“ ປະເທດຫວຽດນາມ, ລູກມັງກອນ, ຫຼານເທວະດາ ” ຜ່ານສາຍຕາຂອງຊາວລັດເຊຍຄົນໜຶ່ງ


    ປຶ້ມ​ອ່ານ “ ປະ​ເທດຫວຽດນາມ, ລູກ​ມັງກອນ, ຫຼານ​ເທວະ​ດາ ” ຂອງ​ນັກ​ປະພັນ Daria Mishukova ຊາວ​ລັດ​ເຊຍ, ​ເປັນ​ຄັ້ງ​ທຳ​ອິດໄດ້ສະເໜີຕໍ່ຜູ້ອ່ານຫວຽດນາມ ເມື່ອວັນ​ທີ 5/7 ຜ່ານ​ມາ​ຢູ່​ຮ່າ​ໂນ້ຍ. ປຶ້ມ​ດັ່ງ​ກ່າວ​ໂດຍ​ແມ່ນ​ນັກ​ປະພັນ​ຄົນ​ນີ້​ເອງ​​ແປ​ອອກ​​ເປັນ​ພາສາ​ຫວຽດ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຜູ້​ອ່ານ​ທັງຫຼາຍ. ພິ​ເສດ​ຊາວ​ຫວຽດນາມ​ເມື່ອ​ອ່ານ​ປຶ້ມ​ດັ່ງກ່າວ​ກໍ​ສາມາດ​ຄົ້ນ​ຫາ​ໄດ້​ຫຼາຍ​ສິ່ງ​ທີ່​ປະ​ທັບ​ໃຈ ຜ່ານ​ສາຍຕາ​ຂອງ​ຊາວ​ຕ່າງປະ​ເທດ​ຄົນ​ໜຶ່ງ. ​

“ ປະເທດຫວຽດນາມ, ລູກມັງກອນ, ຫຼານເທວະດາ ”   ຜ່ານສາຍຕາຂອງຊາວລັດເຊຍຄົນໜຶ່ງ         - ảnh 1
ໜ້າປົກຂອງປຶ້ມ​ອ່ານ “ ປະ​ເທດຫວຽດນາມ, ລູກ​ມັງກອນ, ຫຼານ​ເທວະ​ດາ ”

      ປຶ້ມ​ອ່ານ “ ປະ​ເທດຫວຽດນາມ, ລູກ​ມັງກອນ, ຫຼານ​ເທວະ​ດາ ” ທີ່​ພິມ​ເປັນ​ພາສາ​ລັດ​ເຊຍ​ກ່ອນ​ນັ້ນ​ມີ​ຊື່ວ່າ “ ຫວຽດນາມ - ​ເສັ້ນ​ທາງ​ໄປ​ຍັງປະ​ເທດຫວຽດ ນາມ, ລູກ​ມັງກອນ, ຫຼານ​ເທວະ​ດາ ” ຖືກ​ແຕ່​ງ​ເມື່ອ​ລະດູ​ຮ້ອນ​ປີ 2006 ບົນ​ພື້ນຖານ​ການ​ໄປ​ຕົວ​ຈິງຂອງນັກ​ປະພັນ Daria Mishukova ພາຍຫຼັງ​ການ​ເດີນທາງ​ຜ່ານ​ທ້ອງ​ຖິ່ນ​ຕ່າງ​ໆຈາກ​ພາກ​ເໜືອ​ລົງຮອດ​ພາກ​ໃຕ້​ຫວຽດນາມ. ປຶ້ມ​ອ່ານ​ດັ່ງກ່າວ​ໄດ້​ສະໜອງ​ບັນດາ​ຂໍ້​ມູນ​ຂ່າວສານ​ທີ່ໜ້າ​ປະ​ທັບ​ໃຈ​ກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດ​ຂອງ​ປະ​ເທດ​ຊາດ​ຫວຽດນາມ​ທີ່​ມີ​ຮູບ​ຕົວ​ໜັງສື S ຕິດ​ພັນ​ກັບ​ເລື່ອງ​ລາວ​ເລົ່າຂານ​ສືບ​ທອດ​ກັນ​ມາ​ກ່ຽວ​ກັບ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຊາດ​ແມ່ນ​ປະ​ເທດ​ຂອງລູກ​ມັງກອນ, ຫຼານ​ເທວະ​ດາ . ທີ່​ພິທີ​ສະ​ເໜີ​ຕໍ່​ຜູ້​ອ່ານ​ປຶ້ມ​ອ່ານ​ດັ່ງກ່າວ​ຊຶ່ງ​ພິມ​ເປັນ​ພາສາ​ຫວຽດນາມ, ນັກ​ປະພັນ Daria Mishukova ​ໃຫ້​ຮູ້​ວ່າ : ​“ ປຶ້ມ​ອ່ານ “ ປະ​ເທດຫວຽດນາມ, ລູກ​ມັງກອນ, ຫຼານ​ເທວະ​ດາ ” ​ໄດ້​ສະໜອງບັນດາ​ຂໍ້​ມູນ​ຂ່າ​ວສານ​ເພື່ອ​ແນະນຳ​ກ່ຽວ​ກັບ​ວັດທະນະທຳ​ຫວຽດນາມ ຊອ່ງ​ແມ່ນ​ພື້ນຖານ​ວັດທະນະທຳ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ສີ, ອຸດົມສົມບູນ, ມີ​ປະຫວັດສາດ​ມາ​ແຕ່​ດົນ​ນານ, ມີ​ຄວາມ​ເປັນ​ເອກະລັກ​ສະ​ເພາະ​ໃນ​ໂລກ​ທັນ​ສະ​ໄໝ. ​ໃນ​ການ​ຫັນປ່ຽນ​ຂອງ​ວິວັດ​ການ​ຫັນ​ເປັນ​ໂລກາ​ພິວັດ​ນັ້ນ, ຄຸນຄ່າ​ວັດທະນະທຳ​ຍິ່ງ​ສູງ​ຂຶ້ນ. ປຶ້ມ​ອ່ານ​ຫົວ​ນີ້ ​ແມ່ນ​ຄວາມ​ພະຍາ​ຍາມສະ​ແດງ​ບັນດາ​ຈຸດ​ພື້ນຖານ​ຂອງ​ວັດທະນະທຳ​ຫວຽດນາມ ”

