ປະທານໂຮ່ຈິມິນ - ແຫຼ່ງອາລົມເພື່ອປະດິດຄິດແຕ່ງສິລະປະຢ່າງບໍ່ມີວັນສິ້ນສຸດ

ໃນ​ແນວ​ຄິດ​ຈິດ​ໃຈຂອງ​ຊາວ​ຫວຽດ​ນາມ ແຕ່​ລະ​ຄົນ, ປະ​ທານ​ໂຮ່​ຈິ​ມິນ ແມ່ນ​ຜູ້​ໄດ້​ອຸ​ທິດ​ສ່ວນ​ຕະຫຼອດ​ຊີ​ວິດ​ໃຫ້​ການ​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ, ອິດ​ສະຫຼະ​ພາບ​ຂອງ​ປະ​ເທດ​ຊາດ. ເຖິງວ່າ​ເພິ່ມ​ໄດ້​ຈາກ​ພວກ​ເຮົາ​ດົນ​ແລ້ວ​ກໍ​ຕາມ, ແຕ່​ຄວາມ​ຮັກ​ແພງ, ແນວ​ຄິດ, ແບບ​ຢ່າງ​ທີ່​ໂປ່ງ​ໃສ​ຂອງ​ເພິ່ນ​ຍາມ​ໃດ​ກໍ​ຖືກ​ຊາວ​ຫວຽດ​ນາມ​ລຸ່ນ​ຕ່າງໆ​ຮ່ຳ​ຮຽນ ແລະ ປະ​ຕິບ​ັດ​ຕາມ. ບັນ​ດາ​ນັກ​ສິ​ລະ​ປີນ, ນັກ​ປະ​ພັນ, ນັກ​ຂ່າວ ໄດ້​ມີ​ບັນ​ດາ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ບົດ​ເພງ, ບົດ​ໜັງ​ສື​ພິມ​ທີ່​ໄດ້​ຍ້ອງ​ຍໍ​ສັນ​ລະ​ເສີນ​ຄຸນ​ທາດ​ອັນ​ສູງ​ສົ່ງ​ຂອງ​ປະ​ທານ​ໂຮ່​ຈິ​ມິນ,​ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ຊາດ​ຫວຽດ​ນາມ.

ປະທານໂຮ່ຈິມິນ - ແຫຼ່ງອາລົມເພື່ອປະດິດຄິດແຕ່ງສິລະປະຢ່າງບໍ່ມີວັນສິ້ນສຸດ - ảnh 1
ປະ​ທານ​ໂຮ່​ຈິ​ມິນ - ແຫຼ່ງ​ອາ​ລົມ​ເພື່ອ​ປະ​ດິດ​ຄິດ​ແຕ່ງ​ສິ​ລະ​ປະ​ຢ່າງບໍ່​ມີ​ວັນ​ສິ້ນ​ສຸດ

