ບັນດາຮູບຖ່າຍກ່ຽວກັບ ແມ່ຫວຽດນາມວິລະຊົນ ຂອງນັກຂ່າວ, ມືກ້ອງ Tran Hong

ບັນດາຮູບຖ່າຍກ່ຽວກັບ ແມ່ຫວຽດນາມວິລະຊົນ ຂອງນັກຂ່າວ, ມືກ້ອງ Tran Hong - ảnh 1
ທ່ານພົນເອກ Vo Nguyen Giap ກັບນັກຂ່າວ, ມືກ້ອງ Tran Hong


   17 ປີ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ​ແຕ່​ເມື່ອ​ຫວນຄືນ​ກ່ຽວ​ກັບງານ​ວາງສະ​ແດງ​ທີ່​ມີ​ຊື່ວ່າ “ ຮູບ​ພາບ​ຂອງ​ແມ່ ” ​ໃນ​ແຕ່ລະ​ເທື່ອ, ມື​ກ້ອງ Tran Hong ພັດ​ຕື້ນ​ຕັນ​ໃຈ​ທີ່​ສຸດ. ​ແລະ ມາ​ຮອດ​ປະຈຸ​ບັນ, ສຳລັບມື​ກ້ອງ Tran Hong ​ແລ້ວ, ບັນດາ​ຜູ້​ເປັນ​ແມ່, ​ເປັນ​ຕົ້ນ​ແມ່ນ​ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ​ຍັງ​ຄົງ​ແມ່​ຫົວ​ເລື່ອງ​ທີ່​ດູດ​ດື່ມ, ​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ເມົາ​ມົວ​ກັບ​ອາຊີບ​ຖ່າຍຮູບ.

     ພາລະກິດ​ການ​ເຄື່ອນ​ໄຫວ​ເປັນ​ນັກ​ຂ່າວ​ຂອງ  Tran Hong ​ໄດ້​ເລີ່​ມຕົ້ນ​ດ້ວຍ​ໄລຍະ​ສົງຄາມ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ທີ່​ດຸ​ເດືອ​ດ. ດ້ວຍ​ຈິດ​ໃຈ​ຂອງ​ຜູ້ເປັນ ທະຫານ, ຂອງ​ໄວ​ໜຸ່ມ, ຄວາ​ມສະ​ດຸ້ງ​ໄວ​ຂອງ​ນັກ​ຂ່າວ, ມື​ກ້ອງ, Tran Hong ​ໄດ້​ມີ​ບົດ​ໜັງສືພິມ ​ແລະ ຮູບ​ຖ່າຍ​ສະຖານະ​ການ​ທີ່​ສົດໆ​ຮ້ອນໆ​ຢ່າງ​ຫຼວງ​ຫຼາຍ​ຊຶ່ງ​ໄດ້​ລົງ​ພິມ​ໃນ​ໜັງສືພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ ສຽງ​ຂອງ​ກອງທັບ​ປະ​ຊາ​ຊົນ​ຫວຽດນາມ, ວາລະສານຂ່າວພາບ​ຫວຽດນາມ ​ແລະ ໜັງສືພິມ​ເຍີນ​ເຢິນ ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ນັກ​ຂ່າວ  Tran Hong ​ເວົ້າ​ວ່າ:

   “ ຂ້າພະ​ເຈົ້າ​ເຂົ້າ​ເຮັດ​ວຽກ​ຢູ່​ໜັງສືພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ, ດັ່ງ​ນັ້ນ​ໄດ້​ມີ​ເງື່ຶອນ​ໄຂ​ເຄື່ອນ​ໄຫວ ​ແລະ ​ໄດ້​ເຫັນ​ປະຈັກ​ຕາ​ຄວາມ​ເຈັບ​ປວດ, ຄວາມ​ສູນ​ເສຍ​ຂອງ​ບັນດາ​ນັກຮົບ​ເມື່ອ​ອອກ​ສະໜາມຮົບ. ​ເມື່ອ​ລົງທ້ອງ​ຖິ່ນ, ກໍ​ໄດ້​ພົບ​ພໍ້ກັບ​ບັນດາ​ຜູ້ຄົນ​ທີ່​ຕ້ອງ​ອົດທົນຕໍ່​ຄວາມ​ລຳບາກ​ຫຼາຍ​ກ່ວາ​ຜູ້​ອອກ​ສະໜາມຮົບ. ຂ້າພະ​ເຈົ້າ​ມີ​ຄວາມ​ເມົາ​ມົວ​ກັບ​ໜ້າ​ທີ່​ວຽກ​ງານ​ຂອງ​ສຳນັກ​ໜັງສືພິມ, ​ແຕ່ກໍ​ຍັງ​ຄົງ​ສະຫງວນ​ເວລາ​ເພື່ອ​ຖ່າຍຮູບ​ບັນດາ​ແມ່. ນັບ​ຕັ້ງ​ແຕ່​ນັ້ນ​​ເປັນຕົ້ນ​ມາ, ຫົວ​ເລື່ອງບັນດາ​ແມ່​ຫວຽດນາມ​ໄດ້​ດຶງ​ດູດ​ໃຈ​ຂ້າພະ​ເຈົ້າ. ”

