ປະເພນີຕ້ອນຮັບບຸນເຕັດຂອງຊາວພາກໃຕ້ຫວຽດນາມ

(vovworld) – ​ເມື່ອ​ດອກ​ຄາຍ​ຢູ່​ພາກ​ເໜືອ​ເບັ່ງ​ບານ​ສີສັນ ​ແລະ ດອກ​ເໝີຍ​ສີ​ເຫຼືອ​ອວດອົ່ງ​ຄວາມ​ງາມ​ທ່າມກາງ​ແສງຕາ​ເວັນ​ທີ່​ອົບ​ອູ່​ນນັ້ນ, ກໍ່​ແມ່ນ​ເວລາ​ທີ່​ຊາວ​ພາກ​ໃຕ້​ຕ້ອນ​ຮັບ​ບຸນປີ​ໃໝ່​ປະຈຳ​ຊາດ (ບຸນ​ເຕັດ) ດ້ວຍປະ​ເພນີ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ເຂດ​ພາກ.

ປະເພນີຕ້ອນຮັບບຸນເຕັດຂອງຊາວພາກໃຕ້ຫວຽດນາມ - ảnh 1

ດອກເໝືຍຢູ່ພາກໃຕ້ໃນຍາມບຸນເຕັດ
(ພາບ: ອິນເຕີແນດ)

        ​ແຕ່ລະ​ເທື່ອ, ​ເມື່ອ​ລະດູບານ​ໃໝ່​ວຽນມາ, ຊາວ​ພາກ​ໃຕ້ (ລວມມີ​ບັນດາ​ແຂວງ​ທິດ​ໃຕ້​ພາກ​ກາງ, ນະຄອນ​ໂຮ່ຈີ​ມິນ ​ແລະ ບັນດາ​ແຂວງ​ທິດຕາ​ເວັນ​ອອກ ​ແລະ ຕາ​ເວັນ​ຕົກ​ພາກ​ໃຕ້) ​ເຖິງ​ວ່າ​ຈະ​ເຮັດ​ອາຊີບ​ໃດ, ຢູ່​ບໍ່​ວ່າ​ແຫ່ງ​ໃດ, ກໍ່​ລ້ວນ​ແຕ່​ກັບ​ຄືນ​ເຕົ້າ​ໂຮມ​ພ້ອມກັບ​ຄອບຄົວ. ກ່ອນ​ບຸນ​ເຕັດ​ປະມານ​ເຄິ່ງ​ເດືອນ, ບັນດາ​ສະມາຊິກ​ໃນ​ຄອບຄົວ​​ເຄີຍຊັບຊ້ອນ, ປະດັບ​ປະດາ​ເຮືອນ​ຊານ​ຂອງ​ຕົນ​ໃຫ້​ສວຍ​ງາມ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ. ປະຊາຊົນ​ກໍ່​ຖື​ເປັນ​ສຳຄັນ​ພິທີ​ບູຊາເທວະ​ດາຜູ້​ດູ​ແລ​ເຕົາ​ໄຟ​ (ຊາວ​ຫວຽດນາມ​ເອື້ອນ​ວ່າ​ຕ໋າວກົງ) ໃນ​ວັນ​ທີ 23 ​ເດືອນ​ສິບ​ສອງ (​ໄລ່​ຕາມ​ຈັນທະ​ປະຕິທິນ) ​ເພື່ອ​ສົ່ງ ເທວະ​ດາຜູ້​ດູ​ແລ​ເຕົາ​ໄຟຂຶ້ນ​ແດນ​ສະຫວັນ. ນັກ​ຄົ້ນ​ຄ້ວາ​ວັດທະນະທຳ ດ່ວານ​ຈ້ອງ​ຮູ​ຍ, ຖື​ວ່າ:

        “ສຳລັບ​ຊາວ​ພາກ​ໃຕ້​ແລ້ວ, ວັນ​ສົ່ງ​ເທວະ​ດາຜູ້​ດູ​ແລ​ເຕົາ​ໄຟ​ຂຶ້ນ​ແດນ​ສະຫວັນ ກໍ່​ແມ່ນ​ວັນ​ບູຊາດ້ວຍ​ອາຫານ​ຫຼາຍ​ເຍື່ອງ, ​ໃນ​ນັ້ນ​ນຳ້​ຫວານ​ແມ່ນ​ເຍື່ອງ​ທີ່​ຂາດ​ບໍ່​ໄດ້. ​ເພາະວ່າ​ມັນສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ້ງ​ມາດ​ປາຖະໜາ​ຢາກ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ສະດວກ​ສະບາຍ. ​ເມື່ອ​ເທວະ​ດາຜູ້​ດູ​ແລ​ເຕົາ​ໄຟຂຶ້ນ​ລາຍ​ງານ​ຕໍ່​ເທ​ພະຍະ​ເຈົ້າ​ແມ່ນ​ຕ້ອງ​ເວົ້າ​ດ້ວຍ​ສຽງ​ອ່ອນ​ຫວານ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ, ​ເພື່ອ​ໃຫ້​ວຽກ​ງານ​ທັງ​ໝົດ​ໃນ​ປີ​ສະດວກ​ສະບາຍ ​ແລະ ດີກ​ວ່າ​ປີ​ເກົ່າ​.

ປະເພນີຕ້ອນຮັບບຸນເຕັດຂອງຊາວພາກໃຕ້ຫວຽດນາມ - ảnh 2

ພາເຂົ້າບຸນເຕັດຂອງຊາວພາກໃຕ້
(ພາບ: ອິນເຕີແນດ)

        ສຳລັບ​ຊາວ​ພາກ​ໃຕ້, ກ່ອນ​ອື່ນ​ໝົດບຸນ​ເຕັດ​ ແມ່ນ​ເພື່ອ​ໃຫ້​ບັນພະບຸລຸດ, ​ໃຫ້​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ​ຫຼັງ​ຈາກ​ນັ້ນ​ຈຶ່ງ​ສະຫງວນໃຫ້​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່. ຍ້ອນ​ເຫດ​ນັ້ນ, ກ່ອນ​ບຸນ​ເຕັດ, ຫຼາຍ​ຄອບຄົວ​ໄດ້​ໄປ​ ​ເຮັດອະນາ​ໄມ, ປະດັບສຸສານ​​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ ​ເພື່ອ​​ເຊີນ​ບັນພະບຸລຸດ​ກັບ​ມາ​ຕ້ອນຮັບ​ບຸນ​ເຕັດ​ພ້ອມ​ກັບ​ລູກ​ຫຼານ. ນັບ​ແຕ່​ຍາມ​ເຊົ້າ​ວັນ​ທີ 30 ​ເດືອນ​ສິບ​ສອງ (ຕາມ​ຈັນທະ​ປະຕິທິນ) ​ເຊິ່ງ​ແມ່ນ​ວັນ​ສົ່ງທ້າຍ​ປີ​ເກົ່າ, ທຸກ​ຄົນ​ໃນ​ຄອບຄົວ​ລ້ອນ​ແຕ່​ເຕົ້າ​ໂຮມ​ກັນ, ຊັບຊ້ອນ, ກະກຽມ​ໃຫ້​ວັນ​ບຸນ​ເຕັດ. ຜູ້ຍິງ​ກະກຽມ​ອາຫານ​ໃຫ້​ພາ​ເຂົ້າ​ບູຊາ. ສ່ວນ​ຜູ້​ຊາຍ​ກໍ່​ກະກຽມ​ເຄື່ອງ​ບູຊາ. ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ​ພາກ​ໃຕ້, ​ເຈືອງ​ງອກ​ເຕື່ອງ, ​ໃຫ້​ຮູ້​ວ່າ:

        “ບຸນ​ເຕັດຢູ່​ພາກ​ໃຕ້​ເອີ້ນ​ວ່າ​ກິນ​ເຕັດ, ​ເພາະວ່າ​ຜູ້​ຍັງ​ມີ​ຊີວິດ​ຢູ່​ຈະ​ໄດ້​ພັກ​ການ, ​ໄດ້​ກິນ, ​ໄດ້​ລະ​ຫຼິ້ນ ​ແລະ ອວຍພອນ​ໃນ​​ໂອກາດບຸນ​ເຕັດ, ​ແຕ່​ການ​ບູຊາ​ໃນ 3 ວັນ​ບຸນ​ເຕັດ ​ແມ່ນ​ບູຊາ​ໃຫ້​ບັນພະບຸລຸດ. ພວກ​ເຮົາ​ໄດ້​ກິນ, ​​ແລະ ​ເບີກບານ​ມ່ວນ​ຊື່ນ​ໃນ​ຊຸມ​ວັນ​ບຸນ​ເຕັດ​ແລ້ວ, ບັນພະບຸລຸດ ​ແລະ ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ກໍ່​ຕ້ອງ​ມີ​ຄວາມອິ່ມໜຳສຳ​ລານໃນ​ຊຸມ​ວັນ​ບຸນ​ນີ້​ເຊັ່ນ​ກັນ”.

