ບຸນຊ່ວງເຮືອງູຂອງຊາວເຜົ່າຂະແມຢູ່ແຂວງ ຊອກຈັງ

   

ບຸນຊ່ວງເຮືອງູຂອງຊາວເຜົ່າຂະແມຢູ່ແຂວງ ຊອກຈັງ - ảnh 1
ບຸນຊ່ວງເຮືອງູຢູ່ແຂວງ ຊອກຈັງ
(ພາບ: vanhoadoisong)


  ຊາວ​ເຜົ່າ​ຂະ​ແມ​ມີ​ຫຼາຍ​ງານ​ບຸນ, ​ໃນ​ນັ້ນ​ມີ​ງານ​ບຸນ ອອ໋ກອອມ​ບອ໋ກ ​ແລະ ຊ່ວງ​ເຮືອ​ງູແມ່ນ​ໃຫຍ່​ກ່ວາ​ໝູ່ ​ແລະ ​ແມ່ນ​ງານ​ບຸນ​ສຸດ​ທ້າຍ​ໃນ​ປີ. ບຸນຊ່ວງ​ເຮືອ​ງູແມ່ນ​ໂອກາດ​ເພື່ອ​ໃຫ້​ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ຂະ​ແມ​ເຂດ​ພາກ​ໃຕ້​ລະ​ຫຼິ້ນ​ມ່ວນ​ຊື່ນພາຍຫຼັງ​ຊຸມ​ວັນອອກ​ແຮງ​ງານດ້ວຍ​ຄວາມ​ອິດ​ເມື່ອຍ. ກິລາ​ປະ​ເພດ​ຊ່ວງ​ເຮືອ​ທີ່​ຟົດ​ຟື້ນນີ້ ​ແມ່ນ​ເລີ່​ມມາ​ຈາກ​ຮີດຄອງ​ປະ​ເພນີ​​ເດີມ​ຂອງ​ຊາວ​ເຜົ່າ​ຂະ​ແມ.

    ບຸນຊ່ວງ​ເຮືອງູ​ແມ່ນ​ຖືກ​ຈັດ​ຂື້ນ​ຢູ່​ຫຼາຍ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ, ​ແຕ່​ຟົດ​ຟື້ນ​ກ່ວາ​ໝູ່​ແມ່ນ​ຢູ່​ແຂ​ວງ ຊອກ​ຈັງ. ​ເມື່ອ​ກ່ອນ​ນີ້ ບຸນຊ່ວງ​ເຮືອງູຢູ່​ຊອກ​ຈັງ ຖືກ​ຈັດ​ຂຶ້ນ​ຢູ່​ ປກາມ​ແກນ​ໂທ ປະຈຸ​ບັນ​ແມ່ນ​ຂື້ນ​ກັບ​ຕາ​ແສງ ທາມ​ດ​ົນ ​ເມືອງ ມີ້​ຊວຽນ. ​ແຕ່​ໃນ​ປະຈຸ​ບັນ​ເພື່ອ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ມາ​ຊົມ​ຊ່ວງ​ເຮືອ​ຢ່າງ​ສະດວກ​ສະບາຍ​ນັ້ນ, ບຸນຊ່ວງ​ເຮືອງູ​ໄດ້​ຖືກ​ຍ້າຍ​ມາ​ຈັດ​ຕັ້ງ​ຢູ່​ເທດສະບານ​ແຂວງ ຊອກ​ຈັງ. ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ຮອດ​ວັນ​ເພັງ​ເດືອນ 10 ​ແຕ່ລະ​ປີ​ໂດ​ຍ​ໄລ່ຕາມ​ຈັນທະ​ປະຕິທິນ, ພ້ອມ​ກັບ ງານ​ບຸນ ອອ໋ກອອມ​ບອ໋ກ, ບຸນຊ່ວງ​ເຮືອງູ​ກໍ​ຖືກ​ຈັດ​ຂຶ້ນ​ບົນ​ແມ່​ນ້ຳ ມາດ​ເປຣົດ ນະຄອນ ຊອກ​ຈັງ​ໃນ​ປະຈຸ​ບັນ.

