ບັນດາປັດໄຈວັດທະນະທຳຂອງງານບຸນຢູ່ ຫວຽດນາມ

ບັນດາປັດໄຈວັດທະນະທຳຂອງງານບຸນຢູ່ ຫວຽດນາມ - ảnh 1
ງານ​ບຸນວິຫານ​ຮຸ່ງ - ຟູ່​ເຖາະ
(ພາບ: baophutho.com)

    ປະຈຸ​ບັນ, ຢູ່​ຫວຽດນາມມີປະມານ 8000 ງານບຸນໃນປີໜຶ່ງ, ຊຶ່ງຕົ້ນຕໍແມ່ນຖືກ ດຳເນີນຍາມ ລະດູບານໃໝ່ແຕ່ເດືອນ 1 ຫາເດືອນ 4 ໄລ່ຕາມຈັນທະປະຕິທິນ. ເຖິງວ່າແມ່ນງານບຸນ ໃຫຍ່ຫຼື ນ້ອຍກໍຕາມ, ບໍ່​ວ່າຢູ່​ໝູ່​ບ້ານ​ໃດໆ ກໍ​ລ້ວນ​ແຕ່​ມີ​ງານ​ບຸນ. ມີ​ບັນດາ​ງານ​ບຸນທີ່​ມີ​ຊື່​ສຽງ​ຄື : ງານ​ບຸນວິຫານ​ຮຸ່ງ - ຟູ່​ເຖາະ, ງານ​ບຸນລິ​ມ, ງານ​ບຸນພະ​ແມ່​ຈົ້ວຄໍຢູ່​ແຂວງ​ບັກ​ນິງ, ງານ​ບຸນວັດ​ແກວ​ໃນ​ແຂວງ​ທ້າຍ​ບິງ, ງານ​ບຸນອຽນ​ຕື​ໃນ​ແຂວງ​ກວາງ​ນິງ, ງານ​ບຸນນະມັດສະການ​ວັດ​ເຮືອງ-ຮ່າ​ໂນ້ຍ.... ງານ​ບຸນຢູ່​ຫວຽດນາມ​ແມ່ນຕິດ​ພັນ​ກັບ​ໝູ່​ບ້ານ, ຕາ​ແສງ ​ແລະ ​ເປັນ​ປັດ​ໄຈ​ວັດທະ ນະທຳ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ຂອງ​ປະຊາຊົນ.

    ລະດູ​ການຈັດ​ງານ​ບຸນຄັ້ງ​ໃໝ່​ພວມ​ວຽນມາ​ສູ່​ທົ່ວ​ທຸກ​ແຫ່ງ​​ໃນເຂດ​ບ້ານ​ນາຂອງ​ຫວຽດນາມ. ບັນຍາກາດ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ຂອງ ງານ​ບຸນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງແຂກ​ທ່ອງ​ທ່ຽວ​ມາ​ຈາກ​ສາລະ​ທິດ. ທຸກໆ​ຄົນ​ເມື່ອ​ເຂົ້າ​ຮ່ວມ ງານ​ບຸນ​ກໍ​ລ້ວນ​ແຕ່​ຫວັງ​ຢາກ​ໄດ້​ສິ່ງ​ທີ່​ດີງາມ, ພາວະນາ​​ໃນປີ​ໃໝ່, ດິນຟ້າອາກາດ​ຈະ​ອຳນວຍ​ຄວາມ​ສະດວກ, ລະດູ​ການ​ຜະລິດ, ການ​ທຳ​ມາ​ຄ້າຂາຍ​ຈະ​ໄດ້​ຮັບ​ຜົນ​ດີ. ນັກ​ຄົ້ນຄ້ວາ ວູ້ຮົ່ງທວດ ພະນັກງານ​ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ​ໃຫ້​ຮູ້​ວ່າ ຈຸດ​ລວມ ຂອງ​ງານ​ບຸນຍາມ​ລະດູບານ​ໃໝ່ ​ແມ່ນ​ເລີ່​ມມາ​ຈາກ​ຈິດ​ໃຈ​ສະ​ແດງ​ຄວາມ​ຮູ້​ບູນຄຸນ​ຂອງ​ມວນ​ຊົນ​ທີ່​ມີ​ຕໍ່​ເທວະ​ດາ​ຟ້າ​ແຖນ, ​ເຈົ້າ​ຖິ່ນ​ເຈົ້າ​ຖານ. ນັກ​ຄົ້ນຄ້ວາ ວູ້ຮົ່ງທວດ ​ເວົ້າ​ວ່າ : 