      ສຳ​ລັບ ບັນ​ດາ​ນັກ​ສິ​ລະ​ປີນ, ນັກ​ປະ​ພັນ, ນັກ​ຂ່າວ​ແລ້ວ, ຊີ​ວິດ, ພາ​ລະ​ກິດ, ​ຄຸນ​ທາດ​ອັນ​ສູງ​ສົ່ງ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ຍາມ​ໃດ​ກໍ​ແມ່ນ ແຫຼ່ງ​ອາ​ລົມ​ເພື່ອ​ປະ​ດິດ​ຄິດ​ແຕ່ງ​ສິ​ລະ​ປະ​ຢ່າງບໍ່​ມີ​ວັນ​ສິ້ນ​ສຸດ. ແຕ່​ລະບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ບົດ​ເພງ, ບົດ​ໜັງ​ສື​ພິມ ລ້ວນ​ແຕ່​ປະ​ກອບ​ສ່ວນ​ຢືນ​ຢັນ​ຄຸນ​ຄ່າ​ອັນ​ໃຫຍ່ຫຼວງ​ກ່ຽວ​ກັບ​ແນວ​ຄິດ, ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ, ປະ​ກອບ​ສ່ວນ​ຍ້ອງ​ຍໍ​ຊົມ​ເຊີຍ, ລະ​ດົມ​ກຳ​ລັງ​ໃຈ​ແກ່​ບັນ​ດາ​ລວມ​ໝູ່, ສ່ວນ​ບຸກ​ຄົນຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ. ເພື່ອ​ເຊີດ​ຊູ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງວົງ​ການ​ນັກ​ສິ​ລະ​ປີນ, ນັກ​ປະ​ພັນ, ນັກ​ຂ່າວ, ແຕ່​ປີ 2011 ມາ​ຮອດ​ປະ​ຈຸ​ບັນ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ໄດ້​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວ​ງ, ຂະ​ແໜງ​ການ​ຕ່າງໆ ຈັດ​ຕັ້ງ​ປຸກ​ລະ​ດົມ​ການ​ເສັງ​ປະ​ດິດ​ຄິດ​ແຕ່ງ ແລະ ມອບ​ລາງວັນ​ໃຫ້​ແກ່ບັນ​ດາ​ນັກ​ສິ​ລະ​ປີນ, ນັກ​ປະ​ພັນ, ນັກ​ຂ່າວທີ່​ມີ​ ບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ບົດ​ເພງ, ບົດ​ໜັງ​ສື​ພິມດ້ວຍ​ຫົວ​ເລື່ອງ “ ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ”. ໃນ​ຈຳ​ນວນບັນ​ດາ​ນັກ​ສິ​ລະ​ປີນ, ນັກ​ປະ​ພັນ, ນັກ​ຂ່າວ ໄດ້​ຮັບ​ລ​າງວັນ, ກໍ​ມີ​ບັນ​ດາ​ຜູ້​ອາ​ຍຸ​ສູງ​ຄື ສາດ​ສະ​ດາ​ຈານ ວູ້​ຄຽວ, ສາດ​ສະ​ດາ​ຈານ ຮ່າ​ມິນ​ດຶກ, ສາດ​ສະ​ດາ​ຈານ ຮ່​ວາງ​ຈ້ອງ….ພິ​ເສດ​ກໍ​ຍັງ​ມີ​ບັນ​ດາ​ນັກ​ສິ​ລະ​ປີນ, ນັກ​ປະ​ພັນ, ນັກ​ຂ່າວແມ່ນ​ຜູ້​ທີ່​ຍັງ​ໜ່​ຸມ​ແໜ້ນ ແລະ ແມ່ນ​ຊາວ​ຕ່າງ​ປະ​ເທດ. ທ່ານ ເວືອງ​ຢີ​ບຽນ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລ​າ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ໃຫ້​ຮູ້​ວ່າ : 

    “ບັນ​ດາ​ນັກ​ສິ​ລະ​ປີນ, ນັກ​ປະ​ພັນ, ນັກ​ຂ່າວດ້ວຍບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ບົດ​ເພງ, ບົດ​ໜັງ​ສື​ພິມຂອງ​ຕົນ ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ຂອງປະ​ທານ​ໂຮ່​ຈິ​ມິນເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງໃຫ້​ເຫັນ​ບັນ​ດາ​ວຽກ​ດີ ທີ່​ເຮັດ​ຕາມ​ເພິ່ນ. ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ບົດ​ເພງ, ບົດ​ໜັງ​ສື​ພິມ ແມ່ນ​ມີ​ຄຸນ​ປະ​ໂຫຍດ​ທີ່​ສຸດ​ຕໍ່​ພວກ​ເຮົາ ແລະ ລຸ່ນ​ໜຸ່ມ​ໃນ​ອະ​ນາ​ຄົດ ”

    ບັນ​ດາບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ບົດ​ເພງ, ບົດ​ໜັງ​ສື​ພິມ, ກິດ​ຈະ​ກຳ​ຕ່າງໆ​ໄດ້​ຕິດ​ແທດ​ຫົວ​ເລື່ອງ​ ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ, ປະ​ກອບ​ສ່ວນ​ລະ​ດົມ​ກຳ​ລັງ​ໃຈ, ສົ່ງ​ເສີມ, ທະ​ວີ​ຄູນ​ບັນ​ດາ​ວຽກ​ດີ​ໃນ​ບັນ​ດາ​ຂົງ​ເຂດ​ຊີ​ວິດ​ສັງ​ຄົມ, ວຽກ​ງານ​ຕ່າງໆ.  ພັນ​ເອກ ດ​ວານ​ຮ່​ວາຍ​ຈຸງ ຫົວ​ໜ້າ​ສະ​ໂມ​ສອນ ຖ່າຍ​ຮູບ​ນັກ​ຮົບ ຜູ້​ໄດ້​ຮັບ​ລາງ​ວັນ B ໃນ​ພິ​ທີ​ມອບ​ລາງວັນ​ປະ​ດິ​ດຄິດ​ແຕ່ງ, ໂຄ​ສະ​ນາ​ບັນ​ດາບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ບົດ​ເພງ, ບົດ​ໜັງ​ສື​ພິມກ່ຽວ​ກັບ​ຫົວ​ເລື່ອງ “ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ” ໃຫ້​ຮູ້​ວ່າ :

