ນຳມໍລະດົກເຈົາບ໋ານ ແລະ ມົກບ໋ານ ໃກ້ຊິດກັບມະຫາຊົນກວ່າ

(vovworld)- ງານ​ວາງ​ສະ​ແດງ​ເອ​ກະ​ສານ “ລາດ​ຊະ​ວົງ​ຫງວຽນ​ກັບ​ການ​ຮຽບ​ຮຽງ​ປື້ມປະ​ຫວັດ​ສາດ​ຜ່ານ ເຈົາ​ບ໋ານ ແລະ ມົກ​ບ໋ານ - ມ​ໍ​ລະ​ດົກ​ເອ​ກະ​ສານ​ໂລກ” ຫາ​ກໍ​ຈັດ​ຂຶ້ນ​ຢູ່ ສູນ​ຮັກ​ສາ​ສຳ​ເນົາ​ເອ​ກະ​ສານແຫ່ງ​ຊາດ I ຮ່າ​ໂນ້ຍ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ ແລະ ມະ​ຫາ​ຊົນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ ປະ​ກອບ​ສ່ວນ​ເຊີດ​ຊູ​ຄຸນ​ຄ່າ​ ມໍ​ລະ​ດົກ​​ວັດ​ຖຸເອ​ກະ​ສານ​ຂອງ​ຫວຽດ​ນາມ ຕໍ່​ໂລກ, ພ້ອມ​ທັງ ຢືນ​ຢັນ​ການ​ປະ​ກອບ​ສ່ວນ ແລະ ຜົນ​ງານ​ຂອງ​ລາດ​ຊະ​ວົງ ຫງວຽນ ໃນ​ການ​ຮຽບ​ຮຽງປະ​ຫ​ວັດ​ສາດ. ງານ​ວາງ​ສະ​ແດງ​ກໍ​ແມ່ນເພ​ື່ອ​ໂຄ​ສະ​ນາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ ແລະ ນຳ​ມໍ​ລະ​ດົກ​​ວັດ​ຖຸເອ​ກະ​ສານ​ໃກ້​​ຊິດກັບ​ມະ​ຫາ​ຊົນ​ກວ່າ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຮົ່ງ​ບັກ​ທີ່​ມີ​ຫົວ​ຂໍ້​ວ່າ:

ນຳມໍລະດົກເຈົາບ໋ານ ແລະ ມົກບ໋ານ ໃກ້ຊິດກັບມະຫາຊົນກວ່າ - ảnh 1
ມົກ​ບ໋ານ - ມໍ​ລະ​ດົກ​ເອ​ກະ​ສານ​ໂລກ
ພາບ:bandantoc