   “ ຂັ້ນ​ຕອນ​ຈັດ​ພິທີ​ໃນ​ງານ​ບຸນ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ບັນດາ​ຮູບ​ການ​ໄຫວ້​ບູຊາ, ​ແຫ່, ອ່ານ​ຄຳ​ສະດຸ​ດີ ​ແລະ ຖະຫວາຍ​ເຄື່ອງ​ຂອງ​ບູຊາ. ​ແຕ່​ໃນ​ແຕ່​ລະ​ງານ​ບຸນ, ​ແຕ່ລະ​ໝູ່​ບ້ານ ກໍ​ລ້ວນ​ແຕ່​ມີ​ຈຸດສະ​ເພາະ​ຂອງ​ໃຜ​ຂອງ​ລາວ. ຈຸດ​ສະ​ເພາະ​ເຫຼົ່ານັ້ນ​ແມ່ນ​ຍ້ອນ​ການ​ສືບ​ທອດ​ຈາກ​ຄົນລຸ່ນນີ້​ສູ່​ຄົນ​ລຸ່ນອື່ນ, ​ແມ່ນບັນດາສິ່ງ​ຄະລຳ ”

    ​ໂດຍ​ມີ​ລັກສະນະ​ການ​ເຫຼື້ອມ​​ໃສ​ເທວະ​ດາ​ຟ້າ​ແຖນ​ໃນ​ຊີວິດ​ການ​ເປັນ​ຢູ່ຂອງ ບັນດາ​ເຜົ່າ​ໃນ​ເຂດ​ໄຕ​ງວຽນ, ຈິດ​ໃຈກ້າຫານ​ອັນ​ສູງ​ສົ່ງ​ໃນງານ​ບຸນຂອງ​ເຂົາ​ເຈົ້າ​ພັດ​ມີ​ສີສັນ​ການ​ເຫຼື້ອມ​ໃສ​ແຕ່​ມີ​ລັກສະນະ​ວັດທະນະທຳ​ມະນຸດ. ສາດສະດາຈານ ​ໂງ​ດຶກ​ທິ້ງ ກຳມະການ​ໃນ​ສະພາ​ມໍລະດົກ​ແຫ່ງ​ຊາດ​ໃຫ້​ຮູ້​ຄວາມ​ໃນ​ໃຈ​ເມື່ອ​ໄດ້​ອ່ານ​ບົດ​ສະດຸ​ດີ​ຂ້າ​ຄວາຍ​ເ​ພື່ອຖະຫວາຍ​ບູຊາ​ເທວະ​ດາ​ຟ້າ​ແຖນ ວ່າ: 

   “ ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ຮັບ​ບົດ​ສະດຸ​ດີ, ຂ້າພະ​ເຈົ້າ​ມີ​ຄວາມ​ສະ​ເທື່ອ​ນ​ໃຈ ​ແລະ ​ໄດ້​ຫຼັ່ງ​ນ້ຳຕາ​ຍ້ອນ​ໄດ້​ເຫັນ​ຄວາມ​ຮັກ​ແພງ​ຂອງ​ມະນຸດ, ຄວາມ​ອີ​ດູ​ສົງສານຂອງ​ແມ່ຕູ້​ຄົນໜຶ່ງ​ທີ່​ມີ​ຕໍ່​ຄວາມ​ໂຕ​ໜຶ່ງ​ວ່າ : ມີ້​ນີ້​ມຶງ​ກິນ​ຫຍ້າ​ຄາບ​ສຸດ​ທ້າຍ, ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ກູ​ຈະບໍ່​ໄດ້ຍິນສຽງ​ຮ້ອງຂອງ​ມຶງ​ອີກ​ແລ້ວ, ​ແຕ່​ມຶງ​ຮູ້​ບໍ່​ວ່າ ​ເຂົ້າ​ຢູ່ບ້ານ​ເຮົາ​ປະຈຸ​ບັນເຫຼືອ​ພຽງ​ບໍ່​ເທົ່າ​ໃດ, ​ເພາະ​ເທວະ​ດາ​ຟ້າ​ແຖນ​ຍັງ​ບໍ່​ທັນ​ໄດ້​ຮັບ​ຂອງ​ຖະຫວາຍ​ບູຊາ, ດັ່ງ​ນັ້ນ​ກໍຍັງບໍ່​ທັນ​ອຳນວຍ​ຄວາມ​ສະດວກ​ໃຫ້​ລະດູ​ການ​ຜະລິດ. ດັ່ງ​ນັ້ນ​ທາງບ້ານ​ຕ້ອງ​ຂ້າ​ມຶງ​​ເພື່ອ​ເປັນ​ຂອງ​ຖະຫວາຍ​ບູຊາ, ມຶງ​ນີ້​ເອງ​ໄດ້​ນຳ​ມາ​​ເຊິ່ງຄວາມ​ອີ່ມ​ໜຳ​ສຳລານ​ໃຫ້​ແກ່​ຊາວບ້ານ”