     “ປະ​ທານ​ໂຮ່​ຈິ​ມິນແມ່ນ​ຮູບ​ພາບ​ທີ່​ງາມ​ທີ່​ສຸດ​ໃນບັນ​ດາ​ຮູບ​ຖ່າຍ ​ຂອງ​ພວກ​ຂ້າ​ພະ​ເຈົ້າ. ເພິ່​ນ​ແມ່ນ​ຄວາມ​ເຊື່ອ​ໝັ້ນເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າຮ່ຳ​ຮຽນຕາມ. ຊຸດ​ຮູບ​ຖ່າຍ​ຂອງ​ບັນ​ດາ​ນັກ​ຖ່າຍ​ຮູບ ໄດ້​ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ຂອງ​ບັນ​ດາ​ນັກ​ຮົບ​ໃນ​ວັນ​ນີ້​ໃນ​ການ​ຝຶກ​ຊ້ອ​ມ, ທຳ​ການ​ຕໍ່​ສູ້, ຮູບ​ພາບ​ໃນ​ຊີ​ວິດ​ປະ​ຈຳ​ວັນ. ຮູບ​ຖ່າຍ​ເຫຼົ່າ​ນັ້ນ​ໄດ້​ສົ່ງ​ສານທີ່​ດີ​ງາມກ່ຽວ​ກັບບ​ັນ​ດາ​ນັກ​ຮົບ​ໃນ​ປະ​ຈຸ​ບັນ​ສືບ​ທອດ​ມູນ​ເຊື້ອ​ຂອງ​ລຸ່ນ​ພໍ່​ລຸ່ນ​ປູ່ ແລະ ເຂົາ​ເຈົ້າແມ່ນ​ບັນ​ດາ​ຜູ້​ທີ່​ມີ​ພູມ​ປັນ​ຍາ​ປະ​ຕິວ​ັດ, ຮູ້​ຈັກ​ວິ​ທີ​ຮັບ​ເອົາ​ສິ່ງ​ທີ່ຍອດ​ຍິ່ງ​ຂອງ​ຊາດ ແລະ ຂອງມວນ​ມະ​ນຸດ​ເພື່ອ​ກຽມ​ພ້ອມ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ສຸດ​ຈິດ​ສຸດ​ໃຈ​ເພື່ອ​ປະ​ຊາ​ຊົນ”

    ໃນ​ຈຳ​ນວນ​ບັນ​ດາ​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ທີ່​ໄດ້​ຮັບ​ລາງ​ວັນຄັ້ງ​ນີ້, ຍັງ​ມີບັນ​ດາ​ນັກ​ສິ​ລະ​ປີນ, ນັກ​ປະ​ພັນ, ນັກ​ຂ່າວຊຶ່ງ​ແມ່ນ​ຊາວ​ເຜົ່າ​ໄຕ, ນຸ່ງ, ເອ​ເດ, ເຈົາ​ຣໍ… ທ່ານ ເຈີນ​ຮີ້ວ​ເຊີນ ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ພື້ນ​ເມືອງ 3 ແຂວງ ອຽນ​ບ້າຍ, ລາວ​ກາຍ, ຮ່າ​ຢາງ ໄດ້​ຮັບ​ລາງວັນ A ດ້ວຍ​ຊຸດ​ກາບກອນ​ພື້ນເມືອງ “ປະ​ຊາ​ຊົນ​ເຂດ​ພູ​ສູງ​ຮູ້​ບຸນ​ຄຸນ​ທ່ານ ປະ​ທານ​ໂຮ່​ຈິ​ມິນ” ໃຫ້​ຮູ້​ວ່າ :