    ມື​ກ້ອງ Tran Hong ບໍ່​ພຽງ​ແຕ່​ຢາກ​ຖ່າຍ​ເອົາ​ຮູບ​ພາບ​ໃບ​ໜ້າ​ສີ​ຕາ​ຕາມ​ກາລະ​​ເວລາ​ເທົ່າ​ນັ້ນ, ຫາກ​ຍັງ​ຢາກ​ຂຸດ​ຄົ້ນ​ຄຸນ​ນະ​ທາດ​ອັນ​ດີງາມ​ຂອງ ​ແມ່​ຫວຽດນາມ ອີກ​ດ້ວຍ. ​ເມື່ອ​ຢືນ​ຖ່າຍຮູບ​ຕໍ່ໜ້າ​ແມ່​ແຕ່ລະຄົນ, ທ່ານ​ຮູ້ສຶກ​ໄດ້​ເຖິງ​ຄວາມ​ອົບ​ອຸ່ນ ​ແລະ ຄວາມ​ຮັກ​ແພງ​ຈາກ​ແມ່. ສຳລັບ​ທ່ານ​ແລ້ວ, ​ເມື່ອ​ສັງ​ເກດ​ຜ່ານ​ແງ່​ມຸມ​ໃດ​ໜຶ່ງ​ນັ້ນ, ​ແມ່​ຫວຽດນາມ​ທຸກໆ​ຄົນກໍ​ລ້ວນ​ແຕ່​ແມ່ນ ບັນດາ​ແມ່​ຫວຽດນາມວິລະ​ຊົນ.ມືກ້ອງ Tran Hong ​ເວົ້າ​ວ່າ:

   “ ປີ 1968, ຄາວ​ນັ້ນ​ຂ້າພະ​ເຈົ້າ​ຢູ່​ເຂດ​ເຮືອນ​ລວມ​ເລກ​ທີ່ 8 ຖະໜົນຫຼີນາມເດ້-ຮ່າໂນ້ຍ, ຮອດຕອນແລງໃນແຕ່ລະວັນ, ຂ້າພະເຈົ້າເຫັນແມ່ຕູ້ຄົນໜຶ່ງເຄີຍມາ​ຮັບສົ່ງຫຼານ. ​ເຫັນ 2 ຕູ້​ຫຼານ​ໄປ​ນຳ​ກັນ, ຂ້າພະ​ເຈົ້າ​ຮູ້ສຶກ​ມີ​ຄວາມ​ຮັກ​ແພງພິ​ເສດ. ເທື່ອທີ່ 2 ແມ່ນເວລາທີ່ຂ້າພະເຈົ້າກັບເມືອບ້ານຢ້ຽມຢາມແມ່ຂ້າພະ  ເຈົ້າ, ຄາວ​ນັ້ນ​ແມ່​ຂ້າພະ​ເຈົ້າ​ມີ​ອາຍຸ 92 ປີ​ແລ້ວ, ​ແຕ່​ເພິ່ນ​ຍັງ​ຖື​ຂ້າພະ​ເຈົ້າ​ຄື​ເດັກ, ​​ເພິ່ນ​ໄດ້​ອາບ​ນ້ຳ, ຊັກ​ຜົມ​ໃຫ້​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ເຫັນ​ວ່າ​ແມ່​ດີ​ໃຈ.ຕາ​ຂອງ​ແມ່​ຍັງ​ຮຸ່ງ​ແຈ້ງ. ຂ້າພະ​ເຈົ້າ​ເບິ່ງ​ໃບ​ໜ້າ​ສີ​ຕາ​ຂອງ​ແມ່, ບັງ​ເອີນ​ໄດ້​ຄຳນຶງ​ເຖິງ​ເພື່ອນ​ຮ່ວມ​ກົມ​ກອງ. ຄວາມ​ມ່ວນ​ຊື່ນຂອງ​ແມ່​ພຽງ​ເລກນ້ອຍ​ເຊັ່ນ​ນັ້ນ, ​ແຕ່​ແມ່​ຫວຽດນາ​ມອື່ນ​ນັບ​ລ້ານໆ​ຄົນ​ກໍ​ບໍ່​ມີ​ຍ້ອນ​ວ່າ​ພວກ​ລູກ​ໆຂອງ​ແມ່ອອກ​ສະໜາມຮົບ​​ໂດຍ​ບໍ່​ມີ​ວັນ​ຈະກັບຄືນ. ຜ່ານແສງຕາ​ຂອງ​ແມ່​ຂ້າ​ພະ​ເຈົ້າ ​ແລະ ຮູບ​ພາບ​ຂອງ​ແມ່ຕູ້​ຢູ່​ເຮື​ອນ​ເລກ​ທີ່ 8 ຖະໜົນ​ຫຼີນາມ​ເດ້, ​ໄດ້​ເປັນ​ແຫຼ່ງອາລົມ​ເຮັດ​ໃຫ້​ຂ້າພະ​ເຈົ້າມີ​ຄວາມ​ເມົາ​ມົວ. ຈາກ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ເດີນ​ຕາມ​ອາຊີບ​ເປັນ​ມື​ກ້ອງ​ເພື່ອ​ຄົ້ນ​ຫາ​ກຳລັງ​ແຮງ​ບົ່ມ​ຊ້ອນ​ຂອງ​ບັນດາ​​ແມ່ ”