ປະເພນີຕ້ອນຮັບບຸນເຕັດຂອງຊາວພາກໃຕ້ຫວຽດນາມ - ảnh 3


ພາໝາກໄມ້ 5 ປະເພດຂອງຊາວພາກໃຕ້
(ພາບ: ອິນເຕີແນດ)

        ​ເທິງ​ແທ່ນ​ບູຊາ​ບັນພະບຸລຸດ​ໃນ​ບຸນ​ເຕັດ, ນອກຈາກມີ​ດອກ​ເໝີຍ​ແລ້ວ ຍັງ​ມີ​ພາ​ໝາກ​ໄມ້​ລວມ 5 ປະ​ເພດຄື: ໝາກຂຽບ, ໝາກ​ມວງ, ໝາກ​ໂມ, ໝາກຮຸ່ງ, ​ແລະ ໝາກ​ນັດ​ອີກ, ​ເພາະວ່າ​ຕາມ​ການ​ຜັນ​ສຽງ​ຂອງ​ຊາວພາກ​ໃຕ້​ແລ້ວ ມັນ​ມີ​ຄວາມ​ໝາຍວ່າ ”ພາວະນາ​ພໍດີ​ໃຊ້” ​ແລະສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນຄົງ​ອີກ​. ພາ​ເຂົ້າ​ບູຊາ​ໃນ​ບຸນ​ເຕັດ ​ແມ່ນ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ​່ບັນພະບຸລຸດ, ​ແລະ ຄວາມ​ຊຳນານ​ຂອງ​ຜູ້ຍິງ​ພາກ​ໃຕ້​ໃນ​ການ​ແຕ່ງອາຫານ​ບູຊາຕາມ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ພາກ​ໃຕ້. ທ່ານ ຟ້າ​ມວັນ​ຮຶງ, ຊາວ​ດົ່ງ​ນາຍ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຕ້ອນຮັບ​ບຸນປີ​ໃໝ່​ຕາມ​ປະ​ເພນີ​ໂດຍ​ບັນພະບຸລຸດ​ປະ​ໄວ້. ວັນ​ທີ 30, ​ແມ່ນ​ວັນ​ສົ່ງທ້າຍປີ​ເກົ່າ, ຂ້າພະ​ເຈົ້າ​ຈັດ​ພາ​ເຂົ້າຕ້ອນຮັບ​ບັນພະບຸລຸດກັບ​ມາ​ຄອບຄົວ​, ດ້ວຍ​ຊີ້ນ​ໝູ, ຊີ້ນ​ປາ​, ​​ ເຂົ້າຕົ້ມ, ​ເຂົ້າໜົມ, ໝາກ​ໄມ້ຢ່າງ​ຄົບ​ຖ້ວນ, “.

ປະເພນີຕ້ອນຮັບບຸນເຕັດຂອງຊາວພາກໃຕ້ຫວຽດນາມ - ảnh 4

ແທ່ນບູຊາຂອງຊາວພາກໃຕ້ໃນຍາມບຸນເຕັດ
(ພາບ: ອິນເຕີແນດ)

