ບັນດາຈຸດໃໝ່ໃນການມອບລາງວັນປຶ້ມລະດັບຊາດ ຄັ້ງທີສາມ

(VOVWORLD) -ພິທີມອບລາງວັນປຶ້ມລະດັບຊາດ ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານສົມທົບກັບສະມາຄົມພິມຈຳໜ່າຍ ຫວຽດນາມ ຈັດຕັ້ງຂຶ້ນ ເມື່ອບໍ່ດົນມານີ້ຢູ່ໂຮງລະຄອນຂອງວິທະຍຸກະຈາຍສຽງຫວຽດນາມຢູ່ເຮືອນເລກທີ 58 ຖະໜົນ ກວ໊ານສື ຮ່າໂນ້ຍ
ບັນດາຈຸດໃໝ່ໃນການມອບລາງວັນປຶ້ມລະດັບຊາດ ຄັ້ງທີສາມ  - ảnh 1ການນຳລັດຖະບານມອບລາງ A ໃຫ້ແກ່ບັນດານັກປະພັນ  

ປຶ້ມ “ກອງກຳລັງເຄື່ອນໄປທາງທິດຕາເວັນຕົກ” ຂອງນັກປະພັນ, ນັກກະວີ ກວາງຢຸ໊ງ ຊຶ່ງໄດ້ຂຽນແຕ່ປີ 1952 ກໍ່ແມ່ນປຶ້ມຫົວໜຶ່ງທີ່ລ້ຳຄ່າ ໃນສາງປຶ້ມອະນຸຊົນ ຫວຽດນາມ, ແມ່ນໜຶ່ງໃນສາມບົດປະພັນດີເດັ່ນ ໄດ້ຮັບລາງວັນ A ໃນປີນີ້. ນາງ ບຸ່ຍເຟືອງຖາວ ລູກສາວຂອງນັກກະວີ ກວາງຢຸ໊ງ ໃຫ້ຮູ້ວ່າ:

 “ນີ້ແມ່ນຄວາມເບີກບານໃຈອັນໃຫຍ່ຫຼວງ ບໍ່ສະເພາະແຕ່ຂ້າພະເຈົ້າເທົ່ານັ້ນ ຫາກຍັງແມ່ນຄວາມສຸກສຳລັບຜູ້ອ່ານຫຼາຍຊັ້ນຄົນອີກດ້ວຍ. ເຂົາເຈົ້າໄດ້ອ່ານປຶ້ມຫົວນີ້ ປຽບເໝືອນຕົວພະຍານປະຫວັດສາດ, ໄດ້ສຳຜັດກັບກອງກຳລັງ ເຄື່ອນໄປທາງທິດຕາເວັນຕົກກ່ອນນີ້ກວ່າ 70 ປີ. ລາງວັນປຶ້ມລະດັບຊາດ ກໍ່ແມ່ນການຢັ້ງຢືນຄວາມດີເດັ່ນຂອງບົດປະພັນ”.

ພ້ອມກັບບົດປະພັນຂອງ ກວາງຢຸ໊ງ ແລ້ວ ໃນລາຍການລາງວັນ A ປຶ້ມລະດັບຊາດ ກໍ່ຍັງມີສອງບົດປະພັນ ຂຶ້ນກັບຂົງເຂດສາທາລະນະສຸກ ແລະ ປະຫວັດສາດ, 10 ລາງວັນ B ແລະ 14 ລາຍວັນ C. ຕາມການຕີລາຄາຂອງທ່ານ ຮອງສາດສະດາຈານ ປອ. ເຈິ່ນດຶກເກື່ອງ ປະທານສະມາຄົມວິທະຍາສາດ ປະຫວັດສາດ ຫວຽດນາມ, ສະມາຊິກສະພາກວດສອບແລ້ວ, ໃນການມອບລາງວັນປີນີ້ ບັນດາສຳນັກພິມໄດ້ມີການລົງທຶນຫຼາຍກວ່າ ເມື່ອທຽບໃສ່ການມອບລາງວັນປີກ່ອນ. ສະຫຼຸບລວມແລ້ວ ຄຸນນະພາບຂອງບົດປະພັນດີກວ່າ, ຮູບການຂອງປຶ້ມມີຄວາມງາມ ແລະ ມີເຕັກນິກການພິມ ແລະ ການຈັດພິມ ປະດັບປະດາສວຍງາມກວ່າເກົ່າ. ທ່ານກ່າວວ່າ:

“ ປຶ້ມວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດປີນີ້ ໄດ້ເຂົ້າສູ່ປຶ້ມທີ່ມີລັກສະນະຄົ້ນຄວ້າສະເພາະ. ບັນດາເອກະສານທີ່ນັກປະພັນນຳໃຊ້ ແມ່ນອຸດົມສົມບູນກວ່າເກົ່າ. ພວກເຮົາກໍ່ໄດ້ເຫັນປະຈັກຕາຂະບວນວິວັດແຫ່ງການປ່ຽນແປງໃໝ່ ກ່ຽວກັບວິທີ. ບັນດານັກປະພັນໄດ້ນຳໃຊ້ວິທີທັນສະໄໝ ຄົ້ນຄວ້າເພື່ອຮັບປະກັນລັກສະນະທິດສະດີ ແລະ ຄຸນຄ່າຕົວຈິງ”.

