ບັນດາບົດປະພັນ,ກິດຈະກຳເຂົ້າຮ່ວມງານແຂ່ງຂັນຊີງລາງວັນ “ສຽງຫວຽດນາມ”ສະແດງໃຫ້ເຫັນນ້ຳໃຈທົ່ວປະເທດ ຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ - 19

(VOVWORLD) -ງານແຂ່ງຂັນຊີງລາງວັນ “ສຽງຫວຽດນາມ” ໂດຍ ວິທະຍຸກະຈາຍສຽງຫວຽດນາມ (VOV) ຈັດຕັ້ງຂຶ້ນປະຈຳປີໄດ້ມອບລາງວັນໃຫ້ແກ່ບັນດານັກປະພັນ, ກຸ່ມນັກປະພັນ, ກິດຈະກຳທີ່ດີເດັ່ນກ່ຽວກັບສື່ມວນຊົນ, ວັນນະຄະດີສິລະປະ, ເຕັກໂນໂລຊີ, ການຄົ້ນຄວ້າວິທະຍາສາດ, ບັນດາໂຄສົກທີ່ດີເດັ່ນ, ຜູ້ດຳເນີນລາຍການທີ່ໜ້າປະທັບໃຈ, ບັນດາໝູ່ຄະນະ, ສ່ວນບຸກຄົນໃນຂົງເຂດປະດິດຄິດແຕ່ງ,ທຳການສະແດງ. ຫົວເລື່ອງທີ່ພົ້ນເດັ່ນຂອງລາງວັນ “ສຽງຫວຽດນາມ” ປີ 2021 ໄດ້ຖືກບັນດາບົດໜັງສືພິມເຕື້ອງເຖິງແມ່ນນ້ຳໃຈທົ່ວປະເທດຮ່ວມແຮງຮ່ວມໃຈຕ້ານໂຄວິດ - 19. 
ບັນດາບົດປະພັນ,ກິດຈະກຳເຂົ້າຮ່ວມງານແຂ່ງຂັນຊີງລາງວັນ “ສຽງຫວຽດນາມ”ສະແດງໃຫ້ເຫັນນ້ຳໃຈທົ່ວປະເທດ ຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ - 19 - ảnh 1ອະນຸກຳມະການໃຫ້ຄະແນນສຳລັບບັນດາບົດປະພັນກະຈາຍສຽງ, ບົດໜັງສືພິມແລະໜັງສືພິມເອເລັກໂຕນິກ ໂຮມປະຊຸມ

    ງານແຂ່ງຂັນຊີງລາງວັນປີນີ້ ຖືກປຸກລະດົມແຕ່ວັນທີ 7 ກັນຍາປີ 2020 ຫາວັນທີ 7 ກັນຍາປີ 2021.ຄະນະຈັດຕັ້ງໄດ້ເລືອກເຟັ້ນ, ແນະນຳບົດໜັງສືພິມ 60 ບົດທີ່ດີເດັ່ນທີ່ສຸດເຊິ່ງຢູ່ໃນທັງ 4 ຮູບການສື່ມວນຊົນ, 4 ກິດຈະກຳຄົ້ນຄວ້າວິທະຍາສາດແລະຫົວຄິດປະດິດສ້າງປັບປຸງເຕັກໂນໂລຊີ, ນັກສິລະປິນ, ໂຄສົກແລະຜູ້ດຳເນີນລາຍການ 9 ຄົນທີ່ດີເດັ່ນ ເພື່ອໃຫ້ຄະນະກຳມະການພິຈາລະນາແລະສະເໝີຮັບລາງວັນ. ລາງວັນສຽງຫວຽດນາມຄັ້ງທີ 5 ປີ 2021 ລວມມີ 5 ລາງວັນ A, 9 ລາງວັນ B, 11 ລາງວັນ C,  3 ລາງວັນສະຫງວນໃຫ້ແກ່ນັກສິລະປິນ , ໂຄສົກແລະຜູ້ດຳເນີນລາຍການແລະ 10 ລາງວັນຊົມເຊີຍ. ສຳລັບຮູບການກະຈາຍສຽງລາງວັນ A ໄດ້ມອບໃຫ້ແກ່ບັນດາບົດປະພັນ: “ໂຄວິດ - 19 - ບໍ່ພຽງແຕ່ແມ່ນໂລກລະບາດຂອງກຸ່ມນັກຂ່າວ: ຫງວຽນຫວູຢຸຍ, ໂງບິກຖ້ວນ, ບຸ່ຍທູຈາງ, ດິງແອັງຕ໊ວນສັງກັດພະແນກຂ່າວຂອງ VOV. ບົດໜັງສືພິມນີ້ໄດ້ເຕື້ອງເຖິງໂລກລະບາດໂຄວິດ - 19  ແມ່ນໂລກລະບາດພິເສດສົ່ງຜົນຮ້າຍທີ່ຮ້າຍແຮງທີ່ສຸດເຖິງການດຳລົງຊີວິດຂອງມວນມະນຸດແມ່ນພະຍາດຕິດຕໍ່ຄັ້ງປະຫວັດສາດຂອງມວນມະນຸດເຊິ່ງບໍ່ເຄີຍມີມາກ່ອນ. ນາງບຸ່ຍທູຈາງ ສັງກັດພະແນກຂ່າວ, VOV ໃຫ້ຮູ້ວ່າ:

     “ໃນເປື້ອງຕົ້ນ ພວກຂ້າພະເຈົ້າມີຄວາມຫວັງພຽງຢ່າງດຽວວ່າ ຈະຮວບຮວມແລະຕັກເຕືອນກ່ຽວກັບໄລຍະປະຫວັດສາດ. ຫຼັງຈາກນັ້ນນັກຂ່າວVOVປະຈຳຈີນໄດ້ລາຍງານໃຫ້ຮູ້ວ່າໄດ້ໄປເຖິງອູຫັນໃຈກາງໂລກລະບາດ.ໝາຍຄວາມວ່າແຫຼ່ງເອກະສານມີຄຸນຄ່າຫຼາຍກວ່າ. ເວລານັ້ນແຜນການຜະລິດລາຍການຂອງພວກຂ້າພະເຈົ້າມີການແລກປ່ຽນຫຼາຍຢ່າງ. ຫຼັງຈາກນັ້ນໃນທັນທີພວກຂ້າພະເຈົ້າໄດ້ຕົກລົງນຳເອົາສານທີ່ມີຄຸນຄ່າອັນໃຫຍ່ຫຼວງກວ່າກ່ຽວກັບໂລກລະບາດເຊິ່ງບໍ່ພຽງແຕ່ສົ່ງຜົນກະທົບເຖິງຫວຽດນາມເທົ່ານັ້ນ”. 

    ນັກຂ່າວ VOV ໄດ້ມີໜ້າຢູ່ບັນດາສະຖານທີ່ໃຈກາງຂອງໂລກລະບາດ, ຢູ່ບັນດາໂຮງໝໍກາງສະໜາມເພື່ອພົບປະກັບບັນດາແພດໝໍພວມປິ່ນປົວກອບກູ້ເອົາຊີວິດຂອງພວກຄົນເຈັບຫຼືຢູ່ບັນດາສະຖານທີ່ດຳເນີນບັນດາການເຄື່ອນໄຫວເພື່ອການກຸສົນໂດຍສະໝັກໃຈເພື່ອເຫັນໄດ້ເຖິງການປະກອບເຫື່ອແຮງຂອງບັນດາກຳລັງອາສາສະໝັກ. ທ່ານຟ້າມແມັ້ງຮຸ່ງ ຮອງຜູ້ອຳນວຍການໃຫຍ່ VOV  ຫົວໜ້າອະນຸກຳມະການໃຫ້ຄະແນນສຳລັບບັນດາບົດປະພັນກະຈາຍສຽງ, ບົດໜັງສືພິມແລະໜັງສືພິມເອເລັກໂຕນິກ ໄດ້ຢືນຢັນວ່າ:

     “ຖັນແຖວນັກຂ່າວ, ບັນນາທິການຂອງ VOV ຍາມໃດກໍ່ກຽມພ້ອມກ້າວເຂົ້າສູ່ ບັນດາເຂດອັນຕະລາຍ, ແກ້ໄຂບັນດາຄວາມຫຍຸ້ງຍາກກ່ຽວກັບເງື່ອນໄຂຄອບຄົວ, ເງື່ອນໄຂການດຳເນີນຊີວິດ ເພື່ອໃນແຕ່ລະວັນ, ແຕ່ລະຊົ່ວໂມງມີຂ່າວຄາວຢ່າງທັນການເພື່ອອອກອາກາດຜ່ານຊ່ອງຕ່າງໆຂອງVOV. ສິ່ງນີ້ໄດ້ກາຍເປັນແຫຼ່ງລະດົມກຳລັງໃຈແລະສົ່ງເສີມຢ່າງໃຫຍ່ຫຼວງ ແລະພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈກ່ຽວກັບຖັນແຖວນັກຂ່າວບັນນາທິການຂອງVOV”.

     ສຳລັບການເຂົ້າຮ່ວມຊີງລາງວັນສຽງຫວຽດນາມໃນປີນີ້ ຈຳນວນ ແລະ ຄຸນນະພາບຂອງບັນດາບົດໜັງສືພິມ, ກິດຈະກຳໄດ້ເພີ່ມຂຶ້ນຫຼາຍກວ່າເມື່ອທຽບໃສ່ປີກ່ອນ. ນັກຂ່າວ ດົ່ງແມັ້ງຮຸ່ງຫົວໜ້າພະແນກ ເລຂາບັນນາທິການສັງກັດຄະນະກຳມະການໃຫ້ຄະແນນ ໄດ້ຕີລາຄາວ່າ:

      “ບັນດາຮູບການໜັງສືພິມທັງໝົດທີ່ເຂົ້າຮ່ວມຊີງລາງວັນຄັ້ງນີ້ກໍ່ລ້ວນແຕ່ສະແດງໃຫ້ເຫັນດ້ວຍຮູບການທີ່ທັນສະໄໝ ທັງນີ້ໄດ້ເປັນການສະແດງໃຫ້ເຫັນການຂະຫຍາຍຕົວຢ່າງແຂງແຮງໃນອາຊີບຂອງບັນດານັກຂ່າວVOV”.

      ບັນດາບົດໜັງສືພິມກິດຈະກຳທີ່ໄດ້ຮັບລາງວັນກໍ່ແມ່ນບັນດາບົດໜັງສືພິມທີ່ດີເດັ່ນ ກ່ຽວກັບຄຸນນະພາບແມ່ນໝາກຜົນຂອງການອອກແຮງງານຢ່າງຫ້າວຫັນ ແລະມີຫົວຄິດປະດິດສ້າງ. ລາງວັນ “ສຽງຫວຽດນາມ” ໄດ້ເຊີດຊູບັນດາບຸກຄົນທີ່ໄດ້ປະກອບສ່ວນຢ່າງເໝາະສົມໃຫ້ແກ່ເຄື່ອງໝາຍສຽງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