ປື້ມຄຳ: ບັນດາຜະລິດຕະພັນສິລະປະທີ່ຍອດຍິ່ງຂອງລາດຊະວົງຫງວຽນ

 (vovworld)- ໄປ​ຢ້ຽມ​ຢາມ​ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຫວຽດ​ນາມ​ໃນ​ຊຸມ​ມື້ນີ້, ສາ​ທາ​ລະ​ນະຊົນ​ຈະ​ມີ​ໂອ​ກາດ​ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຊຸດ​ປື້ມ​ອັນ​ລ້ຳ​ຄ່າ​ຂອງ​ພະລາດ​ຊະ​ວົງ​ຫງວຽນໃນ​ງານ​ວາງ​ສະ​ແດງ​ຫົ​ວ​ເລື່ອງ​ສະ​ເພາະ “ວັດ​ຖຸ​ພັ​ນ​ອັນ​ລ້ຳ​ຄ່າ​ຂອງ​ລາດ​ຊະ​ວັງ - ປື້ມ​ຄຳ​ລາດ​​ຊະ​ວົງ​ຫງວຽນ (1802-1945). ນີ້​ເປັນ​ຄັ້ງ​ທ​ຳ​ອິດ​ບັນ​ດາ​ປື້ມ​ຄຳ​ທີ່​ມີ​ຄ່າ​ໄດ້​ຮັບ​ການ​ແນະ​ນຳ​ເຖິງ​ສາ​ທາ​ລະ​ນະຊົນ​ຢ່າງ​ຄົບ​ຖ້ວນ ແລະ ເປັນລະ​ບົບ. ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ແລ້ວ, ປື້ມ​ຄຳ​ຂອງ​ລາດ​ຊະ​ວົງ​ຫງວຽນ ບໍ່​ພຽງ​ແຕ່​ມີ​ຄຸນ​ຄ່າ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ​ເທົ່າ​ນັ້ນ ຫາກ​ຍັງ​ບັນ​ທຶກຂໍ້​ມູນ​ຂ່າວ​ສານ​ຫລາຍ​ຢ່າງ​ທີ່​ມີ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ວັດ​ທະ​ນະ​ທຳ ແລະ ສິ​ລ​ະ​ປະ​​ທີ່ຍອດ​ຍິ່ງ​ຂອງ​ບັນ​ດາ​ນັກ​ສິ​ລະ​ປະ​ການ, ຊ່າງ​ຫັດ​ຖະ​ກຳ​ໃນ​ພະ​ລາດ​ຊະ​ວັງ​ໃນ​ເມື່ອ​ກ່ອນ​ອີກ​ດ້ວຍ. ​
ປື້ມຄຳ: ບັນດາຜະລິດຕະພັນສິລະປະທີ່ຍອດຍິ່ງຂອງລາດຊະວົງຫງວຽນ - ảnh 1
ປື້ມ​ຄຳ​​ພະລາດ​​ຊະ​ວົງ​ຫງວຽນ (1802-1945)
ພາບ:baomoi.com

