ບັນດາຜະລິດຕະພັນ, ກິດຈະກຳສິລະປະທີ່ເປັນຕົວແບບ ກ່ຽວກັບປະທານ ໂຮ່ຈີມິນ

(VOVWORLD) -ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ ນັກວັດທະນະທຳໂລກ ຍາມໃດກໍ່ແມ່ນຫົວເລື່ອງທີ່ອຸດດົມສົມບູນ ແລະ ດູດດື່ມ ມີຫົວຄິດປະດິດສ້າງທາງດ້ານສິລະປະ. ມີຜະລິດຕະພັນກິດຈະກຳສິລະປະຫຼາຍຢ່າງທີ່ເປັນເອກະລັກ ກ່ຽວກັບປະທານ ໂຮ່ຈີມິນ ໄດ້ເປັນຂີດໝາຍຢ່າງເລິກເຊິ່ງ ໃນຈິດໃຈຂອງມວນຊົນ.
 ບັນດາຜະລິດຕະພັນ, ກິດຈະກຳສິລະປະທີ່ເປັນຕົວແບບ  ກ່ຽວກັບປະທານ ໂຮ່ຈີມິນ   - ảnh 1 ຮູບແກະຄວັດສະຫຼັກ ກ່ຽວກັບພັກ, ປະທານ ໂຮ່ຈີມິນ ກັບພາລະກິດການບຳລຸງກໍ່ສ້າງພະນັກງານ

      ບໍ່ສາມາດສະຖີຕິໄດ້ໝົດຈຳນວນຜະລິດຕະພັນ ກິດຈະກຳສິລະປະທີ່ເປັນຕົວແບບ ກ່ຽວກັບປະທານ ໂຮ່ຈີມິນ, ແຕ່ຕາມການປະເມີນແລ້ວ ໄດ້ມີເຖິງຜະລິດຕະພັນນັບ 1.000 ຢ່າງ ແລະ ຕົວເລກນີ້ຈະຍັງມີຫຼາຍກວ່າອີກໃນອະນາຄົດ. ບັນດາຜະລິດຕະພັນສິລະປະກຳທີ່ດີເດັ່ນກ່ຽວກັບເພິ່ນ ແມ່ນອຸດົມສົມບູນ ເຊິ່ງໄດ້ເຕົ້າໂຮມຮູບການສິລະປະຄົບທຸກຢ່າງຄື ວັນນະຄະດີ, ດົນຕີ, ຈິດຕະກຳ, ປະຕິມາກຳ, ສະຖານປັດຕະຍາກຳ, ຮູບເງົາ, ເວທີສະແດງ. ໃນຂົງເຂດສິລະປະ ປະຕິມາກຳ, ພົ້ນເດັ່ນຂຶ້ນແມ່ນຮູບແກະຄວັດສະຫຼັກສອງຮູບ ກ່ຽວກັບພັກ, ປະທານ ໂຮ່ຈີມິນ ກັບພາລະກິດການບຳລຸງກໍ່ສ້າງພະນັກງານ  ເຊິ່ງພວມຖືກແຂວນຢູ່ທີ່ສົມກຽດ ໃນສະຖານບັນການເມືອງແຫ່ງຊາດ ໂຮ່ຈີມິນ ທີ່ ຮ່າໂນ້ຍ. ຮູບແກະຄວັດສະຫຼັກສອງຮູບດັ່ງກ່າວ ໂດຍຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດນະຄອນ ຮ່າໂນ້ຍ ໄດ້ມອບໃຫ້ເປັນຂອງຂວັນ ແລະ ເປີດໂຕໃນວັນທີ 19 ພະຈິກ ປີ 2015 ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູ ຫວຽດນາມ ຄືວັນທີ 20 ພະຈິກ. ນັກສິລະປະການປະຊາຊົນ ຫງວຽນງັອກຈ້ອງ ຜູ້ຮັບຜິດຊອບຕົ້ນຕໍໃນການຜະລິດ ຮູບແກະຄວັດສະຫຼັກສອງຮູບດັ່ງກ່າວ ໃຫ້ຮູ້ວ່າ:

         “ຮູບແກະຄວັດສະຫຼັກແຕ່ລະຮູບມີເນື້ອທີ່ 12 ຕາແມັດ. ຮູບແກະຄວັດສະຫຼັກຮູບທີໜຶ່ງ ແມ່ນຮູບພາບຂອງປະທານ ໂຮ່ຈີມິນ ແລະ ຄຳສັ່ງສອນຂອງເພິ່ນ, ຝຶກອົບຮົມພະນັກງານແມ່ນວຽກງານເປັນກົກຂອງພັກ, ລົງລາຍເຊັນ ໂຮ່ຈີມິນ. ຮູບແກະຄວັດສະຫຼັກມີຕົວແທນກຳມະກອນ ຊາວນາ, ປັນຍາຊົນ, ຊາວກະສິກອນ, ທະຫານ… ຢູ່ທາງເທິງແມ່ນສັນຍາລັກຄ້ອງບັ້ງ ແລະ ທຸງຄ້ອນກ່ຽວຂອງພັກ. ສ່ວນຮູບແກະຄວັດສະຫຼັກຮູບທີ່ສອງ ແມ່ນມີຊື່ວ່າ ກໍ່ສ້າງປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ໃຫຍ່ໂຕໂອຖົງ ແລະ ສວຍງາມກວ່າຄືດັ່ງຄວາມຫວັງຂອງປະທານ ໂຮ່ຈີມິນ. ຮູບພາບກໍ່ມີແສງຕາເວັນ, ໂຮງງານກໍ່ສ້າງ,  ນິຄົມກະເສດ… ກໍ່ມີຕົວແທນຊາວກະສິກອນ ກຳມະກອນ ທະຫານ ປັນຍາຊົນ...”

