ໃນໄລຍະສົງຄາມທີ່ດຸເດືອດນັ້ນ, ບັນດາລູກຮັກຫຼານແພງຢູ່ພາກເໜືອຕ້ອງໄດ້ໂຈະການຮ່ຳຮຽນ, ພັດພາກຈາກຄອບຄົວ, ເດີນທາງຕໍ່ກຳລັງແຮງໃຫ້ສະໜາມຮົບພາກໃຕ້. ເຖິງວ່າ ສົງຄາມຈະບໍ່ນັດເວລາເຕົ້າໂຮມກັນ ແລະ ເຖິງວ່າຢູ່ຫ່າງໄກຈາກກັນກໍຕາມ, ແຕ່ຜູ້ອອກເດີນທາງ ແລະ ຜູ້ຢູ່ບ້ານຍັງຄົງຕິດຕໍ່ສື່ສານນຳກັນດ້ວຍຈົດໝາຍໃນໄລຍະສົງຄາມ. ຈົດໝາຍເຫຼົ່ານັ້ນ, ບໍ່ພຽງແຕ່ແມ່ນເລື່ອງລາວກ່ຽວກັບຄວາມຮັກທີ່ສັດຊື່ບໍລິສຸດ, ເຕັມໄປດ້ວຍອຸດົມການຂອງບັນດາຄູ່ຜົວເມຍໜຸ່ມ, ຂອງບັນດາລູກຮັກທີ່ຢູ່ຫ່າງໄກຈາກຄອບຄົວເທົ່ານັ້ນ, ຫາກຍັງປຽບເໝືອນປຶ້ມບັນທຶກຫວນຫຼັງ, ຮູບເງົາເອກະສານທີ່ມີຊີວິດຊີວາຂອງໄລຍະສົງຄາມທີ່ດຸເດືອດ. ຈົດໝາຍນັບພັນສະບັບຂອງ 2 ຜົວເມຍທ່ານໝໍ ຫງວຽນວັນອິກ ແລະ ວູ້ທິຍືຮ່ຽນ ໄດ້ຂຽນໃຫ້ກັນແຕ່ປີ 1962 ຫາ 1975 ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຮັກແພງລະຫວ່າງເຂົາເຈົ້າເທົ່ານັ້ນ, ຈົດໝາຍເຫຼົ່ານັ້ນ ຍັງແມ່ນການເຊື່ອມຕໍ່ລະຫວ່າງ 2 ພາກເໜືອ-ໃຕ້ອີກດ້ວຍ.
2 ຜົວເມຍທ່ານໝໍ ຫງວຽນວັນອິກ ແລະ ວູ້ທິຍືຮ່ຽນ ຫວນຄືນອະດີດຕະການ |
ໃນເຮືອນຫ້ອງນ້ອຍຢູ່ເຂດເຮືອນລວມ ນາມດົງ, ເມືອງ ດົງດາ - ຮ່າໂນ້ຍ, 2 ຜົວເມຍທ່ານໝໍ ຫງວຽນວັນອິກ ແລະ ວູ້ທິຍືຮ່ຽນ ເຖິງວ່າໄດ້ກ້າວເຂົ້າສູ່ອາຍຸ 70 ປີແລ້ວ ກໍຕາມ, ແຕ່ເລື່ອງລາວກ່ຽວກັບຊຸມວັນເດືອນປີແຫ່ງສົງຄາມ ຍັງຄົງປະກົດຂຶ້ນໃນຄວາມຊົງຈຳຂອງພວກເຂົາ, ຫວນຄືນໄລຍະປະຫວັດສາດໃນການດຳລົງຊີວິດ, ທ່ານໝໍ ຫງວຽນວັນອິກ ເລົ່າຄືນສູ່ຟັງວ່າ : ໃນຄາວນັ້ນ, ໜ້າທີ່ທຳການຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ໄດ້ກາຍເປັນໜ້າທີ່ສັກກະຫຼະບູຊາຂອງທັງຊາດ. ປີ 1962, ທ່ານໝໍ ຫງວຽນວັນອິກ ໄດ້ເດີນທາງໄປສະໜາມຮົບ ແລະ ໄດ້ເລີ່ມຢູ່ຫ່າງໄກຈາກຄອບຄົວ. ທ່ານໝໍ ຫງວຽນວັນອິກ ເວົ້າວ່າ :
“ ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຢູ່ສະໜາມຮົບ, ເຮົາແມ່ນຊາວໜຸ່ມ, ພ້ອມແລ້ວຈະອອກເດີນທາງ, ຕັດສິນໃຈຕໍ່ສູ້ເພື່ອເອກະລາດແຫ່ງຊາດ. ເມຍຂອງຂ້າພະເຈົ້າ ກໍເຊັ່ນດຽວກັນກັບຂ້າພະເຈົ້າ, 2 ຄົນພ້ອມກັນແຂ່ງຂັນ, ປຶກສານຳກັນ ແລະ ລະດົມໃຈຕໍ່ກັນ ປະຕິບັດສຳເລັດໜ້າທີ່ວຽກງານຂອງຕົນ, ນັດວັນປະເທດຊາດໂຮມເຂົ້າກັນເປັນເອກະພາບຈຶ່ງຈະພົບກັນຄືນ. ດັ່ງນັ້ນ, ຂ້າພະເຈົ້າໄດ້ຍອມເສຍສະຫຼະທຸກສິ່ງທຸກຢ່າງ ”
ນາງ ວູ້ທິຍືຮ່ຽນ ຜູ້ເປັນເມຍຂອງ ທ່ານໝໍ ຫງວຽນວັນອິກ ເວົ້າຄວາມໃນໃຈສູ່ຟັງວ່າ : ໃນຄ່ຳຄືນກ່ອນທີ່ ຜົວອອກເດີນທາງ , ພວກຂ້າພະເຈົ້ານອນບໍ່ລັບ, ຂ້າພະເຈົ້າພ້ອມກັບຜົວ ກະກຽມເຄື່ອງຂອງເພື່ອຮອດຕອນເຊົ້າມື້ອື່ນ ຜົວຈະອອກເດີນທາງ, 2 ຄົນປາຖະໜາພຽງແຕ່ຮອດວັນປະເທດຊາດໂຮມເຂົ້າກັນເປັນເອກະພາບຈຶ່ງຈະພົບກັນຄືນ. ນາງ ຮ່ຽນຫວນຄືນວ່າ :
“ ໂດຍແມ່ນແມ່ຍິງເຊັ່ນດຽວກັນ, ໄດ້ດຳລົງຊີວິດໃນສະພາບແວດລ້ອມລວມໝູ່, ມີຫຼາຍຄູ່ຜົວເມຍຢູ່ນຳກັນດ້ວຍຄວາມສຸກ. ແຕ່ສຳລັບຂ້າພະເຈົ້າແລ້ວ, ມີຜົວໃກ້ຈະອອກໄປແດນໄກ, ດັ່ງນັ້ນ,ໄດ້ຄຶດຫຼາຍ ແລະ ມີຄວາມເປັນຫ່ວງທີ່ສຸດ. ແຕ່ຖ້າບໍ່ມີຜູ້ຄົນອອກໄປສະໜາມຮົບ ຄືຜົວຂ້າພະເຈົ້ານັ້ນ, ກໍບໍ່ສາມາດປະຕິບັດເປົ້າໝາຍທ້ອນໂຮມປະເທດຊາດເປັນເອກະພາບໄດ້”
ຢູ່ 2 ພາກເໜືອ-ໃຕ້ຂອງປະເທດຊາດ, ໃນຂະນະທີ່ ທ່ານໝໍ ຫງວຽນວັນອິກ ພວມພະຍາຍາມກອບກູ້ເອົາຊີວິດໃຫ້ທະຫານເສຍອົງຄະ, ທະຫານເຈັບປວຍໃນທຸກວັນຄືນນັ້ນ, ທ່ານໝໍຍິງ ວູ້ທິຍືຮ່ຽນ ທັງເບິ່ງແຍງແມ່ຍ່າ, ລູກນ້ອຍ, ພ້ອມກັບປະຊາຊົນລຳລຽງໜູນຊ່ວຍແກ່ແນວໜ້າ. ຄາວນັ້ນ, ບັນດາຈົດໝາຍແມ່ນສາຍຕິດຕໍ່ສື່ສານ, ເຊື່ອມຕໍ່ຄວາມຮັກລະຫວ່າງ 2 ຜົວເມຍ. ເຂົາເຈົ້າກໍເຂົ້າໃຈນຳກັນວ່າ : “ ໄດ້ຮັບຈົດໝາຍ ກໍເຊັ່ນດຽວກັນກັບການແຈ້ງໃຫ້ກັນຮູ້ວ່າ ຍັງມີຊີວິດຢູ່”. ແຕ່ລະເດືອນ, 