ປະເພນີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່າໄທດຳ

(vovworld) - ແຕ່​ລະ​ເທື່ອ​ເມື່ອ​ບຸນ​ປີ​ໃໝ່ປະ​ຈຳ​ຊາດ (ບຸນ​ເຕັດ), ລະ​ດູ​ບານ​ໃໝ່​ວຽນ​ມາ, ຊາວ​ເຜົ່າ​ໄທ​ດຳ​ຢູ່ດ້ຽນ​ບຽນ​ ກໍ່​ກະ​ກຽມ​ຊັບ​ຊ້ອນ​ເຮືອນ​ຊານ, ເຮັດ​ອະ​ນາ​ໄມໃຫ້​ສະ​ອາດ, ກະ​ກຽມ​ດອກ​ຄາຍ, ພາ​ດອກ​ໄມ້ 5 ຊະ​ນິດ, ທັນ​ຍາ​ຫານ, ສະ​ບຽງ​ອາ​ຫານ ເພື່ອ​ຈັດ​ບຸນ​ປີ​ໃໝ່. ເຖິງວ່າ​ຊີ​ວິດ​ໃນ​ຍຸກ​ທັນ​ສະ​ໄໝ​ກໍ່​ຕາມ, ແຕ່​​ຊາວ​ເຜົ່າ​ໄທ​ຍັງ​ຄົງ​ຮັກ​ສາມູນ​ເຊື້ອ​ອັນ​ດີ​ງາມຂອ​ງ​ຕົນ​ໄວ້. ໃນ​ລາຍ​ການມື້ນີ້, ເຊີນ​ທ່ານ​ເຂົ້າ​ຮ່ວມ​ບຸນ​ປີ​ໃໝ່​ພ້ອມ​ກັບ​ຄອບ​ຄົວ​ທ່ານ ກາ​ວັນ​ຢີ໋ນ, ຢູ່​ຕາ​ແສງຊາມ​ມື໋ນ, ເມືອງ ດ້ຽນ​ບຽນ, ແຂວງ​ດ້ຽນ​ບຽນ, ເພື່ອ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ຊາວ​ເຜົ່າ​ໄທຢູ່​ທີ່ນີ້.

ປະເພນີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່າໄທດຳ - ảnh 1

ພາເຂົ້າບຸນປີໃໝ່ຂອງເຜົ່າໄທດຳ

(ພາບອິນເຕີແນດ)

        ຢືນ​ຕໍ່​ໜ້າ​ແທ່ນ​ບູ​ຊາ, ທ່ານ ກາ​ວັນ​ຢີ໋ນ ໄດ້​ພາ​ວະ​ນາ​ຂໍ​ໃຫ້​ຄອບ​ຄົວ​ມີ​ຄວາມໂຊກ​ດີ, ສະ​ດວກ​ສະ​ບາຍ, ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ລູກຫຼານ​ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ, ຮຽນ​ເກັ່ງ, ດຸ​ໝັ່ນ​ພາກ​ພຽນ, ຮູ້​ຄວາມ. ມື້ນີ້​ວັນ​ທີ 4 ເດືອນ​ຈຽງ ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ຫວຽດ​ນາມ, ຄອບ​ຄົວ​ທ່ານ​ໄດ້​ຈັດ​ພາ​ເຂົ້າບູ​ຊາ. ຜູ້​ເຖົ້າ​ຜູ້​ແກ່​ໃນ​ເມື່ອ​ກ່ອນ​ມີ​ຮີດ​ຄອງ​ທີ່​ວ່າ “ວັນ​ທີ 1 ຂອງ​ປີ​ໃໝ່ແມ່ນ​ເພື່ອ​ແມ່, ວັນ​ທີ 2 ແມ່ນ​ເພື່ອພໍ່, ວັນ​ທີ 3 ແມ່ນ​ເພື່ອ​ຄູ​ອາ​ຈານ”, ຫຼັງ​ຈາກ​ນັ້ນແຕ່​ລະ​ຄອບ​ຄົວ​ຈະ​ເລືອກ​ເອົາມື້​ສັນ​ວັນ​ດີເພື່ອ​ຈັດ​ພິ​ທີ​ສົ່ງ​ບັນ​ພະ​ບຸ​ລຸດ, ທັງ​ແມ່ນ​ຈຸດ​ເວ​ລາ​ຖະ​ຫວາຍ​ທູບ​ທຽນ​ສິ້ນ​ສຸດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ.

