ບຸນວັນເພັງເດືອນ 8 ຢູ່ຄຸ້ມຖະໜົນເກົ່າ ຊຶ່ງແມ່ນຈຸດວັດທະນະທຳພື້ນເມືອງຂອງຊາວຮ່າໂນ້ຍ

ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍປະກອບ​ດ້ວຍ​ເຮືອນ​ຫ້ອງ​ແຖວ, ມີ​ຫຼັງ​ຄ່າ​ຖືກ​ມຸງ​ດິນຂໍທີ່​ເກົ່າ​ແກ່, ​ແຕ່​ດົນ​ນານ​ມາ​ແລ້ວ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຄວາມ​ງາມ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ. ພ້ອມ​ກັບ​ການ​ເວລາ, ​ໂສມ​ໜ້າ​ຂອງ ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ​ໄດ້​ມີ​ການ​ປ່ຽນ​ແປງ​ໄປ​ຫຼາຍ​ຢ່າງ. ສຳລັບ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຢ້ຽມຢາມ​ແຫ່ງ​ນີ້​ເປັນ​ຄັ້ງ​ທຳ​ອິດ​ນັ້ນ, ​ແມ່ນ​ອາ​ດຈະ​ເຫັນ​ຈຸດເກົ່າ​ແກ່​ຜ່ານ​ຊື່​ຂອງ​ຖະໜົນ ​ແລະ ​ເຮືອນ​​ເກົ່າ​ໂດຍ​ລະອຽດ. ​ແຕ່​ຖ້າ​ຫາກ​ມີ​ໂອກາດ​ມາ​ຢ້ຽມຢາມຄຸ້ມ​ຖະໜົນ​ເກົ່າ​, ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ຢູ່​ຄຸ້ມ​ຖະໜົນ​ເກົ່າ​ນັ້ນ, ​ແຂກ​ທ່ອງ​ທ່ຽວສາມາດ​ຮູ້ສຶກ​ ​ແລະ ວາດ​ພາບ​ໄດ້​ເຖິງຊີວິດ​ການ​ເປັນ​ຢູ່, ຈຸດ​ວັດທະນະທຳ​ພື້ນ​ເມືອງຂອງ​ຊາວ​ຮ່າ​ໂນ້ຍ.

ບຸນວັນເພັງເດືອນ 8 ຢູ່ຄຸ້ມຖະໜົນເກົ່າ ຊຶ່ງແມ່ນຈຸດວັດທະນະທຳພື້ນເມືອງຂອງຊາວຮ່າໂນ້ຍ - ảnh 1
ເຂດຕະຫຼາດຂາຍເຄື່ອງຫຼິ້ນບຸນວັນເພັງເດືອນ 8 (ພາບ:vietgiaitri.com)

