຼວງປຶ້ມແຫ່ງໂລກ
ນະຄອນ ໂຮ່ຈີມິນ - ຈຸດທີ່ສະຫວ່າງສະໄຫວ ໃນການພັດທະນາວັດທະນະທຳການອ່ານ - ảnh 1ນະຄອນໂຮ່ຈິມິນ ເຄີຍຈັດການເຄື່ອນໄຫວກ່ຽວກັບປຶ້ມອ່ານ

    ເພື່ອແນ່ໃສ່ປະກອບສ່ວນໂຄສະນານຳວັດທະນະທຳການອ່ານ ມາສູ່ແຕ່ລະເປົ້າໝາຍ, ນຳການອ່ານປຶ້ມໃຫ້ໃກ້ຊິດຕິດແທດກັບປະຊາຊົນ, ນະຄອນ ໂຮ່ຈີມິນ ໄດ້ເລືອກເອົາບັນດາທູດວັດທະນະທຳການອ່ານເປັນຕົວແທນໃນຫຼາຍຂົງເຂດຄື ພິມຈຳໜ່າຍ, ສື່ມວນຊົນ, ເສດຖະກິດ… ເຂົາເຈົ້າແມ່ນບັນດາຜູ້ທີ່ມີຄວາມຮັກສຳລັບປຶ້ມ ແລະ ມີຄວາມຫວັງຢາກແຜ່ກະຈາຍຈິດໃຈມັກການຮ່ຳຮຽນ, ມັກອ່ານປຶ້ມ, ໂຄສະນາຄຸນຄ່າຂອງປຶ້ມ, ຈາກນັ້ນປະກອບສ່ວນພັດທະນາວັດທະນະທຳການອ່ານຢ່າງກວ້າງເລິກເຖິງປະຊາຊົນເປັນຕົ້ນແມ່ນໃນຂົງເຂດທີ່ແຕ່ລະຄົນຊົມຊອບ. ນ້ອງ ເຍິດວີ ນັກຮຽນຫ້ອງ ມໍ 5 ໂຮງຮຽນມັດທະຍົມຕອນຕົ້ນ ຮວາລື ທີ່ນະຄອນ ທູ໋ດຶກ ພວມຜັນຂະຫຍາຍໂຄງການຮວບຮວ່ມປຶ້ມທີ່ດີທີ່ມ່ວນ ເພື່ອສ້າງແຫຼ່ງບັນດານໃຈອ່ານປຶ້ມໃຫ້ແກ່ໝູ່ເພື່ອນລຸ່ນດຽວກັນ. ເຍິດວີ ໃຫ້ຮູ້ວ່າ:

 “ຢູ່ໂຮງຮຽນ ອ້າຍເອື້ອຍຄູ ແລະ ບັນດາເພື່ອນໄດ້ໜູນຊ່ວຍນ້ອງປະຕິບັດການເຮັດວາລະສານ. ພວກເພື່ອນກໍ່ເຈາະຈີ້ມໃຫ້ນ້ອງກ່ຽວກັບການປະດັບປະດາ ປະກອບສ່ວນກ່ຽວກັບບັນດາປຶ້ມອ່ານທີ່ດີທີ່ມ່ວນ.       ນ້ອງກໍ່ຮວບຮ່ວມຫຼາຍຫົວເລື່ອງທີ່ແຕກຕ່າງກັນ ເພື່ອໃຫ້ບໍ່ວ່າຜູ້ໃດກໍ່ສາມາດຊອກຫາບັນດາເນື້ອໃນທີ່ຕົນຊົມຊອບ”.

ສຳລັບອ້າຍ ເລຈີ໊ທົງ ປະທານສະມາຄົມນັກທຸລະກິດໜຸ່ມນະຄອນ ໂຮ່ຈີມິນ ແລ້ວ ສຳລັບຄວາມລື້ງເຄີຍອ່ານປຶ້ມນັ້ນ, ລາວໄດ້ຮັກສານັບແຕ່ຄາວຍັງນ້ອຍ. ຮອດເວລາໄປເຮັດວຽກ ແລະ ກາຍເປັນນັກທຸລະກິດ, ແຕ່ລະອາທິດລາວກໍ່ລ້ວນແຕ່ສະຫຼະເວລາອ່ານປຶ້ມຢ່າງໜ້ອຍສອງຫົວ ເຊິ່ງກໍ່ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃນການດຳເນີນທຸລະກິດຂອງລາວ. ຕາມອ້າຍ ທົງ ແລ້ວ ການອ່ານໃນປັດຈຸບັນມີຄວາມແຕກຕ່າງກັນຫຼາຍ ເມື່ອທຽບໃສ່ກ່ອນນີ້. ຖ້າຫາກວ່າເມື່ອກ່ອນນີ້ ການອ່ານພຽງແຕ່ຜ່ານປຶ້ມອ່ານເທົ່ານັ້ນ ແຕ່ປັດຈຸບັນສາມາດອ່ານຜ່ານລະບົບອິນເຕີເນັດອີກດ້ວຍ. ດ້ວຍບົດບາດເປັນທູດວັດທະນະທຳການອ່ານ ຂອງນະຄອນ ໂຮ່ຈີມິນ ອາຍຸການ 2024 – 2025. ອ້າຍ ທົງ ໃຫ້ຮູ້ວ່າ

