ປະເພນີປູກຕົ້ນໄມ້ໄຜ່ຍາມບຸນເຕັດ

   ຄວາມ​ສຳ​ນຶກ​ອັນ​ເປັນ​ປ​ະ​ເພ​ນີ​ຂອງ​ຊາວ​ຫວຽດ​ນາມ​ເມື່ອ​ກ່ອນນີ້ ແມ່ນ​ຮອດ​ວັນ​ທີ 30 ເດືອນ 12 ໄລ​່​ຕາມ​ຈັນ​ທະ​ປະ​ຕິ​ທິນ ເຄີຍ​ຕັ້ງຕົ້ນ​ໄມ້​ໄຜ່ ແລະ ຮອດ​ວັນ​ທີ 7 ເດືອນ​ຈຽງ ແມ່ນ​ເອົາຕົ້ນ​ໄມ້​ໄຜ່​ລົງ​ເພື່ອ​ນຳ​ສົ່ງ​ປູ​ຍ່າ​ຕາ​ຍາຍ, ບັນ​ພະ​ບູ​ລ​ຸ​ກັບ​ຄືນ​ສູ່​ສະ​ຫວັນ. ຕົ້ນ​ໄມ້​ໄຜ່ເຄີຍ​ຖືກ​ຕັ້ງ​ຢູ່​ເດີນ​ໜ້າ​ບ້ານ ບໍ່​ພຽງ​ແຕ່​ເພື່ອ​ຂັບ​ໄລ່​ຜີ​ສາງ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ສັນ​ຍາ​ລັກ​ທີ່​ສັກ​ສິດນຳ​ມາ​ເຊິ່ງ​ຄວາມ​ສະ​ຫງົບ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ຊຸມວັນ​ບຸນ​ເຕັດ​ອີ​ກດ້ວຍ.

 

ປະເພນີປູກຕົ້ນໄມ້ໄຜ່ຍາມບຸນເຕັດ - ảnh 1
ຕົ້ນ​ໄມ້​ໄຜ່ຍາມ​ບຸນ​ເຕັດ

    ປະ​ເພ​ນີ​ປູກຕົ້ນ​ໄມ້​ໄຜ່ຍາມ​ບຸນ​ເຕັດ ເຖິງວ່າບໍ່​ເຮັດ​ເປັນ​ສ່ວນຫຼາຍ​ຄື​ກ່ອນນີ້ກໍ​ຕາມ, ແຕ່​ມາ​ຮອດ​ປະ​ຈຸ​ບັນ, ຍັງ​ມີຫຼາຍ​ຄອບ​ຄົວ​ຢູ່​ເຂດ​ບ້ານ​ນາ​ຍັງ​ຮັກ​ສາ​ປະ​ເພ​ນີ​ອີກ​ດ້ວຍ. ຕົ້ນ​ໄມ້​ໄຜ່ເຄີຍ​ຖືກ​ຕັ້ງ​ຢູ່​ເດີນ​ໜ້າ​ບ້ານ, ເທິ່ງຍອດ​ຕົ້ນ​ໄມ້​ຖືກ​ແຂວນ​ວັດ​ຖຸ​ສິ່ງ​ຂອງຫຼາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ຈິດ​ວິນ​ຍານ​ເພື່ອ ຂັບ​ໄລ່​ຜີ​ສາງ ແລະ ພາ​ວະ​ນາ​ໃນ​ປີ​ໃໝ່​ຈົ່ງ​ມີ​ແດ່​ສິ່ງ​ທີ່​ດີ​ທີ່​ງາມ. ນັກ​ຄົ້ນ​ຄ້​ວາ ວູ້​ຮົ່ງ​ທວດ ພະ​ນັງ​ງານ​ສັງ​ກັດ​ຫໍ​ພິ​ພິ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ໃຫ້​ຮູ້​ວ່າ : 

