ປະເພນີນັບຖືບູຊາເຈົ້າແມ່ ແລະ ພິທີເຂົ້າຊົງຢູ່ຫວຽດນາມ

   ປະເພນີນັບຖືບູຊາເຈົ້າແມ່ ແລະ ພິທີເຂົ້າຊົງຢູ່ຫວຽດນາມ  - ảnh 1
ນາງທຽມໃນພິທີເຂົ້າຊົງ
(ພາບ: Internet)


  ປະເພນີບູຊາເຈົ້າແມ່ ແລະ ພິທີເຂົ້າຊົງ ແມ່ນການເຄື່ອນໄຫວເຫຼື້ອມໄສພື້ນ ເມືອງຊຶ່ງຊ້ອນແຝງບັນດາຄຸນຄ່າ ວັດທະນະທຳຈິດວິນຍານ ທີ່ມີມາແຕ່ດົນນານ ຂອງຊາວຫວຽດນາມ. ໃນນັ້ນ ພິທີເຂົ້າຊົງແມ່ນສິລະປະການ ສະແດງສັງລວມ, ມີດົນຕີ, ມີການຟ້ອນລຳທຳເພງ. ຜ່ານບັນດາໄລຍະເວລາ, ປະເພນີບູຊາເຈົ້າແມ່ ແລະ ພິທີເຂົ້າຊົງ ຍັງຄົງສາມາດ ຍືນຍົງຄົງຕົວຈົນຮອດວັນນີ້. ດ້ວຍບັນດາຄຸນຄ່າ ດ້ານວັດທະນະທຳທີ່ເປັນເອກະລັກສະເພາະ, ປະເພນີບູຊາເຈົ້າແມ່ ແລະ ພິທີ ເຂົ້າຊົງພວມສ້າງເປັນສຳເນົາເອກະສານໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ອົງການ UNESCO ຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງໃນປີ 2013.

    ການບູຊາເຈົ້າແມ່ແມ່ນປະເພນີທີ່ມາແຕ່ີດົນນານຢູ່ຫວຽດນາມ, ຊຶ່ງເລີ່ມມາ ຈາກປະເພນີບູຊານາງເທວະທິດາ ທີ່ມີມາແຕ່ສະໄໝປະຖົມບູຮານ. ໄລຍະຕໍ່ມາ ປະຊາຊົນກໍມີການເຊີດຊູບັນດາວິລະສັດຕີ, ລາຊະທິດາ, ພະລາຊີນີ, ພະມະເຫສີ , ຫຼືພະນາງກໍ່ຕັ້ງອາຊີບຂອງໝູ່ບ້ານໜຶ່ງ ຊຶ່ງຊາວທ້ອງຖິ່ນເຄີຍເອີ້ນວ່າ “ ເຈົ້າແມ່”. ທ່ານສາດສະດາຈານ - ດຣ Ngo Duc Thinh ອະດີດຫົວໜ້າສະຖາບັນຄົ້ນຄ້ວາ ວັດທະນະທຳພື້ນເມືອງຫວຽດນາມຖືວ່າ :

  “  ປະເພນີບູຊາເຈົ້າແມ່ແມ່ນການບູຊາພະແມ່ຊຶ່ງຖືກຮັບຖືວ່າແມ່ນ ເທວະທິດາ ຜູ້ສ້າງຕັ້ງໂລກມະນຸດ, ຄຸ້ມຄອງ ໂລກມະນຸດ ແລະ ປົກປ້ອງມະນຸດ ພ້ອມທັງນຳ ເອົາສຸຂະພາບ, ເງິນທອງ, ໂຊກລາບມາສູ່ມະນຸດ. ປະເພນີບູຊາ ເຈົ້າແມ່ ແມ່ນບໍ່ ເອົາໃຈໃສ່ເຖິງມະນຸດພາຍຫຼັງເສຍຊີວິດ, ແຕ່ເອົາໃຈໃສ່ເຖິງຄວາມເປັນຮູບປະທຳ ຂອງມະນຸດ. ເປັນອັນວ່າ ສັງຄົມຍິ່ງທັນສະໄໝເທົ່າໃດ, ການນັບຖືບູຊາເຈົ້າແມ່ກໍ ຍິ່ງຂະຫຍາຍຕົວເທົ່ານັ້ນ, ຍ້ອນວ່າ ສຸຂະພາບ, ເງິນທອງ ແລະ ຖານະຕຳແໜ່ງ ລ້ວນແຕ່ແມ່ນສິ່ງທີ່ທຸກຄົນມີຄວາມຕ້ອງການ ”

