ບັນດາຄຸນຄ່າດ້ານຈິດຕະກຳຂອງຫວຽດນາມ ຜ່ານພາບແຕ້ມເຈ້ຍສາ ແລະ ພາບຂັດມັນຂອງ ຈິດຕະກອນ ມາຍດັກລິງ


   ພາບ​ຂັດ​ມັນ ແລະ ພາບແຕ້ມເຈ້ຍສາ​ເກືອບ 30 ​ແຜ່ນ​ຂອງຈິດຕະກອນ ມາຍ​ດັກ​ລິງ​ທີ່​ງານ​ວາງສະ​ແດງ “ ຄວາມ​ເຊື່ອ​ໝັ້ນ ​ແລະ ການ​ເວລາ” ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ຝະລັ່ງ​ນັ້ນ, ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ກ່ຽວກັບ​ດ້ານຈິດ​ຕະກຳ​ໃນ​ຍຸກ​ປະຈຸ​ບັນ​ຢູ່​ຫວຽດນາມ​ໃຫ້​ແກ່ມ​ວນຊົນ​ຝະລັ່ງຜູ້​ນິຍົມ​ຊົມ​ຊອບດ້ານ​ສິລະ​ປະ. ​ໂດຍ​ໄດ້​ຮັບ​ເອົາ​ແບບ​ວິທີ​ສ້າງ​ຮູບ​ປະ​ທຳ​ຂອງ​ເອີ​ລົບ, ​ແຕ່​ມີ​ຈິນຕະນາການ​ປັດ​ຊະ​ຍາ​ອາຊີ​ຕາ​ເວັນ​ອອກ​ອັນ​ເລິກ​ເຊິ່ງ, ພາບ​ຂອງ ຈິດຕະກອນ ມາຍ​ດັກ​ລິງ​ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຸນຄ່າ​ດ້ານ​ຈິດຕະກຳ​ຂອງ​ຫວຽດນາມ.

ບັນດາຄຸນຄ່າດ້ານຈິດຕະກຳຂອງຫວຽດນາມ ຜ່ານພາບແຕ້ມເຈ້ຍສາ ແລະ ພາບຂັດມັນຂອງ ຈິດຕະກອນ ມາຍດັກລິງ - ảnh 1
ຜູ້ມາຊົມເບິ່ງພາບຂັດມັນຂອງຈິດຕະກອນ ມາຍ​ດັກ​ລິງ​ທີ່​ງານ​ວາງສະ​ແດງ “ ຄວາມ​ເຊື່ອ​ໝັ້ນ ​ແລະ ການ​ເວລາ” ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ຝະລັ່ງ

        “ ຄວາມ​ເຊື່ອ​ໝັ້ນ ​ແລະ ການ​ເວລາ” ​ແມ່ນ ງານ​ວາງສະ​ແດງ​ສ່ວນ​ບຸກຄົນ​ຄັ້ງ​ທຳ​ອິດ​ຂອງ​ຈິດຕະກອນ ມາຍ​ດັກ​ລິງ​ ຢູ່​ຝະລັ່ງ​ດ້ວຍພາບ​ຂັດ​ມັນ 13 ​ແຜ່ນ​, ​ໃນ​ນັ້ນ, ມີ 5 ​ແຜ່ນ​ຂະໜາດ​ໃຫຍ່ ​ແລະ ພາບແຕ້ມເຈ້ຍສາເກືອບ 10 ​ແຜ່ນ.

    ພາບ​ຂັດ​ມັນ​ແຕ່ລະ​ແຜ່ນ​ກໍ​ລ້ວນ​ແຕ່​​ເຕົ້າ​ໂຮມ​ຍອດ​ຍິ່ງ​ບັນດາ​ຄຸນຄ່າ​ອັນ​ເປັນ​ປະ​ເພນີ. ມີ​ຈຸດ​ພິ​ເສດ​ອີກ​ອັນ​ໜຶ່ງ​ທີ່ີສະ​ແດງ​ໃຫ້​ເຫັນ​ໃນ​ພາບ​ຂອງຈິດຕະກອນ ມາຍ​ດັກ​ລິງ​​ແມ່ນ​ຄວາມ​ກົມ​ກ່ຽວ​ດ້ານ​ວັດຖຸ​ຂອງ ພາບ​ຂັດ​ມັນຫວຽດນາມ​ດ້ວຍ​ແບບ​ວິທີ​ສ້າງ​ຮູບ​ປະ​ທຳ​ທັນ​ສະ​ໄໝ, ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ດ້ານ​ສິລະ​ປະ​ຝ່າຍ​ຕາ​ເວັນ​ອອກ. ຈິດຕະກອນ ມາຍ​ດັກ​ລິງ​ ​ເປີດ​ເຜີຍ​ວ່າ : 