   ປຶ້ມ​ອ່ານ​ລວມມີ​ບັນດາ​ພາກ​ແນະນຳ​ກ່ຽວ​ກັບປະຫວັດ​ຄວາມ​ເປັນ​ມາ​ຂອງ​ປະ​ເທດ​ຊາດ​, ທຳ​ມະ​ຊາດ, ດິນ​ຟ້າ​ອາກາດ, ບັນດາ​ຕົວ​ເມືອງ, ທິວ​ທັດ​ທີ່​ສວຍ​ງາມ, ຮີດຄອງ​ປະ​ເພນີ, ບັນດາ​ຄຸນ​ລັກສະນະ​ຂອງ​ຊາວ​ຫວຽດນາມ. ປຶ້ມ​ອ່ານ​ຫົວ​ນີ້ ຍັງ​ແນະນຳ​ບັນດາ​ສິ່ງ​ມີ​ຢູ່​ທົ່ວ​ໄປ​ຄື : ​ແນະນຳ​ສະກຸນເງິນ, ເສື້ອຍາວຫວຽດນາມ ຫຼືການເຄື່ອນໄຫວ ປະຈຳວັນໃນຕະຫຼາດ, ການພົບປະກັບແຂກ, ການໄປມາຢູ່ຕາມທ້ອງຖະໜົນຂອງຊາວຫວຽດນາມ ຄືແນວໃດ....ທັງໝົດເຫຼົ່ານັ້ນ ລ້ວນແຕ່ຖືກສັງເກດ, ອະທິບາຍຕາມວິທີຕ່າງຫາກ ແລະ ຜ່ານ​ສາຍຕາ​ຂອງ​ຊາວຕ່າງປະເທດຄົນໜຶ່ງ. ນັກແປ ຖີຕວານ, ຜູ້ອຳນວນການສູນວັດທະນະທຳ ພາສາຝ່າຍ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ​ໃຫ້​ຂໍ້​ສັງ​ເກດ​ວ່າ :  

