ບັນດານັກສິລະປິນຮັບໃຊ້ຜູ້ຟັງວິທະຍຸກະຈາຍສຽງຫວຽດນາມ VOV

(VOVWORLD) -ເມື່ອໄດ້ຮັບນາມມະຍົດສິລະປິນປະຊາຊົນ, ສິລະປິນດີເດັ່ນກໍ່ແມ່ນຄວາມເປັນກຽດສຳລັບບັນດານັກສິລະປິນ, ແມ່ນການຮັບຮູ້ຂອງພັກ ແລະ ລັດຫວຽດນາມ ທີ່ມີຕໍ່ການອຸທິດສ່ວນອັນໃຫຍ່ຫຼວງ ເຊິ່ງເຂົາເຈົ້າໄດ້ສະຫງວນໃຫ້ແກ່ພື້ນຖານສິລະປະ. ໃນການມອບນາມມະຍົດສິລະປິນປະຊາຊົນ, ສິລະປິນດີເດັ່ນຄັ້ງທີ 9 ທີ່ຜ່ານມາ, VOV ໄດ້ມີສິລະປິນ 4 ຄົນໄດ້ຮັບການເຊີດຊູ. ນັ້ນແມ່ນສິລະປິນປະຊາຊົນ ກີມດຶກ, ສິລະປິນປະຊາຊົນ ຟານມວນ, ສິລະປິນດີເດັ່ນ ຮວ່າງຕຸ່ງ, ສິລະປິນດີເດັ່ນ ເລກວາງຢຸ໊ງ. ເຂົາເຈົ້າແມ່ນບັນດານັກສິລະປິນ ທີ່ໃນໄລຍະນັບສິບປີທີ່ຜ່ານມາ ໄດ້ນຳສຽງເພງ ສຽງດົນຕີ ຂອງຕົນ, ຂອງບ້ານເກີດເມືອງນອນ ໄປຮັບໃຊ້ຜູ້ຟັງຢູ່ທຸກແຖບຖິ່ນຂອງປະເທດຊາດ. 
ບັນດານັກສິລະປິນຮັບໃຊ້ຜູ້ຟັງວິທະຍຸກະຈາຍສຽງຫວຽດນາມ VOV - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກມອບນາມມະຍົດໃຫ້ແກ່ບັນດານັກສິລະປີນ

ເບິ່ງຄືວ່າສຳລັບຜູ້ຟັງ VOV ນັ້ນ, ສຽງເພງຂອງນັກສິລະປິນປະຊາຊົນ ກີມດຶກ ໄດ້ກາຍເປັນສິ່ງທີ່ລື້ງເຄີຍຜ່ານທຳນອງຂັບແຈ່ວທີ່ອ່ອນຫວານ, ທຳນອງຂັບກາຈູທີ່ເລິກເຊິ່ງ. ໃນເກນອາຍຸ 88 ປີ, ນາງແມ່ນໜຶ່ງໃນຈຳນວນນັກສິລະປິນທີ່ມີອາຍຸສູງທີ່ສຸດ ໄດ້ຮັບນາມມະຍົດສິລະປິນປະຊາຊົນໃນຄັ້ງນີ້. ກວ່າ 60 ປີທີ່ໄດ້ອຸທິດສ່ວນ ແລະ ສູ້ຊົນໃນຂົງເຂດສິລະປະ, ນາງຍັງບໍ່ທັນຄິດຈັກເທື່ອວ່າ ຕົນເອງຈະໄດ້ຮັບນາມມະຍົດ, ພຽງແຕ່ຮູ້ພະຍາຍາມ ເຮັດແນວໃດເພື່ອນຳສຽງເພງຂັບກາຈູ່ທີ່ມ່ວນໆ ແລະ ຂັບແຈ່ວທີ່ອ່ອນຫວານ ມາຮັບໃຊ້ຜູ້ຟັງໃນທົ່ວປະເທດ. ສິລະປິນປະຊາຊົນ ກີມດຶກ ເວົ້າວ່າ:

       “ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ຕື້ນຕັນໃຈທີ່ສຸດ ເພາະວ່າ ຢູ່ໃນເກນອາຍຸຂອງເຮົາ ພັດໄດ້ຮັບນາມມະຍົດອັນສູງສົ່ງທີ່ສຸດ ໃນຂົງເຂດສິລະປະ”.

     ໃນຂະນະນັ້ນ ສິລະປິນປະຊາຊົນ ຟານມວນ ກໍ່ມີຊື່ສຽງຜ່ານບັນດາບົດເພງທີ່ອົງອາດເຊັ່ນ ບົດເພງຍ້ອງຍໍ ໂຮ່ຈີມິນ, ຊົມເຊີຍລະດູບານໃໝ່ ແລະ ປະເທດຊາດ, ບົດເພງກ່ຽວກັບກຳແພງກວ໋າງຈິ… ກວ່າ 40 ທີ່ໄດ້ຜູກພັນກັບ VOV  ກໍ່ແມ່ນໄລຍະທີ່ນັກສິລະປິນປະຊາຊົນ ຟານມວນ ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນ ໃຫ້ແກ່ພື້ນຖານສິລະປະ. ສິລະປິນປະຊາຊົນ ຟານມວນ ແບ່ງປັນວ່າ:

     “ຂ້າພະເຈົ້າມີຄວາມເປັນກຽດ ທີ່ໄດ້ເປັນນັກສິລະປິນຂອງ VOV, ຄື້ນຂອງ VOV ພວມນຳສຽງເພງຂອງສິລະປິນແຕ່ລະຄົນ. ໃນນັ້ນມີຂ້າພະເຈົ້າໄປຮັບໃຊ້ຜູ້ຟັງໃນທົ່ວປະເທດ. ກວ່າ 40 ປີທີ່ໄດ້ຮັບໃຊ້ຜູ້ຟັງນັບລ້ານໆເທື່ອຄົນ ເຊິ່ງແມ່ນພໍ່ແມ່ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ບັນດານັກຮົບພວມປະຕິບັດໜ້າທີ່ຢູ່ເຂດໝູ່ເກາະທີ່ຫ່າງໄກ ນີ້ກໍ່ແມ່ນຄວາມເປັນກຽດຂອງນັກສິລະປິນ VOV”.