   “ ຫວຽດນາມ​ແມ່ນ​ປະ​ເທດ​ຜະລິດກະ​ສີ​ກຳ ​ແລະ ​ເກື​ອບຄື​ວ່າ ຢູ່​ໝູ່​ບ້ານ​ໃດໆ​ຂອງ​ຫວຽດນາມ​ກໍ​ລ້ວນ​ແຕ່​ມີ​ວັດ, ຈິດ​ໃຈ​ທາງດ້ານພຸດທະ​ສາສະໜາ​ຂອງ​ຊາວ​ຫວຽດນາມ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ. ​ແຕ່​ປາງ​ກ່ອນ, ຊາວ​ຫວຽດນາມ​ກໍ​ເຄີຍນຳ​ໃຊ້​ວັດຖຸ​ຂັດ​ມັນ​ເພື່ອ​ເຮັດ​ພະພຸດທະ​ຮູ​ບ, ຜະລິດ​ເຄື່ອງຮັບ​ໃຊ້​ການ​ບູຊາ ຫຼື​ເຄື່ອງ​ໃຊ້​ໃນ​ພິທີກຳ​ທາງ​ສາສະໜາ​ພຸດ. ຂ້າພະ​ເຈົ້າ​ຢາກ​ສົ່ງສ່ວນ​ໜຶ່ງ​ທາງ​ດ້ານ​ຈິດ​ໃຈ​ວັດທະນະທຳ​ມະນຸດ, ຈິດ​ໃຈ​ສາສະໜາ​ພຸດ​ເຂົ້າ​ໃນ​ພາບ​ຂັດ​ມັນ​ຂອງ​ຕົນ, ນັ້ນ​ກໍ​ແມ່ນ​ສິ່ງ​ເພື່ອ​ສົນທະນາ​ກັບ​ຜູ້​ຊົມ​ຫຼາຍ​ຄົນ ”
  

ບັນດາຄຸນຄ່າດ້ານຈິດຕະກຳຂອງຫວຽດນາມ ຜ່ານພາບແຕ້ມເຈ້ຍສາ ແລະ ພາບຂັດມັນຂອງ ຈິດຕະກອນ ມາຍດັກລິງ - ảnh 2
ຈິດຕະກອນ ມາຍ​ດັກ​ລິງ

    ​ເພາະສະ​ນັ້ນ, ນັບ​ທັງ​ໃນ​ວິທີ​ຕັ້ງ​ຫົວ​ເລື່ອງ​ໃຫ້ ພາບ​ຂັດ​ມັນ​ແຕ່ລະ​ແຜ່ນ​ຄື “ ຄວາມ​​ໃຝ່ຝັນ”, “ບົດ​ເພງຍາມ​ລະດູຮ້ອນ”... ຈິດຕະກອນ ມາຍ​ດັກ​ລິງ​ ກໍ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ບັນດາ​ຜູ້​ຊົມ​ ”

    ​ເມື່ອ​ເວົ້າ​ເຖິງ​ ພາບແຕ້ມເຈ້ຍສາກໍ​ຄື ພາບ​ຂັດ​ມັນຂອງ ຈິດຕະກອນ ມາຍ​ດັກ​ລິງ​, ນັກ​ວິຈານ​ດ້ານ​ວິຈິດ​ຕະກອນ​ຊາວ​ຝະລັ່ງ ທ່ານ Corinne de Menonville ນັກ​ປະພັນ​ປຶ້ມ​ອ່ານ “ ຈິດຕະກອນ​ຍຸກ​ປະຈຸ​ບັນ​ຫວຽດນາມ” ​ເນັ້ນ​ໜັກ​ວ່າ : 