       ບັນດາບົດເພງກ່ຽວກັບປະທານ ໂຮ່ຈີມິນ ຍາມໃດກໍ່ມີທີ່ຕັ້ງສຳຄັນໃນພື້ນຖານດົນຕີ ຫວຽດນາມ.  ບັນດານັກດົນຕີແຖວໜ້າ ໃນວົງການດົນຕີ ຫວຽດນາມ ກໍ່ລ້ວນແຕ່ມີບົດເພງກ່ຽວກັບປະທານ ໂຮ່ຈີມິນ. ໃນນັ້ນມີບົດເພງ “ໂຮ່ຈີມິນ ຊື້ຂອງເພິ່ນງາມທີ່ສຸດ” ຂອງນັກປະພັນດົນຕີ ເຈິ່ນກຽດເຕື່ອງ ປະພັນເມື່ອປີ 1960 ແມ່ນໜຶ່ງໃນບັນດາບົດເພງມ່ວນທີ່ສຸດກ່ຽວກັບເພິ່ນ

       ວົງການນັກປະພັນວັນນະຄະດີ ສິລະປິນ ຫວຽດນາມ ກໍ່ໄດ້ມີບົດປະພັນທີ່ພົ້ນເດັ່ນໃນຂົງເຂດຈິດຕະກຳ, ວັນນະຄະດີ ຮູບເງົານັບ 1.000 ຢ່າງກ່ຽວກັບຫົວເລື່ອງ ໂຮ່ຈີມິນ. ຮູບແຕ້ມກ່ຽວກັບປະທານ ໂຮ່ຈີມິນ ກັບເຍົາວະຊົນ ແມ່ນຮູບແຕ້ມທີ່ປະສົບຜົນສຳເລັດທີ່ສຸດ ຂອງຈິດຕະກອນ ເຈິ່ນຕື່໋ແທັ່ງ. ປິ 1976 ຮູບແຕ້ມແຜ່ນນີ້ ໄດ້ຮັບລາງວັນທີສອງ ໃນງານວາງສະແດງວິຈິດຕະກຳທົ່ວປະເທດຄັ້ງທີໜຶ່ງ. ຈິດຈະກອນ ເຈິ່ນຕື໋ແທັ່ງ ເລົ່າສູ້ຟັງວ່າ:

        “ຮູບແຕ້ມມີຮູບແຜນທີ່ ຫວຽດນາມ ທີ່ມີຮູບຕົວໜັງສື S, ປາກນົກສັນຕິພາບອົມງ່າມະກອກໂອລິບ ເຊິ່ງເປັນສັນຍາລັກໃຫ້ແກ່ສັນຕິພາບ ຕາຂອງນົກສັນຕິພາບເປັນສັນຍາລັກໃຫ້ແກ່ ນະຄອນຫຼວງຮ່າໂນ້ຍ ແລະ ຮູບພາບປະທານ ໂຮ່ຈີມິນ ພວມອູ້ມເດັກນ້ອຍ ແມ່ນສັນຍາລັກໃຫ້ແກ່ຄວາມຍືນຍົງຄົງຕົວຂອງປະເທດ ຫວຽດນາມ”.

              ບໍ່ພຽງແຕ່ຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງມີຊາວຕ່າງປະເທດກໍ່ມີບັນດາຜະລິດຕະພັນສິລະປະ ກ່ຽວກັບປະທານ ໂຮ່ຈີມິນ. ໃນມໍ່ໆມານີ້ຄະນະໂຄສະນາສຶກສາສູນກາງພັກ ໄດ້ມອບລາງວັນໃຫ້ແກ່ບັນດາໝູ່ຄະນະ ສ່ວນບຸກຄົນທີ່ມີຜົນງານໃນການເຄື່ອນໄຫວປະດິດຄິດແຕ່ງ ໂຄສະນາບົດວັນນະຄະດີ ສິລະປະ ບົດໜັງສືພິມ ກ່ຽວກັບຫົວເລື່ອງ “ຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ” ໄລຍະປີ 2018 - 2020.   ດ້ວຍບົດກາບກອນສອງບົດຄື: “ໂຮ່ຈີມິນ - ເພິ່ນແມ່ນພື້ນຖານກາບກອນ” ແລະ “ນະຄອນຫຼວງ ຮ່າໂນ້ຍ ຄິດຮອດຄິດເຖິງລຸງ ໂຮ່”,  ນັກກະວີ ກຸຍບາ ຟີລິກປີຕາ ຣໍດີກົວ ໄດ້ມີຄວາມເປັນກຽດຮັບລາງວັນພິເສດ ຂອງຂະແໜງວັນນະຄະດີ. ຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ ຍາມໃດກໍ່ແມ່ນແຫຼ່ງບັນດານໃຈ ຢ່າງບໍ່ມີວັນຢຸດເຊົາຂອງບັນດານັກປະພັນວັນນະຄະດີ ສິລະປິນ. ປັດຈຸບັນເຖິງວ່າປະທານ ໂຮ່ຈີມິນ ໄດ້ລ່ວງລັັບໄປແລ້ວກໍ່ຕາມ ແຕ່ເພິ່ນຍັງຍືນຍົງຄົງຕົວ ໃນຈິດໃຈຂອງຊາວ ຫວຽດນາມ ແລະ ເພື່ອນມິດສາກົນຜ່ານບັນດາຜະລິດຕະພັນສິລະປະ ທີ່ເປັນຕົວແບບກ່ຽວກັບເພິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