      ຕາມການເຫຼື້ອມໄສພື້ນເມືອງແລ້ວ, ໂລກມະນຸດຖືກແບ່ງເປັນ 3 ພາກ, ຕາມພາສາຫວຽດເອີ້ນວ່າ ຕາມຝູ ຫຼື 4 ພາກ ຕາມພາສາຫວຽດເອີ້ນວ່າ ຕື້ຝູ, ຊຶ່ງ ແຕ່ລະພາກກໍມີສັນຍາລັກເປັນສີສັນສະເພາະຂອງໃຜຂອງມັນ. 3 ພາກ (ຕາມຝູ) ໝາຍເຖິງການປະກອບດ້ວຍ ພາກສະຫວັນຊັ້ນຟ້າມີສີແດງ, ພາກດິນ ມີສີເຫຼືອງ ແລະ ພາກນຳ້ມີສີຂາວ, ສ່ວນ 4 ພາກ (ໝາຍເຖິງ ຕື້ຝູ) ແມ່ນ ປະກອບຕື່ມ ພາກພູຜາປ່າໄມ້ທີ່ມີສີຂຽວ. ເພາະສະນັ້ນ, ຢູ່ຕາມວັດວາ ອາຮາມຂອງຫວຽດນາມ ກໍປະກົດມີຫ້ອງບູຊາເຈົ້າແມ່, ໃນນັ້ນມີ 3 ຮ້ານບູຊາ ຫຼື 4 ຮ້ານ. ແຕ່ວ່າ ໃນຈິດ ສຳນຶກ ຂອງຊາວຫວຽດນາມ, ທີ່ຈິງແລ້ວ ເຈົ້າແມ່ແມ່ນພະແມ່ດຽວ, ພະແມ່ໄດ້ ແປງຮ່າງເປັນ 3 ຫຼື 4 ພະນາງເທວະທິດາ ເພື່ອຄຸ້ມຄອງບັນດາເຂດ, ພາກທີ່ ແຕກຕ່າງກັນຂອງໂລກມະນຸດ. ເພາະສະນັ້ນ, ເຈົ້າແມ່ແມ່ນສັນຍາລັກອະມະຕະ ໃນຈິດໃຈຂອງຊາວຫວຽດນາມ. ພິເສດບັນດາພິທີໃນການນັບຖືບູຊາເຈົ້າແມ່ໄດ້ ຖືກສ້າງເປັນປະເພດສິລະປະ ສະແດງບົນເວທີ ນັ້ນແມ່ນພິທີເຂົ້າຊົງ. ໃນພິທີນີ້ກໍມີ ການຟ້ອນປະສານກັບສຽງຂັບ ແລະ ສຽງດົນຕີ, ນັ້ນແມ່ນ ສິລະປະຂັບ ເຈົາວັນ.

    ພິທີເຂົ້າຊົງເຄີຍຖືກຈັດຂຶ້ນຢູ່ຕາມວັດວາອາຮາມໃນທ່າມກາງບັນຍາກາດ    ເຄັ່ງຂຶມເຕັມໄປດ້ວຍສີສັນຈິດວິນຍານ. ການຈັດພິທີເຂົ້າຊົງ ແມ່ໄດ້ຮັບການ ກະກຽມຢ່າງລອບຄອບຖີ່ຖ້ວນດ້ວຍວັດຖຸເຄື່ອງຂອງບູຊາ ເທວະດາຟ້າແຖນຖືກ ຈັດວາງບົນຮ້ານບູຊາຢ່າງເປັນລຽບງາມຕາພ້ອມກັບແສງໄຟ, ທູບທຽນອັນໄດ້ ສ້າງບັນຍາກາດ ທີ່ລຶກລັບ ມະຫັດສະຈັນ. ທາງດ້ານເນື້ອແທ້, ພິທີເຂົ້າຊົງ ແມ່ນການນຳໃຊ້ຕົນໂຕ ຂອງພວກນາງທຽມ, ທ້າວທຽມເພື່ອໃຫ້ ວິນຍານ ຂອງ ເທວະດາຟ້າແຖນເຂົ້າມາ ທຽມ. ໃນທ່າມກາງສຽງດົນຕີ, ສຽງຂັບ ເຈົາວັນບາດຂຶ້ນ ບາດລົງ ຊຶ່ງເລົ່າເຖິງບັນດາເລື່ອງນິທານ, ນາງທຽມບາງເທື່ອ ແປງຮ່າງເປັນວິລະ ສັດຕີ, ມີເທື່ອເປັນເຈົ້າເສນາ ອາມາດ, ບາງຄັ້ງກໍແປງຮ່າງເປັນນາງສາວພວມ ຟ້ອນລຳຢ່າງຟົດຟື້ນມ່ວນຊືນ. ສຳລັບການຟ້ອນໃນ ພິທີເຂົ້າຊົງກໍມີຟ້ອນທຸງ, ຟ້ອນດາບ, ຟ້ອນວີ, ຟ້ອນສິງໂຕ, ຟ້ອນມັງກອນ. ພວກນາງທຽມ, ທ້າວທຽມ ກໍແມ່ນບັນດານັກສິລະປີນໂດຍ ແປງ ຮ່າງເປັນບຸກຄົນຕ່າງໆໃນປະຫວັດສາດ. ປ້າ Lien ເຄີຍເປັນສິລະປີນ ແລະ ເຂົ້າຮ່ວມພິທີເຂົ້າຊົງໃຫ້ຂໍ້ສັງເກດວ່າ :

