ບັນດາໝູ່ບ້ານດອກໄມ້ ໃນຊ່ວງເວລາໃກ້ຈະຮອດບຸນເຕັດ.

(VOVWORLD) -ເມື່ອບຸນເຕັດ ລະດູບານໃໝ່ວຽນມາໃນແຕ່ລະປີ ກໍ່ແມ່ນຊ່ວງເວລາທີ່ບັນດາໝູ່ບ້ານດອກໄມ້ຢູ່ທຸກຫົນແຫ່ງ ໃນປະເທດຊາດ ຫວຽດນາມ ພັດສວຍສົດງົດງາມ ເຕັມໄປດ້ວຍດອກໄມ້ສີສັນຫາກຫຼາຍ. ຊຸມວັນນີ້ຢູ່ບັນດາໝູ່ບ້ານດອກໄມ້ ກໍ່ມີບັນຍາກາດອອກແຮງງານຢ່າງຫ້າວຫັນ, ຟ້າວຟັ່ງ ຜູ້ຊື້ຄົນຂາຍຢ່າງຟົດຟື້ນມ່ວນຊື່ນ, ແຂກທ່ອງທ່ຽວກໍ່ພາກັນໄປຢ້ຽມຊົມ ທັດສະນະສຶກສາ ຖ່າຍຮູບເປັນທີ່ລະນຶກ. 
ບັນດາໝູ່ບ້ານດອກໄມ້ ໃນຊ່ວງເວລາໃກ້ຈະຮອດບຸນເຕັດ. - ảnh 1ດອກຄາຍຢູ່ໝູ່ບ້ານດອກໄມ້ເຍິດເຕີນ

ໝູ່ບ້ານດອກໄມ້ ເຢິດເຕິນ ທີ່ນະຄອນຫຼວງ ຮ່າໂນ້ຍ ແມ່ນໝູ່ບ້ານທີ່ມີຊື່ສຽງດ້ວຍອາຊີບປູກດອກຄາຍ ເຊິ່ງແມ່ນໜຶ່ງໃນບັນດາໝູ່ບ້ານດອກໄມ້ໃຫຍ່ທີ່ສຸດໃນທົ່ວປະເທດ. ເຄື່ອງໝາຍດອກຄາຍ ເຢິດເຕິນ  ໄດ້ຕິດພັນກັບດອກຄາຍຊະນິດຕ່າງໆໃນທົ່ວປະເທດ. ບຸນເຕັດ ປີສະຫຼູ 2021 ຕາແສງ ເຢິດເຕິນ ສືບຕໍ່ຈັດຕັ້ງງານບຸນດອກຄາຍ ເຢິດເຕິນ ຄັ້ງທີສອງ ຢູ່ຖະໜົນຍ່າງ ຈິ້ງກົງເຊີນ ເມືອງ ເຕິຍໂຮ່ ຮ່າໂນ້ຍ. ງານບຸນດອກຄາຍ ເຢິດເຕິນ 2021 ມີການເຂົ້າຮ່ວມຂອງສວນດອກໄມ້ 20 ແຫ່ງ ເຊິ່ງໄດ້ວາງສະແດງດອກຄາຍຊະນິດຕ່າງໆຢູ່ໝູ່ບ້ານດອກໄມ້ ເຢິດເຕິນ ພ້ອມກັບ ຕົ້ນໝາກແປ້ນ, ຕົ້ນໄມ້ປະດັບຫຼາຍຕົ້ນ. ທ່ານ ໂດ໊ວັນຟຸກ ເຈົ້າຂອງສວນດອກໄມ້ ດຶກຟຸກໃຫ້ຮູ້ວ່າ:

    “ອາກາດໃນຍາມບຸນເຕັດປີນີ້ ແມ່ນສວຍງາມທີ່ສຸດ ມາຮອດໄລຍະນີ້ດອກຄາຍງາມທີ່ສຸດ. ດອກຄາຍ ມີຊື່ສຽງ ໃນທົ່ວປະເທດ. ສີສັນຂອງດອກຄາຍຍາມໃດກໍ່ງາມ, ກີບຂອງດອກກໍ່ໜາ ກວ່າ ໃຫຍ່ກວ່າ ເມື່ອມຽບໃສ່ດອກຄາຍຊະນິດອື່ນໆ. ປີນີ້ຊາວພາກໃຕ້ ແລະ ແຂວງອື່ນໆ ໄດ້ມາສັ່ງຊື່ດອກຄາຍ ແລະ ຕົ້ນດອກຄາຍຫຼາຍທີ່ສຸດ”.

     ມາທ່ຽວຊົມງານບຸນດອກຄາຍປີ 2021, ລຸງ ຫງວຽນເຊີນຮ່ຽນ ຊາວນະຄອນຫຼວງ ຮ່າໂນ້ຍ ເປີດເຜີຍວ່າ:

       “ເມື່ອທຽບໃສ່ປີກາຍນີ້ ຂ້າພະເຈົ້າເຫັນວ່າຜະລິດຕະພັນ ກໍ່ມີຫຼາຍຮູບຫຼາຍສີ, ດອກຄາຍ ມີຫຼາຍຊະນິດ ຖືກຕັດຊອຍງາມຕາ. ຜູ້ຊົມກໍ່ມີຄວາມປະທັບໃຈທີ່ສຸດ ຕໍ່ງານບຸນດອກຄາຍ ເຢິດເຕິນ. ປີນີ້ກໍ່ມີງານແຂ່ງຂັນສີມືອາຊີບ ແຕ່ຂອບຂະໜາດການເຂົ້າຮ່ວມກໍ່ມີຫຼາຍຄົນກວ່າປີກາຍ. ບັນດານັກສິລະປະການ ຢູ່ຕາແສງ ເຢິດເຕິນ ກໍ່ມີສີມືອາຊີບສູງ ເມື່ອທຽບໃສ່ແຫ່ງອື່ນໆ”.

      ໝູ່ບ້ານດອກໄມ້ ແຮັ່ງໂບ່ ທີ່ນະຄອນ ຮະລອງ ແມ່ນໜຶ່ງໃນບັນດາໝູ່ບ້ານດອກໄມ້ໃຫຍ່ໃນແຂວງ ກວ໋າງນິງ ເຊິ່ງໄດ້ສະໜອງຊໍ່ດອກໄມ້ ໂຖດອກໄມ້ນັບໝື່ນໂຖ. ດອກໄມ້ຊະນິດຕ່າງໆຄື ດອກໄລເອີນ, ດອກເຢີບີລາ, ດອກກຸຫຼາບ, ດອກລັກເລ... ໄດ້ຮັບຄວາມນິຍົມຈາກປະຊາຊົນຫຼາຍທີ່ສຸດ. ນາງ ເລືອງທິວິ້ງ ຊາວນະຄອນ ຮະລອງ ໄປຊື້ດອກໄມ້ ແລະ ຕົ້ນໄມ້ປະດັບ ໃຫ້ຮູ້ວ່າ:

    “ຂ້າພະເຈົ້າເຫັນວ່າສວນດອກໄມ້ງາມທີ່ສຸດ ສາມາດຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວ ລາຄາຂາຍກໍ່ເໝາະສົມ ກໍ່ເຊັ່ນດຽວກັນກັບທຸກໆປີ, ຄອບຄົວຂອງຂ້າພະເຈົ້າໄດ້ກະກຽມຕົ້ນໝາກແປ້ນ, ງ່າດອກຄາຍ ແລະ ຊື້ດອກເໝີຍ ແລະ ດອກກ້ວຍໄມ້ພ້ອມກັບຕົ້ນໄມ້ປະດັບບາງຕົ້ນຕື່ມອີກ ເພື່ອປະດັບປະດາໃນຫ້ອງຮັບແຂກຕື່ມອີກ”.

