ນະຄອນ ໂຮ່ຈີມິນ ນຳເຂດວັດທະນະທຳ ໂຮ່ຈີມິນ ມາສູ່ປະຊາຊົນ

(VOVWORLD) -ມີອົງການສຳນັກງານ ຫົວໜ່ວຍຫຼາຍແຫ່ງໃນບໍລິເວນນະຄອນ ໂຮ່ຈີມິນ ໄດ້ສ້າງເຂດວັດທະນະທຳ ໂຮ່ຈີມິນ. ເຂດວັດທະນະທຳເຫຼົ່ານີ້ ໄດ້ຊ່ວຍປະຊາຊົນທຸກຊັ້ນຄົນ ເປັນຕົ້ນແມ່ນໄວໜຸ່ມມີຄວາມເຂົ້າໃຈຕື່ມອີກ ແລະ ເຄົາລົບຄຸນຄ່າວັດທະນະທຳປະຫວັດສາດຂອງນະຄອນເທື່ອລະກ້າວປະກອບສ່ວນແຜ່ກະຈາຍແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. 
ນະຄອນ ໂຮ່ຈີມິນ ນຳເຂດວັດທະນະທຳ ໂຮ່ຈີມິນ ມາສູ່ປະຊາຊົນ - ảnh 1ເຂດວັດທະນະທຳ ໂຮ່ຈີມິນຢູ່ວັດ ເຈີນດຶກ

    ໂດຍອີງຕາມຈຸດພິເສດສະເພາະແຕ່ລະທ້ອງຖິ່ນ ບັນດາເມືອງ ໃນບໍລະເວນນະຄອນ ໂຮ່ຈີມິນ ໄດ້ຜັນຂະຫຍາຍບັນດາວຽກງານທີ່ແທດຈິງໃນການສ້າງເຂດວັດທະນະທຳ ໂຮ່ຈີມິນ ຄື ເພີ່ມເຕີມຮູບພາບເອກະສານກ່ຽວກັບປະທານ ໂຮ່ຈີມິນ ຢູ່ບັນດາສະຖານທີ່ທ່ອງທ່ຽວ,  ເຮືອນມູນເຊື້ອ, ກໍ່ສ້າງເຂດວາງສະແດງຮູບຖ່າຍເອກະສານ ກ່ຽວກັບລຸງ ໂຮ່, ສ້າງຕູ້ປຶ້ມ ໂຮ່ຈີມິນ... ເຂດວັດທະນະທຳ ໂຮ່ຈີມິນ ລວມມີວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ ມີຈຸດພິເສດສະເພາະລວມຂອງຊາວ ຫວຽດນາມ. ເຂດວັດທະນະທຳ ໂຮ່ຈີມິນ ຢູ່ສຳນັກງານຄະນະກຳມະການປະຊາຊົນຕາແສງ 7 ເມືອງ ບິ່່ງແທັ້ງ ຫາກໍ່ເປີດສະຫຼອງເມື່ອວັນທີ 7 ພຶດສະພາ ເຊິ່ງມີສາມຫົວເລື່ອງຄື: ການເດີນທາງຕາມຮອຍຂອງປະທານ ໂຮ່ຈີມິນ; ງານວາງສະແດງຮູບຖ່າຍ “ໂຮ່ຈີມິນ ຊື່ຂອງເພິ່ນງາມທີ່ສຸດ”. ບັນດາຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພະນັກງານ ສະມາຊິກພັກ ຊາວໜຸ່ມ ແລະ ປະຊາຊົນ. ຢູ່ແຫ່ງນີ້ກໍ່ຍັງມີຮູບຖ່າຍຫຼາຍແຜ່ນ ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ ເພື່ອໃຫ້ແຕ່ລະຄົນຮ່ຳຮຽນ ແລະ ເຮັດຕາມ. ທ່ານ ຟ້າມຊວນເຊີນ ຮອງເລຂາໜ່ວຍພັກສະມາຄົມວິສາຫະກິດ ຕາແສງ 7 ໃຫ້ຮູ້ວ່າ:

       “ຂ້າພະເຈົ້າເອງກໍ່ໄດ້ປະດັບປະດາ ບໍລິເວນເຮັດວຽກຂອງຕົນ, ບໍລິເວນເຮັດວຽກຂອງຂ້າພະເຈົ້າຢູ່ບໍລິສັດນັບແຕ່ກ່ອນມາຮອດປັດຈຸບັນ ກໍ່ລ້ວນແຕ່ມີຄຳສັ່ງສອນຂອງລຸງ ໂຮ່, ມີຮູບຖ່າຍຂອງເພິ່ນ. ແນວຄິດວິຖີຊີວິດຂອງປະທານ ໂຮ່ຈີມິນ ໄດ້ສົ່ງຜົນສະທ້ອນເຖິງແບບແຜນການຮ່ຳຮຽນ ແລະ ເຮັດວຽກຂອງຂ້າພະເຈົ້າຢ່າງຫຼວງຫຼາຍ”. 

      ການ່ປຽນແປງໃໝ່ທາງດ້ານເນື້ອ, ຮູບການ, ວິທີການຮ່ຳຮຽນກ່ຽວກັບແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງ ໂຮ່ຈີມິນ ໄດ້ສະແດງໃຫ້ເຫັນແຈ້ງ ດ້ວຍ “ຫໍພິພິທະພັນທາງອອນລາຍ ກ່ຽວກັບຊີວິດພາລະກິດຂອງປະທານ ໂຮ່ຈີມິນ”.  ດ້ວຍວິທີໃຊ້ລະຫັດ QR, ປະຊາຊົນໄດ້ຢ້ຽມຊົມ 6 ຫ້ອງວາງສະແດງ ດ້ວຍຮູບຖ່າຍຜະລິດຕະພັນວັນນະຄະດີສິລະປະ 160 ຢ່າງຂອງປະທານ ໂຮ່ຈີມິນ. ແຂກທ່ອງທ່ຽວຍັງສາມາດຢ້ຽມຊົມໂດຍກົງ ຫຼື ໃຊ້ລະຫັດ QR ເພື່ອຄົ້ນຄວ້າບັນດາບົດປະພັນທີ່ມີຊີ່ສຽງຂອງປະທານ ໂຮ່ຈີມິນ  ຄື ເສັ້ນທາງປະຕິວັດ”;  “ບົດບັນທຶກປະຈຳວັນໃນຄຸກ”; “ຄຳຮຽກຮ້ອງໃຫ້ທົ່ວປະເທດທຳການຕໍ່ຕ້ານ”; “ບົດຖະແຫຼງປະກາດເອກະລາດ”; “ຄຳພິໄນກຳ” ພ້ອມກັບບົດເພງໃໝ່ 10 ບົດກ່ຽວກັບປະທານ ໂຮ່ຈີມິນ. ເຂດວັດທະນະທຳ ໂຮ່ຈີມິນ ກໍ່ໄດ້ຮັບການສ້າງຂຶ້ນຢູ່ບັນດາສະຖານທີ່ບູຊາທາງສາສະໜາ. ຢູ່ວັດ ເຈີນດຶກ ທີ່ນະຄອນ ໂຮ່ຈີມິນ, ຮູບປັ້ນປະທານ ໂຮ່ຈີມິນ ຖືກຕັ້ງຢູ່ສະຖານທີ່ສັກສິດ ພ້ອມກັບກັບບັນດາ ວັດຖຸພັນເອກະສານ ຮູບຖ່າຍປຶ້ມ... ກ່ຽວກັບຊີວິດ ພາລະກິດການເຄື່ອນໄຫວປະຕິວັດຂອງເພິ່ນ.  ພະອາຈານໃຫຍ່ ທິກຮວ່ຽນອີ໊ ເຈົ້າອະທິການວັດ ເຈີນດຶກ ໃຫ້ຮູ້ວ່າ:

     “ການສ້າງເຂດວັດທະນະທຳຂອງປະທານ ໂຮ່ຈີມິນ ຢູ່ວັດ ເຈີນດຶກ ແມ່ນສິ່ງທີ່ມີຄວາມສຸກ ແລະ ພາກພູມໃຈ ຂອງບັນດາຜູ້ເຊື່ອຖືສາສະໜາ, ພວກອາດຕະມາ ມີຄວາມຄອງຄອຍມາແຕ່ດົນນານແລ້ວ. ເຂດບູຊາປະທານ ໂຮ່ຈີມິນ ຢູ່ວັດຕ່າງໆເວົ້າລວມ ແລະ ຢູ່ວັດ ເຈີນດຶກ ເວົ້າສະເພະ ບັນດາພຸດສາສະນິກກະຊົນຜູ້ເຊື່ອຖືສາສະໜາ ໄດ້ມາບູຊາພະພຸດ ໃຜໆກໍ່ຮູ້ສຶກມີຄວາມສຸກ. ເຂົາເຈົ້າມາບູຊາພະພຸດແລ້ວ ກໍ່ມາຈູດທູບໄຕ້ທຽນບູຊາປະທານ ໂຮ່ຈີມິນ ແລະ ເຂົາເຈົ້າກໍ່ດີໃຈທີ່ສຸດ ເພາະວ່າເມື່ອໄປວັດບູຊາພະພຸດແລ້ວ ພັດໄດ້ມີໂອກາດອາໄລຫາເຖິງຄຸນງາມຄວາມດີຂອງເພິ່ນ”.

      ພາຍຫຼັງທີ່ໄດ້ຜັນຂະຫຍາຍການສ້າງເຂດວັດທະນະທຳ ໂຮ່ຈີມິນ ເປັນເວລາກວ່າໜຶ່ງປີ, ຫຼາຍທ້ອງຖິ່ນຫົວໜ່ວຍ ໄດ້ສ້າງເຂດດັ່ງກ່າວເປັນຮູບປະທຳ ດ້ວຍບັນດາວິທີປະຕິບັດຢ່າງລະອຽດ. ທ່ານນາງ ໂຕທິບິກເຈົາ ປະທານຄະນະກຳມະການແນວໂຮມປະເທດຊາດນະຄອນ ໂຮ່ຈີມິນ ຖືວ່າ:

      “ແຂ່ງຂັນເພື່ອອຸທິດສ່ວນ, ແຂ່ງຂັນເພື່ອອອກແຮງງານ, ແຂ່ງຂັນເພື່ອມີຄວາມຫວັງຢາກປະກອບສ່ວນ ແລະ ແຂ່ງຂັນເພື່ອໃຫ້ພວກເຮົາເຫັນວ່າດ້ວຍຈິດໃຈຂອງປະທານ ໂຮ່ຈີມິນ, “ການແຂ່ງຂັນຮັກຊາດ, ຮັກຊາດກໍ່ຕ້ອງແຂ່ງຂັນ”. ຕ້ອງເຮັດແນວໃດ ເພື່ອເຊື່ອມຊຶມຄວາມນຶກຄິດດັ່ງກ່າວ ໃນການກະທຳຂອງແຕ່
ລະຄົນ ຫັນມາເປັນຄວາມຫວັງຢາກອອກແຮງງານ, ຢາກອຸທິດສ່ວນ”.

      ເຂດວັດທະນະທຳ ໂຮ່ຈີມິນ ແມ່ນເຂດວັດທະນະທຳ ໄດ້ເຮັດໃຫ້ທຸກໆຄົນສາມາດເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຊີວິດພາລະກິດປະຕິວັດຂອງເພິ່ນ ທັງຢັ້ງຢືນກຳລັງແຮງຂອງວັດທະນະທຳ ຫວຽດນາມ ທັງເຮັດໃຫ້ປະທານ ໂຮ່ຈີມິນ ກາຍເປັນແບບຢ່າງທີ່ໃກ້ຊິດຕິດແທດມີຊີວິດຊີວາ ທັງນີ້ກໍ່ຊ່ວຍໃຫ້ການຮ່ຳຮຽນ ແລະ ເຮັດຕາມແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ນັບມື້ນັບແຜ່ຂະຫຍາຍຢ່າງກວ້າງເລິກໃນຊີວິດສັງຄົມ. 

ຕອບກັບ

ຂ່າວ/ບົດ​ອື່ນ