ນາມມະຍົກເຊີດຊູບັນດາການປະກອບສ່ວນຂອງນັກສິລະປະການ

   (vovworld)-  ​ຫວຽດນາມ ມີ​ຫຼາຍ​ນະ​ໂຍບາຍ​ເຊີດ​ຊູ​ຖັນ​ແຖວ​ນັກ​ສິລະ​ປິນ, ​ໃນ​ນັ້ນມີ​ບັນດາ​ນັກສິລະ​ປະການ​ພື້ນ​ເມືອງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເລື່ອງພິຈາລະນາ​ນາມມະຍົດ “ນັກ​ສິລະ​ປະການ​ປະຊາຊົນ“ ​ແລະ “ນັກ​ສິລະ​ປະການ​ດີ​ເດັ່ນ​“ ໃນ​ຂົງ​ເຂດ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຈະ​​ໄດ້​ຮັບ​ການຍູ້​ແຮງ, ​ແລະ ຈະສືບ​ຕໍ່​ ຮັບຮູ້​ບັນດາ​ການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງ​ຂອງ​ຖັນ​ແຖວນັກ​ສິລະ​ປະການ​ໃນ​ການ​ອະນຸລັກ​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ຢູ່​ຫວຽດນາມ. ​ຕໍ່​ໄປ​ແມ່ນບົດ​ຂອງ​ນັກ​ຂ່າວເຟືອງ​ຖຸ໋ຍ ດ້ວຍ​ຫົວ​ຂໍ້: ນາມມະ​ຍົກ​ເຊີດ​ຊູ​ບັນດາ​ການ​ປະກອບສ່ວນ​ຂອງ​ນັກ​ສິລະ​ປະການ.

  ນາມມະຍົກເຊີດຊູບັນດາການປະກອບສ່ວນຂອງນັກສິລະປະການ - ảnh 1
(ພາບ: cinet.gov.vn)

   ພາຍຫຼັງ​ໄດ້​ຮັບ​ນາມມະຍົດ​ນັກ​ສິລະ​ປິນດີ​ເດັ່ນ​ເມື່ອ​ປີ 2012, ພ້ອມ​ກັບ​ນັກ​ສິລະ​ປະການຂັບ​ກາ​ຈູ່ອື່ນ​ກ່ວາ 10 ຄົນ, ນັກ​ສິລະ​ປິນ​ເລ​ທິ​ແບກ​ເວີນ ​ໄດ້​ຮັບ​ນາມມະຍົດ​ນັກ​ສິລະ​ປະການ​ພື້ນ​ເມືອງ ຈາກ​ສະມາຄົມ​ສິລະ​ປະ​ວັນນະຄະດີ​ພື້ນ​ເມືອງ​ຫວຽດນາມ ຍ້ອນ​​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ສິລະ​ປະ​ຂັບ​ກາ​ຈູ່​ໃນ​ກ່ວາ 30 ປີຜ່ານມາ. ສຳລັບນັກ​ສິລະ​ປະການ​ພື້ນ​ເມືອງ ເລ​ທິ​ແບກ​ເວີນ ​ແລ້ວ, ນີ້​ແມ່ນ​ຄວາມ​ເປັນ​ກຽດ​ທີ່​​ໃຫ່ຍຫຼວງສຸດ​ໃນ​ຊິ​ວິດ​ເຮັດ​ສິລະ​ປະ​ຂອງ​ຕົນ:

   “​​​​​​ຂ້າພະ​ເຈົ້າ​ເຫັນ​ວ່າ, ການ​ມອບ​ນາມ​ະນຍົດ, ຮັບຮອງທັງ​ໝົດ​ລ້ວນ​ແຕ່​ດີ​ທີ່​ສຸດ, ມີ​ຄຸນ​ປະ​ໂຫຍ​ດທີ່​ສຸດ. ສຳລັບ​ກາ​ຈູ່ ຕ້ອງ​ເສຍ​ເວລາ​ຫຼາຍ​ເພື່ອ​ຮ່ຳຮຽນ, ​ເວັ້ນ​ເສຍ​ແຕ່​ຜູ້​ທີ່ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ທີ່​ສຸດ ​ແຕ່​ສຳລັບ​ກາ​ຈູ່​ ຜູ້​ທີ່ມີ​ຄວາມ​ເກັ່ງ​ກ້າ​ສາມາດແມ່ນ​ຫາ​ຍາກ​ທີ່​ສຸດ“.

