ນຳວັດທະນະທຳ ຫວຽດນາມ ໄປພົວພັນແລກປ່ຽນກັບເພື່ອນມິດສາກົນ

(VOVWORLD) -ການທູດວັດທະນະທຳໄດ້ ແລະ ພວມແມ່ນໜຶ່ງໃນບັນດາຜົນສຳເລັດຂອງ ຫວຽດນາມ ບົນເສັ້ນທາງເຊື່ອມໂຍງສາກົນ. ການທູດວັດທະນະທຳ ໄດ້ຖືກຫັນເປັນລະອຽດ ດ້ວຍບັນດາການເຄື່ອນໄຫວ ພົວພັນແລກປ່ຽນທາງດ້ານວັດທະນະທຳ, ສະແດງສິລະປະ, ໂຄສະນາພາບພົດ ຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ. ໂດຍຜ່ານບັນດາການເຄື່ອນໄຫວເຫຼົ່ານີ້ ປະຊາຊົນຫຼາຍປະເທດໃນໂລກ ໄດ້ເລືອກເອົາ ຫວຽດນາມ ແມ່ນຈຸດນັດພົບ ເພື່ອລົງມືລົງທຶນທ່ອງທ່ຽວ ນຳໃຊ້ບັນດາຜະລິດຕະພັນການບໍລິການທີ່ມີເຄື່ອງໝາຍການຄ້າ ຫວຽດນາມ ແລະ ຍິ່ງກວ່ານັ້ນແມ່ນການສະໜັບສະໜູນບັນດາທັດສະນະແນວທາງນະໂຍບາຍຂອງ ຫວຽດນາມ
ນຳວັດທະນະທຳ ຫວຽດນາມ ໄປພົວພັນແລກປ່ຽນກັບເພື່ອນມິດສາກົນ - ảnh 1ງານບຸນ ຫວຽດນາມ  ຢູ່ ການາ ກາວາ ຖືກຈັດຂຶ້ນໃນວັນທີ 10 ແລະ ວັນທີ 11 ກັນຍາ ປີ 2022

     ບົດເພງ “ຄວາມສຸກເມື່ອເຮົາພົບກັນ” ໂດຍບັນດານັກສິລະປີນ ຫວຽດນາມ ສະແດງໃນງານບຸນ ຫວຽດນາມ  ຢູ່ ການາ ກາວາ ໃນວັນທີ 10 ແລະ 11 ກັນຍາ ປີ 2022. ໃນງານບຸນບັນດາລາຍການສະແດງລະຄອນຕຸກກະຕານ້ຳ, ລາຍການສະແດງຟ້ອນພື້ນເມືອງ ຫວຽດນາມແລະ ສະແດງພິນເຕີຣຶງ ເຊິ່ງແມ່ນເຄື່ອງດົນຕີຊົນເຜົ່າ ຫວຽດນາມ ໂດຍບັນດານັກສິລະປິນ ຫວຽດນາມ ສະແດງຕໍ່ມວນຊົນ ຍີ່ປຸ່ນ. ນາງ ອາຊູກາ ຊາວຍີ່ປຸ່ນ ແບ່ງປັນວ່າ:

      “ເມື່ອຂ້າພະເຈົ້າມາຢ້ຽມຢາມ ຫວຽດນາມ ຂ້າພະເຈົ້າກໍ່ໄດ້ຮັບຊົມການສະແດງລະຄອນຕຸກກະຕານ້ຳ.ແລະ ໃນຄັ້ງນີ້ກໍ່ໄດ້ຮັບຊົມທີ່ງານບຸນ ຫວຽດນາມ ຂ້າພະເຈົ້າຮູ້ສຶກເປັນໜ້າຈັບໃຈທີ່ສຸດ”.

    ທ່ານ ໂກຣາວາ ຢູຊີ ຜູ້ວ່າການແຂວງ ການາກາວ ໃຫ້ຮູ້ວ່າ ງານບຸນ ຫວຽດນາມ ຢູ່ ການາກາວາ ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນແລກປ່ຽນ ເຊິ່ງຊາວການາກາວາ ແລະ ບັນດາແຂວງອ້ອມຂ້າງລໍຄອຍແຕ່ລະປີ ອັນໄດ້ເປັນເຫດການທີ່ສຳຄັນສຳລັບການພັດທະນາຂອງແຂວງ. ທ່ານໃຫ້ຮູ້ວ່າ:

       “ຂ້າພະເຈົ້າພາກພູມໃຈທີ່ສຸດ ເພາະວ່າ ສຸດທ້າຍງານບຸນກໍ່ໄດ້ຖືກຈັດຂຶ້ນພາຍຫຼັງທີ່ໄດ້ລໍຄອຍເປັນເວລາຍາວນານ. ບັນຍາກາດແມ່ນຟົດຟື້ນມ່ວນຊື່ນທີ່ສຸດ. ຂ້າພະເຈົ້າປາຖະໜາວ່າ ບັນດາເຫດການວັດທະນະທຳເຊັ່ນນີ້ຈະກາຍເປັນພື້ນຖານຊ່ວຍການພົວພັນແລກປ່ຽນທາງດ້ານເສດຖະກິດແລະ ມະນຸດຂອງສອງປະເທດໃຫ້ນັບມື້ນັບເລິກເຊິ່ງກວ່າເກົ່າ”.

