ບັນດາການເຄື່ອນໄຫວວັດທະນະທຳ ສິລະປະທາງອອນລາຍ ໃນໄລຍະເກີດໂລກລະບາດ ໂຄວິດ -19

(VOVWORLD) -              ຍ້ອນຜົນສະທ້ອນຈາກໂລກລະບາດ ໂຄວິດ - 19 ບັນດາການເຄື່ອນໄຫວວັດທະນະທຳ ສິລະປະ ງານວາງສະແດງເກືອບທັງໝົດຢູ່ ຫວຽດນາມ ລ້ວນແຕ່ຢຸດການເຄື່ອນໄຫວຊົ່ວຄາວ. ແຕ່ສິ່ງນີ້ພັດກະຕຸກຊຸກຍູ້ວົງການັກວິຊາການ ມີບັນດາການຫັນປ່ຽນໃໝ່ຢ່າງວ່ອງໄວ, ນຳບັນດາການເຄື່ອນໄຫວວັດທະນະທຳ ສິລະປະເຂົ້າເຄືອຂ່າຍອິນເຕີເນັດ, ສ້າງໃຫ້ມີການເຄື່ອນໄຫວຢ່າງບໍ່ມີພົມແດນ, ຊຸກຍູ້ບັນດາການເຄື່ອນໄຫວວັດທະນະທຳ ສິລະປະກັບຄືນສູ່ການເຄື່ອນໄຫວ
ບັນດາການເຄື່ອນໄຫວວັດທະນະທຳ ສິລະປະທາງອອນລາຍ  ໃນໄລຍະເກີດໂລກລະບາດ ໂຄວິດ -19 - ảnh 1 ຮັບຊົມງານບຸນປຶ້ມອ່ານທາງອອນລາຍ

ໃນຂົງເຂດການພິມຈຳໜ່າຍ, ເປັນຄັ້ງທຳອິດໃນວັນປຶ້ມອ່ານ ຫວຽດນາມ ວັນທີ 21 ເມສາ, ສະມາຄົມປຶ້ມອ່ານໄດ້ຈັດການເຄື່ອນໄຫວທາງອອນລາຍ. ງານບຸນປຶ້ມອ່ານທາງອອນລາຍ ລວມມີບັນດາຮ້ານແນະນຳປຶ້ມ ຂອງບັນດາສຳນັກພິມ, ບໍລິສັດຈຳໜ່າຍ, ການຂາຍປຶ້ມ, ແນະນຳປຶ້ມອ່ານໃໝ່, ການພົວພັນແລກປ່ຽນ, ການໂອ້ລົມສົນທະນາກັບຜູ້ແຕ່ງປຶ້ມ. ກ່ອນໜ້ານັ້ນບັນດາສຳນັກພິມນີ້ເອງ ກໍ່ໄດ້ມີບັນດາເຫດການອ່ານປຶ້ມທາງອອນລາຍ ເພື່ອດຶງດູດຜູ້ອ່ານ. ງານບຸນປຶ້ມອອນລາຍ “ຢູ່ເຮືອນອ່ານປຶ້ມບໍ່ຫວາດຫວັ່ນຕໍ່ການແຍກຫ່າງໃນສັງຄົມ” ຂອງສຳນັກພິມ ກີມດົງ. ສຳນັກພິມແມ່ຍິງ ກໍ່ແມ່ນຫົວໜ່ວຍນຳໜ້າ ໃນການລິເລີ່ມຮູບການງານບຸນປຶ້ມອອນລາຍທີ່ມີຊື່ວ່າ “ອ່ານເພື່ອສຸຂະພາບ” ເນື່ອງໃນໂອກາດວັນແມ່ຍິງສາກົນ ວັນທີ 8 ມີນາ. ນາງ ຄຸກທິຮວາເຟື້ອງ ບັນນາທິການໃຫຍ່ສຳນັກພິມແມ່ຍິງ ໃຫ້ຮູ້ວ່າ:

      “ພະແນກໂຄສະນາສື່ສານຂອງສຳນັກພິມແມ່ຍິງ ໄດ້ມີແນວຄວາມຄິດຈັດງານບຸນປຶ້ມທາງອອນລາຍ ແລະ ໃສ່ຊື່ວ່າ ອ່ານເພື່ອສຸຂະພາບ. ເມື່ອພວກຂ້າພະເຈົ້າຕັ້ງຊື່ທີ່ມ່ວນໆເຊັ່ນນີ້ ກໍ່ມີຫຼາຍຄົນສົນໃຈທີ່ສຸດ. ບັນດາຄອບຄົວ ຍ້ອນວ່າລູກເຕົ້າມີໄລຍະພັກຮຽນນານພໍ່ສົມຄວນ, ດັ່ງນັ້ນ ພໍ່ແມ່ນັກຮຽນໄດ້ຍົກອອກວິທີການແກ້ໄຂ ນັ້ນແມ່ນໃຫ້ລູກຢູ່ເຮືອນ ແລະ ຊອກຫາປຶ້ມດ້ວຍຫົວເລື່ອງຕ່າງໆ ເພື່ອໃຫ້ລູກອ່ານ. ງານບຸນປຶ້ມນີ້, ພວກຂ້າພະເຈົ້າໄດ້ແນະນຳບັນດາປຶ້ມທີ່ດີທີ່ມ່ວນ ສະຫງວນໃຫ້ເປົ້າໝາຍຄອບຄົວແລະ ຊາວໜຸ່ມ ເຍົາວະຊົນ”.

      ໃນໄລຍະແຍກຫ່າງໃນສັງຄົມຍ້ອນໂລກລະບາດ, ບັນດາການເຄື່ອນໄຫວວາງສະແດງກໍ່ລ້ວນແຕ່ຢຸດຊົ່ວຄາວ, ບັນດາຜູ້ເຮັດວຽກງານສິລະປະທີ່ຂະຫຍັນຂັນເຄື່ອນ ກໍ່ໄດ້ຄິດໄລ່ເຖິງການເຄື່ອນໄຫວທາງອອນລາຍ. ໃນຕະຫຼອດໜຶ່ງເດືອນທີ່ຜ່ານມາ, ມວນຊົນຂອງຫໍພິພິທະພັນວິຈິດສິນ ຫວຽດນາມ ຕ່າງກໍ່ໄດ້ຮັບຊົມບັນດາຜະລິດຕະພັນສິລະປະທີ່ມີຄວາມໝາຍ ເຊິ່ງໄດ້ເອົາລົງທາງເວັບໄຊ ແລະ ເຟດບຸກຂອງຫໍພິພິທະພັນ. ໂດຍໄດ້ສຳເລັດໃນເດືອນ ກຸມພາ ປີ 2020, ລາຍການສິລະປະ ກົງກົ້ງຟຸກເຕິນ ຍັງບໍ່ທັນມີໂອກາດແນະນຳ ຕໍ່ມວນຊົນຢ່າງກວ້າງຂວາງ. ດັ່ງນັ້ນ ຜູ້ຮັບຜິດຊອບທາງອອນລາຍ ຫງວຽນເຖເຊີນ ແລະ ກຸ່ມນັກສິລະປິນ ໄດ້ປະຕິບັດການໂອ້ລົມ ປຶກສາຫາລືທາງອອນລາຍ. ການເຄື່ອນໄຫວເຊັ່ນນີ້ ໄດ້ດຶງດູດຜູ້ນິຍົມສິລະປະເຂົ້າຮ່ວມຢ່າງຫຼວງຫຼາຍ. ຫງວຽນເຖເຊີນ ໃຫ້ຮູ້ວ່າ:

      “ເມື່ອຈັດຕັ້ງການໂອ້ລົມທາງອອນລາຍເຊັ່ນນີ້, ກໍ່ບໍ່ມີສິ່ງກີດຂວາງທາງດ້ານພູມສາດອີກແລ້ວ, ມີ ຫຼາຍຄົນກໍ່ສາມາດເຂົ້າຮ່ວມໄດ້. ນອກຈາກບັນດາຜູ້ຄົນຢູ່ ຫວຽດນາມ ຄືຢູ່ ຮ່າໂນ້ຍ, ໄຊງ່ອນ, ເຫວ້ ຊ້ຳບໍ່ໜຳແມ່ນນັບທັງຜູ້ນິຍົມສິລະປະເຂົ້າຮ່ວມຄືຢູ່ ໂຮນລັງ, ຍີ່ປຸ່ນ. ຂ້າພະເຈົ້າຄິດວ່ານີ້ແມ່ນບັນດາຈຸດດີ ເຊິ່ງການໂອ້ລົມໂດຍທົ່ວໄປບໍ່ສາມາດເຮັດໄດ້”.

