ບັນດາບົດເພງລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ ໃນຄວາມຊົງຈຳຂອງບັນດານັກດົນຕີຫວຽດນາມ

(VOVWORLD) -ໃນປະຫວັດສາດດົນຕີຫວຽດນາມ,ດົນຕີປະຕິວັດມີທີ່ຕັ້ງບົດບາດເປັນພິເສດແລະສຳຄັນໃນປະຫວັດສາດຂອງຊາດ. ບັນດານັກດົນຕົນໄດ້ໃຊ້ສຽງດົນຕີ, ຄຳປະໂຫຍກເນື້ອຮ້ອງເພື່ອບັນທຶກບັນດາຂີດໝາຍທີ່ສະຫງ່າອົງອາດບັນດາໄລຍະທາງແຫ່ງການຕໍ່ສູ່ ເພື່ອປົກປັກຮັກສາແລະສ້າງປະເທດຊາດ. ຕໍ່ໄປນີ້ຂໍເຊີນບັນດາທ່ານເຊື່ອມຕົວເຂົ້າກັບບັນຍາກາດປະຕິວັດທີ່ຟົດຟື້ນຜ່ານບັນດາບົດເພງ ເຊິ່ງໄດ້ຖືກບັນທຶກໄວ້ໃນຄວາມຊົງຈຳຂອງບັນດານັກດົນຕີຫງວຽນດິ່ງທີ, ນັກດົນຕີຊວນແອວງໃນຄາວຍັງມີຊີວິດ. 
ບັນດາບົດເພງລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ ໃນຄວາມຊົງຈຳຂອງບັນດານັກດົນຕີຫວຽດນາມ - ảnh 1ນັກດົນຕີຫງວຽນດິ່ງທີ (1924-2003)

       ເດືອນສິງຫາປີ 1945 ບັນຍາກາດປະຕິວັດຂອງປະຊາຊົນ ພ້ອມກັນລຸກຮື້ຂຶ້ນຍາດຊີງເອົາອຳນາດການປົກຄອງຢູ່ນະຄອນຫຼວງຮ່າໂນ້ຍແລະບັນດາທ້ອງຖິ່ນໃນທົ່ວປະເທດແມ່ນຮີບແຮງທີ່ສຸດ. ວັນທີ13ສິງຫາປີ 1945 ກອງປະຊຸມທົ່ວປະເທດຂອງພັກໄດ້ຖືກໄຂຂຶ້ນຢູ່ ເຕິນຈ່າວແຂວງຕວຽນກວາງເຊິ່ງໄດ້ຕົກລົງປຸກລະດົມການລຸກຮື້ຂຶ້ນຂະໜາດໃຫຍ່ ເພື່ອຍາດຊີງເອົາອຳນາດການປົກຄອງໃນທົ່ວປະເທດ. ໃນຄ່ຳຄືນມື້ນັ້ນ, ຄະນະກຳມະການລຸກຮື້ຂື້ນທົ່ວປະເທດໄດ້ຮັບການສ້າງຕັ້ງຂຶ້ນແລະໄດ້ອອກຄຳສັ່ງທະຫານເລກໜຶ່ງຮຽກຮ້ອງໃຫ້ດຳເນີນການລຸກຮື້ຂຶ້ນໃນຂອບເຂດທົ່ວປະເທດ.ພຽງໃນ 15 ວັນເທົ່ານັ້ນມີປະຊາຊົນຈຳນວນກວ່າ 20 ລ້ານຈາກພາກເໜືອຕະຫຼອດຮອດພາກໃຕ້ ໄດ້ພ້ອມກັນດຳເນີນການລຸກຮື້ຂຶ້ນຂະໜາດໃຫຍ່ຢ່າງມີໄຊ

       ວັນທີ 7 ກັນຍາປີ 1945 ເປັນຄັ້ງທຳອິດຜູ້ຊົມໃນທົ່ວປະເທດໄດ້ຟັງສຽງດົນຕີຂຶ້ນຕົ້ນລາຍການຂອງ VOV ເຊິ່ງໄດ້ດັງກ້ອງກັງວານຂຶ້ນ.ນັ້ນແມ່ນດົນຕີຂອງບົດເພງ “ດັບສູນຟາດສິດ” ໂດຍນັກດົນຕີຫງວຽນດິ່ງທີໄດ້ປະພັນໃນຊຸມວັນລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດປີ 1945. ນີ້ແມ່ນຄວາມໃນໃຈຂອງນັກດົນຕີຫງວຽນດິ່ງທີໃນຄາວຍັງມີຊີວິດຢູ່ ໄດ້ຖືກບັນທຶກໃນເທບບັນທຶກສຽງຂອງVOV:

      “ຄາວນັ້ນຂ້າພະເຈົ້າໄດ້ເຂົ້າຮ່ວມກອງປະຊຸມວັດທະນະທຳກູ້ຊາດເພື່ອຂຽນບົດລາຍງານໃຫ້ແກ່ກອງປະຊຸມໃຫຍ່ ເຕິນຈ່າວ. ຄ່ຳຄືນມື້ນັ້ນຂ້າພະເຈົ້າໄດ້ຖີບລົດເມືອຈາກຢຸກຕູ໊ ໄປຜ່ານຂົວແມ່ນ້ຳກ໊າຍດ້ວຍລົມພັດແຮງ.ບັງເອີນຂ້າພະເຈົ້າໄດ້ຄຳນຶງເຖິງປະເທດແລະໃນສະໝອງກໍ່ໄດ້ປາກົດຄຳທີ່ວ່າ “ຫວຽດນາມຫວຽດນາມຫວຽດນາມ” ແລະໄດ້ກາຍເປັນຄຳທຳອິດໃນບົດເພງ “ດັບສູນຟາດສິດ”                                

