ບາງຈຸດກ່ຽວກັບວິທີຕັ້ງຊື່ໃຫ້ລູກຫຼານຂອງຊາວຫວຽດນາມ

ບາງຈຸດກ່ຽວກັບວິທີຕັ້ງຊື່ໃຫ້ລູກຫຼານຂອງຊາວຫວຽດນາມ - ảnh 1
ການຕັ້ງ​ຊື່​ງາມໃຫ້​ລູກ​ຫຼານ ກໍ​​ເປັນ​ການ​ຝາກຝັງ​ຄວາມ​ໄຝ່​ຝັນ
ທີ່​ແຮງ​ກ້າ ​ແລະ ຄວາມ​ໝາຍ​ທີ່​ດີງາມ​ໃນ​ການ​ດຳລົງ​ຊີວິດ

   ໃນການດຳລົງຊີວິດ, ຊື່ຂອງຊາວຫວຽດນາມແຕ່ລະຄົນລ້ວນແຕ່ມີຄວາມໝາຍ ພິເສດ, ​ນັບ​ແຕ່​ຄາວ​ຫາ​ກໍ​ເກີດ, ປູ​ຍ່າ, ພໍ່​ແມ່, ​ຕ່າງ​ກໍ​ຢາກ​ຕັ້ງ​ຊື່​ງາມໃຫ້​ລູກ​ຫຼານຂອງ​ຕົນ, ຊຶ່ງ​​ເປັນ​ການ​ຝາກຝັງ​ຄວາມ​ໄຝ່​ຝັນທີ່​ແຮງ​ກ້າ ​ແລະ ຄວາມ​ໝາຍ​ທີ່​ດີງາມ​ໃນ​ການ​ດຳລົງ​ຊີວິດ. ​​