    ກໍ​ເຊັ່ນ​ດຽວ​ກັນ​ກັບ​ຫຼາຍ​ປະ​ເທດ​ຢູ່​ອາຊີ, ຫວຽດນາມ​ມີ​ບຸນວັນ​ເພັງ​ເດືອນ 8. ​ແຕ່ລະ​ປີ ຮອດມື້ວັນ​ເພັງ​ເດືອນ 8 ກໍ​ແມ່ນ​ຍາມ​ກາງ​ລະດູ​ໃບ​ໄມ້​ຫຼົ່ນ, ​ແລະ ກໍ​ແມ່ນ​ມື້​ທີ່​ພະຈັນເຕັມ​ດວງ. ​ໃນ​ຄວາມ​ສຳນຶກ​ຂອງ​ຊາວ​ຫວຽດນາມ, ​ພະຈັນ​ເຕັມ​ດວງ ​ແມ່ນ​ປະກົດ​ການ​ຂອງ​ຄວາມ​ສົມບູນ​ພຸ​ນສຸກ, ​ເພາະສະ​ນັ້ນ​ໃນ​ຄ່ຳ​ຄືນ​ມື້ວັນ​ເພັງ​ເດືອນ 8 ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ທຸກໆ​ຄົນ​ໃນ​ຄອບຄົວ​ໄດ້​ເຕົ້າ​​ໂຮມ​ກັນເພື່ອ​ໂອ້​ລົມ​ຢ່າງ​ເບີກບານ​ມ່ວນ​ຊື່ນ, ສ່ວນ​ເດັກນ້ອຍ​ກໍ​ມີ​ໂອກາດ​ລະ​ຫຼິ້ນມວນ​ຊ່ືນ, ​ໄດ້​ກິນ​ເຂົ້າໜົມ, ຟ້ອນ​ສິງ​ໂຕ, ກະກຽມ​ໝາກ​ໄມ້ ​ເຂົ້າໜົມ​ເພື່ອ​ໄຫວ້​ພະຈັນ. ​ໃນ​ເວລາ​ມໍ່​ໃກ້ຈະ​ຮອດບຸນວັນ​ເພັງ​ເດືອນ 8, ບັນຍາກາດ​ການ​ເຄື່ອນ​ໄຫວ​ຊື້​ຂາຍ​ເຄື່ອງ​ຫຼິ້ນ​ເດັກນ້ອຍ ​ແລະ ​ເຂົ້າໜົມ​, ແມ່ນຄຶກຄື້ນ​ມ່ວນ​ຊື່ນ​ຢູ່​ທົ່ວທຸກ​ບ່ອນ​ໃນຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ. ປີ​ນີ້ ຄະນະ​ກຳມະການ​ປະຊາຊົນ​​ເມືອງ ຮ່ວານ​ກ໋ຽມ - ​ຮ່າ​ໂນ້ຍ ​ໄດ້​ຈັດ​ງານ​ຕະຫຼາດນັດ ​ແລະ​ ບຸນວັນ​ເພັງ​ເດືອນ 8 ຢູ່ຄຸ້ມ​ຖະໜົນ​ເກົ່າ​​ແຕ່​ວັນ​ທີ 19/9 (ກົງ​ກັບ​ວັນ​ທີ 1 ​ເດືອນ 8 ​ໄລ່ຕາມ​ຈັນທະ​ປະຕິທິນ ) ຫາວັນ​ທີ 30/9 (ກົງ​ກັບ​ວັນ​ທີ 15 ​ເດືອນ 8 ​ໄລ່ຕາມ​ຈັນທະ​ປະຕິທິນ ) ​ເພື່ອ​ແນ​ໃສ່​ເຊີດ​ຊູ​ຄຸນຄ່າ​ດ້ານ​ປະຫວັດສາດ, ວັດທະນະທຳ​ແຫ່ງ​ຊາດ​ຂອງຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ. ທ່ານ Do Xuan Thuy ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​ດົງ​ຊວນ, ສະມາ​ຊິກ​ໃນ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ :

    “ບຸນວັນ​ເພັງ​ເດືອນ 8 ຢູ່ຄຸ້ມ​ຖະໜົນ​ເກົ່າ​ປີ​ນີ້ ​ແມ່ນ​ບໍ່​ພຽງ​ແຕ່​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່​ສະຖານ​ທີ​ດຽວ​ເທົ່າ​ນັ້ນ, ຫາກ​ຍັງ​ຖືກ​ຈັດ​ຕັ້ງ​ຢູ່​ທຸກໆ​ບ່ອນ​ໃນ​ບໍລິ​ເວນ​ເມືອງ ຊຶ່ງ​ຈັດ​ຕັ້ງ​ຢູ່​ຕາມ​ສະຖານ​ທີ​ເປັນ​ມໍລະດົກ​ວັດທະນະທຳ​ໃນ​ບໍລິ​ເວນຄຸ້ມ​ຖະໜົນ​ເກົ່າ​. ນີ້​ແມ່ນ​ຈຸດ​ໃໝ່​ເພື່ອ​ດຶງ​ດູດ​ບັນດາ​ການ​ເຄື່ອ​ນ​ໄຫວ, ທັງ​ເປັນ​ທະວີ​ຄູນ, ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້​ໃນ​ບໍລິ​ເວນ​ທົ່ວ​ເມືອງ ”

    ​ເຖິງ​ແມ່ນ​ວ່າ​ຍັງ​ອີກ 2 ອາທິດ​ຈຶ່ງ​ຈະ​ຮອດບຸນວັນ​ເພັງ​ເດືອນ 8, ​ແຕ່​ບັນຍາກາດ​ຕ້ອນຮັບບຸນວັນ​ເພັງ​ເດືອນ 8​ ໄດ້ຟົດ​ຟື້ນ​ມ່ວນ​ຊື່ນ​ໄປ​ທົ່ວຄຸ້ມ​ຖະໜົນ​ເກົ່າ​