     ບົດເພງ “ວັນທີ 19 ສິງຫາ” ໂດຍນັກດົນຕີຊວນແອວງໄດ້ປະພັນໃນຈຸດເວລາທີ່ທ່ານພ້ອມກັບປະຊາຊົນເດີນຂະບວນປະທ້ວງ ດັ່ງນັ້ນໃນເນື້ອຮ້ອງຂອງບົດເພງກໍ່ໄດ້ພັນລະນາເຖິງບາດກ້າວເດີນຂອງມະຫາຊົນ ແລະມີສຽງໂຮຮ້ອງມ່ວນຊື່ນຂອງມະຫາຊົນ. ຄວາມຊົງຈຳນີ້ຍັງມີຊີວິດຊີວາແລະຖືກຮັກສາໄວ້ເໝືອນເດີມກ່ຽວກັບວັນທີ 19ສິງຫາປີ 1945 ແຫ່ງປະຫວັດສາດ. ບົດເພງລວມມີ 10 ປະໂຫຍກເທົ່ານັ້ນທຳນອງກໍ່ສາມາດຈື່ງ່າຍ. ພາຍຫຼັງສອງສາມວັນເທົ່ານັ້ນ, ບົດເພງນີ້ໄດ້ຖືກ VOV ອັດສຽງແລະອອກອາກາດໃນທົ່ວອາທິດຕໍ່ໄປເຊິ່ງກົງກັບໂອກາດປະທານໂຮ່ຈີມິນກ່າວຖະແຫຼງການປະກາດເອກະລາດຢູ່ສະໜາມຫຼວງບາດິ່ງ ເມື່ອວັນທີ 2ກັນຍາປີ 1945 ດັ່ງນັ້ນບົດເພງນີ້ ຍິ່ງມີຄວາມໝາຍຢ່າງເລິກເຊິ່ງ. ໃນຄາວຍັງມີຊີວິດ, ນັກດົນຕີຊວນແອວງໄດ້ເລົ່າສູ່ຟງວ່າ:

     “ກ່ອນໜ້ານັ້ນ ຂ້າພະເຈົ້າໄດ້ມີສະຕິຮັບຮູ້ ກ່ຽວກັບບັນຍາກາດຂອງວັນລຸກຮື້ຂຶ້ນ ເພື່ອຍາດຊີງເອົາອຳນາດການປົກຄອງຈະມາເຖິງ,ດັ່ງນັ້ນໃນໃຈກໍ່ເກີດມີເຈດຈຳນົງແຕ່ງບົດເພງກ່ຽວກັບການປະຕິວັດ ແຕ່ລະອຽດນັ້ນແມ່ນບົດເພງໃດກໍ່ຍັງບໍ່ທັນຄິດອອກໄດ້ເທື່ອ. ຂ້າພະເຈົ້າແມ່ນພະນັກງານແນວໂຮມຫວຽດມິງພ້ອມກັບມະຫາຊົນເດີນຂະບວນປະທ້ວງ. ບົດເພງນີ້ໄດ້ຮັບການສ້າງຕັ້ງຂຶ້ນໃນຈຸດເວລາເດີນຂະບວນປະທ້ວງທັງເດີນຂ້າພະເຈົ້າທັງຂຽນຂຽນໄດ້ປະໂຫຍກໃດຂ້າພະເຈົ້າກໍ່ຂັບຮ້ອງປະໂຫຍກນັ້ນເລີຍ. ຂັບຮ້ອງໄດ້ປະໂຫຍກໃດ ມະຫາຊົນກໍ່ຂັບຮ້ອງຕາມເລີຍ ເພາະສະນັ້ນອາດຈະຮູ້ສຶກໄດ້ເຖິງໃນທຳນອງດົນຕີແລະໃນເນື້ອຮ້ອງກໍ່ມີບາດກ້າວເດີນແລະສຽງໂຮຮ້ອງຂອງມະຫາຊົນ. ບົດເພງໄດ້ພັນລະນາເຖິງວັນທີ 19 ສິງຫາທັງແມ່ນມື້ປະຫວັດສາດທັງແມ່ນບາດກ້າວເດີນຂອງມະຊົນ”.

     ການປະຕິວັດເດືອນສິງຫາແລະວັນຊາດຫວຽດນາມ ວັນທີ 2 ກັນຍາໄດ້ກາຍເປັນຄວາມຊົງຈຳທີ່ບໍ່ອາດຫຼົງລືມໄດ້ ໃນແນວຄິດຈິດໃຈຂອງຊາວຫວຽດນາມຫຼາຍຄົນ. ຈຸດເວລາທີ່ສັກກາລະບູຊານັ້ນໄດ້ຖືກນັກດົນຕີຫຼາຍຄົນບັນທຶກຜ່ານບັນດາບົດເພງປະຕິວັດທີ່ມີຊື່ສຽງແລະຍືນຍົງຄົງຕົວພ້ອມກັບປະຫວັດສາດປະຕິວັດຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