         ງານ​ວາງ​ສະ​ແດງ “ວັດ​ຖຸ​ພັ​ນ​ອັນ​ລ້ຳ​ຄ່າ​ຂອງ​ພະ​ລາດ​ຊະ​ວັງ - ປື້ມ​ຄຳ​​ພະລາດ​​ຊະ​ວົງ​ຫງວຽນ (1802-1945) ໄດ້​ແນະ​ນຳ​ໃຫ້​ ສາ​ທາ​ລະ​ນະຊົນ​ ປື້ມ​ຄຳ​ທີ່​ພົ້ນ​ເດັ່ນ 22 ຫົວ ໃນ​ຈຳ​ນວນ 94 ຫົວ​ຂອງ​ລາດ​ຊະ​ວົງ​ຫງວຽນ​ທີ່​ພວມ​ຮັກ​ສາ​ໄວ້ຢູ່​ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ຫວຽດ​ນາມ. ນີ້​ພຽງ​ແຕ່​ແມ່ນ​ສ່ວນ​ນ້ອຍ​ໃນ​ຈຳ​ນວນ​ວັດ​ຖຸ​ພັນ​​ອັນ​ລ້ຳ​ຄ່າກວ່າ 3000 ຢ່າງ​ຂອງ​ລາດ​ຊະ​ວົງ​ຫງວຽນ ຊື່ງ​ຫໍ​ພິ​ພິ​ທະ​ພັນ​​ໄດ້ຮັບ​ເອົາ​ໄວ້​ແຕ່​ປີ 1945 ເມື່ອ​ເຈົ້າ​ຊີ​ວິດ ບ໋າວ​ດ້າຍ ສະຫ​ລະ​ລາ​ຊະ​ສົມ​ບັດ. ນອກ​ຈາກ​ປື້ມ​ຄຳ 22 ຫົວ​ແລ້ວ, ຫໍ​ພິ​ພິ​ທະ​ພັນ​ຍັງ​ແນະ​ນຳ​ໃຫ້​ສາ​ທາ​ລະ​ນະຊົນ​ວັດ​ຖຸ​ພັນ​ເຮັດ​ດ້ວຍ​ຄຳ 10 ຢ່າງທີ່​ກ່ຽວ​ຂ້ອງ ນັ້ນ​ແມ່ນ: ຫີບ​ບັນ​ຈຸ​ປື້ມ 2 ຫີບ. ທັງ​ໝົດ​ເຫລົ່າ​ນັ້ນ​ລ້ວນ​ແຕ່​ຜ​ະ​ລິດ​ດ້ວຍ​ຄຳ, ແກະ​ຄວັດ​ສະ​ຫລັກ​ຢ່າງ​ລະ​ອຽດ​ລະ​ອໍ. ທ່ານ ຫງວຽ​ນກວກຫືວ, ພະ​ນັກ​ງານ​ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ: ປື້ມ​ຄຳ​ຂອງ​ລາດ​ຊະ​ວົງ​ຫງວຽນ​ແມ່ນ​ເອ​ກະ​ສານ​ບູ​ຮານ​ພິ​ເສດ​ເພື່ອ​ບັນ​ທຶກ​ບັນ​ດາ​ເຫດ​ການ​ສຳ​ຄັນ, ພິ​ທີ​ການ​ໃນ​ລາດ​ຊະ​ວົງ​ຫງວຽນຄື:ເຫດ​ການ​ເຈົ້າ​ຊີ​ວິດ​ຂຶ້ນຄອງ​ບັນ​ລັງ, ແຕ່ງ​ຕັ້ງ​ເຈົ້າ​ຟ້າ​ຊາຍ, ພະ​ລາ​ຊາ​ນີ ແລະ ອື່ນໆ.      

ນີ້​ແມ່ນ​ບັນ​ດາ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ຂອງ​ລາດ​ຊະ​ວົງ​ຫງວຽນ​ປະ​​ໄວ້ໃຫ້​ຄົນ​ລຸ້ນ​ຫລັງ. ບັນ​ດາ​ວັດ​ຖຸ​ພັນ​ນີ້ ທັງ​ມີ​ຄຸນ​ຄ່າ​ດ້ານ​ເສດ​ຖະ​ກິດ, ທັງ​ມີ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ປື້ມ​ຄຳ​ເຫລົ່າ​ນັ້ນ​ລ້ວນ​ແຕ່​ໄດ້​ຮັບ​ການ​ຜະ​ລິດ​ຈາກ​ນັກ​ສິ​ລະ​ປະ​ການ​ທີ່​ມີ​ສີ​ມື​ເກັ່ງ​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ​ຊຶ່ງໄດ້​ເຕົ້າ​ໂຮ​ມ​ເຂົ້າ​ໂຮ​ງ​​ຜະ​ລິດ​ຂອງ​ລາດ​ຊະ​ວົງ​ຫງວຽນ. ທີ​ສອງ ປື້ມ​ຄຳ​ຫົວ​ນີ້​ຍັງ​ມີ​ຄຸນ​ຄ່າ​ດ້ານ​ແນວ​ຄິດ​ຄຸນ​ສົມ​ບັດ​. ປື້ມ​ແຕ່​ລະ​ຫົວແມ່ນ​ເອ​ກະ​ສານ​ສະ​ເພາະ​ກ່ຽວ​ກັບ​ຜູ້​ທີ່​ມີ​ຊື່​ສຽງຄົນ​ຫນຶ່ງ. ຜ່ານ​ປື້ມ​ຫົວ​ນີ້ ພວກ​ເຮົາ​ສາ​ມາດ​ວາດ​ພາບ​ຜູ້​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ຫງວຽນ ຢ່າງ​ຈະ​ແຈ້ງ ແລະ ແທດ​ຈິງກວ່າ.”