        ພາຍຫຼັງ​ພິ​ທີ​ບູ​ຊາ, ທ່ານ ກາ​ວັນ​ຢີ໋ນ ພ້ອມ​ກັບ​ລູກຫຼານ​ນັ່ງ​ອ້ອມ​ພາ​ເຂົ້າ. ໃນ​ເລື່ອງ​ລາວ​ຂອງ​ຕົນ, ທ່ານ​ໄດ້​ເລົ່າ​ໃຫ້​ລູກຫຼານ​ຟັງ ເພື່ອ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີຂອງ​ເຜົ່າ​ຕົນ. ປະ​ຈຸ​ບັນ, ຍັງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ທ່ານ​ຍັງ​ຮັບ​ປະ​ກັນ​ວຽກ​ງານ​ບູ​ຊາ, ແຕ່​ເມື່ອ​ສຸ​ຂະ​ພາບ​ອ່ອນ​ເພຍ​ລົງ, ພິ​ທີ​ບູ​ຊາ​ໃນ​ຄອບ​ຄົວ​ຕ້ອງມອບ​ໃຫ້​ລູກຫຼານ​ຮັບ​ປະ​ກັນ.

        “ຕ້ອງ​ລາຍ​ງານ​ກັບ​ບັນ​ພະ​ບຸ​ລຸດ​ວ່າ, ປີນີ້​ຄອບ​ຄົວ​ເຮົາ​ມີ​ໝາກ​ໄມ້​ປະ​ເພດ​ຕ່າງໆ, ທຳ​ອິດ​ແມ່ນ​ຕ້ອງ​ມີໝາກຮຸ່ງ ​ເພາະ​ວ່າ​ໝາກ​ຮຸ່ງ​ແມ່ນ​ສັນ​ຍາ​ລັກ​ແຫ່ງຄວາມ​ສົມ​ບູນ​ ແລະ ​ໝາກ​ກ້ຽງ​, ໝາກ​ກ້ວຍ, ດອກ​ຄາຍ. ສ່ວນ​ອາ​ຫານ​ຕ້ອງ​ມີ​ບາງ​ເຍື່ອງ​ຄື​ຊີ້ນ​ແຫ້ງ, ປາ, ໄກ່…”.

ປະເພນີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່າໄທດຳ - ảnh 2

ພາໝາກໄມ້

(ພາບອິນເຕີແນດ)

        ທ່ານ​ຢີ໋ນ ຍັງ​ຕັກ​ເຕືອນ​ລູກຫຼານ, ບຸນ​ປີ​ໃໝ່​ບໍ່​ພຽງ​ແຕ່​ທຸກ​ຄົນ​ໃນ​ຄອບ​ຄົວ​ເຕົ້າ​ໂຮມ​ກັນ​ເທົ່າ​ນັ້ນ, ຫາກນີ້​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຍາດ​ຕິ​ພີ່​ນ້ອງ, ເພື່ອ​ນມິດ​ໃນ​ບ້ານ​ພົບ​ກັນ​ອີກ​ດ້ວຍ.

        “ບຸນ​ປີ​ໃໝ່​ຄອບ​ຄົວ​ໃດ​ກໍ່​ຈັດ​ພາ​ເຂົ້າ​ເພື່ອ​ເຕົ້າ​ໂຮມ​ອ້າຍ​ນ້ອງ, ເພື່ອນ​ບ້ານ​ໃກ້​ຄຽງນຳ​ກັນ ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ຄອບ​ຄົວ​ມີ​ການ​ພົວ​ພັນ​ປອງດອງ​ກັບ​ຊາວ​ບ້ານ. ສ່ວນ​ລູກຫຼານ​ເຕົ້າ​ໂຮມ​ກັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຜາ​ສຸກ​ຂອງ​ຄອບ​ຄົວ​ນັ້ນ”.

        ໃນ​ວົງ​ຕະ​ກຸນ, ຄອບ​ຄົວ​ໃດ​ມີຫຼາຍ​ລຸ້ນ​ຄົນ​ຢູ່​ຮ່ວມ​ກັນ​ແມ່ນ​ຈະ​ໄດ້​ຈັດ​ຕັ້ງ​ພິ​ທີ​ເຊີນ​ແຂກ​ມາ​ກ່ອນ.