   “ ຂ້າພະ​ເຈົ້າ​ຖື​ວ່າ ປຶ້ມ​ອ່ານຫົວ​ນີ້ ​ແມ່ນ​ປະກົດ​ການ​ທີ່​ໜ້າ​ພູມ​ໃຈ​ໃນ​ການພ​ົວພັນ​ແລກປ່ຽນ​ວັດທະນະທຳ​ຫວຽດນາມ-ລັດ​ເຊຍ. ​ແຕ່​ດົ​ນນານ​ມາ​ແລ້ວ, ຈຶ່ງ​ປະກົດ​ມີ​ປຶ້ມ​ອ່ານ​ຂອງ​ນັກ​ປະພັນ​ຊາວ​ລັດ​ເຊຍ ຊຶ່ງ​ໄດ້​ແຕ່ງ​ຂຶ້ນ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ວັດທະນະທຳ​ຫວຽດນາມ​ໃຫ້​ແກ່ຜູ້​ອ່ານ​ຢູ່​ລັ​ດ​ເຊຍ. ປຶ້ມ​ອ່ານຫົວ​ນີ້​ໄດ້​ຖືກ​ຈຳໜ່າຍ​ແຕ່​ປີ 2007 ​ແລະ ຈຳໜ່າຍ​ຄືນ​ໃໝ່​ເມື່ອ​ປີ 2010 ​ແລະ ​ໃນ​ເທື່ອ​ນີ້, ນັກ​ປະພັນ Daria Mishukova ​ເອງ​ໄດ້​ແປ​ອອກ​ເປັນ​ພາສາ​ຫວຽດ ​ໂດຍ​ມີ​ການ​ຊ່ວຍ​ເຫຼືອ​ຈາກ​ສາດສະດາຈານ ຮ່າ​ມິນ​ດຶກ ​ແລະ ຄະນະ​ບັນນາທິການ​ພາສາ​ລັດ​ເຊຍ​ສັງກັດ​ສຳ​ໜັກ​ພິມ​ການ​ເມືອງ​ແຫ່ງ​ຊາດ. ປຶ້ມ​ອ່ານ​ເຊັ່ນ​ນີ້​ຖືກ​ສະ​ເໜີ​ຕໍ່​ຜູ້​ອ່ານ ກໍ​ເປັນ​ສັນຍານ​ທີ່​ດີ​ໃຫ້​ແກ່​ການ​ຮ່ວມ​ມື​ແລກປ່ຽນ, ພັດທະນາ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ ” .

“ ປະເທດຫວຽດນາມ, ລູກມັງກອນ, ຫຼານເທວະດາ ”   ຜ່ານສາຍຕາຂອງຊາວລັດເຊຍຄົນໜຶ່ງ         - ảnh 2
               ນັກປະພັນ Daria Mishukova


    Daria Mishukova ​ເກີດ​ປີ 1979 ​ແມ່ນ​ນັກ​ຄົ້ນ​ຄ້ວາ​ຫວຽດນາມ​ວິທະຍາລຸ່ນທີ 3 ຢູ່​ລັດ​ເຊຍ. ​ເພື່ອ​ແຕ່ງ​ສຳ​ເລັດປຶ້ມ​ອ່ານຫົວ​ນີ້​ໃນ​ຮອບ​ເວລາ 3 ​ເດືອນ, ນາງ​​ໄດ້​ໄຊ້​ເວລາ​ກ່ວາ 10 ປີ​ເພື່ອ​ຮຽນ​ພາສາ​ຫວຽດ, ຄົ້ນ​ຄ້ວາ​ກ່ຽວ​ກັບ​ຫວຽດນາມ, ​ແຕ່ງ​ບົດ​ນິພົນ​ວິທະຍາ​ປ້ອງ​ກັນ​ປະລິນຍາ​​ເອກ ​ແລະ ​ໄປ​ສຶກສາ​ຕົວ​ຈິງ​ຢູ່​ຫຼາຍ​ແຂວງ ​ແລະ ນະຄອນ​ຂອງ​ຫວຽດນາມ. ​ເພາະສະ​ນັ້ນ, ປຶ້ມ​ອ່ານ “ ປະ​ເທດຫວຽດນາມ, ລູກ​ມັງກອນ, ຫຼານ​ເທວະ​ດາ ” ຂອງ ນັກ​ປະພັນ Daria Mishukova ​ແມ່ນ​ກິດຈະກຳ​ຄົ້ນ​ຄ້ວາລະ​ອຽດ, ​ເລິກ​ເຊິ່ງຂອງ​ຜູ້​ເຮັດ​ວຽກ​ງານ​ວິທະຍາສາດ ປະສານ​ສົມທົບ​ກັບ​ສາຍຕາ​ຂອງ​ຊ່າວ​ຕ່າງປະ​ເທດ​ຄ​ົນໜຶ່ງ​ດ້ວຍ​ການ​ສັງ​ເກດສະພາບ​ຕົວ​ຈິງຫວຽດນາມ​ຢ່າງ​ເລິກ​ເຊິ່ງ . ສາດສະດາຈານ ຮ່າ​ມິນ​ດຶກ ​ໃຫ້​ຂໍ້​ສັງ​ເກດ​ວ່າ :   

  “ ​ໂດຍ​ແມ່ນ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ທີ່​ຍັງ​ໜຸ່ມ, ນາງ​ Daria Mishukova ມີ​ຈິດ​ວິນ​ຍານ​ທີ່​ໜຸ່ມແໜ້ນ ດ້ວຍ​ຈິດ​ສຳນຶກ​ທີ່​ມີ​ລັກສະນະ​ວັດທະນະທຳ​ສິລະ​ປະ​ສຳລັບ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​, ນີ້​ແມ່ນ​ສິ່ງ​ທີ່​ນາງ Daria Mishukova ສາມາດ​ປະຕິບັດ​ໄດ້ ”

