ບົດລະຄອນ “ ຮຳແລດ” ຂອງ William Shakespeare ບົນເວທີສະແດງຂອງໂຮງລະຄອນຫວຽດນາມ

ໃນ​ຂະ​ນະ​ທີ່​ເວ​ທີ​ສະ​ແດງ​ພວມ​ບໍ່​ປະ​ກົດ​ມີ​ບົດ​ລະ​ຄອນ​ທີ່​ດຶງດູດ​ຜູ້​ຊົມ​ນັ້ນ, ເລື່ອງ​ໂຮ​ງ​ລະ​ຄອນ​ຫວຽດ​ນາມບໍ່​ມີ​ບ່ອນ​ນັ່ງວ່າງໃນ​ຕະຫຼອດ 5 ຄ່ຳ​ຄືນ​ທີ່ດຳ​ເນີນການ​ສະ​ແດງ​ທົດ​ລອງ ແລະ ຜູ້​ຊົມ​ຕ້ອງ​ຈ່າຍ​ເງິນ​ນັບ​ລ້ານ​ດົງ​ເພື່ອ​ຊື້​ປີ້​ຊົມ​ລາຍ​ການ​ສະ​ແດງ​ບົດ​ລະ​ຄອນ “ ຮຳແລດ” ຊຶ່ງ​ຖືກ​ຖື​ວ່າ ແມ່ນ​ບົດ​ລະ​ຄອນ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ຜູ້​ຊົມ. ສິ່ງ​ທີ່​ສຳ​ຄັນ​ກວ່ານັ້ນ, ແມ່ນ​ຜູ້​ມາ​ຊົມ​ບໍ່​ແມ່ນ​ເພື່ອ​ຄວາມ​ດູດ​ດື່​ມ​ຍ້ອນ​ການ​ໂຄ​ສະ​ນາ, ຫຼື​ບົດ​ລະ​ຄອນນີ້​ມີ​ຊື່​ສຽງ​ໃນ​ໂລກ​ເທົ່າ​ນັ້ນ, ຫາກ​ຍັງ​ຖືກ​ດຶງ​ດູດໃຈ​ຢູ່​ບ່ອນວ່າ ​ບົດ​ລະ​ຄອນ “ ຮຳແລດ” ໂດຍ​ແມ່ນ​ໂຮ​ງລະ​ຄອນຫວຽດ​ນາມກຳ​ກັບ​ການ​ສະ​ແດງ.

 

ບົດລະຄອນ “ ຮຳແລດ” ຂອງ William Shakespeare ບົນເວທີສະແດງຂອງໂຮງລະຄອນຫວຽດນາມ - ảnh 1
ຕອນ​ໜຶ່ງ​ໃນບົດ​ລະ​ຄອນ “ ຮຳແລດ”

     ​ບົດ​ລະ​ຄອນ “ ຮຳແລດ” ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບົດ​ລະ​ຄອນ​ໂດດ​ເດັ່ນຂອງ​ຜູ້​ແຕ່ງ​ບົດ​ລະ​ຄອນ ທ່ານ William Shakespeare ຊຶ່ງໄດ້​ສະ​ແດງ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ. ໂດຍ​ຜ່ານ 4 ສະ​ຕະ​ວັດ ນັບ​ແຕ່​ໄລ​ຍະທີ່ຜູ້​ແຕ່ງ​ບົດ​ລະ​ຄອນ ທ່ານ William Shakespeare ແຕ່ງ​ບົດ​ລະ​ຄອນ “ ຮຳແລດ” ມາ​ຮອດ​ປະ​ຈຸ​ບັນ, ​ຄຸນ​ຄ່າ​ຍຸກ​ສະ​ໄໝ​ຂອງບົດ​ລະ​ຄອນ​ກໍ​ບໍ່​ຖືກ​ສູນ​ເສຍ​ໄປ. ໂດຍ​ແມ່ນ​ບົດ​ລະ​ຄອນນາດ​ຕະ​ກຳ​ແຫ່ງ​ການ​ເດີນ​ທາງ​ໄປ​ຊອກ​ຫາ​ຄວາມ​ຈິງ ຊຶ່ງແມ່ນ​ຄວາມ​ຈິງ​ເພື່ອ​​ຮັກ​ສາກຽດ​ສັກ​ສີ ແລະ ວິ​ຖີ​ຊີ​ວິດ​ຂອງ​ມະ​ນຸດ. ນັບ​ແຕ່​ຕົ້ນ​ເດືອນ 11 ນີ້, ໂຮ​ງລະ​ຄອນຫວຽດ​ນາມໄດ້​ເລີ່ມ​ສະ​ແດງ​ບົດ​ລະ​ຄອນ “ ຮຳແລດ” ເພື່ອ​ຮັບ​ໃຊ້​ມວນ​ຊົມ, ຊຶ່ງ​ເປັນ​ການ​ເປີດ​ສາກໃຫ້​ແກ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ບັນ​ດາ​ບົດ​ລະ​ຄອນທີ່​ໂດດ​ເດັ່ນຂອງໂຮ​ງລະ​ຄອນຫວຽດ​ນາມ. ທ່ານ​ນາງ ຫງວຽນ​ທິ​ກຸກ ຜູ້​ມາ​ຊົມການ​ສະ​ແດງບົດ​ລະ​ຄອນ “ ຮຳແລດ” ໂດຍໂຮ​ງລະ​ຄອນຫວຽດ​ນາມກຳ​ກັບ​ການ​ສະ​ແດງໄດ້​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ : 