ບຸນວັນເພັງເດືອນ 8 ຢູ່ຄຸ້ມຖະໜົນເກົ່າ ຊຶ່ງແມ່ນຈຸດວັດທະນະທຳພື້ນເມືອງຂອງຊາວຮ່າໂນ້ຍ - ảnh 2
ການຟ້ອນສິງໂຕຍາມບຸນວັນເພັງເດືອນ 8 (ພາບ : baomoi.com )

   ສະຖານ​ທີ​ມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນກ່ວາໝູ່ ​ນັ້ນແມ່ນ​ເຂດ​ຕະຫຼາດຖະໜົນ ຮ່າງ​ມ້າ, ຮ່າງ​ທຽກ. ຢູ່​ແຫ່ງ​ນີ້ ມີ​ເຄື່ອງຫຼິ້ນ​ເດັກນ້ອຍ​ຄົບ​ທຸກ​ຊະນິດ​ຖືກ​ວາງ​ຂາຍ​ຢູ່​ຕາມ 2 ຂອບ​ທາງ, ​ແຕ່ຫຼາຍ​ກ່ວາ​ໝູ່ຍັງ​ແມ່ນ​ໂຄມ​ໄຟຫຼິ້ນບຸນວັນ​ເພັງ​ເດືອນ 8. ທ້າວ​ Vu Nhat Quang ຢູ່​ເມືອງ ຮາ​ຍບ່າ​ຈຶງ ​ໃຫ້​ຮູ້​ວ່າ :

   “ ຂ້າພະ​ເຈົ້າ​ພາ​ລູກ​ໄປ​ທ່ຽວ​ຊົມ​ຢູ່ຖະໜົນ ຮ່າງ​ມ້າ ​ແລະ ຖະໜົນບາງ​ສາຍ​ອື່ນ​ຢູ່​ໃນ​ບໍລິ​ເວນຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ. ບ່ອນ​ໃດ​ມ່ວນກໍ​ໄປ ”

   ບໍ່​ສະ​ເພາະ​ແຕ່​ເດັກນ້ອນ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຊາວ​ໜຸ່ມ​ຫຼາຍ​ຄົນ​ມັກ​ໄປ​ທ່ຽວ​ຊົມ​ຕະຫຼາດຄຸ້ມ​ຖະໜົນ​ເກົ່າ​​ເພື່ອ​ເລືອກ​ຊື້​ເຄື​່ອງຫຼິ້ນ​ໃຫ້​ແກ່​ຕົນ​ອີກ​ດ້ວຍ. ນາງ Vu Thi Thuy ​ໄປ​ຊື້​ເຄື່ອງ​ປັ້ນ ຕໍ່​ແຮ ຢູ່​ຕະຫຼາດຄຸ້ມ​ຖະໜົນ​ເກົ່າ​ ​ເປີດ​ເຜີຍ​ວ່າ :

    “ ມື້​ວາ​ນນີ້, ນ້ອງ​ໄດ້​ອ່ານໜັງສື​ພິມ ​ແລະ ຮູ້​ວ່າ ຄຸນຄ່າ​ທີ່​ເປັນ​ປະ​ເພນີ​​ຂອງບຸນວັນ​ເພັງ​ເດືອນ 8 ປະຈຸ​ບັນ ​ໄດ້​ຖືກສູນຫາຍ​ໄປ​ສ່ວນ​ໃດ​ສ່ວນ​ໜຶ່ງ. ນ້ອງ​ຄິດວ່າ ນ້ອງ​ໄປ​ຊື້ ເຄື່ອງ​ປັ້ນ ຕໍ່​ແຮນີ້ ກໍ​ເປັນ​ການ​ປະກອບ​ສ່ວນຮັກສາສິ່ງ​ທີ່​ເກົ່າ​ແກ່​ໃດ​ໜຶ່ງ​ຂອງ​ຮ່າ​ໂນ້ຍ​ເມື່ອກ່ອນ​ນີ້ ”