: “ສຳລັບນັກທຸລະກິດ, ພວກຂ້າພະເຈົ້າຄິດວ່າ ຄຸນຄ່າຂອງການອ່ານ ແລະ ອັບເດດລະດັບຄວາມຮູ້ຢ່າງຕໍ່ເນື່ອງ ໃນຍຸກປັດຈຸບັນ ແມ່ນສຳຄັນທີ່ສຸດ”.

ນະຄອນ ໂຮ່ຈີມິນ ໄດ້ມີການເຄື່ອນໄຫວຫຼາຍຢ່າງທີ່ກ່ຽວຂ້ອງເຖິງປຶ້ມຄື ງານບຸນປຶ້ມ ໃນບັນບຸນເຕັດ, ວັນປຶ້ມ ແລະ ວັດທະນະທຳການອ່ານ, ການເຄື່ອນໄຫວທີ່ຟົດຟື້ນຢູ່ຕາມ ຖະໜົນປຶ້ມ, ຮ້ານຂາຍປຶ້ມ… ອຳນາດການປົກຄອງນະຄອນຍາມໃດກໍ່ສົ່ງເສີມການອ່ານໃນໝູ່ເດັກນ້ອຍ ດ້ວຍຫຼາຍຮູບການ. ທ່ານ ເລິມດິ່ງຖັງ ຫົວໜ້າພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ເພື່ອພັດທະນາວັດທະນະທຳການອ່ານ, ທາງນະຄອນບໍ່ພຽງແຕ່ມີບັນດາເຫດການສ້າງຈຸດທີ່ພົ້ນເດັ່ນເທົ່ານັ້ນ ຫາກຍັງໄດ້ລົງທຶນຢ່າງມີວິທະຍາສາດ. ໃນໄລຍະທີ່ຈະມາເຖິງ ທາງນະຄອນຈະປະຕິບັດການສຳຫຼວດກ່ຽວກັບອັດຕາການອ່ານປຶ້ມຂອງປະຊຊົນນະຄອນ ພິເສດໃນໝູ່ນັກຮຽນຊາວໜຸ່ມ ເຍົາວະຊົນ ເພື່ອມີການກຳນົດທິດຍາວນານ. ທ່ານ ຖັງ ໃຫ້ຮູ້ວ່າ:    

“ຈາກການສຳຫຼວດ, ທາງນະຄອນຈະສ້າງບັນດານະໂຍບາຍທີ່ມີລັກສະນະຍາວນານ ມີແບບມີແຜນເພື່ອວັດທະນະທຳການອ່ານຂອງນະຄອນພັດທະນາຢ່າງແທ້ຈິງ”.

ຂະນະທີ່ເຕັກໂນໂລຊີການຫັນເປັນດີຈີຕອນພັດທະນາ, ນະຄອນ ໂຮ່ຈີມິນ ໄດ້ຊອກຫາວິທີກ້າວເຂົ້າສູ່ແຕ່ລະກຸ່ມເປົ້າໝາຍລະອຽດ, ແຕ່ລະຂະແໜງອາຊີບຢ່າງຖືກຕ້ອງຕາມການກຳນົດທິດເພື່ອໃຫ້ແຕ່ລະຄົນກາຍເປັນທູດວັດທະນະທຳການອ່ານ. ແລະ ຍິ່ງໄປກວ່ານັ້ນ, ການສຳຫຼວດອັດຕາການອ່ານໃນໝູ່ປະຊາຊົນ ກໍ່ແມ່ນບາດກ້າວເດີນຍາວນານ ເພື່ອໃຫ້ທາງນະຄອນມີນະໂຍບາຍຊຸກຍູ້ການພັດທະນະວັດທະນະທຳການອ່ານໃນອະນາຄົດ ມຸ່ງໄປສູ່ກາຍເປັນນະຄອນຫຼວງປຶ້ມແຫ່ງໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