    “ ຂ້າ​ພະ​ເຈົ້າ​ໄດ້​ຊົມບົດ​ລະ​ຄອນ “ ຮຳແລດ” ຫຼາຍ​ເທື່ອ​ແລ້ວ, ນັບ​ທັງ​ສະ​ແດງ​ຢູ່​ລັດ​ເຊຍ, ນີ້​ແມ່ນ ​ບົດ​ລະ​ຄອນທີ່​ໂດດ​ເດັ່ນ, ມັນ​ມີ​ສີ​ສັນ​ດ້ານ​ການ​ເມືອງ, ທິດ​ສະ​ດີກ່ຽວ​ກັບການ​ດຳ​ລົງ​ຊີ​ວິດ​ຢ່າງ​ເລິກ​ເຊິ່ງ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ສຳ​ລັບ​ການ​ສະ​ແດງ ​ບົດ​ລະ​ຄອນ “ ຮຳແລດ”​ຂອງໂຮ​ງລະ​ຄອນຫວຽດ​ນາມ ແມ່ນ​ປະ​ທັບ​ໃຈທີ່​ສຸດ. ວິ​ທີ​ການ​ສະແດງແມ່ນ​ມີ​ລັກ​ສະ​ນະ​ຍຸກ​ປະ​ຈຸ​ບັນ ”

    ໃນ​ການ​ສະ​ແດງ​ຄັ້ງ​ໜຶ່ງ​ບົນ​ເວ​ທີ​ສະ​ແດງ​ຂອງໂຮ​ງລະ​ຄອນຫວຽດ​ນາມ, ບົດ​ລະ​ຄອນ “ ຮຳແລດ”ໄດ້​ເປັນ​ຂີດ​ໝາຍ​ກ່ຽວ​ກັບ​ວິ​ທີສຳ​ນຶກ, ວິ​ທີ​ເວົ້າ​ຂອງ​ຊາວ​ຫວຽດ​ນາມ​ໃນ​ສະ​ຕະ​ວັດ​ທີ 21; ບົດ​ລະ​ຄອນໄດ້​ສະ​ແດງ​ໃຫ້​ເຫັນຄວາມ​​ລຳ​ບາກ​ຂອງ​ແຕ່​ລະ​ຄົນ​ຢ່າງ​ແທ້​ຈິງ; ບົດ​ລະ​ຄອນ “ ຮຳແລດ” ໄດ້​ກ້​າຫານປະ​ເຊີນ​ໜ້າ​ກັບ​ສິ່ງທີ່​ຮ້າຍ​ກາດ ແລະ ເດັດ​ດຽວ​ດັບ​ສູນ​ສິ່ງ​ທີ່ກໍ່ໂທດ​ກຳເຖິງ​ກົ​ກ​ເຖິງ​ຮາກ. ນັກ​ສະ​ແດງ​ລະ​ຄອນ ຕະ​ມິນ ຜູ້​ສວມ​ບົດ​ຕົວ​ລະ​ຄອນ “ ຮຳແລດ” ໃຫ້​ຮູ້​ວ່າ : ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ, ດັ່ງ​ນັ້ນ ລາວ​ຕ້ອງ​ຊອກ​ຫາ​ເອ​ກະ​ສານ, ຟິມ​ຮູບ​ເງົາ, ບັນ​ດາບົດ​ລະ​ຄອນທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ກ່ຽວ​ກັ​ບ​ຍຸກ​ສະ​ໄໝ ຮຳແລດ ພວມ​ດຳ​ລົງ​ຊີ​ວິດ, ກ່ຽວ​ກັບ​ສະ​ພາບ​ປະ​ຫວັດ​ສາດ. ນັກ​ສະ​ແດງ​ລະ​ຄອນ ຕະ​ມິນ ແບ່ງ​ປັນ​ວ່າ : 