2 ຜົວເມຍທ່ານໝໍ ຫງວຽນວັນອິກ ໄດ້ຂຽນຈົດໝາຍໃຫ້ກັນແຕ່ 2 ຫາ 4 ສະບັບ. ບັນດາຈົດໝາຍທີ່ທ່ານໝໍ ອິກຝາກມາຈາກສະໜາມຮົບ ກໍແມ່ນຄຳລະດົມກຳລັງໃຈທີ່ເຕັມໄປດ້ວຍຄວາມປະເອີບໃຈ ແລະ ເຊື່ອໝັ້ນຕໍ່ການປະຕິວັດ, ເຊື່ອໝັ້ນຕໍ່ວັນປະເທດຊາດໂຮມເຂົ້າກັນເປັນເອກະພາບ. ທ່ານໝໍ ຫງວຽນວັນອິກ ຫວນຄືນວ່າ :
“ ຢູ່ສະໜາມຮົບ, ໃນຊຸມປີ 1969 – 1970 ແມ່ນໄລຍະຫຍຸ້ງຍາກລຳບາກ, ທຸກຍາກຂາດເຂີນທີ່ສຸດ, ທະຫານຖືກເສຍອົງຄະ ແລະ ເຈັບເປັນຢ່າງຫຼວງຫຼາຍ, ແຕ່ຂ້າພະເຈົ້າ ກໍພະຍາຍາມ ເຮັດຫຼ້ອນໜ້າທີ່ ”
ສຸດທ້າຍ, ບັນດາຈົດໝາຍແຈ້ງຂ່າວມວ່ນຊື່ນໄດ້ຖືກສົ່ງເຖິງນາງ ຮ່ຽນ. ພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍ, ປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບ. ຮອດວັນນີ້, ທ່ານໝໍ ຫງວຽນວັນອິກ ໄດ້ກັບຄືນມາຮ່າໂນ້ຍ ເຕົ້າໂຮມກັບຄອບຄົວ. ນາງຮ່ຽນ ໃຫ້ຮູ້ວ່າ :
“ ເວລາລາວມາຈາກສະໜາມຮົບ , ເບິ່ງລາວຄືທະຫານແກ່ແລ້ວ. ໃນມື້ນັ້ນ, ທັງຄອບຄົວໄດ້ເຕົ້າໂຮມກັນ, ນັ່ງອ້ອມພາເຂົ້າ, ໄດ້ໂອ້ລົມນຳກັນຫຼາຍເລື່ອງ. ຂ້າພະເຈົ້າຮູ້ສຶກມີຄວາມສຸກແທ້. ”
ສົງຄາມໄດ້ຜ່ານພົ້ນໄປ, ແຕ່ບັນດາວັດຖຸພັນໃນສະໄໝສົງຄາມ, ບັນດາຈົດໝາຍຮັກຍົງຄົງຕົວຢູ່. ຈົດໝາຍນັບພັນສະບັບຖືກຝາກໃຫ້ກັນ, ແຕ່ຈຳນວນຈົດໝາຍຂອງ 2 ຜົວເມຍທ່ານໝໍ ຫງວຽນວັນອິກ ແລະ ວູ້ທິຍືຮ່ຽນ ຊຶ່ງໄດ້ຮັບການຮັກສາໄວ້ພາຍຫຼັງທີ່ປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບ ແມ່ນຍັງເຫຼືອພຽງກວ່າ 300 ສະບັບເທົ່ານັ້ນ ໄດ້ກາຍເປັນວັດຖຸພັນຖືກເກັບຮັກສາຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ຈົດໝາຍເຫຼົ່ານີ້, ໄດ້ເຮັດໃຫ້ລຸ່ນໜຸ່ມມີຄວາມເອກອ້າງທະນົງໃຈຕໍ່ລຸ່ນພໍ່ລຸ່ນປູ ຊຶ່ງແມ່ນບັນດາຜູ້ໄດ້ຍອມເສຍສະຫຼະທຸກສິ່ງທຸກຢ່າງເພື່ອສັນຕິພາບຂອງປະເທດຊາດ.