        ງານ​ວາງ​ສະ​ແດງ “ລາດ​ຊະ​ວົງ​ຫງວຽນ ກັບ​ການ​ຮຽບ​ຮຽງ​ປະ​ຫວັດ​ສາດ​ຜ່ານ​ເຈົາ​ບ໋ານ, ມົກ​ບ໋ານ - ມໍ​ລະ​ດົກ​ເອ​ກະ​ສານ​ໂລກ” ໄດ້​ແນະ​ນຳ​ເອ​ກະ​ສານກວ່າ 100 ສະ​ບັບ ໂດຍ​ໄດ້​ຄັດ​ເລືອກ​ຈາກ ຊຸດ ເຈົາ​ບ໋ານ ແລະ ມົກ​ບ໋ານ ໃນ​ສະ​ໄຫມ ລາດ​ຊະ​ວົງ​ຫງວຽນ ​​ຊື່ງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຢູ່​ສູນ​ຮັກ​ສາ​ສຳ​ເນົາ​ເອ​ກະ​ສານ​ແຫ່ງ​ຊາດ I (ຮ່າ​ໂນ້ຍ) ແລະ ສູນ​ຮັກ​ສາ​ສຳ​ເນົາເອ​ກະ​ສານ​ແຫ່ງ​ຊາດ IV (ດາ​ລາດ ເລີມ​ດົງ). ນີ້​ແມ່ນ​ບັນ​ດາ​ເອ​ກະ​ສານ​ທີ່​ເປັນ​ເອກ​ະ​ລັກ​ສະ​ເພາະພິ​ເສດ, ສ່ອງ​ແສງ​ຢ່າງ​ຈະ​ແຈ້ງ ແລະ ຄວາມ​ຈິງ ກ່ຽວ​ກັບ​ຄວາມ​ເອົາ​ໃຈ​ໃສ່ ແລະ ແຜນ​ນະ​ໂຍ​ບາຍ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດ​ໃນ​ສ​ະ​ໄຫມ​ລາດ​ຊະ​ວົງ ຫງວຽນ ທີ່​ມີ​ຕໍ່​ການ​ຮຽບ​ຮຽງ​ປື້ມ​ປະ​ຫວັດ​ສາດ.ທ່ານ ຮ່າ​ວັນ​ເຫ່ວ, ຜູ້​ອຳ​ນວຍ​ການ​ສູນ​ຮັກ​ສາ​ສຳ​ເນົາ​ເອ​ກະ​ສານ​ແຫ່ງ​ຊາດ I ໃຫ້​ຮູ້​ວ່າ: ຈຸດ​ພົ້ນ​ເດັ່ນ​ຂອງມ​ໍ​ລະ​ດົກ ເຈົາ​ບ໋ານ, ​ມົກບ໋ານ ແມ່ນ​ບັນ​ດາ​ຂໍ້​ມູນ​ ຕົ້ນສະ​ບັບ​ ທີ່​ອຸ​ດົມ​ສົມ​ບູນ​ກ່ຽວ​ກັບ​ປະ​ຫວັດ​ສາດ, ພູມ​ສາດ, ການ​ເມືອງ ສັງ​ຄົມ, ກົດ​ໝາຍ, ວັດ​ທະ​ນະ​ທຳ ການ​ສຶກ​ສາ, ວັນ​ນະ​ຄະ​ດີ, ພາ​ສາ.. ສ່ອງ​ແສງ​​ເຖິງຊີ​ວິດ​ສັງ​ຄົມ ແລະ ຊາວ​ຫວຽດ​ນາມ​ໃນ 143 ປີ ແຕ່​ປີ 1802 -1945 ຢ່າງ​ຈະ​ແຈ້ງ. ທ່ານ ຮ່າ​ວັນ​ເຫ່ວ ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ການຮຽບ​ຮຽງ​​ປື້ມປະ​ຫວັດ​ສາດ​​ສະ​ໄຫມລາດ​ຊະ​ວົງ ຫງວຽນ ແມ່ນ​ມີ​ຂອບ​ຂະ​ຫນາດ, ເປັນ​ລະ​ບົບ, ລ​ະ​ອຽດ​ລະ​ອໍ, ລອບ​ຄອບ​ຖີ່​ຖ້ວ​ນ​ເພື່ອ​ປະ​​ໄວ້ໃຫ້​ຄົນ​ລຸ້ນ​ຫລັງ​ບັນ​ດາ​ໝາກ​ຜົນ​ທີ່​ເປັນ​ຫນ້າ​​ຈົດ​ຈ່ຳ. ບັນ​ດາ​ເອ​ກະ​ສານ ມົກ​ບ໋ານ, ເຈົາ​ບ໋ານ ອີກ​ຄັ້ງ​ຫນຶ່ງ​​ໄດ້ຢືນ​ຢັນ​ການ​ປະ​ກອບ​ສ່ວນ​ ແລະ ຜົນງ​ານ​ຂອງ​​ສະ​ໄຫມລາດ​ຊະ​ວົງ​ຫງວຽນ ທີ່​ມີ​ຕໍ່​ການ​ຮຽບ​ຮຽງ​ບັນ​ດາ ປື້ມ​ປະ​ຫວັດ​ສາດ​ທີ່​ຍອດ​ຢ້ຽມ. ລາດ​ຊະ​ວົງ​ຫງວຽນ ແມ່ນ​ລາດ​ຊະ​ວົງ​​ປະ​ສົບ​ຜົນສຳ​ເລັດ​ໃນ​ການ​ຮຽບ​ຮຽງ​​ປື້ມປະ​ຫວັດ​ສາດ​ໃນ​ພື້ນ​ຖານ​ປະ​ຫວັດ​ສາດ​ຂອງ​ລະ​ບອບລາ​ຊາ​ທິ​ປະ​ໄຕ.”