    “ ທຳ​ອິດ​ແມ່ນ​ຄວາມ​ໃກ້​ຊິດ​ຕິດ​ພັນ​ທາງ​ດ້ານວັດ​ທະ​ນະ​ທຳ. ຊາວ​ອາ​ຊີ​ຕາ​ເວັນ​ອອກ​ພວກ​ເຮົາ​ເຄີຍ​ຖື​ເປັນ​ສຳ​ຄັນ​ດ້ານ​ອາ​ລົມ​ຈິດ​ຄວາມ​ຮັກ​ແພງ. ຮຳ​ແລດ​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກັບ​ຊາວ​ຫວຽດ​ນາມ​ຢູ່​ບ່ອນ: ສາຍ​ພົວ​ພັນ​ລະ​ຫວ່າງ​ພໍ່​ກັບ​ລູກ, ອ້າຍ​ກັບ​​ນ້ອງ, ອ່າວ​ກັບຫຼານ, ໝູ່​ເພື່ອນ….ແຕ່​ແນ່ນອນ ບໍ່​ອາດ​ເຫີນ​ຫ່າງ​ກັບແນວ​ຄິດ​ຊຶ່ງ Shakespeare ໄດ້​ຝາກ​ຝັງ. ຢູ່​ທີ່ນັ້ນ, ຜູ້​ຊົມ​ຊາວ​ຫວຽດ​ນາມ​ຈະມີ​ຄວາມ​ເຫັນໃຈນຳ ແລະ ໃກ້​ຊິດສະ​ໜິດສະ​ໜົມ​ກວ່າ​ ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ສາ​ມາດ​ເຂົ້າ​ໃຈ​ໄດ້​ຢ່າງ​ງ່າຍ​ດາຍກວ່າ ”

     ບົນ​ເວ​ທີ​ສະ​ແດງ​ຂອງໂຮ​ງລະ​ຄອນຫວຽດ​ນາມ, ເລື່ອງ​ລາວ​ກ່ຽວ​ກັບ​ເຊົ້າ​ຊາຍ​ແດນ​ໝາກ ແມ່ນບໍ່​ແປກ​ປະຫຼາດ​ກັບ​ຊາວ​ຫວຽດ​ນາມ​ອີກ​ແລ້ວ. ຄວາມ​ສັບ​ສົນ​ຂອງ​ຊັ້ນ​ຄວາມ​ໝາຍ, ບັນ​ດາຄວາມ​ຂັດ​ແຍ້ງໃນ​ບົດ​ລະ​ຄອນ​ໄດ້​ຖືກ​ຜູ້​ກຳ​ກັບການ​ສະ​ແດງ ທ່ານ​ແອງ​ຕູ້​ແກ້​ໄຂ​ຕາມ​ວິ​ທີ​ເພາະ​ຂອງ​ຕົ​ນ. ບົດ​ລະ​ຄອນບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ລາວ​ຂອງ​ຄົນ​ດີແຕ່​ອ້າງວ້າງ​ບົນ​ເສັ້ນ​ທາງ​ໄປ​ຊອກ​ຫາ​ສັດ​ຈະ​ທຳ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເຊີດ​ຊູ​ເປັນ​ການ​ກະ​ທຳ​ຕໍ່​ສູ້​ເພື່ອ​ຄວາມ​ເປັນ​ທຳ, ເພື່ອ​ພື້ນ​ຖານ​ຍຸດ​ຕິ​ທຳ​ຖືກ​ຢຽບ​ຢຳ ແລະ ເພື່ອ​ຄວາມ​ຜາ​ສຸກ​ຂອງ​ມະ​ນຸດ. ຜູ້​ແຕ່ງບົດ​ລະ​ຄອນ ເລກີ້​ຫຽນ ເປີດ​ເຜີຍ​ວ່າ : 

    “ ຜູ້​ກຳ​ກັບ​ການ​ສະ​ແດງ​ລະ​ຄອນບໍ່​ຢາກ​ຫັນ​ມາ​ເປັນ​ບົດ​ລະ​ຄອນ​ຫວຽດ​ນາມ, ແຕ່​ລາວໄດ້​ຫັນບົດ​ລະ​ຄອນຂອງ Shakespeare ດ້ວຍ​ຈິດ​ວິນ​ຍານ​ຫວຽດ​ນາມ, ວິ​ທິ​ສຳ​ນຶກ​ຫວຽດ​ນາມ, ດັ່ງ​ນັ້ນ​ເຖິງວ່າ ບໍ່​ມີ​ເຈດ​ຈຳ​ນົງ ຫັນ​ມາ​ເປັນ​ບົດ​ລະ​ຄອນ​ຫວຽດ​ນາມກໍ​ຕາມ, ແຕ່​ມັນ​ໄດ້​ກາຍ​ເປັນບົດ​ລະ​ຄອນຂອງ​ຜູ້​ຊົມ​ຫວຽດ​ນາມ ແລະ ມັນ​ໄດ້​ຊຶມ​ເລິກເຂົ້າ​ໃນ​ຈິດ​ໃຈ​ຂອງມວນ​ຊົນ​ຫວຽດ​ນາມ ”

