ນະຄອນໂຮ່ຈິມິນອະນຸລັກຮັກສາສິລະປະຂັບເດີນກາຕາຍຕື

ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕືພາກ​ໃຕ້​ໄດ້​ຮັບ​ການ​ຮັບ​ຮອງ​ຈາກອົງ​ການ UNESCO ວ່າ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງມວນ​ມະ​ນຸດ​ໃນ​ທ້າຍ​ປີ 2013. ນັບ​ແຕ່​ຈຸດເວ​ລາທີ່​ເປັນຂີດ​ໝາຍ​ສຳ​ຄັນ​ນັ້ນ ມາ​ຮອດ​ປະ​ຈຸ​ບັນ, ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຜັນ​ຂະ​ຫຍາຍ​ຫຼາຍ​ການ​ເຄື່ອນ​ໄຫວ ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື.  ​

 

ນະຄອນໂຮ່ຈິມິນອະນຸລັກຮັກສາສິລະປະຂັບເດີນກາຕາຍຕື - ảnh 1
ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື​ພາກ​ໃຕ້

      ເມື່ອບໍ່​ດົນ​ມານີ້, ນາງ ຫງວຍ​ທິ​ເຟືອງ​ຖີ້ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນເດີນ​ກາ​ຕາຍ​ຕືເມືອງ ເຕີນ​ຟູ້ ໄດ້​ສ້າງ​ຂີດ​ໝາຍ​ໃນ​ງານ​ປະ​ກວດ​ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື​ພາກ​ໃຕ້ຊິງ​ລາງວັນ​ດອກ​ບົວ​ຄຳ​ຄັ້ງ​ທີ 2. ​ບັນ​ດາ​ຜູ້​ນິ​ຍົມສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື ບໍ່​ຕ້​ອງ​ລໍ​ຖ້າ​ຮອດ​ງານ​ປະ​ກວດນີ້​ ຈຶ່ງ​ມີ​ໂອ​ກາດ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເມົາ​ມົວ​ຂອງ​ຕົນ. ໄລ​ຍະ​ມໍ່​ໆ​ມານີ້, ບັນ​ດາ​ຜູ້​ນິ​ຍົມສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື, ຍົກ​ຕົວ​ຢ່າງ​ຄື​ ນາງ ຫງວຍ​ທິ​ເຟືອງ​ຖີ້ ກໍ​ມີ​ເງື່ອນ​ໄຂ ແລະ ໂອ​ກາດເພື່ອ​ສະ​ແດງ​ຂັບ​ຮ້ອງ ແລະ ເສບ​ເຄື່ອງ​ດົນ​ຕີ. ປະ​ຈຸ​ບັນ, ນະ​ຄອນ​ໂຮ່​ຈິ​ມິນມີ​ເກືອບ 300 ສະ​ໂມ​ສອນ, ກອງ​ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື ​ດ້ວຍ​ຈຳ​ນວນ​ນັກ​ສິ​ລະ​ປິນ, ນັກ​ປະ​ພັນ​ເພງ ແລະ ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ລວມ​ທັງ​ໝົດ 3000 ກວ່າ​ຄົນ​ເຂົ​້າ​ຮ່ວມ. ບໍ່​ພຽງ​ແຕ່​ມີ​ການ​ເຄ​ື່ອນ​ໄຫວ​ເປັນ​ປະ​ຈຳຢູ່​ຕາມ​ສູນ​ວັດ​ທະ​ນະ​ທຳ​ເມືອງ​ເທົ່າ​ນັ້ນ, ບັນ​ດາ​ສະ​ໂມ​ສອນເດີນ​ກາ​ຕາຍ​ຕື, ​ສະ​ໂມ​ສອນຂັບກາຍ​ເລືອງ​ຍັງ​ມີ​ການ​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ຢູ່​​ສະ​ຖານ​ທີ່ອື່ນໆ​ອີກຫຼາຍ​ແຫ່ງ​ເຊັ່ນ ຫໍ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ​ນະ​ຄ​ອນ, ຫໍ​ວັດ​ທະ​ນະ​ທຳ​ແຮງ​ງານ​ອີກ​ດ້ວຍ, ອັນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ໄວ​ໜຸ່ມ​ເປັນ​ຈຳ​ນວນຫຼວງຫຼາຍ. ນາງ ຫງວຍ​ທິ​ເຟືອງ​ຖີ້ ໃຫ້​ຮູ້​ວ່າ :