      ກ່ອນໜ້ານັ້ນໃນທ້າຍປີ 2021 ແລະ ຕົ້ນປີ 2022ພາຍຫຼັງທີ່ຫຼາຍປະເທດໄດ້ຍົກເລີກບັນດາມາດຕະການປ້ອງກັນສະກັດກັ້ນ ໂຄວິດ -19, ຫວຽດນາມ ໄດ້ເຂົ້າຮ່ວມບັນດາເຫດການໃຫຍ່ລະດັບສາກົນຄື ງານວາງສະແດງໂລກ (EXPO) 2020 Dubai. ເຫດການທີ່ມີການເຂົ້າຮ່ວມຂອງຫຼາຍກວ່າ 190 ປະເທດ  ໄດ້ດຶງດູດແຂກທ່ອງທ່ຽວປະມານ 25 ລ້ານເທື່ອຄົນມາຢ້ຽມຊົມທັດສະນະສຶກສາ                         

     ຢູ່ທີ່ນີ້ ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ຄວາມງາມຂອງທຳມະຊາດ ຫວຽດນາມ ຄວາມສະໜິດສະໜົມ ກໍ່ຄືຈິດໃຈຮັກແພງແຂກຂອງຊາວ ຫວຽດນາມ ກໍ່ໄດ້ແນະນຳຕໍ່ມວນຊົນ, ຜ່ານນັ້ນປະກອບສ່ວນແຜ່ກະຈາຍພາບພົດ ຫວຽດນາມ ຫຼາກຫຼາຍສີສັນ ທັງມີມູນເຊື້ອທັງຂະຫຍັນຂັນເຄື່ອນ ແລະ ທັນສະໄໝ. ທ່ານ ຄາແລັດ ບິນອາເມີ ຊາວອິນເດຍ ຜູ້ມາຊົມງານວາງສະແດງຖືວ່າ:

     “ງານວາງສະແດງໂລກແມ່ນເຫດການເພື່ອໃຫ້ ຫວຽດນາມ ແລະ ບັນດາປະເທດໃນໂລກ ສະແດງໃຫ້ເຫັນສິ່ງທີ່ຍອດຍິ່ງ  ແລະ ທັງຄວາມໃຝ່ຝັນຂອງຕົນ.ຫວຽດນາມ ພວມຢັ້ງຢືນ ແມ່ນປະເທດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ປະເທດໃຫຍ່ ຫຼື ນ້ອຍແມ່ນບໍ່ສຳຄັນ ແຕ່ສິ່ງທີ່ສຳຄັນແມ່ນພວກເພື່ອນໃຫ້ເຫັນວ່າຕົນເອງມີກຳລັງແຮງຢ່າງພຽງພໍ ເພື່ອບືນຕົວຂຶ້ນນຳໜ້າ”.

      ງານບຸນ ຫວຽດນາມ ຢູ່ ການາກາວາ ຫຼື (EXPO) 2020 Dubai ພຽງແຕ່ແມ່ນສອງໃນຈຳນວນບັນດາເຫດການພົວພັນແລກປ່ຽນວັດທະນະທຳທີ່ພົ້ນເດັ່ນຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ. ຕາມທ່ານ ເຈິ່ນເຍິດຮວ່າງ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລ້ວ ບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ໄດ້ຊ່ວຍເພີ່ມທະວີກຳລັງແຮງ, ໂຄສະນາພາບພົດ ແລະ ຄຸນຄ່າ ຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ. ທ່ານ ເຈິ່ນເຍິດຮວ່າງ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າຍາມໃດກໍ່ມານະພະຍາຍາມ ເພື່ອສືບຕໍ່ບັນດາຜົນງານໃນປີທີ່ຜ່ານມາ ແລະ ພິເສດໃນປີ 2023 ເຊິ່ງແມ່ນປີທີ່ ຫວຽດນາມ ຈັດຕັ້ງສະເຫຼີມສະຫຼອງ ບັນດາເຫດການທີ່ສຳຄັນກັບຫຼາຍປະເທດໃນໂລກ ເຊິ່ງຈະແມ່ນປີທີ່ສະດວກທີ່ສຸດຕໍ່ການໂຄສະນາ ພົວພັນແລກປ່ຽນຮ່ວມມືສາກົນທາງດ້ານວັດທະນະທຳ. ຜ່ານບັນດາເຫດການເຫຼົ່ານີ້ ພວກເຮົາຈະໂຄສະນາຈຸດຄວາມງາມດ້ານວັດທະນະທຳຂອງບັນດາເຜົ່າຫຼາຍກວ່າອີກ ທັງດຶງດູດເພື່ອນມິດສາກົນ ເຂົ້າມາ ຫວຽດນາມ ເພື່ອທ່ອງທ່ຽວລົງທຶນນັບມື້ນັບຫຼາຍຂຶ້ນ ເຊິ່ງຈະນຳບັນດາຜົນປະໂຫຍດທາງດ້ານເສດຖະກິດມາໃຫ້ປະເທດຊາດ”.

     ໃນສະພາບການໂລກພວມມີການຜັນແປທີ່ສັບສົນ, ຂົງເຂດວັດທະນະທຳນີ້ເອງ ພວມສະແດງໃຫ້ເຫັນກຳລັງແຮງຂອງການເຊື່ອມຈອດ, ສ້າງຄວາມເຊື່ອໝັ້ນ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ວັດທະນະທຳຈະນັບມື້ນັບມີບົດບາດໄກ່ເກ່ຍ ໃນບັນດາການປະທະກັນ ແລະ ເພີ່ມທະວີການຮ່ວມມືສາກົນ. ການພົວພັນແລກປ່ຽນວັດທະນະທຳ ຫວຽດນາມ ຈະນັບມື້ນັບຍັບເຂົ້າໃກ້ກັບເພື່ອນມິດສາກົນຫຼາຍກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