      ໃນຂົງເຂດການສະແດງລາຍການ,  ລາຍການ “24 ຊົ່ວໂມງ ມູຊິກມາລະທອນ” ເຊິ່ງແມ່ນລາຍການສະແດງທົ່ວໂລກທາງອອນລາຍໂດຍກຸ່ມສິລະປິນ ຈາງຈິ້ງ, ຟານໂດ໊ຟຸກ, ຫວູເຟືອງ ລິເລີ່ມ ເຊິ່ງມີສານທີ່ວ່າ “ຈົ່ງຢູ່ເຮືອນ, ຂ້າພະເຈົ້າຈະເສບດົນຕີໃຫ້ເພື່ອນຟັງ” ໄດ້ຮັບການຕອບສະໜອງຈາກສິລະປະທີ່ມີຊື່ສຽງຫຼາຍຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ໂດຍໄດ້ກໍ່ສຽງກັງວານນັບແຕ່ລະດູດົນຕີທີໜຶ່ງ ເມື່ອທ້າຍປີ 2018, ມູຊິກໂຮມ ຂອງໂທລະພາບ FPT ລະດູດົນຕີທີສອງ ເມື່ອຕົ້ນປີ 2020 ກໍ່ແມ່ນລາຍການນຳໜ້າ ໃນການນຳຕະຫຼາດດົນຕີກັບຄືນສູ່ການເຄື່ອນໄຫວປົກກະຕິ ໃນໄລຍະເກີດໂລກລະບາດ. ທ່ານ ດິງຕ໊ຽນຢຸ໊ງ ຜູ້ອຳນວຍການ ກິດຈະກຳປະດິດຄິດສ້າງໂທລະພາບ FPT ໃຫ້ຮູ້ວ່າ:

        “ໂດຍເລີ່ມມາຈາກແນວຄວາມຄິດໂທລະພາບ FPT ພວກຂ້າພະເຈົ້າມີທ່າແຮງ ນັ້ນແມ່ນ iPAY TV, ດັ່ງນັ້ນພວກຂ້າພະເຈົ້າສາມາດມີການໂຕ້ຕອບ ກັບຜູ້ຊົມໂທລະພາບທີ່ນັ່ງຢູ່ເຮືອນໂດຍກົງ. ເຂົາເຈົ້າສາມາດໃຊ້ເຄື່ອງບັນຊາຈາກໄກ ເພື່ອມີການໂຕ້ຕອບກັບພວກຂ້າພະເຈົ້າ”.

             ໃນໄລຍະເກີດໂລກລະບາດ, ໂຮງລະຄອນຟ້ອນລຳທຳເພງ ຫວຽດນາມ, ໂຮງລະຄອນຕຸກກະຕາ ທັງລອງ ພ້ອມກັບບັນດາຫຫົວໜ່ວຍສິລະປະກອນອື່ນໆ ໄດ້ສ້າງຕັ້ງຊ່ອງສິລະປະທາງຊ່ອງ Youtube ເພື່ອຮັກສາ ແລະ ແນະນຳບັນດາລາຍການສະແດງທີ່ເປັນເອກະລັກ  ເພື່ອໃຫ້ຜູ້ນິຍົມສິລະປະຮັບຊົມ. ໃນອະນາຄົດ, ເຖິງວ່າບໍ່ຖືກຕົກຢູ່ໃນສະພາບໂລກລະບາດ, ທ່າອ່ຽງປະຕິບັດບັນດາເຫດການສິລະປະທາງອອນລາຍແບບນີ້ ຍັງຈະສືບຕໍ່ພັດທະນາຢ່າງແຂງແຮງ. ບັນດາການເຄື່ອນໄຫວ, ເຫດການວັດທະນະທຳ ສິລະປະທາງອອນລາຍ ຈະແມ່ນເຄື່ອງມືຢ່າງມີປະສິດທິຜົນ ໃຫ້ແກ່ການຮັກສາການພົວພັນກັບມວນຊົນ ພ້ອມທັງເປີດກວ້າງເປົ້າໝາຍມວນຊົນໃຫ້ຫຼາຍຂຶ້ນ

ຕອບກັບ

ຂ່າວ/ບົດ​ອື່ນ