ນ້ຳໃຈ ຫວຽດ - ລາວ: ແຫຼ່ງບັນດານໃຈເລີ່ມມາຈາກຫົວໃຈ

(VOVWORLD) - ສຳລັບນັກຮ້ອງ, ນັກປະພັນດົນຕີໜຸ່ມ ບຸ່ຍຕ໊ວນງອັກ, ເຊິ່ງເປັນຜູ້ແຕ່ງບົດເພງ “ນາງສາວວຽງຈັນ” ແລ້ວ, ນີ້ແມ່ນແຮງບັນດານໃຈ ພາຍຫຼັງການປະຕິບັດງານເປັນເວລາສັ້ນໆຢູ່ ປະເທດ ລາວ

ຄູສອນດົນຕີ, ນັກຮ້ອງ, ນັກປະພັນດົນຕີໜຸ່ມຂອງ ຫວຽດນາມ ຫຼື ນັກປະພັນດົນຕີທີ່ມີຊື່ສຽງຂອງປະເທດລາວ..., ເຖິງວ່າເຂົາໄດ້ເຮັດວຽກໃນຂົງເຂດໃດກໍ່ຕາມ, ແຕ່ໃນຫົວໃຈຂອງເຂົາຍາມໃດກໍ່ຈົດຈຳນ້ຳໃຈສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ. ກໍ່ເລີ່ມຈາກນ້ຳໃຈນັ້ນ ໄດ້ຊ່ວຍໃຫ້ເຂົາປະພັນບັນດາບົດກະວີ, ບົດເພງທີ່ສະແດງສຽງເວົ້າໃນໃຈ. ເຊີນທ່ານຜູ້ຟັງພົບປະກັບບັນດານັກປະພັນ, ຮັບຟັງບັນດາບົດເພງທີ່ສະແດງນ້ຳໃຈ ຫວຽດ - ລາວ ຜ່ານບົດຂຽນຂອງ ຢ້ຽວຮົ່ງ, ນັກຂ່າວພາກພາສາລາວ, ວີໂອວີ 5.

“ບໍ່ຮູ້ແຕ່ເວລາໃດ

                                         ມີດອກໄມ້ສີເຫຼືອງ ຂາວ

                                         ດອກໄມ້ນີ້ໄດ້ຕິດພັນ

                                         ກັບປະຊາຊົນລາວ

                                         ຊື່ວ່າ ດອກຈຳປາ”

ນ້ຳໃຈ ຫວຽດ - ລາວ: ແຫຼ່ງບັນດານໃຈເລີ່ມມາຈາກຫົວໃຈ - ảnh 1ທ່ານ ຟ້າມແທັງຫາຍ, ຄູສອນດົນຕີ ມາຈາກແຂວງ ບັກຢາງ

ນັ້ນແມ່ນຕອນທຳອິດໃນບົດກະວີ “ດອກຈຳປາ ແລະ ວາດຟ້ອນລຳວົງ”, ໂດຍທ່ານ ຟ້າມແທັງຫາຍ, ຄູສອນດົນຕີ ມາຈາກແຂວງ ບັກຢາງ. ທ່ານ ຫາຍ ໄດ້ປະພັນບົດກະວີໃນການຢ້ຽມຢາມປະເທດລາວທີ່ສວຍງາມເປັນຄັ້ງທຳອິດ. ທ່ານ ຫາຍ ໄດ້ຮູ້ ແລະ ເລີ່ມຮັກແພງປະເທດດອກຈຳປາ ຍ້ອນມີໝູ່ເພື່ອນເປັນຄົນລາວ ຮຽນຕໍ່ປະລິຍາໂທນຳກັນ, ນັບແຕ່ປີ 2016 ມາຮອດປະຈຸບັນ, ທ່ານ ຫາຍ ໄດ້ໄປຢາມປະເທດ ລາວ ຫຼາຍເທື່ອ ແລະ ຖືວ່າປະເທດລາວຄືດັ່ງບ້ານເກີດເມືອງນອນແຫ່ງທີສອງຂອງຕົນ. ທ່ານ ຫາຍ ຂຽນບົດກະວີ ແລະ ຈາກບົດກະວີຈິຶ່ງຂຽນບົດເພງ ດ້ວຍຈິດໃຈທີ່ລຽບງ່າຍ ແລະ ຄວາມຮູ້ສຶກທີ່ແທ້ຈິງ:

“ແຕ່ຄາວຍັງນ້ອຍຂ້າພະເຈົ້າກໍ່ຮູ້ບົດເພງ  “ດວງຈຳປາ” ແລ້ວ. ຂ້າພະເຈົ້າໄດ້ຮັບຟັງໃນວິທະຍຸກ່ຽວກັບດອກຈຳປາແມ່ນສັນຍາລັກຂອງປະເທດລາວ ແລະ ໄດ້ວາດພາບເອງເທົ່ານັ້ນ, ຄາວນັ້ນ ບໍ່ທັນຮູ້ດອກຈຳປາມີຮູບຮ່າງແນວໃດ. ເມື່ອມີໂອກາດໄປຢມປະເທດລາວ, ໄດ້ເຫັນດອກຈຳປາ ແລະ ໄດ້ເຂົ້າຮ່ວມບຸນປີໃໝ່ລາວ, ເຫັນບັນດາບ່າວ, ສາວ ໄດ້ໃສ່ພວງມາໄລທີ່ເຮັດດ້ວຍດອກຈຳປາ ແລະ ຟ້ອນລຳວົງ, ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍ ດັ່ງນັ້ນ ຈຶ່ງແຕ່ງບົດກະວີນີ້”.