     ຊື່​ຄົບ​ຖ້ວນ​ຂອງ​ຊາວ​ຫວຽດນາມ​ແມ່ນປະກອບ​ດ້ວຍ ນາມສະ​ກຸນ, ນາມ​ເຊື່ອມ​ຕໍ່ ​ແລະ ຊື່ ຊຶ່ງ​ເລີ່​ມຕົ້ນ​ແມ່ນ​ສະກຸນ, ຕໍ່​ຈາກ​ນັ້ນ​ແມ່ນ​ນາມ​ເຊື່ອມ​ຕໍ່ ​ແລະ ສຸດ​ທ້າຍ​ແມ່ນ​ຊື່. ຍົກ​ຕົວຢ່າງ​ຄື : ຫງວຽນ​ວັນ​ຮຸ່ງ, ນາມສະ​ກຸນ​ແມ​່ນ ຫງວຽນ, ນາມ​ເຊື່ອມ​ຕໍ່​ແມ່ນ ວັນ ​ແລະ ຮຸ່ງ​ຈຶ່ງ​ແມ່ນ​ຊື່​ຂອງ​ຄົນ​ຜູ້​ນັ້ນ. ຊື່​ຂອງ​ຄົນ​ຈຳນວນ​ໜຶ່ງ ອາດ​ຈະ​ມີ ນາມ​ເຊື່ອມ​ຕໍ່ປະກອບ​ດ້ວຍ​ຫຼາຍ​ສັບ. ຊື່ ​ແລະ ນາມສະ​ກຸນບໍ່​ພຽງ​ແຕ່​ແມ່ນ​ສັນຍານ​ເພື່ອ​ຈຳ​ແນ​ກລະຫວ່າງ​ບຸກຄົນ​ນີ້​ກັບ​ບຸກຄົນ​ອື່ນ, ພ້ອມ​ທັງ​ຊ້ອນ​ແຝງ​ຫຼາຍ​ສິ່ງ ​ແລະ ຄຸນຄ່າ​ວັດທະນະທຳ​ອັນ​ເລິກ​ເຊິ່ງ. ​ເມື່ອ​ກ່ອນ​ນີ້, ​ເມື່ອ​ຕັ້ງ​ຊື່​ໃຫ້​ລູກ, ຊາວ​ຫວຽດນາມ​ເຄີຍ​ໃສ່​ນາມ​ເຊື່ອມ​ຕໍ່ ຄື “ ວັນ ” (ໝາຍ​ເຖິງ​ວັນນະຄະດີ) ​ໃຫ້​ແກ່​ລູກ​ຊາຍ ​ແລະ “ ທິ ” (ໝາຍ​ເຖິງ​ຕະຫຼາດ) ​ໃຫ້​ແກ່​ລູກ​ສາວ, ຊຶ່ງ​ເປັນ​ການ​ຊ່ວຍ​  ຈຳ​ແນ​ກທາງ​ເພດ​ຜ່ານ ຊື່ ​ແລະ ນາມສະ​ກຸນ. ນີ້​ແມ່ນ​ຄວາມ​ສຳນຶກ​ທີ່​ມີ​ມາ​ແຕ່​ສະ​ໄໝ​ສັກ​ດີ​ນາ​ໂດຍ​ຖື​ວ່າ ລູກ​ຊາຍ​ແມ່ນ​ຜູ້​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ຳຮຽນ, ສ່ວນ​ລູກ​ສາວ​ແມ່ນ​ຜູ້​ຮັບປະກັນ​ວຽກບ້ານ​ການ​ເຮືອນ, ​ໄປ​ຊື້​ເຄື່ອງ​ຂອງ​ຢູ່​ຕະຫຼາດ. ​ໃນ​ຄວາມ​ສຳນຶກ​ຂອງ​ຊາວ​ເຂດ​ຝ່າຍ​ຕາ​ເວັນ​ອອກ, ລູກ​ຊາຍ​​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຜູ້​ສືບ​ທອດ​ພາລະກິດ​ຈາກ​ພໍ່​ແມ່. ​ເພາະສະ​ນັ້ນ, ການ​ເລືອກ​ເອົາ​ຊື່​ເພື່ອ​ຕັ້ງ​ໃຫ້​ລູກ​ແມ່ນ​ບັນຫາ​ຖືກຖື​ເປັນ​ສຳຄັນ​ທີ່ສຸດ, ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ແກ່​ຄອບຄົວ, ວົງ​ຕະກຸນ. ​ເພາະສະ​ນັ້ນ, ​ສຳລັບເພດ​ຊາຍຊາວ​ຫວຽດນາມ, ​ແມ່ນ​ເຄີຍ​ຖືກ​ຕັ້ງ​ຊື່​ຕ່າງໆ​ຄື: ຮຸ່ງ(ໝາຍ​ເຖິງ​ເຂັ້ມ​ແຂງ, ວິລະ​ຊົນ) , ​ແທ່ງ (ໝາຍ​ເຖິງ​ຜົນສຳ​ເລັດ), ​ເກືອ​ງ (ໝາຍ​ເຖິງ​ສຸຂະພາບ​ແຂງ​ແຮງ ) .....ສ່ວນ​ຊື່​ຂອງ​ເພດ​ຍິງ​ແມ່ນ​ເຄີຍ​ຕັ້ງ​ຕາມ​ຊື່​ຂອງ​ຕົ້ນ​ໄມ້​ຕ່າງໆ​ຄື : ດາວ (ໝາຍ​ເຖິງ​ຕົ້ນ​ຄາຍ) , ​ເໝີ້ນ (ໝາຍ​ເຖິງ​ຕົ້ນ​ໝາກ​ໝັ້ນ) ຫຼື​ຕັ້ງ​ຊື່​ຕາມ​ດອກ​ໄມ້​ຊະນິດ​ຕ່າງໆ​ຄື : ມາຍ (ໝາຍ​ເຖິງ​ດອກ​ເໝີຍ), ລານ(ໝາຍ​ເຖິງ​ດອກ​ກ້ວຍ​ໄມ້)...

     ວິທີ​ຕັ້ງ​ຊື່ຂອງ​ຊາວ​ຫວຽດນາມ​ຍັງ​ອີງ​ໃສ່​ຫຼັກການ​ຜັນ​ສຽງ​ຂອງ​ພາສາ​ຫວຽດດ້ວຍ​ສຽງ​ຂອງ​ສັບ​ມີ​ໄມ້ ​ປະສ​ົມກັບ​ສັບ​ບໍ່​ມີ​ໄມ້ ​ເພື່ອ​ເຮັດ​ແນ​ວ​ໃດ​ເມື່ອ​ໄດ້​ຟັງ​ໃຫ້​ມີ​ຄວາມ​ກົມ​ກ່ຽວ ​ແລະ ​ເປັນ​ໜ້າ​ມ່ວນ​ຫູ. ທ່ານ​ນາງ ຊອງ​ຮ່າ, ຜູ້​ຊ່ຽວຊານ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ​ຫວຽດນາມ​ໃຫ້​ຮູ້​ວ່າ : (​ເທບ)