ປື້ມຄຳ: ບັນດາຜະລິດຕະພັນສິລະປະທີ່ຍອດຍິ່ງຂອງລາດຊະວົງຫງວຽນ - ảnh 2
ແຂກ​ມາ​ຊົມປື້ມ​ຄຳ​​ພະລາດ​​ຊະ​ວົງ​ຫງວຽນ

         ປື້ມ​ຄຳ​ລາດ​ຊະ​ວົງ​ຫງວຽນ ສ່ວນ​ຫລາຍ​ແມ່ນ​ເຮັດ​ດ້ວຍ​ຄຳ ຫລື​ເງິນ​​ຄຳ, ຫນ້າ​ປົກ ແລະ ​ຫລັງ​​ປົກໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ຮູບ​ມັງ​ກອນ ຫລື ຮູບນົກ…ການ​ປະ​ກົດ​ຕົວ, ຈຸດ​ປະ​ສົງ, ເນື້ອ​ໃນ​ຂອງ​ປື້ມ​ຄຳ​ລ້ວນ​ແຕ່​ໄດ້​ບັນ​ທຶກ​ໄວ້ໃນ​ປື້ມ​ຫົວຕ່າງໆ​ໂດຍອົງ​ການ​ຮຽບ​ຮຽງ​ປະ​ຫວັດ​ສາດ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ຫງວຽນ. ເພາະ​ສະ​ນັ້ນ, ປື້ມ​ຄຳ​ແຕ່​ລະ​ຫົວ​ບໍ່​ພຽງ​ແຕ່​ບັນ​ທຶກ​ບັນ​ດາ​ຂ​ໍ້​ມູນ​ຂ່າວ​ສານ​ທາງ​ດ້ານ​ຄຸນ​ຄ່າ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ໃນ​ສະ​ໄຫມ​ລາ​ດ​ຊະ​ວົງ​ຫງວຽນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນມ​ໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ອີກ​ດ້ວຍ. ດ​ຣ ຟານ​ແທງ​ຫາຍ, ຜູ້​ອຳ​ນວຍ​ການ​ສູນ​ອະ​ນຸ​ລັກ​ຮັກ​ສາ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸງ​ເກົ່າ ເຫ້ວ ໃຫ້​ຮູ້​ວ່າ: ປື້ມ​ຄຳ ບໍ່​ພຽງ​ແຕ່​ມີ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ເທົ່າ​ນ​ັ້ນ ຍັງ​ມີ​ລັກ​ສະ​ນະ​ເປັນ​ເອ​ກະ​ລັກ​ສ​ະ​ເພາະ​ກ່ຽວ​ກັບ​ດ້ານ​ສິ​ລະ​ປະອີກ​ດ້ວຍ. ລາດ​ຊະ​ວົງ ຫງວຽນ ກ​ໍ​ໄດ້​ເຕົ້າ​ໂຮມ​ຖັນ​ແຖວ​ນາຍຊ່າງ​ຫັດ​ຖະ​ກຳ, ນັກ​ສິ​ລະ​ປະ​ການ​ທີ່ມີ​ສີ​ມື​ດີໃນ​ທົ່ວ​ປະ​ເທດ​ມາ​ຜະ​ລິດ​ປື້ມ​ຄຳ.

        “ຈາກ​​ຂັ້ນ​ຕອນຄັດ​ເລືອກວັດ​ຖຸ​ອຸ​ປະ​ກອນ​ຕະ​ຫລອດ​ຮອດ​ຂັ້ນ​ຕອນອື່ນ​ໃນ​ວິ​ວັດ​ການ​​ຜະ​ລິດ​ປື້ມ​ຄຳລ້ວນ​ແຕ່​ແມ່ນ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ໃນອົງ​ການ​ຮຽບ​ຮຽງ​ວັນ​ນະ​ຄະ​ດີປະ​ຕິ​ບັດ. ຫລັງ​ຈາກນັ້ນ ຊ່າງ​ຫັດ​ຖະ​ກຳ​ຈຶ່ງ​ແກະ​ຄວັດ​ຕົວ​ຫນັງ​ສື​ໃສ່​ຕ​ອ່ນ​ຄຳ​ຫລື​ເງິນ​ ຄຳ. ວິ​ວັດ​ການ​ຜະ​ລິດ​ຕ້ອງ​ເສຍ​ເວ​ລາ​​ກຳ​ລັງເຫື່ອ​ແຮງ​ຫລາຍ ນອກນັ້ນ​ຕ້ອງ​ໄດ້​ຮັບ​ການກວດ​ກາ​ຢ່າງ​ເຂັ້ມ​ງວດ.”

