ປະສິດທິຜົນຈາກນະໂຍບາຍໜູນຊ່ວຍການອະນຸລັກ ວັດທະນະທຳບັນດາເຜົ່າໃນແຂວງ ລາຍເຈົາ

(VOVWORLD) -ຈາກແຫຼ່ງທຶນໜູນຊ່ວຍໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດສັງຄົມ ເຂດປະຊານບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະທີ I (2021 - 2025) ການອະນຸລັກວັດທະນະທຳຢູ່ແຂວງ ລາຍເຈົາ ໄດ້ຮັບຄວາມເອົາໃຈໃສ່ເທື່ອລະກ້າວ ມີຫຼາຍຈຸດຄວາມງາມວັດທະນະທຳ ໄດ້ຮັບການຮັກສາຈາກປະຊາຊົນ ອັນໄດ້ສ້າງຄວາມດູດດື່ມສະເພາະຂອງທ້ອງຖິ່ນ
ປະສິດທິຜົນຈາກນະໂຍບາຍໜູນຊ່ວຍການອະນຸລັກ ວັດທະນະທຳບັນດາເຜົ່າໃນແຂວງ ລາຍເຈົາ - ảnh 1ເອື້ອຍນ້ອງແມ່ຍິງເຜົ່າມ່າງຮຽນເຮັດຊຸດອາພອນປະຈຳເຜົ່າ

     ກວ່າໜຶ່ງເດືອນມານີ້ ຮອດເວລາ 19 ໂມງ ໃນແຕ່ລະວັນຢູ່ຫໍວັດທະນະທຳບ້ານຫ້ວຍວານ ຕາແສງ ນ້ຳຫ່າງ ເມືອງ ນ້ຳຍູນ ແຂວງ ລາຍເຈົາ ໄດ້ເປີດຊຸດຮຽນຖ່າຍທອດເຕັກນິກອອກແບບຊຸດອາພອນຊົນເຜົ່າ ມ່າງ. ຊຸດຮຽນໄດ້ດຶງດູດປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ຈາກສອງສາມຄົນເຂົ້າຮ່ວມໃນເບື້ອງຕົ້ນ, ມາຮອດປັດຈຸບັນ ຊຸດຮຽນໄດ້ດຶງດູດເກືອບ 30 ຄົນເຂົ້າຮ່ວມໃນນັ້ນຕົ້ນຕໍແມ່ນເອື້ອຍນ້ອງແມ່ຍິງ ໃນເກນອາຍຸແຕ່ 16 ຫາ 40 ປີ. ນາງ ເຟື່ອງທິແຮະ ອາຍຸ 40 ປີ ຢູ່ບ້ານ ຫ້ວຍວານ ຕາແສງ ນ້ຳຫ່າງ ຜູ້ເຂົ້າຮ່ວມຊຸດຮຽນແບ່ງປັນວ່າ

 “ກະໂຕນ້ອງເອງແມ່ນຊາວເຜົ່າ ມ່າງ, ນ້ອງຊົມຊອບຊຸດອາພອນປະຈຳເຜົ່າຕົນ. ນ້ອງເຂົ້າຮ່ວມຊຸດຮຽນດ້ວຍຄວາມຫວັງຢາກຊອກຮູ້ ແລະ ທັກແສ່ວໄດ້ລວດລາຍໃນຊຸດອາພອນ ເພື່ອໃນພາຍພາກໜ້າຈະເຮັດຊຸດອາພອນດ້ວຍຕົນເອງ ປະກອບສ່ວນອະນຸລັກວັດທະນະທຳຊົນເຜົ່າ ມ່າງ”.

  ກໍ່ເຊັ່ນດຽວກັນກັບຊາວເຜົ່າ ມ່າງ, ຈາກແຫຼ່ງໜູນຊ່ວຍຂອງໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາເສດຖະກິດສັງຄົມ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ, ບັນດາຊຸດຮຽນຖ່າຍຖອດວັດທະນະທຳ ໄດ້ຖືກຈັດຂຶ້ນໃນວົງຄະນາຍາດຊາວເຜົ່າຜູ້ໄທ. ຈາກບັນາຊຸດຮຽນມາຮອດປັດຈຸບັນ ຊາວເຜົ່າຜູ້ໄທຢູ່ເມືອງ ນ້ຳຍຸນ ໄດ້ຮັກສາຈຸດວັດທະນະທຳທີ່ເປັນເອກະລັກ. ຍ້ອນແນວນັ້ນ ບັນດາວາດຟ້ອນ ສຽງເພງ ພິນຕິ໊ງ  ແລະ ຜະລິດຕະພັນແຜ່ນແພພື້ນເມືອງ ກໍ່ໄດ້ປະກົດໃນໃນບັນດາການເຄື່ອນໄຫວຊຸມຊົນຢູ່ຕາມໝູ່ບ້ານ.               

