ບັນດາເຈົ້າເຫຼົ່າ, ນາຍບ້ານເກັບຮັກສາວັດທະນະທຳຊົນເຜົ່າ ກະຕູ

(VOVWORLD) - ພໍ່ແມ່ພີ່ນ້ອງເຜົ່າກະຕູດຳລົງຊີວິດຕົ້ນຕໍຢູ່ພາກກາງຫວຽດນາມໃນນັ້ນແຂວງກວ໋າງນາມ ແມ່ນທ້ອງຖິ່ນທີ່ມີຈຳນວນປະຊາຊົນເຜົ່າ ກະຕູດຳລົງຊີວິດເປັນຈຳນວນຫຼາຍກວ່າໝູ່. ບັນດາຈຸດວັດທະນະທຳທີ່ເປັນເອກະລັກຄືຂັບຫຼີ, ຟ້ອນເຕິນຕຸງຢາຢາ, ຕີກອງຕີຄ້ອງເຊິ່ງເຄີຍໄດ້ຕິດພັນກັບຊີວິດປະຈຳວັນ, ການຜະລິດຂອງຊາວທ້ອງຖິ່ນ. ບັນດາເຈົ້າເຫຼົ່າຊາວເຜົ່າ ກະຕູໄດ້ສຸມເຫື່ອແຮງເກັບຮັກສາຟື້ນຟູ ບັນດາຄຸນຄ່າທາງດ້ານວັດທະນະທຳຂອງເຜົ່າຕົນ
ບັນດາເຈົ້າເຫຼົ່າ, ນາຍບ້ານເກັບຮັກສາວັດທະນະທຳຊົນເຜົ່າ ກະຕູ - ảnh 1ເຈົ້າເຫຼົ່າ ອີກົງຫຼິ້ນເຄື່ອງດົນຕີ ອາແບວ

    ເຖິງວ່າໄດ້ມີອາຍຸເກີນ70ປີແລ້ວກໍ່ຕາມ, ແຕ່ເມື່ອສຽງແຄນຂອງເຈົ້າເຫຼົ່າບະລິງແຮັ້ງຢູ່ບ້ານກົງໂຢ່ນ ຕາແສງສ່ວຍ ເມືອງນາມຢາງແຂວງກວ໋າງນາມ ກັງວານຂຶ້ນນັ້ນ ກໍ່ໄດ້ສົ່ງໄປທົ່ວພູຜາປ່າໄມ້. ພໍ່ແມ່ປະຊາຊົນຢູ່ແຫ່າງນີ້ໄດ້ຖືເຈົ້າເຫຼົ່າບະລິງແຮັ້ງແມ່ນວິນຍານຂອງພູຜາປ່າໄມ້. ກ່ອນໜ້ານີ້ເຈົ້າເຫຼົ່າບະລິງແຮັ້ງເຮັດວຽກໃນຂະແໜງສາທາລະນະສຸກ, ຍຸຕິທຳແລ້ວກໍ່ໄດ້ຮັບຄວາມໄວ້ວາງໃຈຖືກເລືອກຕັ້ງເປັນຄະນະກຳມະການແນວໂຮມປະເທດຊາດຫວຽດນາມຕາແສງສ່ວຍ. ປີ 1998 ເມືອງນາມຢາງແຂວງກວ໋າງນາມໄດ້ຊີ້ນຳໃຫ້ສ້າງຕັ້ງຢູ່ແຕ່ລະຕາແສງກໍ່ມີກອງຄ້ອງກອງໜຶ່ງເຈົ້າເຫຼົ່າບະລິງແຮັ້ງກໍ່ໄດ້ໄປແຕ່ລະຄອບຄົວໃນບ້ານຕາແສງເພື່ອຂົນຂວາຍພໍ່ແມ່ປະຊາຊົນຊອກຫາແລະເກັບຮັກສາບັນດາເຄື່ອງດົນຕີພື້ນເມືອງຄືກອງຄ້ອງພິນອາແບວແລ້ວກໍ່ສ້າງຕັ້ງກອງຄ້ອງທີ່ໃສ່ຊື່ວ່າກົງໂຢ່ນ. ເຈົ້າເຫຼົ່າບະລິງແຮັ້ງເລົ່າສູ່ຟັງວ່າ:

      “ນັບແຕ່ຄາວຍັງນ້ອຍຍ້ອນຄອບຄົວທຸກຍາກດັ່ງນັ້ນກໍ່ບໍ່ມີຄ້ອງເພື່ອຫຼິ້ນ. ໃນໂອກາດງານບຸນຂອງໝູ່ບ້ານຂ້າພະເຈົ້າຈຶ່ງມີໂອກາດໄດ້ຫຼິ້ນທົດລອງ. ມາຮອດປັດຈຸບັນຖ້າຫາກວ່າມື້ໜຶ່ງບໍ່ໄດ້ຍິນສຽງຄ້ອງສຽງກອງສຽງແຄນ,  ຂ້າພະເຈົ້າກໍ່ບໍ່ສາມາດເຮັດໄດ້ຫຍັງໝົດ. ດົນຕີກໍ່ຖືວ່າແມ່ນວິນຍານຂອງຊາວເຜົ່າ ກະຕູແມ່ນຄວາມຮັກການດຳລົງຊີວິດເຊິ່ງປູ່ຍ່າຕາຍາຍໄດ້ເກັບຮັກສາແລະສືບທອດຈາກຄົນລຸ້ນນີ້ສູ່ຄົນລຸ້ນອື່ນ. ດັ່ງນັ້ນກໍ່ຕ້ອງຮັກສາໄວ້”.

       ຈາກການຊີ້ນຳບອກສອນຂອງເຈົ້າເຫຼົ່າບະລິງແຮັ້ງ, ຊາວໜຸ່ມຫຼາຍຄົນໃນຕາແສງສ່ວຍກໍ່ສາມາດຕີຄ້ອງດ້ວຍບົດດົນຕີຕ່າງໆຂອງເຜົ່າຕົນໄດ້. ອ້າຍບະລິງຖາຍສັງກັດກອງຄ້ອງກົງໂຢ່ນຢູ່ຕາແສງສ່ວຍເປີດເຜີຍວ່າ:

      “ຂ້າພະເຈົ້າມີຄວາມເບີກບານໃຈແລະມີຄວາມເປັນກຽດເມື່ອໄດ້ໂຄສະນາແນະນຳວັດທະນະທຳຊົນເຜົ່າ ກະຕູຢູ່ບັນດາແຂວງນະຄອນໃນທົ່ວປະເທດ. ຍ້ອນການແນະນຳຢ່າງສຸດໃຈແລະຖ່າຍທອດວັດທະນະທຳຂອງເຈົ້າເຫຼົ່າບະລິງແຮັ້ງ, ຂ້າພະເຈົ້າເຫັນວ່າວັດທະນະທຳພື້ນເມືອງຂອງຕົນມີຄວາມງາມທີ່ສຸດ”.

     ໃນວິວັດການອະນຸລັກຮັກສາວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ່າ ກະຕູນັ້ນກໍ່ບໍ່ອາດບໍ່ເຕື້ອງເຖິງເຈົ້າເຫຼົ່າອີກົງຢູ່ຕາແສງບາເມືອງດົງຢາງແຂວງກວ໋າງນາມ. ປັດຈຸບັນເພິ່ນໄດ້ມີອາຍຸເກືອບ 100 ປີແລ້ວແຕ່ກໍ່ຍັງຄົງເປັນຫວ່ງຕໍ່ການສູນຫາຍຂອງວັດທະນະທຳພື້ນເມືອງຂອງຊົນເຜົ່າ ກະຕູ. ເຈົ້າເຫຼົ່າອີກົງໄດ້ລົງທຶນປຸກເຮືອນເກີຍ ໃນເນື້ອທີ່ດິນຂອງຄອບຄົວຕົນເພື່ອເປັນນອ່ນໃຫ້ລູກຫຼານກັບມາເຕົ້າໂຮມ. ເຈົ້າເຫຼົ່າອີກົງເວົ້າວ່າ:

      “ຂ້າພະເຈົ້າໄດ້ຊື້ປະກອບແລະປະດັບປະດາໃນເຮືອນຄື ໄຫ, ຄ້ອງ, ມຸ້ງ, ແຜ່ນແພພື້ນເມືອງ, ແລ້ວກໍ່ເຮັດກອງເພື່ອຕີໃນງານດອງພິທີສູ່ຂໍ. ຄວາມຫວັງຂອງຂ້າພະເຈົ້າແມ່ນຕ້ອງຮັກສາມູນເຊື້ອຂອງຊາວເຜົ່າ ກະຕູ”.

       ປັດຈຸບັນເມືອງດົງຢາງຍັງມີໜ້ອຍຄົນຄືເຈົ້າເຫຼົ່າອີກົງຮູ້ຈັກຜະລິດແລະຫຼິ້ນເຄື່ອງດົນຕີປະເພດຕ່າງໆ. ການບອກສອນຖ່າຍທອດບັນດາວາດຟ້ອນ, ສິລະປະຂັບຫຼີການຕີຄ້ອງຂອງໃຫ້ໄວໜຸ່ມຂອງເຈົາເຫຼົ່າອີກົງບໍ່ພຽງແຕ່ປະອບສ່ວນເກັບຮັກສາບັນດາຄຸນຄ່າວັດທະນະທຳເທົ່ານັ້ນຫາກຍັງປະກອບສ່ວນເຮັດໃຫ້ຊີວິດທາງດ້ານຈິດໃຈຂອງຊາວເຜົ່າ ກະຕູເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ. ທ່ານໂດ໊ຫິວຕຸ່ງ ຮອງປະທານຄະນະກຳມະການປະຊາຊົນເມືອງດົງຢາງໃຫ້ຮູ້ວ່າ:

      “ເຈົ້າເຫຼົ່າອີກົງ  ໄດ້ສຶກສາອົບຮົມໃຫ້ໄວໜຸ່ມກ່ຽວກັບຈຸດວັດທະນະທຳອັນດີງາມຂອງເຜົ່າຕົນ ໃນນັ້ນມີການຕີຄ້ອງ, ຟ້ອນເຕິນຕຸງຢາຢາແລະຕ່ຳແຜ່ນແພພື້ນເມືອງ. ຊຸມປີມໍ່ໆມານີ້ເຈົ້າເຫຼົ່າກໍ່ໄດ້ມີບັນດາວຽກງານອັນຕັ້ງໜ້າໃນການເກັບຮັກສາສີສັນວັດທະນະທຳ, ການແກະຄວັດສະຫຼັກໄມ້ຂອງຊາວເຜົ່າ ກະຕູເຊິ່ງມີຄວວາມສ່ຽງສູນຫາຍໄປ”. 

       ບັນດາອາຊີບຫັດຖະກຳທີ່ມີມາແຕ່ດົນນານຂອງຊາວເຜົ່າກະຕູກໍ່ໄດ້ຮັບການອະນຸລັກຮັກສາແລະພັດທະນາໃນບັນດາເຂດຊຸມຊົນ. ຖັນແຖວເຈົ້າກົກເຈົ້າເຫຼົ່ານາຍບ້ານຊາວເຜົ່າ ກະຕູຢູ່ແຂວງກວ໋າງນາມຍາມໃດກໍ່ມີຄວາມຫວັງຢາກອະນຸລັກຮັກສາແລະເສີມຂະຫຍາຍວັດທະນະທຳພື້ນເມືອງຂອງຊົນເຜົ່າ ກະຕູ. 

ຕອບກັບ

ຂ່າວ/ບົດ​ອື່ນ