        ແລະ ກໍ​ຕາມດ​ຣ ຟານ​ແທງ​ຫາຍແລ້ວ, ປື້ມ​ຄຳ ປ​ະ​ຈຸ​ບັນ ຍັງ​ຄົງຮັກ​ສາ​ຜະ​ລິດ​ຕະ​ພັນ​ຂອງ​ລາດ​ຊະ​ວົງ​ຫງວຽນ​ໄວ້ເປັນ​ຕົ້ນ. ມີ​ປື້​ມ​ຄຳ 22 ຫົ​ວ​ໂດຍ ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ເລືອກ​ເຟັ້ນ​ເພື່ອ​ນຳ​ເອົາ​​ມາວາງ​ສະ​ແດງ​ໃນ​ຄັ້ງ​ນີ້ ລ້ວນ​ແຕ່​ແມ່ນ​ບັນ​ດາ​ປື້ມ​ທີ່​ມີ​ຄຸນ​ຄ່າ​ໄດ້​ຈັດ​ເຂົ້າ​​ໃນບັນ​ຊີ​ລາຍ​ຊື່​ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ​ຂອງ​ຊາດ.

        “ໃນ​ຈຳ​ນວນ​ປື້ມ​ຄຳ​ທີ່​ພວມ​ວາງ​ສະ​ແດງ​ຢູ່ທີ່ນີ້ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ມີ​ບັນ​ດາ​ຄຸນ​ຄ່າ​ພົ້ນ​ເດັ່ນ. ຕົວ​ຢ່າງ:ກາ​ປະ​ທັບຂອງ​ລາດ​ຊະ​ວົງ​ຫງວຽນ ໄດ້​ຮັບ​ການ​ຜະ​ລິດ​ເມື່ອ​ປີ 1709. ນີ້​ແມ່ນ​ກາ​ປະ​ທັບທຳ​ອິດຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອ​ງ​ຫວຽດ​ນາມ, ເປັນ​ຕົວ​ແທນ​ຂອງ​ລາດ​ຊະ​ວົງ​ຫງວຽນ. ທີ​ສອງ​ແມ່ນ​ປື້ມ​ກະ​ວີ​​​ຫົວໃຫ​ຍ່​ສຸດ​ຂອງ​ລາ​ດ​ຊະ​ວົງ​ຫງວຽນ ໂດຍ​ເຈົ້າ​ຊີ​ວິດ ມີງ​ມ້າງ​ປະ​ດ​ິດ​ແຕ່ງ. ປື້ມ​ຫົວ​ນີ້​​ແມ່ນແກະ​ຄ​ວັດ​ສະ​ຫລັກ​ບົດ​ກະ​ວີ​ລວມ​ມີ​ຕົວ​ຫນັງ​ສື 20 ຕົວ ເພື່ອ​ກະ​ກຽມ​ໃຫ້​ເຈົ້າ​ຊີ​ວິດ​20 ຄົນ​ໃນ​ລຸ້ນ​ຕໍ່​ໄປ ຂອງ​ລາ​ດ​ຊະ​ວົງ​ຫງວຽນ. ປື້ມ​ມີ 15 ຫນ້າ, ມີ​ນ້ຳ​ຫນັກ​ໃຫຍ່​ສຸດ ແລະ ບັນ​ລຸ​ລະ​ດັບ​ດ້ານ​ວິ​ຈິດ​ສິນ​ສູງ​ສຸດ.”

        ພາຍ​ຫລັງ​ໄດ້​ຮັບ​ການ​ວາງ​ສະ​ແດງ​ຢູ່​ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ, ຄາດ​ວ່າ ໃນ​ເດືອນ 9 ຈະ​ມາ​ເຖິງ, ປື້ມ​ຄຳ​ໃນ​ລາດ​ຊະ​ວົງ​ຫງວຽນ ຈະ​ໄດ້​ນຳ​ເອົາ​​ໄປວາງ​ສະ​ແດງ​ຢູ່​ນະ​ຄອນ ເຫ້ວ. ທ້າຍ​ປີນີ້ ປື້ມ​ຄຳ​ລາດ​ຊະ​ວົງ​ຫງວຽນ ຈະ​ຖືກ​ພິມ​ຈຳ​ຫນ່າຍ​ເປັນ​ປື້ມ, ປະ​ກອບ​ສ່ວນ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ຂອງ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