    “ ​ໃນ​ການ​ຕັ້ງ​ຊື່​ຂອງ​ຊາວ​ຫວຽດນາມ, ກໍ​ເຄີຍ​ມີ​ຄວາມ​ສຳນຶກ​ວ່າ ​ເພດ​ຍິງ​ແມ່ນ​ເຄີຍ​ຕັ້ງ​ຊື່​ດ້ວຍ​ບັນດາ​ສັບ​ທີ່​ບໍ່​ມີ​ໄມ້​ຫຼາຍ​ກວ່າ​ມີ​ໄມ້ ​ເພື່ອ​ຫວັງ​ໃຫ້​ຊີວິດ​ໃນ​ອະນາ​ຄົດ​ຂອງ​​ແມ່​ຍິ່ງ​ມີ​ຄວາມ​ສະຫງົບ​ສຸກ, ບໍ່​ສັບສົນ​ວຸ່ນວາຍ. ​ແຕ່​ສຳລັບ​ເພດ​ຊາຍ ​ແມ່ນ​ກົງກັນຂ້າມ, ​ເພາະ​ຜູ້​ຊາຍ​ເມ​ື່ອ​ໃຫຍ່​ຂຶ້ນ ​ແມ່ນ​ຕ້ອງ​ແບກ​ຫາບັັນດາ​ໜ້າທີ່ອັນ​ໜັກໜ່ວງ, ມີ​ບົດບາດ​ສຳຄັນ​ໃນ​ຄອບ​ຄົວ ​ແລະ ວົງ​ຕະກຸນ ”

    ສຳລັບ​ຊາວຫວຽດນາມ​ແລ້ວ, ຊື່​ຂອງ​ຄົນ ກໍ​ຍັງ​ຕິດ​ພັນ​ກັບ​ຂີດ​ໝາຍ, ສະຖານ​ທີ່​ເປັນ​ອະນຸສອນ​ໃດ​ໜຶ່ງ​ຂອງ​ພໍ່​ແມ່​ຄື ​ໃສ່​ຊື່​ບ້ານ​ເກີດ​ຂອງ​ພໍ່​ປະສົມ​ກັບ​ຊື່​ບ້ານ​ເກີດ​ຂອງ​ແມ່​ເພື່ອ​ຕັ້ງ​ຊື່​ໃຫ້​ລູກ, ຍົກ​ຕົວຢ່າງ​ຄື ບ້ານ​ເກີດ​ຂອງ​ພໍ່​ແມ່ນ ຢູ່ທ້າຍ​ບິງ, ບ້ານ​ເກີດ​ຂອງ​ແມ່​ແມ່ນ​ຢູ່​ຮ່າ​ໂນ້ຍ, ດັ່ງ​ນັ້ນ​ຈຶ່ງ​ຕັ້ງ​ຊື່​ໃຫ້​ລູກ​ແມ່ນ ທ້າຍ​ຮ່າ. ​ໃນ​ທຸກ​ວັນ​ນີ້, ​ເລື່ອງ​ຕັ້ງ​ຊື່​ຂອງ​ຊາວ​ຫວຽດນາມ ຍັງ​ຄົງ​ປະຕິບັດ​ຕາມ​ທ່າ​ອຽງ​ສະ​ແດງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ຄວາມ​ຮັກ​ແພງ​. ຍົກ​ຕົວຢ່າງ​ຄື​ ​ເດັກ​ສາວ​ຜູ້​ໜຶ່ງ​ມີ​ຊື່ວ່າ ຫງອກ​ແອ​ງ (ໝາຍ​ເຖິງ​​ແກ້ວມະນີ​ທີ່​ຮຸ່ງ​​ໃສ ​ແລະ ປະ​ເສີດ​ຂອງ​ພໍ່​ແມ່) ຫຼື​ຊື່​ຂອງ​ຜູ້​ຊາຍ​ຄື ​ເຍີນ (ໝາຍ​ເຖິງ​ຄວາມ​ເປັນ​ມະນຸດ), ຈີ້ (ໝາຍ​ເຖິງ​ພູມ​ປັນຍາ ) , ຫຼື​ວິທີ​ຕັ້ງ​ຊື່​ໃຫ້​ລູກ​ຊາຍ​ຕາມ​ທຳ​ມະ​ຊາດ​ຄື : ໜຸຍ (ໝາຍ​ເຖິງ​ ພູ), ຫາຍ (ໝາຍ​ເຖິງ​ທະ​ເລ )...ຊຶ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ເມື່ອ​ລູກ​ໃຫຍ່​ຂຶ້ນ ຈະ​ກາຍ​ເປັນ​ຜູ້​ທີ່​ຈິດ​ໃຈ​ແຮງ​ກ້າ, ໝັ້ນຄົງ​ເຂັ້ມ​ແຂງ .