   “ປະ​ເພ​ນີ​ປູກຕົ້ນ​ໄມ້​ໄຜ່ຍາມ​ບຸນ​ເຕັດຂອງ​ຊາວ​ຫວຽດ​ນາມ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ, ກ່ອນ​ອື່ນ​ໝົດ ຕົ້ນ​ໄມ້​ໄຜ່ຂອງ​ຊາວ​ຫວຽດ​ນາມ​ແມ່ນ​ສິ່ງ​ເຊື່ອມ​ຕໍ່​ລະ​ຫວ່າງ​ຟ້າ​ກັບ​ດິນ. ທີ່ 2, ຕົ້ນ​ໄມ້​ໄຜ່ກາຍ​ເປັນ ຕົ້ນ​ໄມ້ທີ່​ມີ​ຈິດ​ວິນ​ຍານ, ຊຶ່ງ​ຕິດ​ພັນ​ກັບ​ປັດ​ໄຈ​ເລົ່າ​ຂານ​ສືບ​ກັນ​ມາ​ຂອງ​ສາ​ສະ​ໜາ​ພຸດ. ຕົ້ນ​ໄມ້​ໄຜ່ ມີຄວາມໝາຍ​ອີກ​ອັນ​ໜຶ່ງ ແມ່ນ ຕົ້ນ​ໄມ້​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ, ສິດ​ນຳ​ໃຊ້​ຕອນ​ດິນ​ຂອງ​ເຈົ້າ​ຂອງ​ເຮືອນ. ນອກ​ຈາກນັ້ນ, ຕົ້ນ​ໄມ້​ໄຜ່ ກໍ​ຍັງ​ເປັນ​ສິ່ງ​ບົ່ງ​ບອກ​ເຖິງ​ລະ​ດູ​ບານ​ໃໝ່, ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ໄດ້​ວຽນ​ມາ​ແລ້ວ ”

    ນັກ​ຄົ້ນ​ຄ້​ວາ ວູ້​ຮົ່ງ​ທວດ ພະ​ນັງ​ງານ​ສັງ​ກັດ​ຫໍ​ພິ​ພິ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ໃຫ້​ຮູ້​ອີກວ່າ :

   “ ເມື່ອ​ເລືອກ​ເອົາ​ກົກ​ໄມ້​ໄຜ່​ມາ​ປູກ​ໃນ​ຍາມ​ບຸນ​ເຕັດ​ນັ້ນ, ແມ່ນ​ຕ້ອງ​ເລືອກ​ເອົາ​ກົກ ໄມ້​ໄຜ່ທີ່​ມີ​ໃບ​ຂຽວ​ອຸ່ມ​ທຸ່ມ, ບໍ່​ຖືກ​ສັດ​ຕູ​ພືດ, ບໍ່​ຖືກ​ຕັດ​ເອົາ​ຍອດຕົ້ນ​ໄມ້​ ແລະ ບໍ່​ມີ​ຮັງ​ນົກ, ຮັງ​ໝົດ. ເມື່ອ​ຕັດ​ເອົາຕົ້ນ​ໄມ້​ໄຜ່, ເຂົາເຈົ້າ​ມັກ​ເລືອກ​ເອົາຂະ​ໜາດຄວາມ​ຍາວ​ ​ແມ່ນເລກ​​ຄີກ ຄື 5ແມດຫຼື 7 ແມດ, ຖາ​້​ຫາກ​ຕັ້ງ ຕົ້ນ​ໄມ້​ໄຜ່​ຢູ່​ສະ​ຖານ​ທີ່​ກ້​ວາງ ແມ່ນ​ອາດ​ຈະ​ຕັດຕົ້ນ​ໄມ້​ໄຜ່​ຍາວກວ່າ ”

   ໃນ​ຂະ​ນະ​ທີ່​ປະ​ເພ​ນີ​ປູກຕົ້ນ​ໄມ້​ໄຜ່ຍາມ​ບຸນ​ເຕັດຄ່ອຍໆ​ຖືກ​ສູນ​ຫາຍ​ໄປ​ນັ້ນ, ຢ​ູ່​ຕາ​ແສງ​ໂກ​ລ​ວາ, ເມືອງ​ດົງ​ແອງ, ປະ​ເພ​ນີນີ້​ພັດ​ປະ​ກົດ​ມີ​ຢູ່ຫຼາຍ​ຄອບ​ຄົວ​ໃນ​ຕາ​ແສງ. ລຸງ​ເຈືອງວັນ​ຮົ່ງ ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄອບ​ຄົວ​ຢູ່​ໂກ​ລ​ວາ ຍັງ​ສາ​ມາດ​ຮັກ​ສາ​ໄດ້ ປະ​ເພ​ນີ​ປູກຕົ້ນ​ໄມ້​ໄຜ່ຍາມ​ບຸນ​ເຕັດ ໃຫ້​ຮູ້​ວ່າ ເມື່ອ​ໄປ​ຕັດ​ເອົາ ຕົ້ນ​ໄມ້​ໄຜ່ ເຂົາ​ເຈົ້າ​ມັກ​ເລືອກ​ເອົາຕົ້ນ​ໄມ້ຢູ່ທາງ​ທິດ​ຕາ​ເວັນ​ອອກ, ຍ້ອນ​ວ່າ ທາງ​ທິດ​ຕາ​ເວັນ​ອອກແມ່ນ​ທິດ​ໄດ້​ຮັບ​ແສງ​ສະ​ຫວ່າງ​ຈາກດວງ​ຕ​າເວັນ, ດັ່ງ​ນັ້​ນ ສັດ​ສາ​ວາ​ສິ່ງ​ນາໆ​ຊະ​ນິດ​ພາ​ກັນ​ອອກ​ແມ່​ແຜ່​ລູກ, ແຕກດອກ​ອອກ​ໜໍ່. ລຸງ​ເຈືອງວັນ​ຮົ່ງ ໃຫ້​ຮູ້​ວ່າ : 