    ການ​ເຄື່ອນ​ໄຫວ​ສຸດ​ຍອດຂອງບຸນວັນ​ເພັງ​ເດືອນ 8 ຢູ່ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ​ແມ່ນ​ໃນ​ຄ່ຳ​ຄືນ​ວັນ​ທີ 14 ​ເດືອນ 8 ໄລ່ຕາມ​ຈັນທະ​ປະຕິທິນ, ມີ​ປະຊາຊົນ​ນັບ​ພັນ​ຄົນ​ພາກັນ​ຫຼັ່ງ​ໄຫຼ​ມາຄຸ້ມ​ຖະໜົນ​​ເກົ່າ ຍ່າງ​ລຽບຕາມ​ຖະໜົມສະຫງວນ​ໃຫ້​ຄົນ​ຍ່າງຄື ຖະໜົນ​ຮ່າງ​ດາວ, ຮ່າງ​ງາ​ງ, ຮ່າງ​ເດືອ​ງ, ດົງ​ຊວນ ​ແລະ ຖະໜົມ​ຕ່າງໆ​ອ້ອມ​ແອ້ມ​ໜອງ ​ໂຮ່ຮ່ວານ​ກ໋ຽມ ​ໃນ​ທ່າມກາງ​ແສງ​ໂຄມ​ໄຟ​ຫຼາກ​ຫຼາຍ​ສີ ​ແລະ ສຽງ​ກອງສຽງ​ຄ້ອງ​ຮັບ​ໃຊ້​ການ​ຟ້ອນ​ສິງ​ໂຕ, ຟ້ອນ​ມັງກອນ..... ທ່ານ​ນາງ Cao Bich Lan ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຮ່ວານ​ກ໋ຽມ ​ໃຫ້​ຮູ້​ວ່າ : “ ສຳລັບ​ການ​ເຄື່ອນ​ໄຫວຂອງ ບຸນວັນ​ເພັງ​ເດືອນ 8 ຢູ່ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍປີ​ນີ້, ພວກ​ຂ້າພະ​ເຈົ້າ​ຢາກ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ຕາມ​ເຂດ​ຊຸມ​ຊົນ​ໃນ ຄຸ້ມ​ຖະໜົນ​ເກົ່າ​. ພິ​ເສດ​ແມ່ນ​ສຳລັບ​ເຮືອນ​ເກົ່າ 4 ຫຼັງ​ທີ່​ເປັນ​ມໍລະດົກ​ໃນ​ບໍລິ​ເວນ ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ​ນັ້ນ, ​ໄດ້​ຈັດການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່​ມີ​ຊີວິດ​ຊີວາ​ຄື ງານ​ວາງສະ​ແດງ​ຮູບ​ແຕ້ມ, ຈັດ​ຕັ້ງ​ໃຫ້​ພວກ​ນາຍ​ຊ່າງສະ​ແດງສີມື​ເຮັດ​ເຄື່ອງ​ຫຼິ້ນ....ຜ່ານ​ນີ້, ​ແຂກ​ທ່ອງ​ທ່ຽວ ​ແລະ ພວກ​ເດັກ​ສາມາດ​ຮູ້ສຶກ ​ແລະ ວາດ​ພາບ​ເຖິງ ບຸນວັນ​ເພັງ​ເດືອນ 8 ​ເມື່ອ​ກ່ອນ​ນີ້ ”

     ບຸນວັນ​ເພັງ​ເດືອນ 8 ຢູ່ຄຸ້ມ​ຖະໜົນ​ເກົ່າ​ຖືກ​ຈັດ​ຂຶ້ນ​ໃນ​ແຕ່ລະ​ປີ, ຊຶ່ງບໍ່ພຽງ​ແຕ່​ປະກອບ​ສ່ວນຮັກສາ​ຈຸດ​ວັດທະນະທຳ​ພື້ນ​​ເມືອງເທົ່ານັ້ນ, ຫາກຍັງແນະນຳ ໃຫ້ແຂກທ່ອງທ່ຽວທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຮັບ​ຊາບ​ກ່ຽວ​ກັບ ບຸນວັນ​ເພັງ​ເດືອນ 8 ທີ່​ເປັນ​ປະ​ເພນີ ​ແລະ ​ແມ່ນຄວາມ​ງາມ​ດ້ານ​ວັດທະນະທຳ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