      ສ່ວນຢູ່ແຂວງເທື່ອທຽນເຫວ້ ທາງພາກກາງກໍ່ມີເນື້ອທີ່ປູກດອກໄມ້ 46 ເຮັກຕາ ຢູ່ຕາມບັນດາໝູ່ບ້ານປູກດອກໄມ້ມາແຕ່ດົນນານໃນເມືອງ ຟູ່ວາງ, ເຮືອງຖຸ໋ຍ ນະຄອນ ເຫວ້ ເພື່ອຮັບໃຊ້ບຸນເຕັດ. ບັນດາໝູ່ບ້ານທີ່ນະຄອນ ເຫວ້ ໄດ້ປູກດອກໄມ້ຫຼາຍຊະນິດຄື ດອກເບນຈະມາດ, ດອກກຸຫຼາບ, ດອກດາວເຮືອງ, ດອກໝາກເຂືອບ້າ, ດອກຄາເນເຊີນ... ລຸງ ຫງວຽນດັກໂລກ ຢູ່ໝູ່ບ້ານ ຢະເລແຈັ໊ງ ທີ່ຕາແສງ ຖຸຍເວິນ  ເທດສະບານເມືອງ ເຮືອງຖຸ໋ຍ ໃຫ້ຮູ້ວ່າ:

     “ສັງເກດລວມແລ້ວ, ດອກໄມ້ກໍ່ມີຫຼາຍຊະນິດ ມັນກໍ່ບານຖືກກັບຊ່ວງເວລາບຸນເຕັດ. ປັດຈຸບັນຮອດຈຸດເວລານີ້ ກໍ່ເຫັນວ່າ ດອກໄມ້ເຕີບໂຕດີທີ່ສຸດ. ກໍ່ຍ້ອນມີການບົວລະບັດຮັກສາຂອງຊາວສວນ ແລະ ຄວາມດຸໝັ່ນຂະຫຍັນພຽນກັບວຽກງານ ດັ່ງນັ້ນດອກໄມ້ຈຶ່ງໄດ້ຮັບໝາກຜົນຄືໃນວັນນີ້, ສຳລັບລາຄາດອກໄມ້ປີນີ້ກໍ່ສູງກວ່າ ເມື່ອທຽບໃສ່ລາຄາໃນປີກ່ອນ, ດອກໄມ້ແຕ່ລະໂຖກໍ່ມີລາຄາສູງປະມານ  300.000 ຫາ 400.000 ດົ່ງ”

       ໝູ່ບ້ານດອກໄມ້ ຊາແດັກ ໃນແຂວງ ດົ່ງທາບ ກໍ່ແມ່ນໝູ່ບ້ານດອກໄມ້ປະດັບໃຫຍ່ທີ່ສຸດໃນເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ຫວຽດນາມ ເຊິ່ງຈະຂາຍດອກໄມ້ອອກສູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ແລະ ຍັງຈະສົ່ງອອກໄປຕ່າງປະເທດອີກດ້ວຍ. ປີນີ້ຊາວສວນປູກດອກໄມ້ຢູ່    ຊາແດັກ ໄດ້ນຳດອກໄມ້ປະດັບຊະນິດຕ່າງໆສາມລ້ານຊໍ່ໄປຂາຍໃນທ້ອງຕະຫຼາດ. ໃນຊຸມວັນໃກ້ຈະຮອດບຸນເຕັດ ປີສະຫຼູ 2021, ຊາວສວນປູກດອກໄມ້ຢູ່ໝູ່ບ້ານຕ່າງໆໃນທົ່ວປະເທດກໍ່ຂ້ອງຄາກັບວຽກງານ. ເຂົາເຈົ້າກໍ່ມີຄວາມຫວັງຢາກໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ ເພື່ອໃຫ້ບັນດາສວນດອກໄມ້ຂຽວສົດງົດງາມ ຊ່ວຍໃຫ້ລະດູການປູກດອກໄມ້ໄດ້ຮັບຜົນດີ  ເພື່ອຈະໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