    ​ໃນ​ວັນ​ນີ້, ​ເຖິງ​ວ່າ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ວິທີ​ຕັ້ງ​ຊື່​ຂອງ​ປູ​ຍ່າ​ຕາ​ຍາຍ​ກໍ​ຕາມ, ​ແຕ່​ວິທີ​ສັງ​ເກດ​ກ່ຽວ​ກັບການ​ຕັ້ງ​ຊື່​ໃຫ້​ລູກ​ເຕົ້າ ​ແມ່ນ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ລັກສະນະ​ຄວາມ​ປານີດ​ຫຼາຍ​ກ່ວາ. ນາງ ວູ້​ແອ້​ງຫງວຽດ ຢູ່​ຮ່າ​ໂນ້ຍ ມີ​ລູກ​ຊາຍ​ກົກ​ມີ​ຊື່​ວ່າ ດິງຕ້ຽນມິ​ນ (ຕ້ຽນມິນໝາຍ​ເຖິງ​ຄວາມ​ກ້າວໜ້າ, ສະຫຼາດ​ສ່ອງ​​ໃສ​ ) ​ເມື່ອ​ໃກ້​ຈະ​ເກີດ​ລູກ​ສາວ, 2 ຜົວ​ເມຍ​ນາງ ​ໄດ້​ປຶກສາ​ນຳ​ກັນ​ຫຼາຍ​ເທືອ່ ​ແລະ ​ໄດ້​ຕົກລົງ​ຕັ້ງ​ຊື່​ໃຫ້​ລູກ​ສາວ​ວ່າ “ ດິງຫງວຽດ​ແ້ອງ ”.  ນາ​ງ ວູ້​ແອ້​ງຫງວຽດ​ເປີດ​ເຜີຍ​ວ່າ : ( ​ເທບ )

    “ ຂ້າພະ​ເຈົ້າຮູ້ສຶກ​ພໍ​ໃຈ​ເມື່ອ ໄດ້​ຕົກລົງ​ຕັ້ງ​ຊື່​ໃຫ້​ລູກ​ສາວ​​ແມ່ນ​ “ ດິງຫງວຽດ​ແ້ອງ ”, ​ເພາະ​ໃນ​ຊື່​ຂອງ​ຫຼານ ​ແມ່ນ​ເອົາ ນາມ​ເຊື່ອມ​ຕໍ່ຂອງ​ແມ່. ຍິ່ງ​ກ່ວາ​ນັ້ນ, ຊື່​ຂອງ​ຫຼານ​ແມ່ນ​ມີ​ຄວາມ​ໝາຍ​ດີງາມ​ທີ່​ສຸດ. “ຫງວຽດ​ແ້ອງ ” ໝາຍ​ເຖິງ​​ແສງ​ເດືອນ​ຮຸ່ງ​ໃສ. ຂ້າພະ​ເຈົ້າ​ຫວັງ​ວ່າ ​​ເມື່ອ​ໃຫຍ່​ຂຶ້ນ​ຫຼານ​ຈະ​ສວຍ​ງາມ ​ແລະ ມີ​ຊີວິດ​ທີ່​ສະຫງົບ​ສຸກ ”

    ​ເລື່ອງຕັ້ງ​ຊື່​ໃຫ້​ລູກ​ເຕົ້າ​ແມ່ນ​ຂຶ້ນ​ກັບຫຼາຍປັດໄຈ, ໃນນັ້ນປັດໄຈຈິດຕະສາດ ຂອງພໍ່ແມ່ ​ແລະ ຍາດຕິ​ພີ​ນ້ອງ​ໃນ​ຄອບຄົວ​ແມ່ນ​ແມ່ນ​ສວມ​ບົດບາດ​ສຳຄັນ. ​ແຕ່​ທ່າ​ອຽງ​ລວມ ສຳລັບ​​ຊື່​ຂອງຊາວ​ຫວຽດນາມ​ເມື່ອ​ກ່ອນ​ນີ້ ​ແລະ ​ໃນ​ປະຈຸ​ບັນ ລ້ວນ​ແຕ່​ມຸ່ງ​ໄປ​ສູ່​ສິ່ງ​ທີ່​ດີງາມ ​ແລະ ມີ​ຄວາມ​ໝາຍ​ໃນ​ການ​ດຳລົງ​ຊີວິດ. ວິທີຕັ້ງ​ຊື່​ ກໍ​ແມ່ນ​ຮີດຄອງ​ປະ​ເພນີ​ທີ່​ເປັນ​ໜ້າ​ຈັບ​ໃຈ ​ແລະ ​ແນ່ນອນ​ວ່າ ຍາມ​ໃດ​ກໍ​ມີ​ທີ່​ຕັ້ງ​ບົດບາດ​ໃດ​ໜຶ່ງ​ໃນ​ການ​ດຳລົງ​ຊີວິດ ​ແລະ ທາງ​ດ້ານພາສາສາດ​ຂອງ​ຊາວ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