ບັນດາປະເພນີ ໃນວັນບຸນປີໃໝ່ປະຈຳຊາດ ຫວຽດນາມ

(VOVWORLD) -ບຸນປີໃໝ່ປະຈຳຊາດ ຫວຽດນາມ(ຫຼືບຸນເຕັດ) ແມ່ນວັນບຸນທີ່ສຳຄັນທີ່ສຸດຂອງ ຫວຽດນາມ. ໃນໃນໂອກາດນີ້ຊາວ ຫວຽດນາມ ກໍ່ມີຫຼາຍປະເພນີ ເພື່ອແນໃສ່ພາວະນາໃຫ້ປີໃໝ່ມີແຕ່ຄວາມສະຫງົບສຸກ ຄວາມຈະເລີນ ແລະ ໂຊກດີ. ໃນຊຸມວັນບຸນເຕັດ ທຸກໆຄົນໃນຄອບຄົວເຖິງວ່າຈະຢູ່ໃສກໍ່ຕາມ ແຕ່ກໍ່ລ້ວນແຕ່ກັບມາເຕົ້າໂຮມກັບຄອບຄົວ ພ້ອມກັນຢ້ຽມຢາມຖາມຂ່າວກັບຍາດຕິພີ່ນ້ອງ ອວຍພອນອາຍຸຍືນ ແລະ ພາກັນໄປວັດໄປວາ ຂໍໃຫ້ມີຄວາມໂຊກດີໃນປີໃໝ່
ບັນດາປະເພນີ ໃນວັນບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 1ທຸກໆຄົນໃນຄອບຄົວຕ່າງກໍເຂົ້າຮ່ວມການຫໍ່ເຂົ້າຕົ້ມ

ເລີ່ມແຕ່ວັນທີ 23 ຫາວັນທີ 30 ເດືອນ 12 ໄລ່ຕາມຈັນທະປະຕິທິນໃນແຕ່ລະປີ ລູກຫຼານຂອງແຕ່ລະຄອບຄົວເຄີຍໄປເຮັດອະນາໄມ, ໄຫວ້ບູຊາຢູ່ສຸສານຂອງປູ່ຍ່າຕາຍາຍບັນພະບູລຸດຜູ້ທີ່ໄດ້ລວງລັບໄປ. ເຂົາເຈົ້າເຄີຍນຳເອົາທູບ ໝາກໄມ້ ດອກໄມ້... ໄປຖວາຍບູຊາເພື່ອເຊື້ອເຊີນວິນຍານຂອງປູ່ຍ່າຕາຍາຍບັນພະບູລຸດ ຜູ້ທີ່ໄດ້ລ່ວງຫຼັບໄປນັ້ນ ກັບເມືອເຮືອນ ຕ້ອນຮັບບຸນເຕັດກັບລູກຫຼານໃນຄອບຄົວ. ນີ້ແມ່ນປະເພນີເຄີຍປາກົດມີຢູ່ຕາມຄອບຄົວຂອງ ຊາວຫວຽດນາມ, ສະແດງໃຫ້ເຫັນຈິດໃຈກະຕັນຍູ ຄວາມເຄົາລົບນັບຖື ຕໍ່ບັນດາຜູ້ທີ່ໄດ້ໃຫ້ກຳເນີດລູກຫຼານ ແລະ ບັນດາຜູ້ທີ່ໄດ້ລ່ວງຫຼັບໄປ. ນີ້ແມ່ນມູນເຊື້ອ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ ຂອງຊາດ ຫວຽດນາມ.