   “ ເມື່ອ​ເລືອກເອົາຕົ້ນ​ໄມ້​ໄຜ່​ມາ​ປູກນັ້ນ, ແມ່ນ​ຕ້ອງ​ເລືອກ​ເອົາ​ກົກ​ໄມ້​ບໍ່ແກ່, ແຕ່​ກໍ​ບໍ່​ອ່ອນ​ເພື່ອ​ມີ​ຄວາມ​ທົນ​ທານ​ດີ. ຕົ້ນ​ໄມ້​ໄຜ່ຄວນ​ເລືອກ​ເອົາ​ກົກ​ໄມ້​ມີ​ຍອດ​ໄມ້ຢູ່​ເຂດ​ໄກ​ຈາກ​ແມ່​ນ້ຳ​ລຳ​ເຊ, ໜອງ​ບຶງ ກໍ​ເປັນ​ການ​ດີ.   ”

    ໃນ​ຊຸມມື້​ບຸນ​ເຕັດ, ຄອບ​ຄົວ​ໃດ​ຕັ້ງ ຕົ້ນ​ໄມ້​ໄຜ່ ກໍ​ແມ່ນ​ວ່າ ເຂົາ​ເຈົ້າ​ພວມຢັ້ງ​ຢຶນ​ກັບ​ທຸກໆ​ຄົນ​ວ່າ ຄອບ​ຄົວ​ຕົນ​ມີ​ເຮືອນ​ມີ​ຊານ, ມີ​ດິນ ມີ​ຊັບ​ສົມ​ບັດ, ທຸກ​ສິ່ງ​ເຫຼົ້າ​ນັ້ນ​ແມ່ນ​ຂຶ້ນ​ກັບ​ກຳ​ມະ​ສິດ​ຂອງ​ເຂົາ​ເຈົ້າ​ເອງ ແລະ ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຈາກ​ເຈົ້າ​ຖິ່ນ​ເຈົ້າ​ຖານ, ດັ່ງ​ນັ້ນ, ຢູ່​ເທິ່ງຍອດ ຕົ້ນ​ໄມ້​ໄຜ່, ຊາວ​ບ້ານ​ມັກ​ແຂວນ​ມັດ​ໃບ​ໝາກ​ໜັດ, ຂົນ​ໄກ່…ລຸງ​ຮົ່ງ​ໃຫ້​ຮູ້​ວ່າ ວັດ​ຖຸ​ສິ່ງ​ຂອງ​ແຕ່​ລະ​ຢ່າງ​ທີ່​ແຂວນ​ເທິ່ງ ຕົ້ນ​ໄມ້​ໄຜ່ ກໍ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນຄື ຂົນ​ໄກ່​ມ​ແມ່ນ​ສັນ​ຍາ​ລັກ​ຂອງ​ນົກ​ວິ​ເສດ ທີ່​ມີ​ກຳ​ລັງ​ແຮງ​ທຳ​ມະ​ຊາດ​ເພື່ອ​ມາ​ຊ່ວຍ​ມະ​ນຸດ. ນອກ​ຈາກນັ້ນ, ຢູ່ຍອດ ຕົ້ນ​ໄມ້​ໄຜ່, ຊາວ​ບ້ານ​ມັກ​ເຮັດ​ຮູບ​ຄົນ​ປອມ​ດ້ວຍ​ເຟືອງ ຫຼື​ເຮັດ​ດ້ວຍ​ເຈ້ຍ. ລຸງ​ເຈືອງວັນ​ຮົ່ງ ໃຫ້​ຮູ້​ອີກວ່າ :