   ດ້ວຍ​ຄວາມ​ຫວັງ​ຢາກ​ຄົ້ນ​ຫາ​ຈົນ​ສຸດ​ກ່ຽວ​ກັບ​ກຳລັງ​ແຮງ​ບົ່ມ​ຊ້ອນ​ຂອງ​ແມ່ຍິງ​ຫວຽດນາມ, ຊຶ່ງ​ພົ້ນ​ເດັ່ນ​ແມ່ນບັນດາ​ແມ່​ທີ່​ມີ​ລູກໆ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ປີ 1995 ມື​ກ້ອງ Tran Hong ​ໄດ້​ຈັດງານ​ວາງສະ​ແດງ​ທີ່​ມີ​ຊື່ວ່າ “ ຮູບ​ພາບ​ຂອງ​ແມ່ ”.ມືກ້ອງ Tran Hong ​ເວົ້າ​ວ່າ:

      “ ມີ​ນັກ​ຂ່າວ​ຊາວ​ອາ​ເມ​ລິ​ກາ​ຄົນ​ໜຶ່ງ​ເມື່ອ​ເຂົ້າ​ຢ້ຽມ​ຊົມ​ງານ​ວາງສະ​ແດງ​ຂອງ​ຂ້າພະ​ເຈົ້າໄດ້​ເວົ້າ​ວ່າ: ຮູບ​ພາບ​ບັນດາ​ແມ່​ຫວຽດນາມ​ນີ້​ແມ່ນສາຍ​ເຫດ​ຕົ້ນ​ຕໍ່​ເພື່ອ​ສ້າງ​ເປັນ​ກຳລັງ​ແຮງ​ໃຫ້​ແກ່​ຝ່າຍ​ກອມມູນິດພວກ​ທ່ານ​ໄດ້ຕີ​ເອົາ​ຊະນະ​ຕໍ່​ພວກ​ຂ້າພະ​ເຈົ້າ. ​ເມື່ອ​ຄຶດ​ເຖິງ​ສິ່ງ​ນີ້ ກໍ​ເຫັນ​ວ່າ​ມັນ​ມີ​ເຫດ​ມີ​ຜົນ. ຜູ້​ເປັນ​ລູກ​ທຸກໆ​ຄົນ​, ​ເມື່ອ​ເຮັດ​ວຽກ​ງານ​ຫຍັງ, ​ເປັນ​ຕົ້ນ​​ແມ່ນເມື່ອອອກ​ສະໜາມຮົບ​ໂດຍ​ຢືນ​ຢູ່​ລະຫວ່າງ​ຄວາມ​ເປັນ ​ແລະ ຄວາມ​ຕາຍ, ​ເຂົາ​ເຈົ້າ​ຍາມ​ໃດ​ກໍ​ຄິດ​ເຖິງ​ແມ່ ​ແລະ ພວກ​ເຂົາ​ຢາກ​ເຮັດ​ສິ່ງ​ໃດ​ໜຶ່ງ​ທີ່​ດີ​ທີ່​ສຸດ​ເພື່ອ​ກັບ​ມາ​ຕ້ອນ​ແມ່. ​ແມ່​ໄດ້​ກາຍ​ເປັນ​ແຫຼ່ງກຳລັງ​ເພື່ອ​ສ້າງ​ເປັນໄຊຊະນະ ”