   “ ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແມ່ນ​ວິທີ​ນຳ​ໃຊ້​ດ້ານ​ເຕັກນິກ​ເຮັດ​​ພາບ​ຂັດ​ມັນຂອນັກຈິດຕະກອນ ມາຍ​ດັກ​ລິງ​, ລາວ​ສາມາດ​ຄອບ​ງຳ​ດ້ານ​ສີສັນ​ໄດ້. ບັນດາ​ລວດລາຍ​ດອກ​ບົວ, ຄ້ອງ​ບ້າງ ດົງ​ເຊີນ, ຮູບ​ພາບ​ພື້ນ​ເມືອງ​ຂອງ​ຫວຽດນາມ...​ໄດ້​ຖືກຈິດຕະກອນ ມາຍ​ດັກ​ລິງ​ ສະ​ແດງ​ອອກ​ຜ່ານພາບ​ຂັດ​ມັນ ຢ່າງສຳ​ເລັດ​ຜົນ. ສຳລັບພາບແຕ້ມເຈ້ຍສາ, ຊຶ່ງ​ແມ່ນ​ພາບ​ແຕ້ມ​ພິ​ເສດ​ໃນ​ພາບ​ແຕ້ມ ດົງ​ໂຮ່ ຊອງ​ຫວຽດນາມນັ້ນ, ການ​ປະດິດ​ຄິດ​ສ້າງ​ຂອງ​ລາວ​ແມ່ນ​ເປັນ​ເອກະລັກ​ສະ​ເພາະ. ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ວິທີ​ເຮັດພາບແຕ້ມເຈ້ຍສາ​ຂອງ​ລາວ ​ເພາະ​ການ​ປະສົມ​ກົມ​ກ່ຽວ​ລະຫວ່າງຝ່າຍ​ຕາ​ເວັນ​ອອກ​ກັບ​ຝ່າຍ​ຕາ​ເວັນ​ຕົກ, ສືບ​ຕໍ່​ສ່ອງ​ແສງບັນດາ​ຄຸນຄ່າ​ດ້ານ​ຈິດຕະກຳຂອງ​ຫວຽດນາມ​ຜ່ານພາບແຕ້ມ ເຈ້ຍສາ ​ແລະ ພາບ​ຂັດ​ມັນ ”

   ທ່ານ​ນາງ Anne Colarie Phachan ປະທານ​ຫ້ອງການ​ພາບ​ແຕ້ມ Victoria ມີ​ຄວາມ​ປະ​ທັບ​ໃຈ​ເປັນ​ພິ​ເສດ​ຕໍ່ໜ້າ​ຄວາມ​ເປັນ​ເອກະລັກ​ສະ​ເພາະ​ຂອງພາບແຕ້ມ ເຈ້ຍສາ​ໂດຍຈິດຕະກອນ ມາຍ​ດັກ​ລິງ​ ​ໄດ້​ປະດິດ​ຄິດ​ສ້າງ. ຕາ​ມທ່ານ​ນາງ Anne Colarie Phachan ​ແລ້ວ, ນັ້ນ​ແມ່ນ​ບັນດາ​ເສັ້ນທາງ​ແຫ່ງ​ຄວາມ“ນາມທຳ” ​ແລະ ຕາມ​ການ​ເວລາ, ບັນດາ​ແວດ​ແຕ້ມ​ດ້ວຍ​ສີ​ຂອງຈິດຕະກອນຈະຈືດ​ຈາງ​ໄປ, ສ່ວນ​ບັນດາ​ເສັ້ນທາງ​ບົນ​ເສັ້ນ​​ໃໝ ຈະ​ຈະ​ແຈ້ງ​ກ່ວາ ​ແລະ ​ໄດ້​ສ້າງ​ໃຫ້​ມີ​ຮູບ​ພາບ​ທີ່​ປະ​ທັບ​ໃຈ.

    ຖ້າ​ຫາກ​ວ່າ ສິລະ​ປະ​ເປັນ​ຕົວ​ແທນ​ທາງ​ດ້ານ​ຈິດ​ວິນ​ຍານ​ຂອງ​ຊາດ, ຊ່ວຍ​ທຸກໆ​ຄົນ​ຢູ່​ໃນ​​ພື້ນຖານ​ວັດທະນະທຳ​ທີ່​ແຕກ​ຕ່າງ​ກັນ ​ສາມາດ​​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ກັນ ​ແລະ ​ເພີ່ມ​ຄວາມ​​ເຂົ​້າ​ໃຈ​ຊຶ່ງ​ກັນ ​ແລະ ກັນນັ້ນ, ມາ​ຊົມ​ພາບ​ແຕ້ມ​ຂອງ ຈິດຕະກອນ ມາຍ​ດັກ​ລິງ​, ມ​ວນຊົນ​ຝະລັ່ງຜູ້​ນິຍົມ​ຊົມ​ຊອບດ້ານ​ສິລະ​ປະ ຈະ​ໄດ້​ເຫັນ​ປະຈັກ​ຕາ​ກ່ຽວ​ກັບ​ຈິດ​ວິນ​ຍານ​ຫວຽດນາມ​ຢ່າງ​ງາຍ​ດາຍ .

ຕອບກັບ

ຂ່າວ/ບົດ​ອື່ນ