   “ຮູບ​ຄົນ​ປອມ​ເຄີຍ​ແຂວນ​ເທິ່ງຍອດ ຕົ້ນ​ໄມ້​ໄຜ່. ແຕ່​ລະ​ປີ, ເຂົາ​ເຈົ້າ​ມັກ​ແຕ່ງ​ຂຶ້ນ​ອັນ​ໃໝ່. ທາງ​ດ້ານ​ສິ​ລະ​ປະ, ຮູບ​ຄົນ​ປອມ​ຈະ​ຖືກ​ຕົກ​ແຕ່ງ​ໜ້ອຍ​ໜຶ່ງ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ສັງ​ຄົມ​ຍຸກ​ປະ​ຈຸ​ບັນ. ຢູ່​ກ້ອງ​ຕົ້ນ​ໄມ້​ໄຜ່ ກໍ​ປູກ​ຕົ້ນ​ໝາກ​ໜັດ​ເພື່ອ​ຂັບ​ໄລ່​ຜີ​ສາງ, ສ່ວນ​ຕົ້ນ​ໄຮ​ແມ່ນ​ໝາຍ​ເຖິງ​ຕົ້ນ​ໄມ້​ໃຫຍ່​ມີ​ຮົ່ມ​ເຢັນ​ເພື່ອ​ໃຫ້​ບັນ​ດາ​ວິນ​ຍານ​ຂອງ​ບັນ​ດາ​ຜູ້​ເສຍ​ຊີ​ວິດ​ມາ​ພັກ​ພາ​ອາ​ໄສ”

    ສຳ​ລັບ​ບ່ອນ​ປູກ ຕົ້ນ​ໄມ້​ໄຜ່ ກໍ​ໄດ້​ຮັບ​ຖື​ເປັນ​ສຳ​ຄັນ​ທີ່​ສຸດ. ນັກ​ຄົ້ນ​ຄ້​ວາ ວູ້​ຮົ່ງ​ທວດ ​ໃຫ້​ຮູ້​ວ່າ ຕົ້ນ​ໄມ້​ໄຜ່​ເຄີຍ​ຖືກປະ​ຊາ​ຊົນ​ຕັ້ງ​ຢູ່​ເດີນ​ໜ້າ​ເຮືອນ, ຕໍ່​ໜ້າ​ຫ້ອງ​ໃຫຍ່​ຂອງ​ເຮືອນ. ທ່ານ​ກ່າວ​ວ່າ : 

   “ຕົ້ນ​ໄມ້​ໄຜ່​ເຄີຍ​ຖືກປະ​ຊາ​ຊົນ​ຕັ້ງ​ຢູ່​ເດີນ​ໜ້າ​ເຮືອນ, ຕໍ່​ໜ້າ​ຫ້ອງ​ໃຫຍ່​ຂອງ​ເຮືອນ ແມ່ນ​ຍ້ອນ​ຫ້ອງ​ໃຫຍ່​ຕັ້ງ​ຢູ່​ເຄິ່ງກາງ, ແມ່ນ​ຫ້ອງ​ບູ​ຊາ, ສ່ວນ ຕົ້ນ​ໄມ້​ໄຜ່​ແມ່ນ​ຕົ້ນ​ໄມ້​ເພື່ອ​ຂັບ​ໄລ​່ຜີ​ສາງ. ອັນ​ໃດ​ຢູ່​ເຄິ່ງກາງ​ແມ່ນ​ມີ​ຄວາມ​ໂຊກ​ດີ ແລະ ສະ​ດວກ​ທີ່​ສຸດ  ”   

   ຍາມ​ທ້າຍ​ປີ​ປູກ ຕົ້ນ​ໄມ້​ໄຜ່ເພື່ອ​ກ້າວ​ສູ່​ປີ​ໃໝ່, ຕົ້ນ​ໄມ້​ໄຜ່​ເຕີບ​ໂຕ​ສູງ​ຂຶ້ນ​ຮັບ​ເອົາ​ແສງ​ແດດ​ຍາມ​ລະ​ດູ​ບານ​ໃໝ່, ພະ​ລັງ​ຊີ​ວິດ​ລະ​ດູ​ບານ​ໃໝ່​ເພື່ອ​ໃຫ້​ແຕ່​ລະ​ຄົນ​ມີ​ຄວາມ​ອີ່ມ​ໜຳ​ສຳ​ລານ, ສົມ​ບຸນ​ພຸນ​ສຸກ ແລະ ໂຊກ​ດີ​ເມື່ອ​ກ້າວ​ເຂົ້າ​ສູ່​ປີ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