        “​ໃນ​ຈຳ​ນວນຄອບ​ຄົວ​​ທີ່ມີ 3 ລຸ້ນ​ຄົນ, 2 ລຸ້ນ​ຄົນ, 1 ລຸ້ນ​ຄົນ​ຢູ່​ຮ່ວມ​ກັນ​ນັ້ນ, ຄ​ອບ​ຄົວ​​ທີ່ມີ 3 ລຸ້ນ​ຄົນ​ຢູ່​ຮ່ວມ​ກັນ​ຈະ​ໄດ້​ຮັບ​ບຸ​ລິ​ມາ​ສິດ​ໃຫ້​ຈັດ​ພິ​ທີ​ໃນ​ວັນ​​ທຳ​ອິດຂອງ​ບຸນ​ປີ​ໃໝ່, ສ່ວນ​ຄອບ​ຄົວ​ມີ 2 ລຸ້ນ​ຄົນ​ຢູ່​ຮ່ວມ​ກັນ​ແມ່ນ​ຈັດ​ພິ​ທີ​ໃນ​ວັນ​ທີ 2, ຄອບ​ຄົວ​​ທີ່ມີລຸ້ນ​ດຽວ​​ເທົ່າ​ນັ້ນ ແມ່ນ​ຖືກຈັດ​ພິ​ທີ​ໃນ​ວັນ​ທີ 3 ຂອງ​ປີ​ໃໝ່”.

        ວຽກ​ງານບູ​ຊາ​ແມ່ນ​ຜູ້​ຊາຍ​ຮັບ​ຜິດ​ຊອບ, ສ່ວນ​ວຽກງານແຕ່ງ​ກິນ, ຊື້​ເຄື່ອງ​ຂອງ, ຊັບ​ຊ້ອນ, ​ເຮັດ​ອະ​ນາ​ໄມ​ເຮືອນ​ຊານ ໂດຍ​ຜູ້​ຍິງ​ຮັບ​ຜິດ​ຊອບ. ອາ​ຫານ​ພື້ນ​ເມືອງ​ທີ່​ຂາດ​ບໍ່​ໄດ້​ຂອງ​ຊາວ​ເຜົ່າ​ໄທ​ແມ່ນໄຄ​ຢ້າງ, ແກງ​ໜໍ່​ໄມ້, ຊີ້ນ​ປີ້ງ… ປ້າ ຫຼໍ່​ທິ​ເລື່ອງ, ເມຍ​ຂອງ​ທ່ານ ຢີ໋ນ, ໃຫ້​ຮູ້​ວ່າ, ​ນັບ​ແຕ່​ເວ​ລາ​ຍັງ​ນ້ອຍ, ​ຜູ້ຍິງຊົນ​ເຜົ່າ​ໄທໄດ້​ຮັບ​ການ​ສິດ​ສອນ​ກ່ຽວ​ກັບ​ວຽກ​ບ້ານ​ການ​ເຮືອນ, ອາ​ຫານ​ໃນ​ບຸນ​ປີ​ໃໝ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຊຳ​ນານ​ຂອງ​ຜູ້​ຍິງ​ໃນ​ຄອບ​ຄົວ.

        “ບຸນ​ປີ​ໃໝ່​ບໍ່​ກິນ​ຊີ້ນ​ເປັດ, ຫາກ​ກິນ​ຊີ້ນ​ໄກ່, ສ່ວນ​ຊີ້ນ​ປີ້ງ​ແມ່ນ​ຂາດ​ບໍ່​ໄດ້. ບຸນ​ປີ​ໃໝ່​ບໍ່​ມີ​ໃຜ​ອຶດ​ຫີວ, ແຕ່​ເຮັດອາ​ຫານ​ແຫ້ງ​ແມ່ນກິນ​ງ່າຍກວ່າ. ​ກ່ອນນີ້​ບໍ່​ມີ​ຕູ້​ເຢັນ, ເມື່ອ​ໄປ​ອວຍ​ພອນ​ປີ​ໃໝ່​ກັບ​ມາ ແມ່ນ​ໄດ້​ມີ​​ອາ​ຫານແຫ້ງ​ເພື່ອ​ກິນ​ແລ້ວ”.

ປະເພນີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່າໄທດຳ - ảnh 3

ຊີ້ນປີ້ງແມ່ນຂາດບໍ່ໄດ້ໃນງານບຸນ

(ພາບອິນເຕີແນດ)

        ໃນ​ພາ​ເຂົ້າ​ຂອງ​ຊົນ​ເຜົ່າ​ໄທ, ປາ ແລະ ໄກ່ ​ກໍ່ແມ່ນ​ອາ​ຫານ​ທີ່ຂາດ​ບໍ່​ໄດ້. ທ່ານ ຢີ໋ນ ບອກວ່າ, ອາ​ຫານ​ໃນ​ພາ​ເຂົ້າ​ຕ້ອງ​ມີ​ທັງ​ສັດ​ນ້ຳ ແລະ ສັດລ້ຽງ, ດັ່ງ​ນັ້ນ​ປາ ແລະ ໄກ່​ຈຶ່ງ​ແມ່ນ​ສັດ​ທີ່​ຂາດ​ບໍ່​ໄດ້.