   ຢູ່​ໃຈກາງນະຄອນ ຊອກ​ຈັງ​ໃນ​ຄ່ຳ​ຄືນ​ກ່ອນ​ວັນ​ຈັດ ບຸນຊ່ວງ​ເຮືອ, ຜູ້​ຄົນ​ຈາກ​ສາລະ​ທິດ​ໄດ້​ພາກັນ​ຫຼັ່ງ​ໄຫຼມາ​​ເຕົ້າ​ໂຮມ​ກັນ​ລໍ່​ຖ້າ​ການ​ຊ່ວງ​ເຮືອ​ໃນ​ຕອນ​ເຊົ້າ​ມື້​ອື່ນ​. ບົນ​ແມ່ນ​ນ້ຳ, ລະບົບ​ດອກ​ໄຟ​ມີ​ສີ​ຫຼາກ​ຫຼາຍ. ​ເຮືອ​ງູ​ແຕ່ລະ​ຝູງ​ເຕົ້າ​ໂຮມ​ກັນ. ສຽງ​ກອງ, ສຽງ​ຂຸ່ຍ, ສຽງດົນຕີ​ອ່ອນ​ຊອນ​ປະສານ​ກັບ​ສຽງ​ຂັບ​ຮ​້ອງຂອງ​ບາ​ວສາວ ​ໄດ້​ດັ່ງ​ກ້ອງ​ກັງວານ​ຂື້ນ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ

ຕອນ​ເຊົ້າຂອງ​ມື້​ຕໍ່​ມາ. ການ​ຊ່ວງ​ເຮ​ືອ​ໄດ້​ເລີ່​ມຂຶ້ນ. ຢູ່​ລຽບ​ຕາມ 2 ຟາກ​ຝັ່ງ​ ແມ່​ນ້ຳ ມາດ​ເປຣົດທີ່​ໃຈກາງນະຄອນ ຊອກ​ຈັງທີ່​ມີ​ລວງ​ຍາວ​ເກືອບ 2 ກິ​ໂລ​ແມດ, ປະຊາຊົນ​ນັບ​ໝື່ນ​ຄົນ​ຢືນ​ຮັບ​ຊົມ​ຢ່າງ​ໜ້າ​ແໜ້ນ ບໍ່​ມີ​ບ່ອນ​ວ່າງ​ເລີຍ. ຜູ້​ມາ​ຊົມ​ບໍ່​ພຽງ​ແຕ່​ແມ່ນ​ປະຊາຊົນ​ຢູ່​ພາຍ​ໃນ​ແຂວງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜູ້​ມາ​ຈາກ​ຕ່າງ​ ແຂ​ວງ, ກໍ​ຄື​ຊາວ​ຕ່າງປະ​ເທດ​ອີກ​ດ້ວຍ. ບໍ່​ພຽງ​ແຕ່​ຊາວ​ຂະ​ແມ​ມັກ​ຊົມ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຊາວ​ກິ​ງ, ຊາວ​ຈີນ​ກໍ​ມັກ​ຊົມ​ເຊັ່ນ​ດຽວ​ກັນ​ອີກ​ດ້ວຍ. ທ່ານ Tran Xuan Canh ຢູ່ ຊອກ​ຈັງ ​ໃຫ້​ຮູ້​ວ່າ :

 “ ກິລາ​ແມ່ນ​​ເລື່ອງ​ສຳຄັນ​ສຳລັບ​ຊາວ​ເຜົ່າ​ຂະ​ແມ​ນັບ​ແຕ່​ປາງ​ກ່ອນ​ເປັນ​ຕົ້ນ​ມາ. ກິລາ​ປະ​ເພດ​ອື່ນໆ​ກໍ​ເຂົ້າ​ຮ່ວມ, ​ແຕ່​ສຳຄັນ​ທີ່​ສຸດ​ແມ່ນ​ການ​ຊ່ວງ​ເຮືອງູນີ້. ຖ້າ​ຫາກ​ທິມ​ໃດ​ໄດ້​ຮັບ​ລາງວັນ​ດ້ວຍ​ເງິນ​ເທົ່າ​ໃດ​ກໍ​ມອບ​ໃຫ້​ວັດ​ໝົດ ​ເພື່ອ​ໃຫ້​ວັດ​ກໍ່ສ້າງພື້ນຖານວັດຖຸ. ​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ຊ່ວງ​ເຮືອ​ແມ່ນ​ເພື່ອ​ຄວາມ​ມ່ວນ​ຊື່ນ​ເທົ່າ​ນັ້ນ ”

