ບັນດາສິ່ງພິມດີໄດ້ນຳມາເຊິ່ງຄວາມເມົາມົວອ່ານປື້ມໃຫ້ຜູ້ອ່ານ


(vovworld)- ຄວາມ​ຕ້ອງ​ການ, ຄວາມ​ຊີນ​ເຄີຍ​ອ່ານ​ປື້ມ​ພວມ​ແມ່ນ​ຄ່ອຍໆ​ກັບ​ຄືນ​ສູ່​ຜູ້​ອ່ານ​ຫລາຍ​ຄົນ. ເລື່ອງ​ສ້າງ​ຄວາມ​ຊິນ​ເຄີຍ​ໃນ​ການ​ອ່ານ​ປື້ມ ບໍ່​ພຽງ​ແຕ່​ເລີ່ມ​ຕົ້ນ​ຈາກ​ສະ​ຕິ​ຂອງ​ບຸກ​ຄົນ​, ຈາກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຄອບ​ຄົວ ແລະ ໂຮງ​ຮຽນ​ເທົ່າ​ນັ້ນ ຫາກ​ຍ​ັງເລີ່ມ​ມາຈາກ​ບັນ​ດາ​ສິ່ງ​ພິມ​ມີ​ຄຸນ​ຄ່າ​ອີກ​ດ້ວຍ. ສະ​ນັ້ນ, ເພື່ອ​ຕອບ​ສະ​ຫນອງ​ມາດ​ຖານ​ດັ່ງ​ກ່າວ, ປື້ມ​ແຕ່​ລະ​ຫົວ​ເມື່ອ​ໄດ້​ຮັບ​ການ​ພິມ​ຈຳ​ຫນ່າຍ​ໄດ້​ນຳ​ມາ​ເຊິ່ງ​ຄວາມ​ເມົາ​ມົວ​ໃຫ້ຜູ້​ອ່ານ​​ເມື່ອ​ໄດ້​ຄົ້ນ​ຫາ​ສາງ​ພູມ​ປັນ​ຍາ. ບົດ​ຂຽນ​ຂອງ​ນັກ​ຂ່າວ ເຟືອງ​ຖູຍທີ່​ມີ​ຫົວ​ຂໍ້​ວ່າ:  ບັນ​ດາ​ສິ່ງ​ພິມ​ດີໄດ້ນຳ​ມາ​ເຊິ່ງຄວາມ​ເມົາ​ມົວອ່ານ​ປື້ມ​ໃຫ້​ຜູ​້​ອ່ານ.

 

ບັນດາສິ່ງພິມດີໄດ້ນຳມາເຊິ່ງຄວາມເມົາມົວອ່ານປື້ມໃຫ້ຜູ້ອ່ານ - ảnh 1
ວັນ​ບຸ​ນ​ປື້ມແຕ່​ລະ​ຄັ້ງ ລ້ວນ​ແຕ່​ດຶງ​ດູດ​ຜູ້ມາ​ຢ້ຽມ​ຊົມ​ ແລະ ​ຊື້​ປື້ມນັບ​ໝື່ນໆ​ຄົນ
ພາບ:news.zing