ນາມມະຍົກເຊີດຊູບັນດາການປະກອບສ່ວນຂອງນັກສິລະປະການ - ảnh 2

(ພາບ: vnmusic.com.vn)

  ​​​ໃນ​ໄລຍະ​ຈະ​ມາ​ເຖິງ, ນັກ​ສິລະ​ປະການ​ພື້ນ​ເມືອງ ເລ​ທິ​ແບກ​ເວີນ ອາດ​ຈະ​ໄດ້​ຮັບ​ນາມມະຍົດ ນັກ​ສິລະ​ປະການດີ​ເດັ່ນ ຫຼື ນັກ​ສິລະ​ປະການ​ປະຊາຊົນ ຕາມ​ນະ​ໂຍບາຍ​ພິຈາລະນາ​ມອບ​ນາມມະຍົດ “ນັກ​ສິລະ​ປະການດີ​ເດັ່ນ“ “ນັກ​ສິລະ​ປະການ​ປະຊາຊົນ“ ຫວ່າງ​ແລ້ວ​ນີ້​ຂອງ​ລັດຖະບານ. ​ໃນ​ເວລາ​ນັ້ນ, ​ເພິ່ນ​ຈະ​ມີ 3 ນາມມະ ຍົດ​ພ້ອມກັນ​ຄື: ນັກ​ສິລະ​ປິນດີ​ເດັ່ນ, ນັກ​ສິລະ​ປະການ​ພື້ນ​ເມືອງ, ນັກ​ສິລະ​ປະການ​ປະຊາຊົນ ຫຼື ນັກ​ສິລະ​ປະການ​ດີ​ເດັ່ນ.

  ກ່ອນ​ທີ່​ມີ​ນະ​ໂຍບາຍພິຈາລະນາ​ມອບ​ນາມມະຍົດ “ນັກ​ສິລະ​ປະການດີ​ເດັ່ນ“ “ນັກ​ສິລະ​ປະການ​ປະຊາຊົນ“ ຂອງ​ລັດຖະບານ, ສະມາຄົມ​ສິລະ​ປະ​ວັນນະຄະດີ​ພື້ນ​ເມືອງ​ຫວຽດນາມ ​ແມ່ນ​ຫົວ​ໜ່າຍ​ນຳ​ໜ້າ​ໃນ​ການ​ເຊີດ​ຊູ​ບັນດາ ນັກ​ສິລະ​ປະການ​ພື້ນ​ເມືອງ ຊື່​ງ​ໄດ້​ມອບ​ນາມ​ມະນຍົດ ນັກ​ສິລະ​ປະການ​ພື້ນ​ເມືອງ​ໃຫ້​ແກ່ 300 ຄົນ​ດ້ວຍ​ບັນມາດຖານ​ຄື: ກຳ​ແໜ້ນ​ມໍລະດົກ​ພື້ນ​ເມືອງ, ​ຮັບ​ໃຊ້​ປະຊາ​ຄົມ​ດ້ວຍ​​ການ​ແນະນຳ​ແລະ ​ສອນ​ມໍລະດົກ​ໃຫ້​​ແກ່ນັກຮຽນ. ສາດສະດາຈານ​ໂຕງ​ອກ​ແທງ, ປະທານສະມາຄົມ​ສິລະ​ປະ​ວັນນະຄະດີ​ພື້ນ​ເມືອງ​ຫວຽດນາມ ​ໃຫ້​ຮູ້​ວ່າ: ສະມາຄົມ​ສິລະ​ປະ​ວັນນະຄະດີ​ພື້ນ​ເມືອງ​ຫວຽດນາມ ​ມີ​ສາຂາຢູ່ບັນດາ​ແຂ​ວງ, ນະຄອນທີ່​ມີ​ມໍລະດົກ, ສະນັ້ນ, ສະມາຊິກສະມາຄົມ​ຢູ່​ນັ້ນກໍ່ຮູ້​ແຈ້ງວ່າ, ຜູ້​ໃດ​ສົມ​ກັບ​ນາ​ມະ​ຍົດນັກ​ສິລະ​ປະການ​ພື້ນ​ເມືອງ. ​ແລ້ວ​ສົມທົບ​ກັບ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຈັດການ​ປະຊຸມ​ຢູ່​ບ່ອນນັກ​ສິລະ​ປະການ​ດຳລົງ​ຊີວິດ​ເພື່ອ​ຮັບເອົາ​ຄຳ​ເຫັນ,​ເຮັດ​ສຳ​ເນົາ​ເອກະສານ​ຮັບຮອງ​ໃຫ້​ແກ່ນັກ​ສິລະ​ປະການ​:

 “​​ນັກ​ສິລະ​ປະການ​ແມ່ນ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ປະ​ເທດ​ຊາດ, ​ແມ່ນ​ປັນຍາ​ຊົນ​ຂອງ​ຍຸກ​ສະ​ໄໝ. ພວ​ກເຮົາ​ເຄີຍ​​ເວົ້າວ່າ: ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ທັງ​ແມ່ນ​ຄວາມ​ຫວັງ, ທັງ​ແມ່ນພະລັງ​ຊີວິດຂອງ​ຊາດ. ດັ່ງ​ນັ້ນພວ​ກເຮົາ​ຕ້ອງ​ເຊີດ​ຊູ​​ແລະ​ເຮັດ​ສຳ​ເນົາຮັບຮອງ​ນາມມະຍົດນັກ​ສິລະ​ປະການ​ໃຫ້​ແກ່​ເຂົາ​ເຈົ້າ“.

​ ໃນ​ການ​ມອບ​ນາມມະຍົດ “ນັກ​ສິລະ​ປະການດີ​ເດັ່ນ“ “ນັກ​ສິລະ​ປະການ​ປະຊາຊົນ“, ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ຍັງຄົງແມ່ນການຮັບຮູ້ຂອງປະຊາຄົມ ແລະ ການຕີລາຄາຂອງບັນ ດາຜູ້ຊ່ຽວຊານໃນແຕ່ລະຂົງເຂດແຕກຕ່າງກັນ. ສຳລັບບັນດານັກສິລະປະການ ແລ້ວ, ຄວາມສຸກໃຫ່ຍທີ່ສຸດແມ່ນໄດ້ເຄື່ອນໄຫວ, ນຳເອົາຄວາມຮູ້, ປະສົບການ ຂອງຕົນຮັບໃຊ້ໃຫ້ແກ່ປະຊາຄົມ. ຄຽງຄູ່ກັບການເຊີດຊູ ແລະ ບຸລິມະສິດທີ່ເໝາະ ສົມສຳລັບບັນດານັກສິລະປະການແລ້ວ, ບັນດານັກສິລະປະການຍັງຕ້ອງການ​ໄດ້​ຮັບການໜູນຊ່ວຍຫຼາຍກ່ວາອີກໃນວິວັດການອະນຸລັກຮັກສາ,ສິດສອນບັນດາຄຸນຄ່າວັດທະນະທຳບໍ່ມີຮູບຮ່າງໃຫ້ແກ່ລຸ້ນຫຼັງ. ນັກຄົ້ນຄ້ວາວັດທະນະທຳ​ບຸ່ຍ​ຈ້ອງ​ຮ່ຽນ ​ໃຫ້​ຮູ້​ວ່າ:

  “​ບັນດາ​ຄຸນຄ່າ​ວັດທະ​ນະ​ທຳນັ້ນບໍ່​ເຄີຍ​ໄດ້​ຮັບ​ເຜີຍ​ແຜ່, ພຽງ​ແຕ່​ຖືກຮັດ​ແຄບໃນ​ບໍລິ​ເວນສະພາບ​ແວດ​ລ້ອມ​​ໃດ​ໜຶ່ງ​ຢ່າງ​ແນ່ນອນ​ເທົ່າ​ນັ້ນ ​ແລະ ມີ​ໄພ​ຈະຖືກ​ສູນ​ເສຍ​ໄປ ​ໃນ​ສັງຄົມ​ຍຸກ​ປະຈຸ​ບັນ. ຍ້ອນ​ເຫດ​ນັ້ນ, ບັນດາ​ປະ​ເທດ​ພັດທະນາ, ​ເຂົາ​ເຈົ້າ​ມີນະ​ໂຍບາຍ​ຮັກສາ​ທັງ​ຄູ​ອາຈານ ​ແລະ ຜູ້​ຮຽນ. ໝາຍ​ຄວາມ​ວ່າ: ບັນດາ​ນັກ​ສິລະ​ປະການ​ທີ່​ມີ​ອາຍຸ​ສູງ ແລະ ນັກ​ສິລະ​ປະການ​ໜຸ່ມ​ສາມາດ​ອຸ່ນ​ອຽນ​ໃຈ​ເພື່ອ​ດຳລົງ​ຊີວິດ ​ແລະ ປົກ​ປັກ​ຮັກສາ​ມໍລະດົກ​ນັ້ນ​ໃຫ້​ແກ່​ປະ​ເທດ​ຊາດຊາດ“.

     ຕາມ​ນະ​ໂຍບາຍ​ໃໝ່​ຂອງ​ລັດຖະບານ, ບັນດາ​ນາມມະຍົດ “ນັກ​ສິລະ​ປະການດີ​ເດັ່ນ“ “ນັກ​ສິລະ​ປະການ​ປະຊາຊົນ“ ຈະ​ຖືກ​ມອບ​ໃຫ້​ບັນດາ​ນັກ​ສິລະ​ປະການ​​ທີ່​ຂຶ້ນ​ກັບ​ຮູບ​ແບບຄື: ສຽງ​ເວົ້າ, ຕົວ​ໜັງສື, ວັນນະຄະດີ​ພື້ນ​ເມືອງ; ສິລະ​ປະ​ສະ​ແດງ​ພື້ນ​ເມືອງ; ປະ​ເພນີ​ສັງຄົມ ​ແລະ ການ​ເຫຼື້ອມ​ໃສ; ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ; ພູມ​ປັນຍາ​ພື້ນ​ເມືອງ….​ບັນດານັກ​ສິລະ​ປະການດີ​ເດັ່ນ, ນັກ​ສິລະ​ປະການ​ປະຊາຊົນຈະ​ໄດ້​ຮັບ​ກາ​ໝາຍ, ໜັງສື​ຢັ້ງຢືນ​ຂອງ​ປະທານ​ປະ​ເທດ ​ແລະ ​ເງິນ​ຕິດ​ພ້ອມ​ນາມມະຍົດ “ນັກ​ສິລະ​ປະການດີ​ເດັ່ນ“ ຫຼື “ນັກ​ສິລະ​ປະການ​ປະຊາຊົນ“ ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ກ່ຽວ​ກັບ​ການ​ແຂ່ງຂັນຍ້ອງຍໍ. ບັນດານັກ​ສິລະ​ປະການດີ​ເດັ່ນ, ນັກ​ສິລະ​ປະການ​ປະຊາຊົນມີ​ລາຍ​ຮັບ​ຕ່ຳ, ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈະ​ໄດ້​ຊົມ​ໃຊ້​ເງິນ​ອຸດ​ໜູນ​ປະຈຳ​ເດືອນ​ຕາມ​ຂໍ້ກຳນົດ​ຂອງ​ລັດຖະບານ. ນີ້​ແມ່ນ​ການ​​ເຊີດ​ຊູ​ການ​ປະກອບສ່ວນ​ບໍ່​ແມ່ນ​ໜ້ອຍ​ຂອງ​ບັນດາ​ນັກ​ສິລະ​ປະການ​ໃນ​ພາລະກິດ​ອະນຸລັກ​ຮັກສາ​ວັດທະນະທຳ​ພື້ນ​ເມືອງ./.

ຕອບກັບ

ຂ່າວ/ບົດ​ອື່ນ