ນ້ຳໃຈ ຫວຽດ - ລາວ: ແຫຼ່ງບັນດານໃຈເລີ່ມມາຈາກຫົວໃຈ - ảnh 2ນັກຮ້ອງ, ນັກປະພັນດົນຕີໜຸ່ມ ບຸ່ຍຕ໊ວນງອັກ

ສຳລັບນັກຮ້ອງ, ນັກປະພັນດົນຕີໜຸ່ມ ບຸ່ຍຕ໊ວນງອັກ, ເຊິ່ງເປັນຜູ້ແຕ່ງບົດເພງ “ນາງສາວວຽງຈັນ” ແລ້ວ, ນີ້ແມ່ນແຮງບັນດານໃຈ ພາຍຫຼັງການປະຕິບັດງານເປັນເວລາສັ້ນໆຢູ່ ປະເທດ ລາວ, ແຕ່ດ້ວຍສາຍຕາຂອງນັກສິລະປິນ, ນັກປະພັນດົນຕີໜຸ່ມຜູ້ນີ້ ມີຄວາມປະທັບໃຈຕໍ່ບັນດານາງສາວລາວ ຜູ້ໃຈດີ, ສວຍງາມ...

ສິ່ງທີ່ສ້າງຄວາມປະທັບໃຈຕໍ່ ຕ໊ວນງອັກ ທີ່ສຸດນັ້ນແມ່ນພາບພົດນາງສາວລາວ ຜົມດຳຍາວ, ຮ້ອຍຍິ້ມຫວານ ແລະ ອ່ອນໂຍນ, ດຶງດູດໃຈເມື່ອຟ້ອນລຳວົງ. ບົດເພງສ້າງຂີດໝາຍຍ້ອນຈັງຫວະທີ່ມ່ວນຊື່ນ ແລະ ພິເສດແມ່ນບັນດາຄຳປະໂຫຍກດ້ວຍພາສາລາວ ເຖິງວ່າງ່າຍໆກໍ່ຕາມ ແຕ່ຜ່ານສຽງເພງຂອງ ຕ໊ວນງອັກ ເຮັດໃຫ້ຜູ້ຟັງຮູ້ສຶກມ່ວນ ແລະ ດຶງດູດໃຈຜູ້ຟັງໜຸ່ມທັງຄົນຫວຽດ ແລະ ຄົນລາວຫຼາຍ, ຍ້ອນເຫດນັ້ນ ມາຮອດປະຈຸບັນ, ບົດເພງນີ້ໄດ້ມີກ່ວາ 1,7 ລ້ານຄົນຮົບຊົມໃນ Youtube ແລ້ວ:

“ເມື່ອກັບມາ ຫວຽດນາມ ຂ້າພະເຈົ້າ ໄດ້ຖາມເອື້ອຍຄົນລາວ ຊື່ວ່າ ນ້ຳຝົນ ແກ້ວມະນີ, ລາວເອງກໍເປັນຄົນຮ້ອງຄູ່ກັບຂ້າພະເຈົ້າໃນ ຄຼິບວີດີໂອ “ນາງສາວວຽງຈັນ” ກ່ຽວກັບບາງຄຳ, ບາງປະໂຫຍດ ຄື: anh nhớ em là gì? Cô gái đẹp là gì? ພາສາລາວ ແມ່ນຫຍັງ ແລະ ອອກສຽງຄືແນວໃດ? ແລ້ວ ເອື້ອຍ ນ້ຳຝົນ ກໍພາຂ້າພະເຈົ້າ ຮຽນເວົ້າ, ສະນັ້ນ ໃນບົດເພງໃໝ່ນີ້ ຂ້າພະເຈົ້າກໍໄດ້ໃຊ້ພາສາລາວ ບາງຄຳຄື ສະບາຍດີສະບາຍດີ, ອ້າຍຮັກຮ້ອງຫຼາຍໆ, ນ້ອງຮັກອ້າຍ ບໍ?... ນາງສາວລາວຄົນນັ້ນ ໄດ້ສ້າງແຫຼ່ງບັນດານໃຈ ແລະ ແນວຄວາມຄິດເພື່ອໃຫ້ຂ້າພະເຈົ້າແຕ່ງບົດເພງນີ້ຂຶ້ນມາ”.