ພໍ່​ຕູ້ Giang Thich ປີ​ນີ້ມີ​ອາຍຸ 80 ປີ,​ແຕ່​ເພິ່ນ​ຍັງຄົງ​ບອກ​ລູກ​ຫຼານ​ພາ​ໄປ​ຊົມ​ຊ່ວງ​ເຮືອງູ. ພໍ່​ຕູ້​ໃຫ້​ຮູ້​ວ່າ ​ເຮືອງູ​ ​ໄດ້​ກຳ​ເນີ​ດຂື້ນ​ຈາກ​ຈຸດ​ພິ​ເສດ​ການ​ດຳລົງ​ຊີວິດ​ຂອງ​ຊາວ​ທ້ອງ​ຖິ່ນ​ຊຶ່ງ​ອາ​ໄສ​ການ​ປູກ​ເຂົ້ານາ​ທາມ​ເປັນ​ຕົ້ນ​ຕໍ່. ພໍ່​ແມ່​ປະຊາຊົນ​ໄດ້​ໃຊ້​ເຮືອ​ໄມ້​ເປັນ​ຍານພາຫະນະ​ເພື່ອ​ໄປມາ. ຕາມ​ພໍ່​ຕູ້ Thich ​ແລ້ວ, ​ໃນ​ປາງ​ກ່ອນ, ​ໃນປ່າມີ​ສັດ​ຮ້າຍ​ຫຼາຍ​ທີ່​ສຸດ, ສ່ວນ​ແມ່​ນ້ຳ​ແມ່ນ​ມີ​ແຂ້. ປະຊາຊົນ​ທ່ຽວ​ປ່າ​ກໍ່​ຢ້ານ​ເສືອ​ຮ້າຍ, ດັ່ງ​ນັ້ນ​ມັກ​ຂີ່​ເຮື​ອບົນ​ແມ່​ນ້ຳ. ​ແຕ່​ເມື່ອ​ຂີ່​ເຮືອ​ກໍ​ຢ້ານ​ແຂ້. ຈາກ​​ເລື່ອງເທບ​ນິຍາຍ ງູ​ວິ​ເສດ ນາ​ກາ ຊຶ່ງ​ແມ່ນ​ສັດ​ປະເພດສັກສິດ​ຂອງ​ຊາ​ວ​ເຜົ່າ​ຂະ​ແມ​ໄດ້​ເຮັດ​ໃຫ້​ແຂ້​ຕົກ​ສະທ້ານ​ຢ້ານ​ກົວ​ ລອຍ​ຫຼົບໜີ​ນັ້ນ, ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ຂະ​ແມ​ໄດ້​ຜະລິດອອກ​ເຮືອ​ທີ່​ມີ​ຮູບ​ງູ​ທີ່​ສັກສິດ​ນີ້. ຊາ​ວ​ເຜົ່າ​ຂະ​ແມຍາມ​ໃດ​ກໍ​ຖື​ເຮືອງູ ​ແມ່ນ​ສິ່ງ​ທີ່​ສັກກະຫຼະບູຊາ​ຂອງ​ໝູ່​ບ້ານ. ພໍ່​ຕູ້ Giang Thich ​ເປີດ​ເຜີຍ​ວ່າ :

 ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ປີ​ໃດ​ຂ້າພະ​ເຈົ້າ​ກໍ​ມາ​ຊົມ​ຊ່ວງ​ເຮືອ, ບໍ່​ຂາດ​ຈັກ​ເທື່ອ. ຂ້າພ​ະ​ເຈົ້າ​ຍັງ​ຊັກ​ຊວນລູກ​ຫຼານ​ໄປ​ຊົມ​ນຳ. ຂ້າພະ​ເຈົ້າ​ຊົມ​ຊອບ​ກິລາ​ປະ​ເພດ​ນີ້​ທີ່​ສຸດ. ມາ​ນີ້​ໄດ້​ເຫັນ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ, ​ເຫັນ​ເຮືອ​ງູ​ລຳ​ຕ່າງໆ​ພວມ​ຊ່ວງ​​ກັນ ​ລ່ອງ​ໄວ​ບົນລຳ​ແມ່​ນ້ຳ. ຂ້າພະ​ເຈົ້າ​ຮູ້ສຶກ​ຄື​ໄດ້​ກັບ​ຄືນ​ສູ່​ຄາວ​ໄວ​ໜຸ່ມ”