ບັນດາຮູບຖ່າຍກ່ຽວກັບ ແມ່ຫວຽດນາມວິລະຊົນ ຂອງນັກຂ່າວ, ມືກ້ອງ Tran Hong - ảnh 2
ຮູບຖ່າຍແມ່ Nguyen Thi Khanh ຂອງມືກ້ອງ Tran Hong

    ສະ​ເພາະ​ຮູບ​ຖ່າຍ​ກ່ຽວ​ກັບ​ແມ່​ຫວຽດນາມ, ມື​ກ້ອງ Tran Hong ມີ​ເກືອບ 2000 ​ແຜ່ນ​. ​ແຕ່ລະ​ແຜ່ນ​ກໍ​ແມ່ນ​ເລື່ອງ​ລາວ​ທີ່​ຕື້ນ​ຕັນ​ໃຈ. ທ່ານ​ເລົ່າ​ສູ່​ຟັງ​ວ່າ ຮູບ​ຖ່າຍກ່ຽວ​ກັບ​ແມ່ Nguyen Thi Khanh ຢູ່​ແຂວງ​ກຽນ​ຢາງ ​ໄດ້​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ. ມືກ້ອງ Tran Hong ​ເວົ້າ​ອີກວ່າ:

   “ ຂ້າພະ​ເຈົ້າ​ໄດ້​ຖ່າຍ​ເອົາ​ຮູບ​ຂອງ​ແມ່ Nguyen Thi Khanh ຢູ່ບ້ານ​ຕາມ​ງ່າ​ນ​​ເມືອງ​ຮ່ອນ​ເດິ​ດແຂວງ​ກຽນ​ຢາງ. ​ແມ່​ມີ​ລູກ​ທັງ​ໝົດ 7 ຄົນ, ​ແຕ່​ທັງ 7 ຄົນ​ໄດ້​ອອກ​ສະໜາມຮົບ ​ແລະ ​ໄດ້​ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດ. ​ເມື່ອ​ຂ້າພະ​ເຈົ້າ​ເຂົ້າ​ເປັນ​ທະຫານ​ສັງກັດ​ກອງ​ພົນ 4 ​,ໄດ້​ປຸກ​ເຮືອນ​ຫຼັງໜຶ່ງ​ທີ່​ງາມ​ທີ່​ສຸດ​ໃຫ້​ແມ່. ​​ໃນເທື່ອທຳ​ອິດ​ທີ່​ຂ້າພະ​ເຈົ້າ​ເມືອ​ຢາມ, ​ເຫັນ​ເຮືອນ​ທີ່​ໃຫຍ່​ໂຕ​ໂອ​ຖົງ ​ແຕ່​ແມ່​ພວມ​ນັ່ງ​ຢູ່​ແຈ​ໜຶ່ງ​ຂ້າງ​ພາ​ເຂົ້າ ມີ​ປາຈືນຕອນ​ໜຶ່ງ​ພ້ອມ​ກັບ​ຈານ​ຜັກ​ບົ້ງ. ​ເທື່ອ​ນັ້ນ, ຂ້າພະ​ເຈົ້າ​ນຸ່ງຊຸດ​ເຄື່ອງ​ແບບ​ທະຫານ​ຍ່າງ​ເຂົ້າ​ໄປ​ເຮືອນ, ​ແມ່​ໄດ້​ຟ້າວຍ່າງ​ມາ ຍ້ອນ​ຄຶດ​ວ່າ ​ແມ່ນ​ລູກ​ຂອງ​ຕົນ​ກັບ​ມາ​ຈາກ​ສະໜາມຮົບ. ​ໄດ້​ພົບ​ແມ່ຕູ້​ເປັນ​ເທ​ື່ອທຳ​ອິດ, 2 ​ແມ່ລູກ​ໄດ້ກອດ​ກັນ ​ແລະ ຫຼັ່ງ​ນ້ຳ​ຕາ, ​ເວລາ​ນັ້ນ ຂ້າພະ​ເຈົ້າ​ບໍ່​ສາມາດ​ຖ່າຍ​ຮູບ​ໄດ້. ຮອດ​ເທື່ອ​ທີ່ 4 , ຂ້າ​ພະ​ເຈົ້າ​ຈຶ່ງສາມາດ​ຖ່າຍ​ໄດ້ ​ແລະ ນັ້ນ​ແມ່ນ​ຮູບ​ຖ່າຍ​ທີ່​ຂ້າພະ​ເຈົ້າ​ຊົມ​ຊອບ​ທີ່​ສຸດ ”