ນ້ຳໃຈ ຫວຽດ - ລາວ: ແຫຼ່ງບັນດານໃຈເລີ່ມມາຈາກຫົວໃຈ - ảnh 3ນັກປະພັນດົນຕີຜູ້ອາວຸໂສ ດວງມີໄຊ ລີໄກຢາ

ສ່ວນສຳລັບບັນດານັກປະພັນດົນຕີຜູ້ອາວຸໂສ ຄືທ່ານ ດວງມີໄຊ ລີໄກຢາ, ທີ່ເຄີຍເປັນລຸ້ນນັກປະພັນທຳອິດຂອງ ສປປ ລາວ ໄດ້ສົ່ງໄປຮຽນຢູ່ ໂຮງຮຽນສອນດົນຕີ ຮ່າໂນ້ຍ, ປະຈຸບັນ ແມ່ນສະຖາບັນດົນຕີແຫ່ງຊາດ ຫວຽດນາມ ແລ້ວ,  ບັນດາບົດປະພັນດົນຕີ ໄດ້ສະແດງນ້ຳໃຈຮັກແພງທີ່ສະຫງວນໃຫ້ແກ່ປະຊາຊົນ ຫວຽດນາມ. ໃນພາລະກິດແຫ່ງການປະພັນດົນຕີຂອງຕົນ, ທ່ານໄດ້ຂຽນ 10 ບົດປະພັນດົນຕີກ່ຽວກັບການພົວພັນມິດຕະພາບ ລາວ - ຫວຽດນາມ, ໃນນັ້ນ ມີບັນດາບົດປະພັນດົນຕີ ກ່ຽວກັບລຸງໂຮ່ ເປັນຕົ້ນຄື: ບົດດົນຕີປະສານສຽງ “ແມ່ນ້ຳແດງ - ແມ່ນ້ຳຂອງ”, “ໂຮ່ຈີມິນ - ດວງຕາເວັນແສງສະຫວ່າງຕະຫຼອດຊີວິດ”. ນັກປະພັນດົນຕີ ດວງມີໄຊ ໄດ້ແບ່ງປັນວ່າ: ບັນດານ້ຳໃຈຂອງທ່ານຕໍ່ອ້າຍນ້ອງ ຫວຽດນາມ ໄດ້ຊ່ວຍໃຫ້ທ່ານຂຽນບັນດາບົດປະພັນດົນຕີຍ້ອງຍໍຊົມເຊີຍນ້ຳໃຈມິດຕະພາບ ລາວ - ຫວຽດນາມ:

“ຄາວຍັງນ້ອຍ, ຂ້າພະເຈົ້າໄດ້ດຳລົງຊີວິດພ້ອມກັບທະຫານອາສາສະໝັກຢູ່ ຊຳໃຕ້, ຕິດກັບແຂວງ ເງາະອານ. ຊີວິດຂອງຂ້າພະເຈົ້າແຕ່ຍາວຍັງນ້ອຍມາຮອດປະຈຸບັນ ຍາມໃດກໍ່ສະໜິດຕິດພັນກັບປະເທດ ແລະ ປະຊາຊົນ ຫວຽດນາມ. ຂ້າພະເຈົ້າຂຽນບັນດາບົດເພງ, ບົດດົນຕີປະສານສຽງ ແມ່ນເພື່ອມອບໃຫ້ປະຊາຊົນ ຫວຽດນາມ. ນີ້ແມ່ນຄວາມມຸ່ງມາດປາດຖະໜາທີ່ຂ້າພະເຈົ້າຢາກປະຕິບັດ”.

ນັ້ນແມ່ນສາມໃນຈຳນວນຫຼາຍຄົນທີ່ຮັກແພງ, ເຄົາລົບນ້ຳໃຈລະຫວ່າງ ຫວຽດນາມ - ລາວ. ຍ້ອນມີຄວາມຮັກແພງ ຈຶ່ງໄດ້ແຕ່ງບົດກະວີ, ບົດເພງ ເພື່ອສະແດງຄວາມຮູ້ສຶກໃນໃຈ. ແນ່ນອນວ່າ, ໃນໄລຍະຈະມາເຖິງ, ຈະຍັງມີຫຼາຍບົດເພງ, ບົດກະວີໄດ້ປະພັນໃໝ່ຕື່ມອີກ. ບັນດາບົດປະພັນຈາກຄົນລາວເວົ້າເຖິງຄວາມຮັກຕໍ່ ຫວຽດນາມ, ຈາກຊາວ ຫວຽດນາມ ສະແດງຄວາມຮັກຕໍ່ປະເທດດອກຈຳປາທີ່ສວຍງາມ, ສະແດງຄວາມຮັກ ຫວຽດ - ລາວ ທີ່ເລີ່ມມາຈາກຫົວໃຈ./.

ຕອບກັບ

ຂ່າວ/ບົດ​ອື່ນ