ບ້ານດັກໂຢ ອະນຸລັກຮັກສາເສີມຂະຫຍາຍດົນຕີພື້ນເມືອງໃນແຂວງກອນຕູມ

(VOVWORLD) -ໃນຊຸມປີມໍ່ໆມານີ້ ຢູ່ບັນດາໝູ່ບ້ານຊົນເຜົ່າສ່ວນໜ້ອຍໃນແຂວງກອນຕູມໄດ້ປາກົດມີບັນດາກອງດົນຕີເຊິ່ງສະມາຊິກເຂົ້າຮ່ວມສ່ວນຫຼາຍແມ່ນຊາວໜຸ່ມເຍົາວະຊົນ.  ຈຸດທີ່ເປັນເອກະລັກຂອງບັນດາກອງດົນຕີນີ້ ແມ່ນບັນດາເພື່ອນໜຸ່ມໄດ້ເກັບກຳສະແດງດົນຕີພື້ນ ເມືອງຂອງເຜົ່າຕົນດ້ວຍຈິດໃຈຕັ້ງໜ້າສະໝັກໃຈ. ຄວາມຈິງໄດ້ສະແດງໃຫ້ເຫັນການເຄື່ອນໄຫວຂອງບັນດາຄະນະດົນຕີໜຸ່ມໄດ້ແຜ່ກະຈາຍຄວາມຮັກດົນຕີແລະ ປະກອບສວ່ນອະນຸລັກຮັກສາເສີມຂະຫຍາຍບັນດາຄຸນຄ່າຂອງດົນຕີພື້ນເມືອງ ໃນຊີວິດປະຈຳວັນຂອງປະຊາຊົນ
ບ້ານດັກໂຢ ອະນຸລັກຮັກສາເສີມຂະຫຍາຍດົນຕີພື້ນເມືອງໃນແຂວງກອນຕູມ - ảnh 1ກອງດົນຕີໜຸ່ມບ້ານດັກໂຢ

    ຮອດວັນເສົາແຕ່ລະອາທິດ, ກອງດົນຕີຂອງເພື່ອນໜຸ່ມ15ຄົນຊາວເຜົ່າບານາຢູ່ບ້ານດັກໂຢຕາແສງເຮີມອງເມືອງຊາເທີ່ຍພັດເຕົ້າໂຮມກັນຝຶກແອບ, ສະມາຊິກເກືອບທັງໝົດໃນກອງດົນຕີຕ່າງກໍ່ສາມາດຫຼິ້ນເຄື່ອງດົນຕີພື້ນເມືອງໄດ້ຫຼາຍປະເພດຄືດິງປູດ, ຄ້ອງ, ລະນາດຫີນ, ພິນຕາຣຶງ. ກອງ...ທ້າວອານາວອາຍຸ 20 ປີໃຫ້ຮູ້ວ່າ:

   “ພວກນ້ອງກໍ່ຝຶກແອບເອງໄດ້ສອງປີແລ້ວ.ພວກນ້ອງຝຶກແອບກໍ່ມີຄວາມຟົດຟືນມື່ນຊື່ນຫຼາຍ. ຫຼິ້ນພິນຕາຣຶງກໍ່ມີສຽງເປັນເອກະລັກ, ສຳລັບລະນາດຫີນກໍ່ມີສຽງປຽບເໝືອນນ້ຳຕົກຕາດໄຫຼ. ຍ້ອນຄວາມເມົາມົວທີ່ມີດັ່ງນັ້ນພວກນ້ອງກໍ່ເດີນຕາມສິລະປະເຄື່ອງດົນຕີພື້ນເມືອງນີ້”.