ເຮືອ​ງູສ່ວນ​ຫຼາຍ​ໂດຍ​ແມ່ນ​ພໍ່​ແມ່​ປະຊາຊົນ​ໃນ​ໝູ່​ບ້ານ​ປະກອບ​ເຮື​ອ່​ແຮງ​ເງິນ​ທຶນ​ເພື່ອ​ຜະລິດ​ອອກ. ດັ່ງ​ນັ້ນ ເຮືອ​ງູ​ແມ່ນ​ຊັບ​ສົມບັດ​ລວມ ​ແລະ ​ໄດ້​ຮັບ​ການ​ຮັກສາ​ທີ່​ດີ​ຢູ່​ວັດ. ​ແຕ່​ລະ​ວັດ​ຢູ່​ແຂວງ​ຊອກ​ຈັງ​ລ້ວນ​ແຕ່​ພະຍາຍາມ​ປະກອບ​ໃຫ້​ທິມຂອງ​ຕົນມີ ເຮືອ​ງູ​ລຳ​ໜຶ່ງ​ທີ່​ດີ. ອ້າຍ Tran Van Yen ໃຫ້ຮູ້​ວ່າ​ກ່ອນທີ່​ຈະ​ຈັດ​ບຸນຊ່ວງ​ເຮ​ືອ, ວັດ​ຕ່າງໆ​ຕ້ອງ​ກະກຽມ​ວຽກ​ງານ​ກ່ອນ​ນັ້ນ​ເປັນ​ເດືອນ​ເພື່ອ​ເລື​ອກ​ເອົາບັນດາສີ​ພາຍ​ທີ່​ເປັນ​ຊາຍ​ໜຸ່ມ​ຊົນ​ເຜົ່າ​ຂະ​ແມທີ່​ແຂງ​ແຂງ​​ໃນໝູ່​ບ້ານ ​ເພື່ອ​ຝຶກ​ແອບ. ອ້າຍ Tran Van Yenໃຫ້​ຮູ້​ອີກ​ວ່າ :    

 “ ​ເຮື​ອ​ແຕ່​ລະ​ລຳ​ປະກອບ​ດ້ວຍນັກ​ກິລາ​ປະມານ 50 ຄົນ. ມີ​ຜູ້​ໜຶ່ງ​ນັ່ງ​ຢູ່​ຫົວເຮືອ ຊຶ່ງ​​ແມ່ນ​ຜູ້​ມີ​ປະສ​ົບການ. ​ແລະ ມີ​ອີກ​ຄົນ​ໜຶ່ງ​ຢືນ​ຢູ່​ເຄິງ​ກາງ​ເຮືອ​ເພື່ອ​ເປົ່າ​ແຄນ, ນັ້ນ​ກໍ​ແມ່ນ​ຄົນທີີສຳຄັນ, ​ເພາະວ່າ​ເປັນຜູ້​ບັນຊາ​​ທຸກ​ຄົນ​ພາຍ​ເຮືອ ”

     ຕາມ​ກົດ​ລະບຽບ​ໃນ​ການ​ຊ່ວງ​ເຮືອ, ​ເຮືອ 2 ລຳ​ຈະ​ຊ່ວງ​ກັນ​ໃນບັນ​ໄລຍະ​ທາງ 1.200 ​ແມດ ສຳລັບເພດຊາຍ ​ແລະ 800 ​ແມດ ສຳລັບ​ເພດ​ຍິງ. ​ເມື່ອ​ສຽງ​ເປົ່າ​ຫວີດ​ດັ່ງ​ຂຶ້ນ, ຊຶ່ງ​ເປັນ​ສັນຍານ​ໃຫ້​ການ​ຊ່ວງເຮືອ​ເລີ່​ມຕົ້ນ​ນັ້ນ, ​ເຮືອ​ຊ່ວງແຕ່ລະ​ຄູ່ ​ໃນ​ທັນ​ໃດ​ກໍ​​ແລ່ນ​ໄວມຸ່ງ​ໄປ​ຍັງ​ເປົ້າໝາຍ ​ໃນ​ທ່າມກາງ​ສຽງ​ກອງ, ສຽງ​ໂທລະ​ໂຄ່ງ ພ້ອມ​ກັບ​ສຽງ​ໂຮ​ຮ້ອງ​ຕົບມື​ລະດົມ​ກຳລັງ​ໃຈ​ແກ່​ບັນດາ​ທິມຊ່ວງ​ເຮືອຂອງ​ກອງ​ເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