        ໃນ​ຄອບ​ຄົວ​ມີ​ລູກ​ໃ​ຜ້ແມ່ນ​ເຜົ່າ​ໄທ​ຂາວ, ດັ່ງ​ນັ້ນ​ຜົວ​ເມຍ​ທ່ານ ຢີ໋ນ​ຈຶ່ງ​ຢາກ​ໃຫ້ລູກ​ໃຜ້​ມີ​ຄວາມເຂົ້າ​ໃນ​ຕື່ມ​ກ່ຽວ​ກັບ​ຮີດ​ຄອງ​ຂອງ​ເຜົ່າ​ໄທ​ດຳ ເພື່ອ​ພະ​ຍາ​ຍາມ​ຮັກ​ສາ​ຮີດ​ຄອງນີ້​ໄວ້. ເອື້ອຍ ເຟືອງ, ລູກ​ໃຜ້​ຂອງ​ຜົວ​ເມຍ​ທ່ານ ຢີ໋ນ​ເວົ້າ​ວ່າ, ນາງ​ເຂົ້າ​ໃຈ ແລະ ປະ​ຕິ​ບັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພໍ່​ແມ່​ສິດ​ສອນໃຫ້​ຕາມ​ປະ​ເພ​ນີ​ຂອງວົງ​ຕະ​ກຸນ, ໝູ່​ບ້ານ. ຄື​ສະ​ຜົມ​ດ້ວຍນ້ຳລ້າງ​ເຂົ້າ. ກ່ອນ​ວັນ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່, ປ້າ ເລືອງ ​ເຄີຍ​ພ້ອມ​ກັບ​ລູກ​ສາວ, ລູກ​ໃຜ້ຮັກ​ສາ​ປະ​ເພ​ນີນີ້​ໄວ້.

        “ພາຍຫຼັງ​ກິນ​ເຂົ້າ​ທ່ຽງ​ແລ້ວ, ທັງ​ບ້ານ​ພາ​ກັນ​ໄປ​​ຫ້ວຍ​ນ້ຳ, ເພາະ​ເຂົາ​ເຈົ້າ​ຖື​ວ່າ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ບໍ່​ດີ​ຈະ​ຖືກ​ນຳ​ໄປ​​ຫ້ວຍ​ນ້ຳເພື່ອ​ໃຫ້ນ້ຳ​ສຸໄປ​ອອກ​ສູ່​ທະ​ເລ. ເຂົາ​ເຈົ້າ​ຍັງ​ພາ​ວະ​ນາ​ຂໍ​ໃຫ້​ລູກຫຼານ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ”.

ປະເພນີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່າໄທດຳ - ảnh 4

ພວກນາງສາວໄປສະຜົມຕາມຫ້ວຍນ້ຳ

(ພາບອິນເຕີແນດ)

        ຢູ່​ອ້ອມ​ພາ​ເຂົ້າ, ​ທຸກ​ຄົນໃນ​ຄອບ​ຄົວ​ທ່ານ ຢີ໋ນ​ ໄດ້​ໂອ້​ລົມ​ນຳ​ກັນ​ຢ່າງ​ຟົດ​ຟື້ນ​​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ, ແບບ​ແຜນ​ດຳ​ລົງ​ຊີ​ວີດ. ຜົວ​ເມຍທ່ານ​ຢີ໋ນ ກໍ່​ຄື​ພໍ່​ແມ່​ຜູ້​ອື່ນຫຼາຍ​ຄົນ​ລ້ວນ​ແຕ່​ຫວັງ​ວ່າ, ​ລຸ້ນ​ລູກ​ລຸ້ນຫຼານ​ຈະ​ປະ​ຕິ​ບັດ ແລະ ຮັກ​ສາ​ພິ​ທີ​ງານ​ບຸນ​ຕ່າງໆຂອງ​ບັນ​ພະ​ບຸ​ລຸດ​ໄວ້ ດ້ວຍ​ຄວາມ​ເຄົາ​ລົບ​ນັບ​ຖື.

ຕອບກັບ

ຂ່າວ/ບົດ​ອື່ນ