  “ ຂ້າພະເຈົ້າເຄີຍເຮັດວຽກຢູ່ໂຮງລະຄອນ ແລະ ໄດ້ເຂົ້າຮ່ວມການສະແດງ ລະຄອນຫຼາຍຄັ້ງ, ແຕ່ເມື່ອເຂົ້າຮ່ວມ ພິທີເຂົ້າຊົງຢູ່ນີ້, ຂ້າພະເຈົ້າມີຄວາມຮູ້ສຶກວ່າ ໃນແຕ່ລະລາຍການໃນ ພິທີເຂົ້າຊົງລ້ວນແຕ່ພັນລະນາເຖິງຄວາມໃນໃຈ ຂອງ ບັນດາຕົວລະຄອນໃນສາກລະຄອນ. ມີເລື່ອງໄປຕີສັດຕູ. ຍົກຕົວຢ່າງຄື ນາຍພົນ ຮ່ວາງເມື່ອຍ ໄປດັບສູນສັດຕູ ”

     ໂດຍຜ່ານບັນດາລາຍການໃນ ພິທີເຂົ້າຊົງ, ບັນດາເທວະດາຟ້າແຖນ, ບຸກຄົນ ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ໃນ ປະຫວັດສາດໄດ້ຖືກວາດພາບ ຄືນໃໝ່ , ໄດ້ຮັບການນັບຖືບູຊາ. ມາຮອດປະຈຸບັນ, ບັນດານັກຄົ້ນຄ້ວາ ວັດທະນະທຳ ທັງຢູ່ພາຍໃນ ແລະ ຕ່າງປະເທດລ້ວນແຕ່ຖືວ່າ ການເຫຼື້ອມໄສບູຊາ ເຈົ້າແມ່ ແລະ ພິທີເຂົ້າຊົງ ທີ່ມີຄຸນຄ່າ ວັດທະນະທຳ ຈິດໃຈອັນສູງສົ່ງຂອງ ຫວຽດນາມ, ນັ້ນແມ່ນ ສິ່ງທີ່ຍອດຍິ່ງ, ແມ່ນສັນຍາລັກຂອງ ກຳລັງແຮງຂອງ ວົງຄະນະຍາດ, ຂອງການ ປະດິດຄິດສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງຂອງ ຊາດຫວຽດນາມ. ດ້ວຍບັນດາ ຄຸນຄ່າດ້ານວັດທະນະທຳທີ່ເປັນເອກະລັກສະເພາະເຊັ້່ນນັ້ນ, ປະເພນີນັບຖືບູຊາ ເຈົ້າແມ່ ພິທີເຂົ້າຊົງ ໄດ້ມີເງື່ອນໄຂຢ່າງຄົບຖ້ວນເພື່ອ ນຳເຂົ້າບັນຊີລາຍຊື່ບັນດາ ມໍລະດົກວັດທະນະທຳບໍ່ມີຮູບຮ່າງເພື່ອຍື່ນສະເໜີ ຕໍ່ອົງການ UNESCO ຮັບຮອງ.

 

ຕອບກັບ

ຂ່າວ/ບົດ​ອື່ນ