        ຫຼື​ວ່າ​ຮູບ​ຖ່າຍ​ແມ່ Thu. ຊີວິດ​ຂອງ​ແມ່​ໄດ້​ກາຍ​ເປັນ​ເທບ​ນິຍາຍ, ​ເປັນ​ອະນຸສາວະລີ​ແຫ່ງ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເສຍສະຫຼະຊີວິດ​ເພື່ອ​ຊາດ. ແມ່ Thu ​ແມ່ນ​ແມ່​ຫວຽດນາມ​ວິລະ​ຊົນ​ທີ່​ມີ​ຜົວ, ລູກຄີງ 9 ຄົນ, ລູກເຂີຍ 1 ຄົນ ແລະ ຫຼານ 2 ຄົນທີ່ໄດ້ ​ເສຍ​ສະ​ຫຼະຊີວິດ​ເພື່ອ​ເອກະລາດແຫ່ງຊາດ . ຮູບຖ່າຍກ່ຽວກັບ ແມ່ Thu ພວມຄ່ອຍຖ້າລູກກັບມາ ຂອງມືກ້ອງ Tran Hong ໄດ້ເຮັດໃຫ້ຫຼາຍໆຄົນ ຕື້ນຕັນໃຈ. ມືກ້ອງ Tran Hong ເລົ່າຄືນສູ່ຟັງວ່າ :

    “ ເມື່ອຂ້າພະເຈົ້າໄປຫານັກປະພັນ  Le van Dung ຢູ່​ເຮືອນ, ກໍ​ເຫັນ​ແມ່​ພວມ​ນັ່ງ​ເຊັ່ນ​ນັ້ນ. ແມ່ Thu ​ເວົ້າ​ວ່າ ຂ້າພະ​ເຈົ້າ​ຍັງ​ພວມ​ຄ່ອຍ​ຖ້າ​ລູກ​ກັບ​ມາ. ລູກ 9 ຄົນ, ​ແນ່ນ​ອນວ່າ ຈະ​ມີ ຄົນ​ໜຶ່ງ​ກັບ​ມາ​ກັບ​ຂ້າພະ​ເຈົ້າ. ​ແລະ ພໍ​ອາຍຸ ຮອດ107 ປີ ແມ່ Thu ​ໄດ້​ເສຍ​ຊີວິດ ”

   ບັນດາ​ຮູບ​ຖ່າຍ​ກ່ຽວ​ກັບ​ແມ່​ຫວຽດນາມ​ຂອງ Tran Hong ຖືກ​ພິມ​ເປັນ​ປຶ້ມ​ດ້ວຍ​ຫົວ​ຂໍ້  “ ຮູບ​ພາບ​ຂອງ​ແມ່ ” ​ໂດຍ​ສຳນັກ​ພິມ ກວນ​ໂດ້ຍຈຳໜ່າຍ​ເມື່ອ​ປີ 1997 ​ແລະ ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເປັນ​ຮູບ​ຖ່າຍ​ທີ່​ດີ​ເດັ່ນ​ທີ່​ສຸດ​ໃນ​ປີ 1998. ຄວາມ​ຜາ​ສຸກ​ທີ່​ສຸດ​ສຳລັບ​ມື​ກ້ອງ Tran Hong ​ແມ່ນ​ໄດ້​ກັບ​ເມື່ອ​ບ້ານ​ຖ່າຍຮູບ​ໃນ​ແຕ່ລະ​ເທື່ອ, ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ບັນດາ​ແມ່​ດ້ວຍ​ຄວາມ​ຮັກ ​ແລະ ຖື​ທ່ານ​ຄື​ດັ່ງ​ລູກ​ຄີງ​ຂອງ​ແມ່​ຫວຽດນາມ​ວິລະ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