ເຖິງວ່າໄດ້ດຳເນີນໃນເງື່ອນໄຂໂລກລະບາດ ໂຄວິດ - 19 ກໍ່ຕາມ ແຕ່ການມອບລາງວັນປຶ້ມລະດັບຊາດຄັ້ງທີສາມ ຍັງຄົງດຶງດູດການເຂົ້າຮ່ວມຂອງສຳນັກພິມ 48 ແຫ່ງໃນທົ່ວປະເທດ  ດ້ວຍປຶ້ມ 362 ຫົວ ອັນໄດ້ເພີ່ມສຳນັກພິມຂຶ້ນ 6 ແຫ່ງເມື່ອທຽບໃສ່ການມອບລາງວັນປຶ້ມຄັ້ງທີສອງ. ນັກປະພັນ ຫວຽນກວາງຖ່ຽວ ຮອງປະທານສະມາຄົມນັກປະພັນວັນນະຄະດີ ຫວຽດນາມ ຖືວ່າ:

 “ການມອບລາງວັນກໍ່ແມ່ນຄວາມຈຳເປັນເພື່ອສ້າງຄຸນຄ່າ ໃຫ້ແກ່ບັນດາປຶ້ມ,ແນະນຳໃຫ້ຜູ້ອ່ານຄວນຊອກປຶ້ມທີ່ມີຄຸນຄ່າເພື່ອອ່ານ. ເມື່ອຍົກລະດັບ ເປັນລາງວັນລະດັບຊາດນັ້ນ ມັນຮຽກຮ້ອງໃຫ້ຄຸນນະພາບຂອງປຶ້ມຕ້ອງຖືກຍົກລະດັບຢ່າງໃຫຍ່ຫຼວງທີ່ສຸດ, ຮຽກຮ້ອງໃຫ້ຄະນະກວດສອບ, ຜູ້ສະເໜີຕ້ອງລະມັດລະວັງ. ຖ້າຫາກພວກເຮົາເຮັດໄດ້ເປັນຢ່າງດີ ມັນຈະກາຍເປັນເຄື່ອງໝາຍທີ່ດີ”.

ມາຮອດປັດຈຸບັນ ພິທີມອບລາງວັນປຶ້ມລະດັບຊາດ ໄດ້ຜ່ານການຈັດຕັ້ງສາມຄັ້ງ, ມີການປ່ຽນແປງໃໝ່ ແລະ ມີໝາກຜົນທີ່ດີກວ່າເກົ່າ. ຈຳນວນບັນດາສຳນັກພິມ, ຈຳນວນປຶ້ມເຂົ້າຮ່ວມ ພິເສດແມ່ນກຳລັງແຜ່ກະຈ່າຍຂອງລາງວັນໃນສັງຄົມ ນັບມື້ນັບເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ ເພື່ອພັດທະນາວັດທະນະທຳການອ່ານນັ້ນ ແມ່ນຕ້ອງມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດ.  ທ່ານກ່າວວ່າ:

 “ພວກເຮົາຄວນປຸກລຸກແຫຼ່ງບັນດານໃຈ ເພື່ອໃຫ້ຊາວ ຫວຽດນາມ ທຸກໆຄົນສະຫງວນເວລາໃຫ້ແກ່ການອ່ານ, ການອ່ານເພື່ອຍົກສູງລະດັບຄວາມເຂົ້າໃຈ ແລະ ບຳລຸງທາງດ້ານຈິດວິນຍານ. ພວກເຮົາຄວນມີບັນດາການກະທຳທີ່ແທດຈິງກວ່າເກົ່າ ເພື່ອໃຫ້ປຶ້ມ ແລະ ຜູ້ຂຽນປຶ້ມ, ຜູ້ພິມຈຳໜ່າຍປຶ້ມ ແລະ ຜູ້ນິຍົມອ່ານປຶ້ມ ໄດ້ຮັບການເຊີດຊູ, ມີເງື່ອນໄຂທີ່ດີ ເພື່ອປະກອບສ່ວນທາງດ້ານຄວາມເກັ່ງກ້າສາມາດ, ຄວາມກະຕືລືລົ້ນຂອງຕົນໃຫ້ແກ່ພາລະກິດຮ່ວມ”.

ຄະນະຈັດຕັ້ງການມອບລາງວັນປຶ້ມລະດັບຊາດພວມຄົ້ນຄວ້າ ຄິດໄລ່ເຖິງການຫັນບັນດາປຶ້ມທີ່ໄດ້ຮັບລາງວັນເປັນດີຈີຕອນ, ພ້ອມທັງສົ່ງເສີມບັນດາສຳນັກພິມຫັນເປັນດີຈີຕອນ ແລະ ຈຳໜ່າຍເພື່ອແນໃສ່ແຜ່ກະຈາຍຄຸນຄ່າຂອງປຶ້ມຫຼາຍກວ່າອີກ, ບໍ່ພຽງແຕ່ຮັບໃຊ້ຜູ້ອ່ານຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຮັບໃຊ້ຜູ້ອ່ານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