    ​​ແຕ່ລະງານ​ບຸນ,ເຖິງ​ວ່າຈະ​ໃຫຍ່​ຫຼື​ນ້ອຍ,ຖືກ​ຈັດ​ຂຶ້ນ​ຢູ່​ເຂດ​ທົ່ງພຽງ​ຫຼື​ເຂດ​ພູດ​ອຍ ກໍ​ຕາມ, ກໍ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ຮ່ວມ​ສຳພັນ​ໃນ​ວົງ​ຄະນະ​ຍາດ, ຊຶ່ງ​ເປັນ​ພະຍານ​ຫຼັກ​ຖານ​ຢັ້ງຢືນ​ຄວາມ​ງາມ​ດ້ານວັດທະນະທຳ​ທີ່​ມີ​ມາ​ນັບ​ພັນ​ປີ​ຂອງ​ຊາດ​ຫວຽດນາມ. ບັນດາງານ​ບຸນ​ສ່ວນ​ຫຼາຍ​ຢູ່​ຫວຽດນາມ ​ແມ່ນ​ເຄີຍ​ຕິດ​ພັນ​ກັບ​ເຫດການ​ປະຫວັດສາດ, ສະ​ແດງ​ຄວາມ​ຮູ້​ບູນຄຸນ​ຕໍ່​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​ໃນ​ສົງຄາມ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ. ນັກ​ຄົ້ນຄ້ວາ ວູ້ຮົ່ງທວດ ​ເປີດ​ເຜີຍ​ວ່າ : 
 “ ໃນງານບຸນຢູ່ແຕ່ລະໝູ່ບ້ານ, ຈິດໃຈກ້າຫານ ອັນສູງສົ່ງເພື່ອມະນຸດ ດ້ວຍກັນ ໄດ້ສະແດງອອກ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ, ບໍ່​ຄື​ກັນ. ຢູ່ບາງ​ໝູ່​ບ້ານ ​ໄດ້​ສະ​ແດງ​ອອກ​ຜ່ານ​ການ​ຕີມວຍ​ປ້ຳ, ມີ​ບາງ​ໝູ່​ບ້ານ​ກໍ​ສະ​ແດງ​ອອກ​ຜ່ານ​ຮີດຄອງ​ປະ​ເພນີ. ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ກໍ​ສະ​ແດງ​ອອກ​ຜ່ານການ​ແຂ່ງຂັນ​ຍິງ​ທະນູ, ​ແຂ່ງມ້າ. ປະກົດ​ການ​ທີ​່ຈະ​ແຈ້ງ​ທີ່​ສຸດ​ແມ່ນ​ນ້ຳ​ໃຈ​ສາ​ມັກຄີທົ່ວ​ປວງ​ຊົນ ”

    ນອກຈາກ​ບັນດາ​ພິທີກຳ​ເພື່ອ​ອາ​ໄລ​ຫາ​ເຖິງ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ບັນດາ​ບຸກຄົນ​ໃນ​ປະຫວັດສາດ, ​ໃນ​ບັນດາ​ງານ​ບຸນ, ປະຊາຊົນ​ຍັງ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ຄື : ​ແຫ່​ຊ້າງ, ​ແຫ່​ວໍ, ຕີມວຍ, ຊ່ວງ​ເຮືອ... ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ກິລາ​ນີ້ ຍັງ​ເປັນ​ການ​ຢັ້ງຢືນ ​ແລະ ​ເຊີດ​ຊູ​ກຳລັງ​ສຸຂະພາບ ພ້ອມ​ກັບ​ກຳລັງ​ແຮງ​ທາງ​ດ້ານ​ຈິດ​ໃຈ​ຂອງ​ບັນດາ​ສ່ວນ​ບຸກຄົນ​ໃນ​ສາຍ​ພົວພັນ​ກັບ​ລວມໝູ່, ວົງ​ຄະນະ​ຍາດ.

   ບັນດາ​ຄວາມ​ງາມ​ຂອງ​ມູນ​ເຊື້ອ​ພິລະ​ອາດ​ຫານ, ນ້ຳ​ໃນ​ອັນ​ສູງ​ສົ່ງ​ຂອງ​ມະນຸດ​ທີ່​ໄດ້​ສະ​ແດງ​ອອກ​ໃນ​ບັນດາ​ງານ​ບຸນ ​ແມ່ນ​ບໍ່​ພຽງ​ແຕ່​ເຊີ​ດຊູກຳ​ລັງ​ແຮງ​ດ້ານ​ສຸຂະພາບ​ຮ່າງກາຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ກຳ​ລັງ​ແຮງ​ທັງ​ດ້ານ​ສະຕິ​ປັນຍາ ​ແລະ ຈິດ​ວິນ​ຍານ, ​ແມ່ນ​ການ​ເຊີ​ດຊູຈິດ​ໃຈ​ນ້ຳ​ໃຈ​ພິລະ​ອາດ​ຫານ​ໃນ​ການ​ຕໍ່ສູ້​ຂອງ​ມະນຸດ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເພື່ອ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ປະຊາຊົນ​ອີກ​ດ້ວຍ. ມີ​ງານ​ບຸນ​ນັບ​ພັນ​ງານ​ງານ​ບຸນຖືກ​ຈັດ​ຂຶ້ນ​ໃນ​ທົ່ວ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ​ຫວຽດນາມ, ພິ​ເສດ​ບັນດາງານ​ບຸນ​ຍາມ​ລະດູບານ​ໃໝ່, ອັນ​ໄດ້​ປະກອບສ່ວນຮັກສາ​ບັນດາ​ຄຸນຄ່າ​ປະຫວັດ​ສາດ, ວັດທະນະທຳ​ຂອງ​ຊາດ​ຫວຽດນາມ .

ຕອບກັບ

ຂ່າວ/ບົດ​ອື່ນ