    ຫົວໜ້າກອງດົນຕີໜຸ່ມບ້ານດັກໂຢທ້າວອາຈຽງອາຍຸ 21 ປີໃຫ້ຮູ້ວ່າ ໃນເມື່ອສ້າງຕັ້ງກອງດົນຕີ ກ່ອນນີ້ເກືອບ 3 ປີ ກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຊອກຫາໄດ້ຜູ້ມີພອນສະຫວັນດ້ານດົນຕີກໍ່ເປັນການຍາກແລ້ວ, ແຕ່ການເກ້ຍກ່ອມໃຫ້ພວກເພື່ອນເຫຼົ່ານັ້ນເຂົ້າຮ່ວມກອງດົນຕີກໍ່ລຳບາກທີ່ສຸດ. ມີບາງຄົນກໍ່ຂ້ອງຄາກັບເລື່ອງສົ່ງລູກໄປຮຽນ ບາງຄົນກໍ່ຂ້ອງຄາກັບວຽກໄຮ່ການນາ.ແຕ່ຍ້ອນຄວາມຮັກດົນຕີພື້ນເມືອງ ແລະ ການສະໜັບສະໜູນ ລະດົມກຳລັງໃຈຈາກພໍ່ແມ່ພີ່ນ້ອງຊາວບ້ານ, ດັ່ງນັ້ນກອງດົນຕີໄດ້ຮັບການສ້າງຕັ້ງຂຶ້ນດ້ວຍສະມາຊິກໜຸ່ມກວ່າໝູ່ແມ່ນ 16 ປີ, ອາຍຸສູງກວ່າໝູ່ແມ່ນ 25 ປີ, ເຂົາເຈົ້າກໍ່ລ້ວນແຕ່ບໍ່ໄດ້ຜ່ານຊຸດບຳລຸງກໍ່ສ້າງດ້ານດົນຕີເທື່ອ. ທ້າວອາຈຽງໃຫ້ຮູ້ວ່າ:

    “ເຮົາກໍ່ເຊັ່ນດຽວກັນກັບຜູ້ອື່ນໆ ທຳອິດເຮົາກໍ່ບໍ່ຮູ້ຫຍັງກ່ຽວກັບການຫຼິ້ນດົນຕີພື້ນເມືອງ. ເຮົາກໍ່ຄ່ອຍໆຝຶກແອບ, ຕອນບ່າຍມື້ໃດເຮົາກໍ່ມານີ້ຝຶກແອບຫຼິ້ນເຄື່ອງດົນຕີ.ເມື່ອພວກເພື່ອນໜຸ່ມຄົນອື່ນເຫັນເຮົາຝຶກແອບ ເຂົາເຈົ້າກໍ່ມາຫຼິ້ນເຄື່ອງດົນຕີນຳ ແລະ ໃນອະນາຄົດນີ້ເຂົາເຈົ້າກໍ່ສາມາດທົດແທນເຮົາໄດ້".

   ຍ້ອນຄວາມເມົາມົວຝຶກແອບນັ້ນ, ມາຮອດປັດຈຸບັນກອງດົນຕີໜຸ່ມໝູ່ບ້ານ ດັກໂຢ ສາມາດຫຼິ້ນດົນຕີໄດ້ເປັນຢ່າງດີ ຄືສະແດງບົດປະສານສຽງໄດ້ປະມານ 100 ບົດ. ໃນນັ້ນມີເກືອບ 50 ບົດແມ່ນດົນຕີພື້ນເມືອງເຊິ່ງຊາວເຜົ່າບານາ-ເຮີງາວເຄີຍນຳໃຊ້ໃນໂອກາດວັນບຸນໃຫຍ່ຂອງຕົນຄືພິທີຮັບຕົ້ນເຂົ້າໃໝ່, ຮັບຢາດນ້ຳ, ພິທີເຂົ້າສາລາບ້ານໃໝ່... ທ້າວອາຫຼຽນ ຜູ້ເສບພິນເຕີຣຶງໃຫ້ຮູ້ວ່າ:

   “ສຳລັບບົດດົນຕີຍາກກໍ່ເຄີຍຝຶກແອບແຕ່ 4 ຫາ 5 ວັນ ສ່ວນສຳລັບບົດດົນຕີສັ້ນຫຼືຫຼິ້ນໄດ້ງ່າຍແມ່ນໃຊ້ເວລາແຕ່ 2 ຫາ 3 ວັນກໍ່ສາມາດຫຼິ້ນໄດ້ແລ້ວ. ໃນອາທິດ ພວກນ້ອງກໍ່ຝຶກແອບໃນວັນສຸກ ແລະ ວັນເສົາເທົ່ານັ້ນ. ຖ້າຫາກວ່າໃນຍາມມີພິທີວັນບຸນຫຼືວັນສຳຄັນໃດໜຶ່ງ ກໍ່ຮຽກຮ້ອງໃຫ້ຝຶກແອບຫຼາຍກວ່າ. ເຮົາເຫັນວ່າວັດທະນະທຳພື້ນເມືອງຂອງເຜົ່າຕົນແມ່ນດີງາມທີ່ສຸດ”.

  ດ້ວຍຄວາມຮັກດົນຕີພື້ນເມືອງນັ້ນ ກອງດົນຕີໜຸ່ມໝູ່ບ້ານດັກໂຢໄດ້ຮັບການສະໜັບສະໜູນຈາກຊາວບ້ານ. ທ່ານ ເຈິ່ນກົງແທັງ ຮອງປະທານຄະນະກຳມະການປະຊາຊົນຕາແສງ ເຮີມອງ ເມືອງ ຊາເທີ່ຍ ຢືນຢັນວ່າ ນີ້ແມ່ນສັນຍານທີ່ເປັນໜ້າພູມໃຈ ໃນວຽກງານອະນຸລັກຮັກສາເສີມຂະຫຍາຍບັນດາຄຸນຄ່າດົນຕີພື້ນເມືອງຂອງເຜົ່າບານາ - ເຮີງາວ, ທ່ານເຈິ່ນກົງແທັງເວົ້າວ່າ:

   “ຢູ່ຕາແສງກໍ່ມີນັກສິລະປະການບາງຄົນ ແຕ່ເຂົາເຈົ້າໃນປັດຈຸບັນກໍ່ເຖົ້າແລ້ວ ສຸຂະພາບກໍ່ອ່ອນເພຍ. ສຳລັບພວກຫຼານຢູ່ນີ້ ເອົາໃຈໃສ່ຮຽນວັດທະນະທຳຄ້ອງກໍ່ແມ່ນສັນຍານທີ່ເປັນໜ້າພູມໃຈເພື່ອແນໃສ່ຮັກສາເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າຂອງທ້ອງຖິ່ນ”.

  ການເຂົ້າຮ່ວມກອງດົນຕີດ້ວຍຄວາມຫ້າວຫັນ ສະໝັກໃຈ, ກອງດົນຕີຂອງບັນດາເພື່ອນໜຸ່ມເຜົ່າບານາ-ເຮີງາວໃນບ້ານ ດັກໂຢ ຕາແສງຊາມອງ ເມືອງ ຊາເທີ່ຍ ແຂວງກອນຕູມ ພວມປະກອບສ່ວນອະນຸລັກຮັກສາເສີມຂະຫຍາຍບັນດາຄຸນຄ່າດົນຕີພື້ນເມືອງໃນຊີວິດປະຈຳວັນຂອງປະຊາຊົນ. ບັນດາທຳນອງດົນຕີທີ່ເປັນໜ້າຈັບໃຈ ຍ້ອງຍໍຊົມເຊີຍຄວາມຮັກຄູ່ບ່າວສາວ ຄວາມຮັກຄອບຄົວ ແລະ ຄວາມຮັກບ້ານເກີດເມືອງນອນ ປະເທດຊາດ ໄດ້ດັງກ້ອງກັນວານໄປທົ່ວໝູ່ບ້ານດັກໂຢ ເຊິ່ງເປັນການປະກອບສ່ວນເຮັດໃຫ້ຊີວິດວັດທະນະທຳ, ຈິດໃຈຂອງຊາວທ້ອງຖິ່ນຢູ່ແຫ່ງນີ້ ເພີ່ມຄວາມອຸດົມສົມບູນ ແລະ ສວຍງາມຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