       “ປະ​ທານ​ໂຮ່​ຈິ​ມິນໄດ້​ເຂົ້າ​ສູ່ດວງ​ໃຈ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍຢ່າງ​ແທ້​ຈິງ, ດັ່ງ​ນັ້ນ ໃນ​ບໍ່​ວ່າ​ເຜົ່າ​ໃດ​ກໍ​ຕາມ​ກໍ​ລ້ວນ​ແຕ່ຮູ້​ບຸນ​ຄຸນ​ທ່ານປະ​ທານ​ໂຮ່​ຈິ​ມິນ. ເມື່ອ​ລົງ​ຮອດ​ໝູ່​ບ້ານ​ເຂດ​ບ້ານ​ນາ​, ເຂດ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍແຕ່​ລະ​ແຫ່ງ, ພວກ​ເຮົາ​ກໍ​ສາ​ມາດ​ເກັບ​ກຳ​ໄດ້ບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ບົດ​ເພງ, ບົດ​ໜັງ​ສື​ພິມ​ປຽບ​ເໝືອນ​ແກ້ວ​ມະ​ນີ​ປະ​ເສີດ. ພາຍຫຼັງ​ຄົ້ນ​ຄ້​ວາ, ເກັບ​ກຳ​ມາ​ເປັນ​ເວ​ລາຫຼາຍ​ປີ, ປະ​ຈຸ​ບັນ, ພວກ​ເຮົາ​ໄດ້​ມີ​ຊຸດ​ກາບກອນພື້ນ​ເມືອງ​ປະ​ກອບ​ດ້ວຍ 40 ບົດທີ່​ເວົ້າ​ເຖິງປະ​ທານ​ໂຮ່​ຈິ​ມິນ​ຜູ້​ຍິ່ງ​ໃຫຍ່. ປະ​ຈຸ​ບັນ, ກຳ​ລັງ​ແຜ່​ຂະ​ຫຍາຍ​ຂອງ​ບັນ​ດາບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ບົດ​ເພງ, ບົດ​ໜັງ​ສື​ພິມແມ່ນ​ແຂງ​ແຮງ​ທີ່​ສຸດ ເພາະ​ຢູ່ບໍ່​ວ່າເຂດ​ໃດ ກໍ​ມີ​ບັນ​ດາ​ບົ​ດ​ເພງ​ຍ້ອງຍໍສັນ​ລະ​ເສີນປະ​ທານ​ໂຮ່​ຈິ​ມິນ, ບັນ​ດາ​ບົດ​ເພງ​ຊົມ​ເຊີຍ​ບັນ​ດາ​ວຽກ​ດີ​ທີ່​ເຮັດ​ຕາມແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ”

     ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຖັນ​ແຖວບັນ​ດາ​ນັກ​ສິ​ລະ​ປີນ, ນັກ​ປະ​ພັນ, ນັກ​ຂ່າວ, ບັນ​ດາ​ຜູ້​ທີ່​ສຸມ​ຈິ​ດສຸມ​ໃຈກັບ​ຫົວ​ເລື່ອງ “ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ”, ບັນ​ດາ​ອົງ​ການ​ສື່​ສານ, ວັດ​ທະ​ນະ​ທຳ, ສິ​ລະ​ປະ, ສື່ມວນ​ຊົນ ໄດ້​ສ້າງ​ພະ​ລັງ​ຊີ​ວິດ​ໃໝ່​ທີ່​ມີ​ຕໍ່​ການ​ເຄື່ອນ​ໄຫວ​ປະ​ດິດ​ຄິດ​ແຕ່ງ, ໂຄ​ສະ​ນາ ແລະ ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ຕັ້ງ​ໜ້າ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຍົກ​ສູງ​ຄວາມ​ຮັບ​ຜິ​ດຊອບໃນສັງ​ຄົມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາ​ລົບ​ນັບ​ຖື, ຄວາມ​ຮັບ​ແພງ​ຂອງບັນ​ດາ​ນັກ​ສິ​ລະ​ປີນ, ນັກ​ປະ​ພັນ, ນັກ​ຂ່າວທີ່​ມີ​ຕໍ່​ທ່ານປະ​ທານ​ໂຮ່​ຈິ​ມິນ. ຜ່ານນີ້ ກໍ​ປະ​ກອບ​ສ່ວນ​ເຮ​ັດ​ໃຫ້​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ເພີ່ມ​ຄວາມ​ອຸ​ດົມ​ສົມ​ບູນ, ທັງເປັນ​ການ​ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ປະ​ຊາ​ຊົນຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ, ພ້ອມ​ກັນ​ນັ້ນ ກໍ​ຢືນ​ຢັນ​ຄວາມ​ຍືນ​ຍົງ​ຄົງ​ຕົວ ແລະ ຄຸນ​ຄ່າ​ອັນ​ໃຫຍ່ຫຼວງ​ຂ​ອງ​ແນວ​ຄິດ, ແບບ​ຢ່າງ​ຄຸນ​ສົມ​ບັດ ບຸກ​ຄະ​ລິກ​ກະ​ພາບ​​ປະ​ທານ​ໂຮ່​ຈິ​ມິນ .

ຕອບກັບ

ຂ່າວ/ບົດ​ອື່ນ