ບ້ານ ຈາງ ແມ່ນອູ່ອະນຸລັກຮັກສາວັດທະນະທຳເຜົ່າຜູ້ໄທ ຂອງຕາແສງ ເລເລີ້ຍ. ປະຊາຊົນຢູ່ແຫ່ງນີ້ມີຄວາມຫ້າວຫັນເກັບກຳ ຟື້ນຟູ ຝຶກແອບບັນດາວາດຟ້ອນເພງພື້ນເມືອງ ເຄື່ອງດົນຕີພື້ນເມືອງ ດ້ວຍຄວາມຫວັງຢາກໃຫ້ວັດທະນະທຳເຜົ່າຜູ້ໄທນັບມື້ນັບມີຊື່ສຽງ. ນາງ ລູ່ທິກ໋ຽວຖຸຍ ຊາວບ້ານ ຈາງ ຕາແສງ ເລເລີ້ຍ ເມືອງ ນ້ຳຍູນ ໃຫ້ຮູ້ວ່າ:

“ກອງສິລະປະວັນນະຄະດີບ້ານ ຈາງ ພວກຂ້າພະເຈົ້າໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ 5 ປີ ຄືປີ 2019 ແລະ ໄດ້ຮັກສາການເຄື່ອນໄຫວມາຮອດປັດຈຸບັນ. ກອງສິລະປະໄດ້ຝຶກແອບແຕ່ລະເດືອນ ແຕ່ໜຶ່ງຫາສອງເທື່ອ. ທັງເມືອງໄດ້ໜູນຊ່ວຍບັນດາເຄື່ອງດົນຕີພື້ນເມືອງ ອັນໄດ້ສ້າງເງື່ອນໄຂ ເພື່ອໃຫ້ເອື້ອຍນ້ອງແມ່ຍິງ ກໍ່ຄືກອງສິລະປະວັນນະຄະດີຂອງໝູ່ບ້ານເຄື່ອນໄຫວຢ່າງສະດວກສະບາຍ”.

 ໂດຍປະຕິບັດໂຄງການເລກທີ 6 ຂອງໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການອະນຸລັກເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງຂອງບັນດາເຜົ່າສ່ວນໜ້ອຍ ຕິດພັນກັບການພັດທະນາການທ່ອງທ່ຽວ, ໃນກວ່າສອງປີທີ່ຜ່ານມາ ບົນພື້ນຖານແຫຼ່ງທຶນຖືກຈັດສັນ, ຫຼາຍທ້ອງຖິ່ນຢູ່ ນ້ຳຍູນ ໄດ້ໜູນຊ່ວຍກໍ່ສ້າງພື້ນຖານໂຄງລ່າງລົງທຶນກໍ່ສ້າງຫໍໂຮງວັດທະນະທຳຟື້ນຟູບັນດາງານບຸນ. ມາຮອດປັດຈຸບັນທາງເມືອງໄດ້ໜູນຊ່ວຍເງິນເກືອບ 4 ຕື້ດົ່ງ ເພື່ອກໍ່ສ້າງຫໍວັດທະນະທຳໝູ່ບ້ານ 5 ແຫ່ງ, ໜູນຊ່ວຍການເຄື່ອນໄຫວໃຫ້ແກ່ບັນດາກອງສິລະປະວັນນະຄະດີ ແລະ ໜູນຊ່ວຍພາຫະນະອຸປະກອນຮັບໃຊ້ການເຄື່ອນໄຫວວັດທະນະທຳຢູ່ 7 ໝູ່ບ້ານເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ. ທ່ານ ຮ່າວັນເຣະ ຫົວໜ້າຂະແໜງວັດທະນະທຳ ຖະແຫຼງຂ່າວ ເມືອງ ນ້ຳຍູນ ໃຫ້ຮູ້ວ່າ:

“ວຽກງານອະນຸລັກ ເສີມຂະຫຍາຍສີສັນວັດທະນະທຳອັນດີງາມຂອງບັນດາເຜົ່າ ໃນບໍລິເວນເມືອງໄດ້ຮັບຄວາມເອົາໃຈໃສ່ຈາກບັນດາຂະແໜງການຂັ້ນຕ່າງໆ. ຈາກນັ້ນຍົກສູງລະດັບຄວາມຮູ້ໃຫ້ແກ່ພໍ່ແມ່ປະຊາຊົນ ໃນການອະນຸລັກວັດທະນະທຳ ບັນດາຄຸນຄ່າວັດທະນະທຳຂອງບັນດາເຜົ່າ. ການຖ່າຍທອດດ້ານເຕັກນິກອອກແບບຊຸດອາພອນ ກໍ່ຄືບັນດາເຕັກນິກເຄື່ອງຈັກສານ ໄດ້ຊ່ວຍໃຫ້ການກຳແໜ້ນບັນດາຂັ້ນຕອນ ກໍ່ຄືລະດັບຄວາມຮັບຮູ້ຂອງປະຊາຊົນນັບມື້ນັບດີກວ່າເກົ່າ”.

ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ ໃນແຂວງ ລາຍເຈົາ ເວົ້າລວມ ແລະ ເມືອງ ນ້ຳຍູນ ເວົ້າສະເພາະມີສາງວັດທະນະທຳທີ່ເປັນເອກະລັກ. ນະໂຍບາຍໜູນຊ່ວຍກ່ຽວກັບການອະນຸລັກຄຸນຄ່າວັດທະນະທຳພື້ນເມືອງຂອງບັນດາເຜົ່າສ່ວນໜ້ອຍ ພວມໄດ້ຊ່ວຍອຳນາດການປົກຄອງ ແລະ ປະຊາຊົນຢູ່ແຫ່ງນີ້ເກັບຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງທ້ອງຖິ່ນ ອັນໄດ້ສ້າງຄວາມແຕກຕ່າງເພື່ອຮັບໃຊ້ການພັດທະນາເສດຖະກິດ. 

ຕອບກັບ

ຂ່າວ/ບົດ​ອື່ນ