        ງານ​ວາ​ງ​ສະ​ແດງ​ຄັ້ງ​ນີ້​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ລາດ​ຊະ​ວົງ ຫງວຽນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮຽບ​ຮຽງ​​ປື້ມປະ​ຫວັດ​ສາດຕາມ​​ຂັ້​ນ​ຕອນ​ຢ່າງ​ແຫນ້ນ​ແຟ້ນ ຈາກ​ບັນ​ດາ​ອົງ​ການ​ຮຽບ​ຮຽງ​ຕະ​ຫລອດ​ຮອດ​ການ​ຈັດ​ຕັ້ງ​ບຸກ​ຄະ​ລາ​ກອນ ແລະ ການ​ສະ​ສົມ, ຂຸດ​ຄົ້ນ​ກ່ຽວ​ກັບ​ເອ​ກະ​ສານ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ກົງ​ຫວຽດ, ອະ​ດີດ​ຫົວ​ຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ ພາ​ສາ​ຈີນ, ກຳ​ມະ​ການ​ສະ​ພາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ:

        “ເອ​ກະ​ສານ​ທີ່​ນຳ​ມາ​ວາງ​ສະ​ແດງ​​ໃນຄັ້ງ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລາດ​ຊະ​ວົງ ຫງວຽນ​ທີ່​ມີ​ຕໍ່ ການ​ຄົ້ນ​ຄ້​ວາ, ອະ​ນຸ​ລັກ​ຮັກ​ສາ​ປື້ມ​ປ​ະ​ຫວັດ​ສາດ, ການ​ຈັດ​ຕັ້ງ​ໂຄງ​ປະ​ກອບອົງ​ການ​ຮຽບ​ຮຽງ​ປະ​ຫວັດ​ສາດ​ໃນ​ສະ​ໄຫມ​ລາດ​ຊະ​ວົງ ຫງວຽນ. ການ​ຮຽບ​ຮຽງ​ ແລະ ​ການພິມ​ຈຳ​ຫນ່າຍ​ໄດ້​ຮັບ​ການປະ​ຕິ​ບັດຢ່າງ​ມີ​ລັກ​ສະ​ນະວິ​ທະ​ຍາ​ສາດ, ມີ​ຄວາມ​ໝາຍ​ທາງ​ການ. ເລື່ອງ​ຮຽບ​ຮຽງ​ປະ​ຫວັດ​ສາດ​ສຳ​ລັບ​ສັງ​ຄົມ​ວັດ​ທະ​ນະ​ທຳ​ປະ​ຈຸ​ບັນ ແມ່ນ​ສຳ​ຄັນ​ທີ່​ສຸດ. ງານ​ວາງ​ສະ​ແດງ​ເອ​ກະ​ສານ ມົກ​ບ໋ານ ແລະ ເຈົາ​ບ໋ານ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ຫງວຽນ​ແມ່ນ ຢັ້ງ​ຢືນເຖິງ​ຄຸນ​ຄ່າ​ປະ​ຫວັດ​ສາດ​ໃນ​ການ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ.”

ນຳມໍລະດົກເຈົາບ໋ານ ແລະ ມົກບ໋ານ ໃກ້ຊິດກັບມະຫາຊົນກວ່າ - ảnh 2
ແຂກ​ເຂົ້າ​ຊົມ​ງານ​ວາງ​ສະ​ແດງ
ພາບ:bandantoc

        ນອກ​ຈາກ​ຄຸນ​ຄ່າ​ປະ​ກອບ​ສ່ວນ​ສຳ​ລັບ​ການ​ຄົ້ນ​ຄ້​ວາ ແລະ ຮຽບ​ຮຽງ​ປຶ້ື້ມ​ປະ​ຫວັດ​ສາດ​ຂອງ​ຊາດ​ແລ້ວ, ເຈົາ​ບ໋ານ ແລະ ມົກ​ບ໋ານ ໃນ​ສະ​ໄຫມ​ລາດ​ຊະ​ວົງ​ຫງວຽນ ຍັງ​ແມ່ນ​ສາງ​ວັດ​ຖຸ​ເອ​ກະ​ສານ​ສຳ​ຄັນ​ກ່ຽວ​ຂ້ອງ​ເຖິງ​ການ​ກຳ​ນົດ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກ​າ​ະ​ຂອງ​ປະ​ເທດ​ຊາດ, ໃນ​ນັ້ນ ມີ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ສະ​ນັ້ນ ​ການຍູ້​ແຮງ​ການ​ໂຄ​ສະ​ນາ, ແນະ​ນ​ຳວັດ​ຖຸ​ເອ​ກະ​ສານ ມົກ​ບ໋ານ, ເຈົ​າ​ບ໋ານ ເຖິງ​ມະ​ຫາ​ຊົນ​ໃນ​ຈຸດ​ເວ​ລາ​ປະ​ຈຸ​ບັນ​ແມ່ນ​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫລວງ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ດ​ຣ ເລີມ​ບາ​ນາມ, ປະ​ທານ ສະ​ພາ​ຊົນ​ເຜົ່າ​ວິ​ທະ​ຍ​າ ແລະ ມະ​ນຸດ​ສາດ ຖື​ວ່າ:

        “ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ງານ​ວາງ​ສະ​ແດງ​ທີ່​ມີ​ຄວາມ​ໝາຍ ແລະ ດູດ​ດື່ມ ບໍ່​ພຽງ​ແຕ່​ສຳ​ລັບ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ມະ​ຫາ​ຊົນ​ອີກ​ດ້ວຍ. ສະ​ນັ້ນ ຕາມ​ຂ້າ​ພະ​ເຈົ້າ​ແລ້ວ ໃນ​ອະ​ນາ​ຄົດ​ໃກ້​ໆ​ນີ້ ຄວນ​ໂຄ​ສະ​ນາ​ເອ​ກະ​ສານນີ້​ຢ່າງກວ້າງ​ຂວາງ ຊ້ຳ​ບໍ່​ຫນຳ​ແມ່ນນຳ​ເຂົ້າ​​ໃນຫລັກ​ສູດ​​ການ​ຮຽນ  ການ​ສອນ​ວິ​ຊາປະ​ຫວັດ​ສາດ​ອີກ​ດ້ວຍ.”

        ການ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ ມົກ​ບ໋ານ ກ່ຽວ​ກັບ​ເຈືື່ອງ​ຊາ, ຮ່​ວາງ​ຊາ ແລະ ງານ​ວາງ​ສະ​ແດງ​ວັດ​ຖຸ​ເອ​ກະ​ສາ​ນ “ລາດ​ຊະ​ວົງ​ຫງວຽນ ກັບ​ການ​ຮຽບ​ຮຽງ​​ປື້ມປະ​ຫວັດ​ສາດ​ຜ່ານ ເຈົາ​ບ໋ານ, ມົກ​ບ໋ານ” ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຫາງ​ສຽງ. ໄລ​ຍະ​ຈະ​ມາ​ເຖິງ, ສູນ​ຮັກ​ສາ​ສຳ​ເນົາ​ເອ​ກະ​ສານ​ແຫ່ງ​ຊາດ I (ຮ່າ​ໂນ້ຍ) ແລະ ສູນ​ຮັກ​ສາ​ສຳ​ເນົາ​ເອ​ກະ​ສານ IV (ດາ​ລາດ ເລີມ​ດົງ) ຈະ​ສືບ​ຕໍ່​ໂຄ​ສະ​ນາ, ແນະ​ນຳ​ຄຸນ​ຄ່າ​ຂອງ 2 ມໍ​ລະ​ດົກ​ນີ້ ຕາມ​ບັນ​ດາ​ຫົວ​ເລື່ອງ​ທີ່​ແຕກ​ຕ່າງ​ກັນ ເພື່ອ​ໃຫ້​ມະ​ຫາ​ຊົນ​ຮູ້​ຈັກ​ເຖິງ​ບັນ​ດາ​ເອ​ກະ​ສານ​ປະ​ຫວັດ​ສາດ​ຊື່ງ​ລຸ້ນ​ພໍ່​ລຸ້ນ​ອ້າຍ​ປະ​ໄວ້, ປະ​ກອບ​ສ່ວນ​ເພື່ອຢັ້ງ​ຢືນ​ລັກ​ສະ​ນະ​​ທີ່ເປັນ​ເອ​ກະ​ລັກ​ສະ​ເພາະ, ລັກ​ສະ​ນະ​ຊັດ​ເຈນ, ​ມີ​ພຽງ​ຢ່າງ​ດຽວ​ເທົ່າ​ນັ້ນ ແລະ ລະ​ດັບ​ຜົນ​ສະ​ທ້ອນ​ຂອງ​ບັນ​ດາ​ມໍ​ລະ​ດົກ​ວັດ​ຖຸ​ເອ​ກະ​ສານ​​ລະ​ດັບ​ໂລກນີ້.  

ຕອບກັບ

ຂ່າວ/ບົດ​ອື່ນ