        ກ່ອນ​ນີ້​, ​ເມື່ອຮອດ​ບຸນ​ເຕັດ, ມີ​ຫຼາຍ​ຄອບຄົວ​ຢູ່​ພາກ​ໃຕ້​ເຄີຍ​ຕັ້ງ​ເສົາ​ໄມ້​ໄຜ່ທີ່​ຫ້ອຍ​ທຸງ​ຕໍ່ໜ້າ​ເຮືອນ​ເພື່ອ​ຂັບ​ໄລ່​ຜີ​ສາງ​ນາງ​ໄມ້ບໍ່​ໃຫ້​ກໍ່ກວນ​ຄອບຄົວ ​ແລະ ຕົ້ມ​ນຳ້ຫວານ ​​ເພື່ອເປັນ​ສັນຍາ​ລັກ​ແຫ່ງ​ການ​ເຕົ້າ​ໂຮມ​ ຄອບຄົວ, ກໍ່​ຄືສະ​ແດງ​ໃຫ້​ເຫັນ​ຄວາມ​ອົບ​ອູ່​ນ, ອ່ອນ​ຫວານ ​ແລະ ຄວາມ​ຜາ​ສຸກ. ​ເຖິງ​ວ່າ​ປະຈຸ​ບັນ​ມີ​ຫຼາຍ​ຄອບຄົວ​ບໍ່​ຕັ້ງ​ເສົາ​ໄມ້​ໄຜ່​ຕໍ່ໜ້າ​ເຮືອນ​ອີກ​ກໍ່ຕາມ, ​ແຕ່​ຮີດຄອງ​ປະ​ເພນີ​ນີ້​ຍັງ​ຄົງ​ຈົດ​ຈຳ​ໃນ​ຈິດ​ໃຈຂອງ​ຫຼາຍ​ຄົນ​ຢູ່. ທ່ານ ​ເຈືອງ​ງອກ​​ເຕື່ອງ, ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

ປະເພນີຕ້ອນຮັບບຸນເຕັດຂອງຊາວພາກໃຕ້ຫວຽດນາມ - ảnh 5


ເສົາ​ໄມ້​ໄຜ່ທີ່​ຫ້ອຍ​ທຸງ​ຕໍ່ໜ້າ​ເຮືອນ​ເພື່ອ​ຂັບ​ໄລ່​ຜີ​ສາງ​ນາງ​ໄມ້ບໍ່​ໃຫ້​ກໍ່ກວນ​ຄອບຄົວ
(ພາບ: ອິນເຕີແນດ)

        “ຄອບຄົວ​ຂ້າພະ​ເຈົ້າ​ເຄີຍ​ຕົ້ມ​ນຳ້ຫວານ​ແຕ່​ຕອນ​ບ່າຍ​ວັນ​ທີ 30, ພາຍຫຼັງ​ກິນ​ແລ້ວ​ຈະ​ໄປ​ຫົດ​ນຳ້. ຢູ່​ພາກ​ໃຕ້​ບໍ່​ມີ​ປະ​ເພນີ​​ເກັບ​ໃບ​ໄມ້​ປົ່ງ​ໃໝ່​ໃນ​ຕົ້ນ​ປີ​ໃໝ່, ຫາດ​ຕອນ​ບ່າຍ​ວັນ​ສົ່ງ​ທ້າຍ​ປີ​ເກົ່າ​ພັດ​ໄປ​ຫົດ​ນຳ້​ໃຫ້​ຜັກ ​ແລະ ຕົ້ນ​ໄມ້​​ໃນສວນ. ​ເຮັດ​ຄື​ແນວ​ນັ້ນ​ເພື່ອ​ບໍ່​ຕ້ອງ​ຫົດ​ນຳ້​ໃນ 3 ວັນ​ບຸນ​ເຕັດ​ອີກ ​ແລະ ກໍ່​ບໍ່​ໄດ້​ຫັດ​ງ່າ​ໄມ້​, ​ເກັບ​ໝາກ​ໃນ 3 ວັນ​ບຸນ​ອີກ“.

        ບຸນ​ເຕັດ​ຢູ່​ພາກ​ໃຕ້ ຍັງ​ຄົງ​ຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ຫວຽດນາມ​ໄວ້​ໂດຍ​ພືນ​ຖານ. ບັນດາ​ຮີດ​ຄອງ​ດັ່ງກ່າວ​ແມ່ນ​ສາຍສຳພັນ​ທີ່​ເຊື່ອມ​ຕໍ່​ອະດີດຕະການ​ກັບ​ປະຈຸ​ບັນ, ສະ​ແດງ​ໃຫ້​ເຫັນ​ນິດ​ໄສ​ໃຈຄໍທີ່​ພົ້ນ​ເດັ່ນ​ຂອງ​ຊາວ​ພາກ​ໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