​   “ ກ່ອນ​ອື່ນ​ໝົດ  ແມ່ນ​ຍ້ອນ​ມີ​ຄວາມ​ຮັກ​ອາ​ຊີບ. ພ້ອມ​ກັນ​ນັ້ນ, ເຮົາ​ຢາກອະ​ນຸ​ລັກ​ຮັກ​ສາທຸກ​ສິ່ງ​ທຸກ​ຢ່າງ​ທີ່​ລຸ່ນ​ປູ່​ລຸ່ນ​ພໍ່​ໄດ້​ປະ​ໄວ້​ໃຫ້. ແຕ່​ເພື່ອ​ມີ​ການ ອະ​ນຸ​ລັກ​ຮັກ​ສາ​ເປັນ​ຢ່າງ​ດີນັ້ນ, ແຕ່​ລະ​ຄົນ​ກໍ​ຕ້ອງ​ມີ​ການ​ປະ​ກອບ​​ເຫື​່ອ​ແຮງສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ຕົນ ”

    ແຕ່​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ທີ່​ສຸດ​ຂອງ​ບັນ​ດາສະ​ໂມ​ສອນ, ກອງ​ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື ແມ່ນ​ເງິນ​ໃຊ້​ຈາຍ​ສຳ​ລັບ​ການ​ເຄື່ອນ​ໄຫວ. ທ່ານ ເລ​ວັນ​ໂລກ ຮອງ​ຫົວ​ໜ້າ​ສູນ​ວັດ​ທະ​ນະ​ທຳ ນະ​ຄອນ​ໂຮ່​ຈິ​ມິນເວົ້າ​ວ່າ :   “ ບັນ​ດາ​ນັກ​ສິ​ລະ​ປິນຂັບ​ເດີນ​ກາ​ຕາຍ​ຕືທຳ​ການ​ສະ​ແດງບໍ່​ເພື່ອ​ຈຸດ​ປະ​ສົງ​ຫາເງີນ. ເຂົາ​ເຈົ້າ​ຂັບຮ້ອງ​ແມ່ນ​ເພື່ອ​ຄວາມ​ຮັກ​ແພງ​ຕໍ່​ກັນ, ນັ່ງຫຼິ້ນ​ນຳ​ກັນ​ຕາມ​ແບບ​ຄອບ​ຄົວ. ເປັນ​ອັນ​ວາ​່, ເມື່ອ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ຫາ​ເງິນ​ລ້ຽ​ງ​ຊີບຈາກ​ອາ​ຊີບນີ້, ກໍ​ພາ​ໄປ​ເຖິງ​ເລື່ອງ​ບັນ​ດາ​ນັກ​ສິ​ລະ​ປິນ​ທີ່​ດີ​ເດັ່ນ​ບໍ່​ຜູກ​ພັນ​ກັບ​ປະ​ເພດ ​ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື. ຢາກ​ແກ້​ໄຂ​ບັນ​ຫານີ້, ກໍ​ຕ້ອງ​ການ​ມີ​ລະ​ບອບ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ບັນ​ດາ​ນັກ​ສິ​ລະ​ປິນ”

    ເຖິງວ່າ​ມີ​ຄວາມ​ທຸກ​ຍາກ​ຂາດ​ເຂີນ​ຕໍ່​ຕາມ, ແຕ່​ປະ​ຈຸ​ບັນ, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ຍັງ​ມີ​ບັນ​ດາ​ນັກ​ສິ​ລະ​ປິນ​​ໄດ້ສຸດ​ຈິດ​ສຸດ​ໃຈ​ກັບ ​ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື. ນັບ​ມື້​ນັບ​ມີ​ນັກ​ສິ​ລະ​ປິນ​ຜູ້​ອາ​ຍຸ​ສູງ ໄດ້​ເປີດ​ຊຸດ​ອົບ​ຮົມ​ດ້ວຍ​ຕົນ​ເອງ ເພື່ອ​ບຳ​ລຸງ​ສ້າງ​ລຸ່ນ​ໜຸ່ມຜູ້​ນິ​ຍົມ​ກັບ ​ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື, ພ້ອມ​ທັງ​ເປີດ​ບໍ​ລິສັດເພື່ອ​ຊອກ​ຫາ​ເວ​ທີ່​ສະ​ແດງ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປິນ. ຕາມ​ນັກສິ​ລະ​ປິນ ເຈີນ​ດຶກ​ເຍີ້ນ ສັງ​ກັດ​ຄະ​ນະ​ການ​ນຳ ​ສະ​ໂມ​ສອນເດີນ​ກາ​ຕາຍ​ຕື​ເມືອງ 1, ນະ​ຄອນ​ໂຮ່​ຈິ​ມິນ​ແລ້ວ, ການ​ຖ່າຍ​ທອດ​ກ່ຽວ​ກັບສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕືແມ່ນ​ຈຳ​ເປັນ​ເພາະ​ລຸ່ນ​ຄົນ​ສືບ​ທອດ ແມ​່ນ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ປະ​ເພດ​ສິ​ລະ​ປະ​ນີ້. ນັກສິ​ລະ​ປິນ ເຈີນ​ດຶກ​ເຍີ້ນ ໃຫ້​ຮູ້​ວ່າ :