       ຮອດວັນທີ 23 ເດືອນ 12 ໄລ່ຕາມຈັນທະປະຕິທິນ ກໍ່ແມ່ນວັນເຈົ້າເຕົ່າຂຶ້ນສູ່ສະຫວັນ ເພື່ອລາຍງານທຸກໆວຽກງານໃນໂລກມະນຸດຕໍ່ພະອິນ, ໃນວັນນີ້, ທຸກໆຄົນເຄີຍປັດກວາດ ເຮັດອະນາໄມເຮືອນຄົວໃຫ້ສະອາດ ແຕ່ງພາເຂົ້າເພື່ອຖວາຍບູຊາເຈົ້າເຕົ່າ ທັງເປັນການສົ່ງເຈົ້າເຕົ່າຂຶ້ນສູ່ສະຫວັນ. ພິເສດໃນພິທີໄຫວ້ບູຊານີ້ ກໍຕ້ອງມີໝວກ, ເຄື່ອງນຸ່ງເຮັດດ້ວຍເຈ້ຍ ແລະ ປາໃນສາມໂຕ ຖືກປ່ອຍຢູ່ໃນຊາມໜ່ວຍໜຶ່ງ ເພື່ອສົ່ງເຈົ້າເຕົ່າກັບຄືນສູ່ສະຫວັນ. ນອກຈາກນັ້ນກໍ່ຍັງມີປະເພນີ ຫໍ່ເຂົ້າຕົ້ມ ເຮັດແບັ໊ງໄຢ່ ໃນວັນບຸນເຕັດ ອັນໄດ້ກາຍເປັນຈຸດວັດທະນະທຳ ພື້ນເມືອງຂອງຊາດ ຫວຽດນາມ ຖືກສືບທອດຈາກສະໄໝ ລາດຊະວົງ ຮຸ່ງ ອົງທີ 6 ມາຮອດວັນນີ້ ເຊິ່ງສະແດງໃຫ້ເຫັນຈຸດຄວາມງາມທາງດ້ານວັດທະນະທຳເຂົ້ານາທາມຂອງ ຫວຽດນາມ. ນາງ ດິງແທັງຕູ໊ ຊາວ ຮ່າໂນ້ຍ ເປີດເຜີຍວ່າ:

     “ເມື່ອບຸນເຕັດ ລະດູບານໃໝ່ວຽນມາໃນແຕ່ລະປີ ພວກເດັກນ້ອຍມີຄວາມເບີກບານມ່ວນຊື່ນ ໄປຊົມການຫໍ່ເຂົ້າຕົ້ມ. ນີ້ກໍ່ແມ່ນໂອກາດໄດ້ເຕົ້າໂຮມກັນດ້ວຍຄວາມອົບອຸ່ນໃນແຕ່ລະຄອບຄົວ. ຮູບພາບນີ້ ໄດ້ຝັງເລິກໃນຈິດໃຈຂອງເດັກແຕ່ລະຄົນ ແລະ ເມື່ອໄດ້ໃຫຍ່ຂຶ້ນ ພວກເຂົາກໍ່ສືບທອດມູນເຊື້ອຂອງປູ່ຍ່າຕາຍາຍ.  ບໍ່ມີຊາດໃດໃນໂລກນີ້ ເຊິ່ງໃນວັນບຸນເຕັດ ພັດຖວາຍບູຊາເຂົ້າຕົ້ມຄືຢູ່ ຫວຽດນາມ”.

      ດອກໄມ້ກໍ່ແມ່ນສິ່ງເພື່ອປະດັບປະດາທີ່ຂາດບໍ່ໄດ້ໃນແຕ່ລະຄອບຄົວ ໃນຊຸມວັນບຸນເຕັດ, ດອກໄມ້ບານກໍ່ຍິ່ງງາມ, ຍິ່ງຫອມຫວນ ເຮັດໃຫ້ວັນບຸນເຕັດຍິ່ງເຕັມໄປດ້ວຍພະລັງຊີວິດ ຄວາມເບີກບານມ່ວນຊື່ນ. ຢູ່ພາກເໜືອຜູ້ຄົນທັງຫຼາຍ ເຄີຍເລືອກເອົາງ່າດອກຄາຍ ປັກໃສ່ໂຖ ເພື່ອວາງເທິງແຜ່ນບູຊາ ຫຼື ຕົ້ນຄາຍ ຕົ້ນໝາກແປ້ນ ເພື່ອປະດັບປະດາໃນເຮືອນ. ສ່ວນຢູ່ພາກກາງ ແລະ ພາກໃຕ້ພັດເລືອກເອົາ ງ່າດອກເໝີຍເຫຼືອງ ເຊິ່ງເປັນສັນຍາລັກໃຫ້ຄວາມສຳເລັດຜົນ. ເຖິງວ່າແຕ່ລະພາກ ກໍ່ມີສີສັນສະເພາະຂອງໃຜຂອງມັນກໍຕາມ ແຕ່ເບິ່ງລວມແລ້ວ ກໍ່ລ້ວນແຕ່ເປັນສັນຍາລັກໃຫ້ແກ່ຄວາມໂຊກດີ ຄວາມສຸກ ແລະ ຄວາມຈະເລີນໃຫ້ແກ່ຄອບຄົວ. ລຸງ ເຈິ່ນຟີກົງ ເຈົ້າຂອງສວນດອກກ້ວຍໄມ້ ຮວ່າງຫວູ ນະຄອນນາມດິ້ງ ເວົ້າວ່າ:

      “ເມື່ອຫຼິ້ນດອກໄມ້ ເຂົາເຈົ້າເຄີຍມີຄຳວ່າ ທີໜຶ່ງ ແມ່ນກິ່ນຫອມຫວນ ທີສອງ ແມ່ນສີສັນ. ການຫຼິ້ນດອກໄມ້ໃນວັນບຸນເຕັດ ກໍ່ຕິດພັນກັບວັດທະນະທຳ. ວັດທະນະທຳຢູ່ບ່ອນນີ້ ແມ່ນໃນຕະຫຼອດຊີວິດຂອງດອກໄມ້ໄດ້ກັ່ນຕອງເອົາບັນດາສິ່ງທີ່ຍອດຍິ່ງທີ່ສຸດຂອງດິນຟ້າເພື່ອດົນບັນດານໃຫ້ມະນຸດ ກ່ຽວກັບກິ່ນຫອມຫວນ ແລະ ສີສັນງາມຕາ. ດອກໄມ້ໄດ້ນຳຄວາມເບີກບານມ່ວນຊື່ນ ຄວາມມຸ່ງຫວັງມາສູ່ພວກເຮົາ”.

     ການອວຍພອນໃນວັນບຸນເຕັດ ບໍ່ພຽງແຕ່ແມ່ນມູນເຊື້ອອັນດີງາມເທົ່ານັ້ນ ຫາກຍັງແມ່ນຈຸດຄວາມງາມທາງດ້ານວັດທະນະທຳໃນວັນບຸນເຕັດອີກດ້ວຍ. ໃນຊຸມວັນຕົ້ນປີໃໝ່ ທຸກໆຄົນກໍ່ໄດ້ໄປອວຍພອນກັນໃນຄອບຄົວ, ຍາດຕິພີ່ນ້ອງ ໝູ່ເພື່ອນ. ພ້ອມກັນນັ້ນ ໃນຍາມຕົ້ນປີໃໝ່ ທຸກໆຄົນກໍ່ເຄີຍໄປວັດໄປວາ ເພື່ອພາວະນາໃຫ້ປີໃໝ່ຈົ່ງມີແຕ່ຄວາມໂຊກດີ ຄວາມສຸກ ແລະ ຄວາມຈະເລີນ ພ້ອມທັງເປັນການສະແດງໃຫ້ເຫັນຈິດໃຈເຄົາລົບນັບຖືຂອງຕົນທີ່ມີຕໍ່ພະພຸດທະເຈົ້າ ບັນພະບູລຸດ. ປະເພນີຕັ້ງຕົ້ນໄມ້ໄຜ່ກັນຜີ ໃນຊຸມວັນບຸນເຕັດ ກໍ່ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຈຸດຄວາມງາມທາງດ້ານວັດທະນະທຳ ຈິດວິນຍານຂອງຊາວ ຫວຽດນາມ. ສຳລັບພາເຂົ້າ ເພື່ອໄຫວ້ບູຊາບັນພະບູລຸດໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ປະເພນີໄປອວຍພອນໃນຈຸດເວລາທຳອິດຂອງປີໃໝ່, ການເລີ່ມເດີນທາງໃນມື້ຕົ້ນປີໃໝ່, ການຂໍຕົວໜັງສືໃນຕົ້ນປີໃໝ່ ກໍ່ແມ່ນບັນດາປະເພນີທີ່ຂາດບໍ່ໄດ້ ໃນໂອກາດວັນບຸນເຕັດ. ບຸນເຕັດ ແມ່ນຈຸດເວລາເປີດສາກຂອງປີໃໝ່ ເພາະສະນັ້ນ ບໍ່ວ່າຜູ້ໃດກໍ່ມີຄວາມຫວັງໃຫ້ຕົນເອງໄດ້ຮັບສິ່ງທີ່ໂຊກດີ ມີຄວາມສຸກຄວາມຈະເລີນ ແລະ ທຸກໆວຽກງານ ກໍ່ດຳເນີນໄປດ້ວຍດີ. ບັນດາປະເພນີໃນວັນບຸນເຕັດ ໄດ້ຍືນຍົງຄົງຕົວກັບການເວລາ ແລະ ໄດ້ຊຶມເລິກເຂົ້າໃນແນວຄິດຈິດໃຈຂອງຊາວຫວຽດນາມແຕ່ລະຄົນເມື່ອບຸນເຕັດ ລະດູບານໃໝ່ວຽນມາ. ນີ້ແມ່ນຈຸດຄວາມງາມທາງດ້ານວັດທະນະທຳຂອງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