        ໃນ​ຊຸມ​ປີມໍ່ໆ​ມານີ້, ​​ທີ່ວັນ​ບຸ​ນ​ປື້ມແຕ່​ລະ​ຄັ້ງ ລ້ວນ​ແຕ່​ດຶງ​ດູດ​ຜູ້ມາ​ຢ້ຽມ​ຊົມ​ ແລະ ​ຊື້​ປື້ມນັບ​ໝື່ນໆ​ຄົນ. ພໍ່​ແມ່​ນັກ​ຮຽນ​ໄດ້​ພາ​ລູກ​ໄປ​ຊື້​ປື້ມ​ ນອກ​ຈາກ​ເພື່ອ​ໃຫ້​ລູກ​ອ່ານ​ແລ້ວ ຍັງ​ເປັນ​ຂອງ​ຂວັນ​ມອບ​ໃຫ້​ຍາດ​ຕິ​ພີ່​ນ້ອງ ແລະ ໝູ່​ເພື່ອນ​ອີກ. ສ່ວນ ນັກ​ສຶກ​ສາ​ມາ​ເຂົ້າ​ຮ່ວມ​ວັນ​ບຸນ​ປື້ມ ບໍ່​ພຽງ​ແຕ່​ເພື່ອ​ຊື້​ປື້ມ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້ເຂົ້າ​ຮ່ວມການ​ພົບ​ປະ​ແລກ​ປ່ຽນ, ການ​ໂອ້​ລົມ​ສົນ​ທະ​ນາ… ອີກ​ດ້ວຍ. ຢູ່​ບັນ​ດາ​ທ້​ອງ​ຖິ່ນ, ວັນ​ບຸນ​ປື້ມ​ປະ​ຈຸ​ບັນແມ່​ນ​ສິ່ງ​ທີ່​ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ​ຢູ່​ແລ້ວ ​ຂະ​ນະ​ທີ່​ໄດ້​ເລີ່ມ​ຕົ້ນ​​ດ້ວຍບັນ​ດາ​ໂຄງ​ການ​ລະ​ອຽດ​ຄື: ສ້າງ​​ຕູ້​ປື້ມ, ແລກ​ປ່ຽນ​ປື້ມ, ຈັດ​ຕັ້ງ​ຂະ​ບວນ​ການອ່ານ​ປື້ມ​ໃນ​ໂຮງ​ຮຽນ, ໝູ່ບ້ານ...ສິ່ງ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ​ສັນ​ຍານທີ່​ເປັນຫນ້າ​ຊື່ນ​ຊົມສ​ະ​ແດງ​ໃຫ້​ເຫັນ​ຄວາມ​ຕ້ອງ​ການ​ໃນ​ການ​ອ່ານ​ປື້ມ​ຂອງ​ຊາວ​ຫວຽດ​ນາມ ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້. ຍິ່ງກວ່ານັ້ນ ຄວາມ​ຕ້ອງ​ການ​ອ່ານ​ປື້ມ​ພວມ​ໄດ້​ຮັບ​ການ​ເພີ່ມ​ເຕີມ​ກ່ຽວ​ກັບ​ວິ​ທີ​ການ, ບໍ່​ພຽງ​ແຕ່​ປື້ມ​ອ່ານ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ປື້ມ​ທາງເອ​ເລັກ​ໂຕ​ນິກ​ອີກ​ດ້ວຍ. ທ່ານ ໂດ໋ກ​ູຍຢ​ວານ, ປະ​ທານ​ສະ​ມາ​ຄົມ​ພິມ​ຈ​ຳ​ຫນ່າຍ ຫວຽດ​ນາມ ຢັ້ງ​ຢືນ​ວ່າ:

         “ນັບ​ມື້​ນັບ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ຕອບ​ສະ​ຫນອງຄວາມ​ຕ້ອງ​ການອ່ານ​ປື້ມ​ຂອງ​ຜູ້​ອ່ານ ຕົວ​ຢ່າງ​ຄື: ຫວ່າ​ງ​ແລ້ວນີ້ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຈັດ​ວັນ​ບຸນ​ປື້ມ​​ຂຶ້ນເພື່ອ​ຮັບ​ໃຊ້​ຜູ້​ອ່ານ. ເຂົ້າ​ຮ່ວມ​ວັນ​ບຸນປື້ມ ບໍ່​ພຽງ​ແຕ່​ມີພໍ່​ແມ່​ນັກ​ຮຽນ​ພາ​ລູກ​ໄປ​ຊື້​ປື້ມ​ເທ​ົ່າ​ນັ້ນ​ຫາ​ກ​ຍັງ​ມີ​ຜູ້​ເຖົ້າ​ຜ​ູ້​ແກ່​ກໍ​ມາ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ນອກນັ້ນ ຍັງ​ຈັດ​ລາຍ​ການ​ພົບ​ປະ​ແລ​ກ​ປ່ຽນລະ​ຫວ່າງ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ແລະ ສາ​ທາ​ລະ​ນະ​ຊົນ.”

ບັນດາສິ່ງພິມດີໄດ້ນຳມາເຊິ່ງຄວາມເມົາມົວອ່ານປື້ມໃຫ້ຜູ້ອ່ານ - ảnh 2

        ຄວາມ​ຈິງ ແຕ່​ລະ​ປີ ມີ​ປື້ມ​ນັບ​ໝື່ນ​ຫົວ​ໄດ້​ຮັບ​ການ​ພິມ​ຈຳ​ຫນ່າຍ ແລະ ແນະ​ນຳ​ເຖິງ​ສາ​ທາ​ລະ​ນະ​ຊົນ. ສະ​ເພາະ ປີ 2015, ມີ ປື​້ມກວ່າ 29.000 ຫົວ ສົ່ງ​ເຖິງສຳ​ນັກ​ພິມ​ຈຳ​ຫນ່າຍ​ເພື່ອ​ຮັກ​ສາ​ສຳ​ເນົາ ພ​ອ້ມ​ກັບ 2.700 ​ຊື່​ປື້ມ​ພິມທາງເອ​ເລັກ​ໂຕ​ນິກ. ສິ່ງ​ດັ່ງ​ກ່າວ​ໄດ້ ​ຕອບ​ສະ​ຫນອງ ​ ຄວາມ​ຕ້ອງ​ການ​​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ຜູ້​ອ່ານ ສ່ວນ​ຫນຶ່ງ. ທ່ານ ຫງວຽນ​ແອງ​ຫວູ, ຜູ​້​ອຳ​ນວຍ​ການ​ ສຳ​ນັກ​ພິມ​ຈຳ​ຫນ່າຍ​ວັນນະ​ຄະ​ດີ ໃຫ້​ຮູ້​ວ່າ:

        “ໂດຍ​ແມ່ນ​ຫົວ​ຫນ່ວຍ​ດຳ​ເນີນ​ທຸ​ລະ​ກິດ ສະ​ນັ້ນ ສຳ​ນັກ​ພິມ​ຈຳ​ຫນ່າຍ​ວັນ​ນະ​ຄະ​ດີ​ຕ້ອງ​ຮັບ​ໃຊ້​ຫລາຍ​ເປົ້າ​ໝາຍ ແລະ ຫລາຍ​ຂົງ​ເຂດ. ພວກ​ຂ້າ​ພ​ະ​ເຈົ້າ​ໄດ​້​ພິມ​ຈຳ​ຫນ່າຍ​ປື້ມ​ຫລາຍ​ຫົວ​ທີ່​ມີ​ຄຸນ​ນະ​ພາບ​ດີກ່ຽວ​ກັບ​ການ​ບັນ​ເທິງ, ກ່ຽວ​ກັບ​ວິ​ຊາ​ສະ​ເພາະ​ເພື່ອຮັບ​ໃຊ້​​ໃຫ້ນັກ​ຮຽນ, ນັກ​ສຶກ​ສາ ແລະ ບັນ​ດາ​ນັກ​ຄົ້ນ​ຄ້​ວາ.”

        ສ້າງ​ຄວາມ​ຊີນ​ເຄີຍ​ໃນ​ການ​ອ່ານ​ປື້ມ ແລະ ຍິ່ງກວ່ານັ້ນ ແມ່​ນ​ວັດ​ທະ​ນະ​ທຳ​ອ່ານ​ປື້ມ, ບໍ່​ພຽງ​ແຕ່​ອີງ​ໃສ່​ສະ​ຕິ​ຂອງ​ບຸກ​ຄົນ​ເທົ່າ​ນັ້ນ​ຫາກ​ຍັງ​ເລີ່ມ​ຕົ້ນ​ຈາກ​ບັນ​ດາ​ສິ່ງ​ພິມ​ທີ່​ມີ​ຄຸນ​ນະ​ພາບ​ອີກ​ດ້ວຍ.

        ຖ້າ​ຫາກ​ໄລ​ຍະ​ກ່ອນນີ້, ແຕ່​ລະ​ປີ ສຳ​ນັກ​ພິມ​ຈຳ​ຫນ່າຍ​ແຕ່​ລະ​ແຫ່ງ ພຽງ​ພິມ​ ຈຳຫນ່າຍ​​ປື້ມສະ​ເລ່ຍ 20 – 30 ຫົວ , ​ແຕ່ມາ​ຮອດ​ປະ​ຈຸ​ບັນ ແຕ່​ລະ​ຫົວ​ຫນ່ວຍ​ສາ​ມາດ​ພິມ​ຈຳ​ຫນ່າຍ​ໄດ້ແຕ່​ 100 – 200 ຫົວ/ປີ. ເພີ່ມ​ຈຳ​ນວນ​ປະ​ລິ​ມານ ແຕ່​ຄຸນ​ນະ​ພາບ​ຍາມ​ໃດ​ກໍ​ແມ່ນ​ສິ່ງ​ທີ່​ຜູ້​ອ່ານ​ປາດ​ຖະ​ຫນາ. ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ພິ​ມ​ຈຳ​ຫນ່າຍ​ປື້ມ ນັ້ນ​ແມ່ນ ເຮັດ​ແນວ​ໃດ​​ເພື່ອສະ​ຫນອງ​ບັນ​ດາ​ສິ່ງ​ພິມ​​ທີ່ມີ​ຄຸນ​ນະ​ພາບ​ສູງ​ເຖິງ​ສາ​ທາ​ລະ​ນະ​ຊົນ​ຫລາຍກວ່າ ເພື່ອ​ໃຫ້​ປື້ມ​ແມ່ນ​ອາ​ຫານ​​ທາງດ້ານ​ຈິດ​ໃຈ​ທີ່​ມີ​ປະ​ໂຫຍດ, ປະ​ກອບ​ສ່ວນ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ ຂອງ​ມະ​ນຸດ.

       

       

 

ຕອບກັບ

ຂ່າວ/ບົດ​ອື່ນ