     ການ​ນຳ​ໃຊ້​ບັນ​ດາ​ນັກ​ສະ​ແດງ​ລະ​ຄອນ​ທີ່​ຍັງ​ໜຸ່ມ​ແໜ້ນໃນບົດ​ລະ​ຄອນ “ ຮຳແລດ” ກໍ​ໄດ້​ນຳ​ມາ​ເຊິ່ງ​ສີ​ສັນ​ໃໝ່​ອຽມ​ໃຫ້​ແກ່​ບົດ​ລະ​ຄອນ ຫຼື​ການ​ນຳ​ວາດ​ຟ້ອນ ຊວນ​ຝາ ຂອງ​ຊາວ​ແທງ​ຮ້​ວາ​ເຂົ້າ​ໃນ​ບົດ​ລະ​ຄອນ​ຢ່າງ​ຄ່ອງ​ແຄ້ວນັ້ນ ກໍ​ໄດ້​ເຮັດ​ໃຫ້ ບົດ​ລະ​ຄອນ “ ຮຳແລດ” ຂອງໂຮ​ງລະ​ຄອນຫວຽດ​ນາມເພີ່ມ​ຄວາມ​ດູດ​ດື່ມຫຼາຍຂຶ້ນ, ມີ​ຊີ​ວິດ​ຊີ​ວາ ແລະ ມີ​ສີ​ສັນກວ່າ​ເກົ່າ. ນັກ​ວິ​ຈານ​ການ​ສະ​ແດງ​ບົນ​ເວ​ທີ ຝ້າມ​ວັນ​ຟຸກ ໃຫ້​ຂໍ້​ສັງ​ເກດ​ວ່າ : 

    “ບົດ​ລະ​ຄອນ “ ຮຳແລດ” ໄດ້​ເປັນ​ຂີດ​ໝາຍ​ໄລ​ຍະ​ໃໝ່​ຂອງໂຮ​ງລະ​ຄອນຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຖື​ວ່າ ຜູ້​ຊົມ​ຫວຽດ​ນາມ​ເຖິງວ່າມີ​ການ​ເລືອກ​ເຟັ້ນ​​ກໍ​ຕາມ, ແຕ່​ກໍ​ຍັງ​ຄົງ​ຍ້ອງ​ຍໍບົດ​ລະ​ຄອນ “ ຮຳແລດ” ແມ່ນ​ບົດ​ລະ​ຄອນ​ຖືກ​ສະ​ແດງ​ໂດຍ​ຫຍໍ້​ລົງ  ແລະ ໄດ້​ສະ​ແດງ​ໃນ​ເວ​ລາ​ພຽງ​ປະ​ມານ 2 ຊົ່ວ​ໂມງເທົ່າ​ນັ້ນ, ເພາະ Shakespeare ແຕ່ງ​ບົດ​ລະ​ຄອນ​ຍາວຫຼາຍ ປະ​ກອບ​ດ້​ວຍ 170 ໜ້າ ແລະ ມີ 21 ຕົວ​ລະ​ຄອນ”

     ໃນ​ຍຸກ​ສະ​ໄໝ​ທີ່​ເວ​ທີ​ສະ​ແດງ​ພວມ​ຖືກ​ມິດ​ງຽບ​ລົງ​ຍ້ອນ​ຂາດ​ແຄນ​ບັນ​ດາ​ບົດ​ລະ​ຄອນ​ມ່ວນນັ້ນ, ການ​ກັບ​ຄືນ​ສູ່​ເວ​ທີ​ສະ​ແດງຫວຽດ​ນາມຂອງບົດ​ລະ​ຄອນ “ ຮຳແລດ” ແມ່ນ​ປະ​ກົດ​ການ​ທີ່​ພົ້ນ​ເດັ່ນ. ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາຍ ແລະ ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ​ຂອງ​ບັນ​ດາ​ຜູ້​ກຳ​ກັບ​ການ​ສະ​ແດງ, ນັກ​ສະ​ແດງ​ລະ​ຄອນ​ໄດ້​ເຮັດ​ໃຫ້ບົດ​ລະ​ຄອນ “ ຮຳແລດ” ຂອງ Shakespeare ບົນ​ເວ​ທີ​ສະ​ແດງ​ຂອງໂຮ​ງລະ​ຄອນຫວຽດ​ນາມ ເພີ່ມ​ຄວາມ​ດູດ​ດື່ມ ແລະ ເຮັດ​ໃຫ້​ຜູ້​ຊົມ​ຫວຽດ​ນາມ​ເພິ່ງ​ພໍ​ໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