   ນອກຈາກ​ພາສາ​ຫວຽດ, Daria Mishukova ຍັງ​ຄົ້ນ​ຄ້ວາ​ບາງ​ພາສາ​ຢູ່​ເອີ​ລົບ. ວິທີ​ການສັງ​ເກດ​ດ້ານ​ວັດທະນະທຳ​ດ້ວຍ​ຫຼາຍ​ແງ່​ມຸມ ​ໄດ້​ຊ່ວຍ​ໃຫ້ Daria Mishukova ສາມາດ​ແຕ່ງ​ປຶ້ມ​ອ່ານ​ທີ່​ມີ​ລວງ​ເລິກ, ​ແຕ່​ຍັງ​ຄົງມີ​ຄຸນ​ປະ​ໂຫຍ​ດຕົວ​ຈິງ​ທີ່​ມີ​ຕໍ່​ຊາວ​ລັດ​ເຊຍ ບັນດາ​ຜູ້​ຢາກ​ມາ​ຢ້ຽມຢາມ​ຫວຽດນາມ. ​ໃນ​ສາຍຕາ​ຂອງ​ຊາວ​ຕ່າງປະ​ເທດ, ປຶ້ມ​ອ່ານ​ຫົວ​ນີ້​ຍັງ​​ໃຫ້​ຂໍ້​ສັງ​ເກດ​ທັງ​ສິ່ງ​ທີ່​ແປກ​ປະຫຼາດ​ໃນ​ວັດທະນະທຳ, ວິຖີ​ຊີວິດ​ຂອງ​ຊາວ​ຫວຽດນາມ. ບັນດາ​ສິ່ງ​ທີ່​ພວມ​ປະກົດ​ຂຶ້ນ​ປະຈຳ​ວັນ​ຢູ່​ຫວຽດນາມ ​ໄດ້​ຖືກ Daria Mishukova ຂຽນ​ຢ່າງ​ມີ​ຊີວິດ​ຊີວາ, ຊ້ຳ​ບໍ​ໜຳ​ກໍ​ພາ​ໃຫ້​ເກີດ​ສຽງ​ຫົວ, ​ເຮັດ​ໃຫ້​ຜູ້​ອ່ານ​ຊາວ​ຫວຽດນາມ​ຕ້ອງຄຳນຶງ​ເຖິງ. ຫ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ, ​ເນື້ອ​ໃນ​ທັງ​ໝົດ​ຂອງ​ປຶ້ມ​ອ່ານ​ດັ່ງກ່າວ​ໄດ້​ສໍ່​ສະ​ແດງ​ໃຫ້​ເຫ​ັນອາລົມ​ຈິດ​ທີ່​ດີ ​ແລະ ຄວາມ​ຮັກ​ແພງທີ່​ມີ​ຕໍ່​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ. Daria Mishukova ​ໄດ້​ເຂົ້າ​ໃຈ ​ແລ​ະ ຮັກ​ແພງ​ປະ​ເທດ​ຫວຽດນາມ​ຄື​ດັ່ງ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ. ຍ້ອນ​ເຫ​ດນີ​້ເອງ, ປຶ້ມ​ອ່ານ “ ປະ​ເທດ ຫວຽດນາມ, ລູກ​ມັງກອນ, ຫຼານ​ເທວະ​ດາ ” ຂອງ Daria Mishukova ​ໄດ້​ຮັບ​ຄວາມ​ຊົມ​ຊອບ​ບໍ່​ພຽງ​ແຕ່​ຢູ່​ລັດ​ເຊຍ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ທັງ​ປະ​ເທດ​ຫວຽດນາມ​ອີກ​ດ້ວຍ. ມີ​ບໍລິສັດ​ທ່ອງ​ທ່ຽວ​ຫຼາຍ​ແຫ່ງ​​ໄດ້​ຖື​ປຶ້ມ​ອ່ານ​ຫົວ​ນີ້ ​ເປັນ​ປຶ້ມ​ຄູ​ມື​ທີ່​ມີ​ຜົນ​ປະ​ໂຫຍ​ດສຳລັບ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ​ແລະ ນັກ​ທ່ອງ​ທ່ຽວ​ປະ​ເທດ​ຕ່າງໆ​ເມື່ອ​​ມາຢ້ຽມຢາມ​ຫວຽດນາມ .

ຕອບກັບ

ຂ່າວ/ບົດ​ອື່ນ