     ພິເສດໃນການມອບນາມມະຍົດຄັ້ງນີ້, VOV ກໍ່ມີນັກສິລະປິນສາມາດເສບເຄື່ອງດົນຕີພື້ນເມືອງໄດ້, ໄດ້ຮັບນາມມະຍົດສິລະປິນດີເດັ່ນ ນັ້ນແມ່ນສິລະປິນດີເດັ່ນ ເລກວາງຢຸ໊ງ, ເກືອບ 20 ປິທີ່ຜ່ານມາ, ສຽງຊໍຂອງອ້າຍໄດ້ຜູກພັນກັບຜູ້ຟັງ ຜ່ານບັນດາລາຍການດົນຕີພື້ນເມືອງ. ສິລະປິນດີເດັ່ນ ເລກວາງຢູ໊ງ ເວົ້າວ່າ:

    “ໂດຍແມ່ນນັກສິລະປິນຂອງ VOV, ຂ້າພະເຈົ້າຍາມໃດກໍ່ຄິດວ່າຕ້ອງປະກອບສ່ວນ ສ່ວນໃດສ່ວນໜຶ່ງຂອງຕົນໃຫ້ແກ່ VOV. ເຖິງວ່າແມ່ນນັກສິລະປິນເສບດົນຕີ ຫຼື ເປັນນັກຮ້ອງກໍ່ຕາມ ແຕ່ດ້ວຍຄວາມສຸມຈິດສຸມໃຈຂອງຕົນ ກໍ່ຈະຊ່ວຍໃຫ້ຄື້ນຂອງ VOV ຖືກກະຈາຍໄປສູ່ເຂດທີ່ຫ່າງໄກກວ່າ”. 

     ການທີ່ໄດ້ຮັບນາມມະຍົດສິລະປິນປະຊາຊົນ, ສິລະປິນດີເດັ່ນໃນຄັ້ງນີ້ ຈະຊ່ວຍບັນດານັກສິລະປິນຂອງ VOV ເພີ່ມກຳລັງໜູນ ເພື່ອອຸທິດສ່ວນໃຫ້ແກ່ຂົງເຂດສິລະປະຂອງ ຫວຽດນາມ. ຕາມນັກຮ້ອງ ຮວ່າງຕຸ່ງ ເຊິ່ງແມ່ນສິລະປິນໜຸ່ມຂອງ VOV ທີ່ໄດ້ຮັບນາມມະຍົດ ສິລະປິນດີເດັ່ນໃນຄັ້ງນີ້, ຄື້ນຂອງ VOV ຈະນຳສຽງເພງຂອງບັນດານັກສິລະປິນ ໄປສູ່ຜູ້ຟັງໃນທົ່ວປະເທດ. ສິລະປິນ ຮວ່າງຕຸ່ງ ເວົ້າວ່າ:

       “ຂ້າພະເຈົ້າຂອບໃຈຕໍ່ VOV ທີ່ໄດ້ສ້າງໂອກາດໃຫ້ແກ່ພວກຂ້າພະເຈົ້າ. ນີ້ແມ່ນໂອກາດເພື່ອນຳສຽງເພງຂອງຕົນ ໄປຍັງຜູ້ຟັງ VOV ໃນທົ່ວປະເທດ. ຂ້າພະເຈົ້າເຫັນວ່າ VOV ແມ່ນອົງການສື່ມວນຊົນປະກອບດ້ວຍຫຼາຍສື່, ນອກຈາກເລື່ອງພວກຂ້າພະເຈົ້າໄດ້ອັດສຽງ, ສະແດງຜ່ານຄື້ນຂອງ VOV ແລ້ວ, ພວກຂ້າພະເຈົ້າຍັງມີການສະແດງບັນດາລາຍການຕ່າງໆ  ແລະ ມີໂອກາດແບ່ງປັນສຽງເພງຂອງຕົນ ໄປຍັງພໍ່ແມ່ປະຊາຊົນໃນທົ່ວປະເທດ”.

       ການທີ່ໄດ້ຮັບນາມມະຍົດສິລະປິນປະຊາຊົນ, ສິລະປິນດີເດັ່ນກໍ່ແມ່ນຂີດໝາຍທີ່ດີງາມ ໃນຊີວິດຂອງບັນດານັກສິລະປິນ ເຊິ່ງເຂົາເຈົ້າໄດ້ບັນລຸດ້ວຍຄວາມເກັ່ງກ້າສາມາດ ແລະ ຄວາມມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງຕົນ. ສຽງເພງຂອງພວກເຂົາເຈົ້າຈະຍືນຍົງຄົງຕົວ ພ້ອມກັບການເວລາ ແລະ ບັນດາຜູ້ນິຍົມດົນຕີ ຜ່ານຄື້ນຂອງ VOV ກໍ່ຄືໃນຊີວິດດົນຕີຂອງທົ່ວປະເທດ

ຕອບກັບ

ຂ່າວ/ບົດ​ອື່ນ