   “ ປະ​ຈຸ​ບັນ, ບັນ​ດາ​ນັກ​ສິ​ລະ​ປິນ​ຄື ພວກ​ຂ້າ​ພະ​ເຈົ້າ ແມ່ນ​ມີ​ອາ​ຍຸ​ສູງ​ແລ້ວ, ດັ່ງ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ລຸ່ນ​ຄົນສືບ​ທອດ​ຂອງ​ປະ​ເພດ​ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື, ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ ”

    ນະ​ຄອນ​ໂຮ່​ຈິ​ມິນໄດ້​ມີ​ນະ​ໂຍ​ບາຍ​ໜູນ​ຊ່ວຍ ແລະ ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕິດ​ແທດ​ຕົວ​ຈິງ​ເພື່ອ​ດຶງ​ດູດ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ເຂົ້າ​ຮ່ວມສະ​ໂມ​ສອນເດີນ​ກາ​ຕາຍ​ຕື, ໃນ​ນັ້ນ​ໄດ້​ເຮັດສຳ​ເລັດແຜນ​ຮ່າງ “ນຳສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕືເຂົ້າ​ໃນ​ໂຮງ​ຮຽນ” . ໃນ​ມໍ່ໆ​ມານີ້, ທາງ​ນະ​ຄ​ອນ​ກໍ​ໄດ້​ນຳ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັ້ນ​ຂົນ​ຂວາຍ​ປະ​ພັນ​ເພງ​ເພື່ອ​ຮັບ​ໃຊ້​ເດັກ. ທ່ານ ຫງວ​ຽນ​ວັນ​ມິນ ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທ​ຳ ແລະ ກິ​ລາ ນະ​ຄອນ​ໂຮ່​ຈິ​ມິນໃຫ້​ຮູ້​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ທາງນະ​ຄອນ​ຈະຈັດ​ຕັ້ງ​ງານ​ປະ​ກວດ​ຂັບ​ເດີນ​ກາ​ຕາຍ​ຕືທີ່​ສະ​ຫງວນ​​ສະ​ເພາະເດັກ​ເພື່ອ​ຊອກ​ຫາ​ບັນ​ດາ​ນ້ອງ​ນ້ອຍ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ. ທ່ານ ຫງວ​ຽນ​ວັນ​ມິນ ກ່າວ​ວ່າ : 

    “ ບັນ​ຫາ​ສຳ​ຄັນ​ແມ່ນ​ການ ອະ​ນຸ​ລັກ​ຮັກ​ສາ. ແຕ່​ຂະ​ບວນ​ວິ​ວັດ ອະ​ນຸ​ລັກ​ຮັກ​ສາ​ນັ້ນ, ຕ້ອງ​ເລືອກ​ເອົາ​ລຸ່ນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ເພື່ອ​ເລີ່ມ​ຕົ້ນຜັນ​ຂະ​ຫຍາຍ. ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ມອບ​ໝາຍ​ໃຫ້​ສະ​ໂມ​ສອນເດີນ​ກາ​ຕາຍ​ຕືນະ​ຄອນ ກໍ​ຄື​ມອບ​ໝາຍ​ໃຫ້​ເມືອງ​ຕ່າງໆ, ນອກ​ຈາກການ​ແນະ​ນຳ​ກ່ຽວ​ກັບ​ການ​ຂັບ​ຮ້ອງ​ແລ້ວ, ກໍ​ຍັງ​ຖ່າຍ​ທອດກ່ຽວ​ກັບ​ການ​ເສ​ບ​ເຄື່ອງ​ດົນ​ຕີ​ໃຫ້​ຊາວ​ໜຸ່ມ​ເຍົາ​ວະ​ຊົນອີກ​ດ້ວຍ”

   ໃນ​ທ່າມ​ກາງ​ການ​ດຳ​ລົງ​ຊີ​ວິດ​ທີ່​ຟົດ​ຟື້ນ​ຂອງ​ເຂດ​ຕົວ​ເມືອງ​ທີ່​ທັນ​ສະ​ໄໝ​ຄືນະ​ຄອນ​ໂຮ່​ຈິ​ມິນນັ້ນ, ສຽງ​ຂັບ​ຮ້ອງ​ປະ​ສານ​ກັບ​ສຽງ​ດົນ​ຕີ​ຂອງ​ສິ​ລະ​ປະ​​ເດີນ​ກາ​ຕາຍ​ຕື ຍັງ​ຄົງ​ດັງ​ກ້ອງ​ກັງ​ວານ​ຂຶ້ນ. ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງນີ້ ພວມ​ນັ​ບມື້​ນັ​ບ​ຕິດ​ພັນ​ກັບ​ຊີວ​ິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ​ເຂດ​ພາກ​ໃຕ້ຫຼາຍ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